ເງື່ອນ​ໄຂ​ສຳ​ລັບ​ເງິນ​ກູ້​ຍ່ອຍ ທີ່​ປ່ອຍ​ໃຫ້​ຫົວ​ໜ່ວຍ MSMEs

ເງື່ອນ​ໄຂ​ສຳ​ລັບ​ເງິນ​ກູ້​ຍ່ອຍ ທີ່​ປ່ອຍ​ໃຫ້​ຫົວ​ໜ່ວຍ MSMEs

ຫົວ​ໜ່ວຍ MSMEs ທີ່​ເປັນ​ເປົ້າ​ໝາຍ​ຜູ້​ກູ້​ຢືມ​ຍ່ອຍ​ພາຍ​ໃຕ້​ທຶນ​ຈາກກອງ​ທຶນ LAFF ແມ່ນ​ລວມ​ທັງ​ຫົວ​ໜ່ວຍ​ວິ​ສາ​ຫະ​ກິດ​ທີ່​ຍັງ​ບໍ່​ທັນ​ໄດ້​ຈົດ​ທະ​ບຽນ ແລະ ຄົວ​ເຮືອນ​ທີ່​ປະ​ຕິ​ບັດ​ກິດ​ຈະ​ກຳ​ທີ່​ເປັນ​ເສດ​ຖະ​ກິດ. ທືນ​ເງິນ​ກູ້​ຈາກກອງ​ທຶນ LAFF ແມ່ນ​ຈະ​ຕ້ອງ​ຖືກ​ນຳ​ໃຊ້​ເພື່ອ​ປ່ອຍ​ກູ້​ໃຫ້​ແກ່​ກິດ​ຈະ​ກຳ​ທີ່​ເປັນ​ເສດ​ຖະ​ກິດ ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ຫົວ​ໜ່ວຍ MSMEs ເພື່ອ​ລົງ​ທຶນ​ສ່ວນ​ຫຼາຍ​ໃສ່ “ຊັບ​ສິນ​ຄົງ​ທີ່” ຫຼື ການ​ຂະ​ຫ​ຍາຍ​ທຸ​ລະ​ກິດ.[1] [2] ຕາມ​ຫຼັກການ​ແລ້ວ, ທຶນ​ເງິນ​ກູ້​ຈາກກອງ​ທຶນ ​ LAFF ແມ່ນ​ສາ​ມາດ​ນຳ​ໃຊ້​ເຂົ້າ​ໃນ​ການ​ລົງ​ທຶນ​ໃສ່​ທຸກໆ​ຂະ​ແໜງ​ການ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ສະ​ຖ​າ​ບັນ​ການ​ເງິນ​ທີ່​ຈະເປັນ​ຄູ່​ຮ່ວມ​ງານ (PFIs) ແມ່ນ​ຈະ​ຕ້ອງ​ໄດ້​ປ່ອຍ​ກູ້​ຍ່ອຍ​ໃຫ້​ແກ່​ຂະ​ແໜງ​ການ​ກະ​ສິ​ກຳ​ຢ່າງ​ໜ້ອຍ 30% ຂອງ​ຈຳ​ນວນ​ເງິນ​ກູ້​ຍ່ອຍ​ທັງ​ໝົດ[3] ແລະ ບໍ່​ອະ​ນຸ​ຍາດ​ໃຫ້​ປ່ອຍ​ກູ້​ແກ່​ບັນ​ດາ​ກິດ​ຈະ​ກຳ​ທີ່​ລະ​ບຸ​ໄວ້​ໃນ​ບັນ​ຊີ​ລາຍ​ການ​ກິດ​ຈະ​ກຳ​ຍົກ​ເວັ້ນ​ຂອງ​ໂຄງ​ການກອງ​ທຶນ LAFF, ເຊີ່ງ​ໃຫ້​ຍົກ​ເວັ້ນ​ບັນ​ດາ​ກິດ​ຈະ​ກຳ​ທີ່​ເປັນ​ອັນ​ຕະ​ລາຍ​ສູງ​ເທົ່າ​ນັ້ນ.[4] ໃນ​ແງ່​ຂອງ​ພື້​ນ​ທີ່​ການ​ດຳ​ເນີນ​ງານ, ເງິນ​ກູ້​ຍ່ອຍ​ທີ່​ປ່ອຍກູ້​ໂດຍ​ທຶນ​ຂອງກອງ​ທຶນ LAFF ແມ່ນ​ສາ​ມາດ​ປ່ອຍ​ໃຫ້​ໄດ້​ທົ່ວ​ປະ​ເທດ ຍົກ​ເວັ້ນ​ສະ​ເພາະ​ແຕ່​ເຂດ​ພື້ນ​ທີ່​ທີ່​ຂື້ນ​ກັບ​ສາມເມືອງ​ຂອງ​ນະ​ຄອນ​ຫຼວງວຽງ​ຈັນ.[5] ສຸ​ດ​ທ້າຍ ແຕ່​ເປັນ​ສີ່ງ​ທີ່​ສຳ​ຄັນ​ຫຼາຍນັ້ນ​ກໍ່​ຄື​ວ່າ ເງິນ​ກູ້​ຍ່ອຍ​ແມ່ນ​ຈະ​ຕ້ອງ​ໄດ້​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ຂອງ​ການ​ປົກ​ປ້ອງ​ລູກ​ຄ້າ (Client Protection Principles)[6] ແລະ ດຳ​ລັດ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ຜູ້​ຊົມ​ໃຊ້​ການ​ບໍ​ລິ​ການ​ດ້ານ​ການ​ເງິນ.[7] ຂ້າງ​ລຸ່ມນີ້​ແມ່ນ​ເປັນ​ການ​ສັງ​ລວມ​ເງື່ອນ​ໄຂ​ຕົ້ນ​ຕໍ​ສຳ​ລັບ​ເງິນ​ກູ້​ຍ່ອຍ:

