Author: soysouvanh

ໃນລະຫວ່າງວັນທີ 12-16 ພຶດສະພາ 2026 ຜ່ານມານີ້, ຄະນະກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (Lao Access to Finance Fund – LAFF) ໄດ້ສໍາເລັດການເຄື່ອນໄຫວທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ຢູ່ ສະຫະພັນສະຫະກອນກະສິກຳແຫ່ງຊາດ (National Agricultural Cooperative Federation – NACF) ທີ່ນະຄອນຫຼວງໂຊ, ສາທາລະນະລັດ ເກົາຫຼີ, ນໍາພາໂດຍ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ, ຫົວໜ້າກົມບໍລິການທະນາຄານ ທະນາຄານແຫ່ງ ສປປ ລາວ ທັງເປັນຜູ້ອໍານວຍການກອງທຶນ LAFF, ພ້ອມດ້ວຍຄະນະຊີ້ນຳລວມ, ຫົວໜ້າພະແນກຄຸ້ມຄອງໜີ້ສິນ ກົມບໍລິການທະນາຄານ ແລະ ໜ່ວຍງານຄຸ້ມຄອງ-ບໍລິຫານກອງທຶນ LAFF ລວມທັງໝົດ 8 ທ່ານ.
ຈຸດປະສົງຂອງການໄປທັດສະນະສຶກສາແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນເພື່ອສຶກສາຮຽນຮູ້ ແລະ ແລກປ່ຽນປະສົບການກ່ຽວກັບ ກົນໄກການປ່ອຍສິນເຊື່ອ, ການຄຸ້ມຄອງຄວາມສ່ຽງ, ການພັດທະນາລະບົບການເງິນ, ການສົ່ງເສີມການເຂົ້າເຖິງແຫຼ່ງທຶນ, ການສ້າງຕ່ອງໂສ້ມູນຄ່າ ແລະ ລະບົບນິເວດທາງການກະສິກຳ ຕົ້ນທຶນຕ່ຳ, ຕະຫຼອດຮອດການນຳໃຊ້ນະວັດຕະກຳດິຈິຕອນເຂົ້າໃນການບໍລິການທາງການເງິນທີ່ທັນສະໄໝ; ທັງເປັນການເສີມສ້າງຄວາມອາດສາມາດໃຫ້ແກ່ຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ໃນການຖອດຖອນບົດຮຽນຈາກສາກົນ ເພື່ອນຳມາປັບໃຊ້ເຂົ້າໃນການບໍລິຫານຈັດການກອງທຶນໃຫ້ມີປະສິດທິພາບສູງສຸດ, ແນໃສ່ສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງຊາວກະສິກອນ ແລະ ຜູ້ປະກອບການໃນ ສປປ ລາວ ໃຫ້ໄດ້ຮັບການພັດທະນາໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.
ໃນໂອກາດດັ່ງກ່າວ, ຄະນະກອງທຶນໄດ້ເຂົ້າຮ່ວມປະຊຸມແລກປ່ຽນບົດຮຽນກັບ ສະຫະພັນສະຫະກອນກະສິກຳແຫ່ງຊາດ (NACF) ຫຼື NH Nonghyup ເຊິ່ງແມ່ນອົງກອນຕົວແບບດ້ານສະຫະກອນກະສິກຳທີ່ປະສົບຜົນສຳເລັດຢ່າງໂດດເດັ່ນຂອງປະເທດເກົາຫຼີໃຕ້. NACF ຖືກສ້າງຕັ້ງຂຶ້ນເພື່ອເປັນກົນໄກຫຼັກໃນການປົກປ້ອງສິດຜົນປະໂຫຍດ ແລະ ຍົກລະດັບຖານະທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳຂອງຊາວກະສິກອນ ໂດຍມີຈຸດປະສົງສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນ ເພື່ອໃຫ້ສາມາດກຸ້ມຕົນເອງ ແລະ ພັດທະນາອາຊີບກະສິກຳໃຫ້ມີຄວາມຍືນຍົງ. NACF ມີຮູບແບບການບໍລິຫານທຶນໂດຍການຈັດສັນຜົນກຳໄລສຸດທິຈາກທຸລະກິດການເງິນຂອງ NongHyup Bank (ທະນາຄານສະຫະກອນກະສິກຳ, ທຸລະກິດໃນເຄືອຂອງ NACF) ໝູນວຽນກັບຄືນມາເປັນກອງທຶນສະໜັບສະໜູນ ເພື່ອໃຊ້ໃນການພັດທະນາໂຄງສ້າງພື້ນຖານຊົນນະບົດ, ການຄົ້ນຄວ້າເຕັກໂນໂລຊີໃໝ່ ແລະ ການຄຸ້ມຄອງຄວາມສ່ຽງທາງດ້ານລາຍໄດ້, ເຮັດໃຫ້ຊາວກະສິກອນໄດ້ຮັບຜົນປະໂຫຍດສູງສຸດຈາກລະບົບສະຫະກອນແບບຍືນຍົງ.

