ຂໍ້ມູນ

  • ຂໍ້ມູນດ້ານທຸລະກິດ/ການຈັດຕັ້ງພະນັກງານ
  • ໂຄງຮ່າງການຈັດຕັ້ງ
  • ເອກະສານດ້ານນິຕິກຳ 
  • ບົດລາຍງານສະບັບລ້າສຸດ ທີ່ໄດ້ສົ່ງໃຫ້ ທຫລ 
  • ໃບອະນຸຍາດດຳເນີນທຸລະກິດ
  • ບົດບັນທຶກການຮ່ວມທຶນຂອງບັນດາຜູ້ຖືຮຸ້ນ
  • ແຜນທຸລະກິດ
  • ແຜນທຸລະກິດ ຫຼື ກິດຈະກຳທາງດ້ານທຸລະກິດທີ່ວາງແຜນໄວ້
  • ການຄາດຄະເນດ້ານການເງິນ 3-5 ຕໍ່ໜ້າ.
  • ຂໍ້ມູນດ້ານການເງິນ
  • ບົດລາຍງານປະຈຳປີ (3 ປີຍ້ອນຫຼັງ) ທີ່ໄດ້ຖືກກວດສອບແລ້ວ, ຖ້າບົດລາຍງານປີລ່າສຸດ ບໍ່ທັນໄດ້ກວດສອບ, ອາດໃຊ້ບົດລາຍງານຖານະການເງິນທີ່ສົ່ງໃຫ້ ທຫລ ໃນປີລ່າສຸດ ແທນກໍ່ໄດ້.  
  • ຍອດເງິນກູ້ທ້າຍປີ ປີລ່າສຸດ (ຍອດເງິນກູ້ທີ່ກຳລັງເຄື່ອນໄຫວຢູ່, ຈຳນວນລູກຄ້າຜູ້ກູ້ຢືມ, PAR ສຳລັບ ສກຈຮ, NPL ສຳລັບ ທະນາຄານ) ຈັດແຍກຕາມສາຂາ ແລະ ຜະລິດຕະພັນ.
  • ຍອດເງິນກູ້ທັງໝົດໃນແຕ່ລະເດືອນ ຂອງປີລ່າສຸດ (ຍອດເງິນກູ້ທີ່ກຳລັງເຄື່ອນໄຫວຢູ່, ຈຳນວນລູກຄ້າຜູ້ກູ້ຢືມ, PAR ສຳລັບ ສກຈຮ, NPL ສຳລັບ ທະນາຄານ)
  • ລາຍຊື່ສະບັນການເງິນທີ່ໄດ້ປ່ອຍເງິນກູ້ໃຫ້ (ເຊັ່ນວ່າ: ກອງທຶນບ້ານ ຫຼື ທະນາຄານບ້ານ, ຖ້າມີ)
  • ບົດລາຍງານລາຍລະອຽດກ່ຽວກັບເງິນກູ້ປັບໂຄງສ້າງ ແລະ ເງິນກູ້ປ່ອຍຄືນໃໝ່
  • ລາຍລະອຽດຍອດເງິນກູ້ສຳລັບລູກຄ້າໜີ້ຊັກຊ້າ
  • ແຫຼ່ງທຶນ ລວມທັງເງິນຝາກ
  • ເງິນຝາກຕາມແຕ່ລະຜະລິດຕະພັນ, ແຕ່ລະສະກຸນເງິນ, ກຳນົດເວລາ ແລະ ອັດຕາດອກເບ້ຍເງິນຝາກແຕ່ລະປະເພດ.
  • ຍອດເງິນຝາກລາຍໃຫຍ່ແຕ່ລະລາຍ ແຕ່ອັນດັບທີ 1 ຮອດ ອັນດັບທີ 15.
  • ຂໍ້ມູນກ່ຽວກັບສະຖາບັນ ຫຼື ອົງກອນອື່ນທີ່ໃຫ້ທຶນກູ້ຢືມ (ຊື່ອົງກອນ, ວັນທີ່ກູ້ຢືມ, ກຳນົດເວລາ, ອັດຕາດອກເບ້ຍ, ສະກຸນເງິນ, ຕາຕະລາງເວລາຂອງການຊຳລະ, ການຄ້ຳປະກັນ, ຄ່າທຳນຽມ).
  • ນະໂຍບາຍຕ່າງໆ
  • ຂໍ້ມູນກ່ຽວກັບຜະລິດຕະພັນເງິນກູ້ຫຼັກ, ກຳນົດເວລາ ແລະ ເງື່ອນໄຂຕ່າງໆ;
  • ນະໂຍບາຍສິນເຊື່ອ ແລະ ຂະບວນການການປ່ອຍກູ້; ລວມທັງລາຍລະອຽດກ່ຽວກັບການບໍລິຫານໜີຊັກຊ້າ ແລະ ຄູ່ມືການດຳເນີນງານ.

ນອກຈາກເອກະສານຂໍ້ມູນເທິງນີ້ແລ້ວ, ທາງໂຄງການອາດຈະຮຽກຮ້ອງຂໍ້ມູນເພີ່ມຕື່ມໃນເວລາທີ່ລົງປະເມີນຄວາມ ພ້ອມໃນການກູ້ຢືມ (due diligence), ທາງໂຄງການຈະແຈ້ງໃຫ້ຮູ້ລ່ວງໜ້າ ກ່ອນຈະລົງປະເມີນ.