 

ສັງ​ລວມ​ເງື່ອນ​ໄຂ​ຕົ້ນ​ຕໍ​ສຳ​ລັບ​ເງິນ​ກູ້​ຍ່ອຍ:

  • ວົງ​ເງິນ​ກູ້:                 ຕ່ຳ​ສຸດ 2 ລ້ານ​ກີບ ແລະ ສູງ​ສຸດ 500 ລ້ານ​ກີບ.
  • ອັດ​ຕາ​ດອກ​ເບ້ຍ: ​ເປັນ​ອັດ​ຕາ​ຕາມ​ກົນ​ໄກ​ຕະ​ຫຼາດ ໂດຍ​ອີງ​ຕາມ​ນະ​ໂຍ​ບາຍ​​ສິນ​ເຊື່ອ​ຂອງ
  • ກຳ​ນົດ​ເວ​ລາ​ສະ​ເລ່ຍ: ຢ່າງ​ໜ້ອຍ 18 ເດືອນ ໂດຍ​ສະ​ເລ່ຍ, ແຕ່​ມີ​ການ​ປັບ​ໄດ້​ສຳ​ລັບ ສກ​ຈ​ຮ.
  • ຊ່ວງ​ພັກ​ຊຳ​ລະ​ຕົ້ນ​ທຶນ: ​ໜື່ງ​ສ່ວນ​ສາມ​ຂອງ​ກຳ​ນົດ​ເວ​ລາ​ຂອງເງິນ​ກູ້.

ນອກ​ຈາກ​ເງື່ອນ​ໄຂ​ຕ່າງໆ​ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງນັ້ນ​ແລ້ວ, PFI ຈະ​ຕ້ອງ​ໄດ້​ມີການ​ອອກ​ແບບ ວິ​ທີ​ການ​ປ່ອຍ​ກູ້ ແລະ ຜະ​ລິດ​ຕ​ະ​ພັນ​ເງິນ​ກູ້ ເພື່ອ​ສົ່ງ​ເສີມ MSME ລວມ​ທັງ​ຕາ​ຕະ​ລາງ​ເວ​ລາ​ຂອງງວດ​​ຈ່າຍດອກ​ເບ້ຍ ແລະ ​ຊຳ​ລະ​ຕົ້ນ​ທຶນ ໂດຍ​ສອດ​ຄ່ອງ​ກັບ​ນະ​ໂຍ​ບາຍ​ສິນ​ເຊື່ອ​ຂອງ PFI ທີ່​ມີ​ໃນ​ປະ​ຈຸບັນ.

[1] ກິດ​ຈະ​ກຳ​ທີ່​ເປັນ​ເສດ​ຖະ​ກິດ ແມ່ນ​ເປັນ​ກິດ​ຈະ​ກຳ​ທີ່​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄົວ​ເຮືອນ ນອກ​ຈາກ​ການ​ບໍ​ລິ​ໂພກ​ພາຍ​ໃນ​ຄົວ​ເຮືອນ..