ພ້ອມນີ້, ຄະນະຍັງໄດ້ຮັບຟັງການນຳສະເໜີກ່ຽວກັບໂຄງສ້າງການດຳເນີນງານ, ກົນໄກການສະໜັບສະໜູນດ້ານການເງິນ ແລະ ບົດບາດຂອງ NongHyup Bank ໃນການສົ່ງເສີມພາກກະສິກຳ ໂດຍສະເພາະແມ່ນກົນໄກການຈັດສັນແຫຼ່ງທຶນດອກເບ້ຍຕ່ຳຂອງລັດຖະບານເກົາຫຼີ ທີ່ຊ່ວຍໃຫ້ສະຫະກອນ ແລະ ຊາວກະສິກອນ ສາມາດເຂົ້າເຖິງທຶນໃນຕົ້ນທຶນທີ່ເໝາະສົມ ຄວບຄູ່ກັບການສ້າງລະບົບນິເວດທຸລະກິດຄົບວົງຈອນ (ຕັ້ງແຕ່ການຜະລິດ, ການແປຮູບ, ການຕະຫຼາດ ຈົນເຖິງການຈຳໜ່າຍ) ເພື່ອສ້າງມູນຄ່າເພີ່ມ ແລະ ຫຼຸດຜ່ອນຄວາມສ່ຽງໃຫ້ແກ່ຊາວກະສິກອນ. ນອກຈາກນັ້ນ, ຄະນະຍັງໄດ້ສຶກສາຮຽນຮູ້ກ່ຽວກັບການນຳໃຊ້ລະບົບການບໍລິການທາງການເງິນແບບດິຈິຕອນຂອງ NongHyup Bank ໂດຍສະເພາະແມ່ນແອັບພລິເຄຊັນ NH CokBank ແລະ Smart Banking ທີ່ໃຫ້ບໍລິການແກ່ປະຊາຊົນຢ່າງກວ້າງຂວາງຫຼາຍກວ່າ 13 ລ້ານຄົນ ໂດຍມີການພັດທະນາລະບົບໃຫ້ສາມາດເຂົ້າເຖິງໄດ້ງ່າຍສຳລັບຜູ້ໃຊ້ທຸກກຸ່ມ ເປັນຕົ້ນແມ່ນຜູ້ສູງອາຍຸ ແລະ ຄົນຕ່າງປະເທດ ເຊິ່ງຖືເປັນບົດຮຽນອັນລ້ຳຄ່າສຳລັບການພັດທະນາການເງິນດິຈິຕອນໃນ ສປປ ລາວ. ພ້ອມດຽວກັນນັ້ນ, ຄະນະຜູ້ແທນຍັງໄດ້ເຂົ້າຢ້ຽມຊົມຫົວໜ່ວຍທຸລະກິດໃນເຄືອຂອງ NACF ເຊັ່ນ: Hanaro Mart ແລະ ຟາມກະສິກຳ Anseong Farmland ເພື່ອສຶກສາຮູບແບບການເຊື່ອມໂຍງລະຫວ່າງການຜະລິດ, ການຕະຫຼາດ ແລະ ການທ່ອງທ່ຽວກະສິກຳ ພ້ອມທັງໄດ້ທັດສະນະສຶກສາ ພິພິທະພັນກະສິກຳແຫ່ງຊາດ ເຮັດໃຫ້ໄດ້ຮັບບົດຮຽນຕົວຈິງກ່ຽວກັບປະຫວັດສາດການພັດທະນາພາກກະສິກຳ ແລະ ບົດບາດຂອງສະຫະກອນໃນການພັດທະນາຊົນນະບົດຂອງ ສາທາລະນະລັດ ເກົາຫຼີ ຕື່ມອີກ.
 
