ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (LAFF)ເຂົ້າຮ່ວມພິທີເປີດ ສາຂາແຂວງຫົວພັນ ຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈໍາປາລາວ, ພ້ອມທັງສາມາດບັນລຸການສະໜອງແຫຼ່ງທຶນກວມເອົາ 18 ແຂວງທົ່ວປະເທດ

ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (LAFF)ເຂົ້າຮ່ວມພິທີເປີດ ສາຂາແຂວງຫົວພັນ ຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈໍາປາລາວ, ພ້ອມທັງສາມາດບັນລຸການສະໜອງແຫຼ່ງທຶນກວມເອົາ 18 ແຂວງທົ່ວປະເທດ

ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (LAFF) ເຂົ້າຮ່ວມພິທີເປີດ ສາຂາແຂວງຫົວພັນ ຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈໍາປາລາວ, ພ້ອມທັງສາມາດບັນລຸການສະໜອງແຫຼ່ງທຶນກວມເອົາ 18 ແຂວງທົ່ວປະເທດ

ໃນຕອນບ່າຍຂອງວັນທີ 05 ກຸມພາ 2026, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ຈຳປາລາວ ເຊິ່ງເປັນຄູ່ຮ່ວມງານຂອງທຶນ LAFF ນັບແຕ່ປີ 2021 ເປັນຕົ້ນມາ ໄດ້ຈັດພິທີເປີດໃຫ້ບໍລິການສາຂາແຂວງຫົວພັນຢ່າງເປັນທາງການຂຶ້ນ ໂດຍມີຕົວແທນຈາກທີມງານກອງທຶນ LAFF ເຂົ້າຮ່ວມໃນພິທີດັ່ງກ່າວ.

ການເປີດສາຂາໃໝ່ໃນຄັ້ງນີ້ເປັນການຂະຫຍາຍຕາໜ່າງການບໍລິການເຂົ້າສູ່ແຂວງທີ 18 ຂອງກອງທຶນ LAFF ແລະ ເປັນອີກຊ່ອງທາງໜຶ່ງສຳຄັນທີ່ຊ່ວຍສົ່ງເສີມໃຫ້ການສະໜອງແຫຼ່ງທຶນ ກວມເອົາທຸກແຂວງທົ່ວປະເທດ (ທີ່ຜ່ານມາ 7 ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ແມ່ນສາມາດສະໜອງເງິນກູ້ກວມ 17 ແຂວງທົ່ວປະເທດ ຈາກທັງໝົດ 18 ແຂວງ ໃນນັ້ນແມ່ນຍັງແຂວງຫົວພັນ ຍັງບໍ່ມີການປ່ອຍກູ້ເທື່ອ). ດັ່ງນັ້ນ, ການເຄື່ອນໄຫວໃນຄັ້ງນີ້ ຈຶ່ງເປັນອີກຊ່ອງທາງໜຶ່ງທີ່ສຳຄັນທີ່ຈະຊ່ວຍສົ່ງເສີມໃຫ້ຜູ້ປະກອບການລາຍຍ່ອຍ ແລະ ປະຊາຊົນໃນແຂວງຫົວພັນ ສາມາດເຂົ້າເຖິງແຫຼ່ງທຶນທີ່ມີຄຸນນະພາບ ເພື່ອຊຸກຍູ້ການຜະລິດ, ສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ, ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດຢ່າງຍືນຍົງ.