[2] ຊັບ​ສິນ​ຄົງ​ທີ່ ໝາຍ​ເຖິງ​ຊັບ​ສິນ​ທີ່​ສືບ​ຕໍ່​ສ້າງ​ມູນ​ຄ່າ​ໃຫ້​ແກ່​ຂະ​ບວນ​ການ​ຜະ​ລິດ ຫຼາຍກວ່າ​ຮອບ​ວຽກ​ການ​ຜະ​ລິດ​ໜື່ງ; ໃນ​ກໍ​ລະ​ນີ​ຂອງ MSMEs ຄຳ​ວ່າ “ຊັບສິນຄົງທີ່” ສ່ວນ​ຫຼາຍ​ຈະ​ບໍ່​ແມ່ນ​ຊັບ​ສິນ​ທີ່​ມີ​ມູນ​ຄ່າ​ດ້ານ​ການ​ເງິນ​ຕ່ຳ ແລະ ອາ​ຍຸ​ການ​ດ້ານ​ເສດ​ຖະ​ກິດ​ທີ່​ສັ້ນ; ຍ້ອນ​ແນວນັ້ນ, ການ​ລົງ​ທຶນ​ຂອງ MSMEs ​ບາງ​ຄັ້ງ​ກໍ່​ມີ​ຄວາມ​ຫ​ຍຸ້ງ​ຍາກໃນ​ການ​ຈຳ​ແນກ ລະ​ຫວ່າງ “ທຶນໝູນວຽນ” ແລະ ບໍ່​ໄດ້​ແຍກ​ອອກ​ຈາກ​ໃບ​ສະ​ເໜີ​ຂໍ​ເງິນ​ກູ້ ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ.

[3] ການ​ຜະ​ລິດ​ກະ​ສິ​ກຳ ທີ່​ກຳ​ນົດ​ໂດຍ​ໂຄງ​ການກອງ​ທຶນ LAFF ລວມ​ມີ ການ​ປູກ​ພືດ​ເສດ​ຖະ​ກິດ, ການ​ລ້ຽງ​ສັດ​ທຸກ​ປະ​ເພດ ລວມ​ທັງ​ສັດ​ນ້ຳ, ສັດ​ບົກ, ການ​ປູກ​ພືດ​ສວນ​ຄົວ, ການ​ຫາ​ປາ ແລະ ຄ້າ​ຂາຍປາ, ແລະ ເຄື່ອງ​ປ່າ​ຂອງ​ດົງ​ຕ່າງໆ.

[4] ບັນ​ຊີ​ລາຍ​ການ​ກິດ​ຈະ​ຍົກ​ເວັ້ນ​ ເຊີ່ງ​ບໍ​ລວມ​ເອົາ​ກິດ​ຈະ​ກຳ​ທີ່​ເປັນ​ເສດ​ຖະ​ກິດ ແຕ່​ມີ​ຄວາມ​ເປັນ​ອັນ​ຕະ​ລາຍ​ສູງ. ລາຍ​ລະ​ອຽດ​ເບີ່ງ​ໃນ​ເອ​ກະ​ສານ​ຊ້ອ​ນ​ທ້າຍ 2.

[5] ​ເມືອງ​ເຫຼົ່າ​ນີ້​ແມ່ນ: ​ເມືອງ​ຈັນ​ທະ​ບຸ​ລີ (ລະ​ຫັດ​ເມືອງ 0101); ເມືອງ​ໄຊ​ເສດ​ຖາ (ລະ​ຫັດ​ເມືອງ 0103); ເມືອງ​ສີ​ສັດ​ຕະ​ນາກ (ລະ​ຫັດ​ເມືອງ 0104).

[6] ຫຼັກ​ການ​ປົກ​ປ້ອງ​ລູກ​ຄ້າ​ຂອງ SMART-campaign: https://www.smartcampaign.org/about/smart-microfinance-and-the-client-protection-principles. ​ສະ​ຖາ​ບັນ​ທີ່​ສະ​ເໜີ​ຂໍ​ທຶນ​ແມ່ນ​ລະ​ດົມ​ໃຫ້​ລະ​ບຸ​ໃສ່​ໃນ​ໜັງ​ສື​ສະ​ແດງ​ເຈດ​ຈຳ​ນົງ ເຖິງ​ແມ່ນ​ວ່າ​ຈະ​ຄິດ​ວ່າ​ຕົນ​ເອງບໍ່​ໄດ້​ປະ​ຕິ​ບັດ​ໄດ້​ຢ່າງ​ເຕັມ​ສ່ວນກໍ່​ຕາມກ່ຽວ​ກັບ​ຫຼັກ​ການ​ປົກ​ປ້ອງ​ລູກ​ຄ້າ.

[7] GoL/225, 06/04/2020.