ການທັດສະນະສຶກສາ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ຖືວ່າບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍໄດ້ຊ່ວຍໃຫ້ຄະນະກອງທຶນ LAFF ໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງຮອບດ້ານ ກ່ຽວກັບການຄຸ້ມຄອງສະຫະກອນ, ການບໍລິຫານຈັດການແຫຼ່ງທຶນດອກເບ້ຍຕ່ຳ, ການນຳໃຊ້ເຄື່ອງມືບໍລິການທາງການເງິນດິຈິຕອນ ແລະ ການສ້າງຕ່ອງໂສ້ມູນຄ່າທາງການກະສິກຳ. ເຊິ່ງບົດຮຽນທີ່ຖອດຖອນໄດ້ທັງໝົດນີ້ ຈະເປັນບ່ອນອີງ ແລະ ເປັນປະໂຫຍດຢ່າງຍິ່ງ ທີ່ຈະນຳມາຜັນຂະຫຍາຍ ເຂົ້າໃນການປັບປຸງນະໂຍບາຍ, ກົນໄກການປ່ອຍສິນເຊື່ອ ແລະ ການພັດທະນາຜະລິດຕະພັນການເງິນດິຈິຕອນ ຂອງກອງທຶນ LAFF, ແນໃສ່ສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງຊາວກະສິກອນ ແລະ ຜູ້ປະກອບການໃນ ສປປ ລາວ ໃຫ້ມີປະສິດທິຜົນ, ມີຄວາມເຂັ້ມແຂງ, ສາມາດກຸ້ມຕົນເອງ ແລະ ພັດທະນາອາຊີບໄດ້ຢ່າງຍືນຍົງ ຄືກັນກັບຕົວແບບຂອງສະຫະພັນສະຫະກອນກະສິກຳແຫ່ງຊາດ ເກົາຫຼີໃຕ້ ໃນອະນາຄົດ.
 
ພາບ-ຂ່າວ ໂດຍ: ນັນລະນີ ນາມນຸວົງ

            ກົມບໍລິການທະນາຄານ ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດ​ແຈ້ງ​ມາ​ຍັງ​ບັນດາ​ບໍລິສັດ ​ຊາບ​ວ່າ: ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ ຈະ​ໄດ້​ມີ​ການ​ເປີດຮັບ ໜັງສືສະແດງເຈດຈຳນົງໃນການສະໜອງການບໍລິການກວດສອບສໍາລັບ ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (Lao Access to Finance Fund- LAFF) ປະຈໍາປີ 2025, ເຊິ່ງຜູ້ທີ່ສົນໃຈເຂົ້າຮ່ວມ ຕ້ອງມີມາດຕະຖານ-ເງື່ອນໄຂ ດັ່ງ​ນີ້:

1. ມີໃບທະບຽນວິສາຫະກິດ ທີ່ຖືກຕ້ອງ ແລະ ນໍາໃຊ້ໄດ້ໃນປັດຈຸບັນ;

2. ມີໃບອະນຸຍາດດໍາເນີນທຸລະກິດ ທີ່ອອກໂດຍຂະແໜງການກ່ຽວຂ້ອງ ຢ່າງຖືກຕ້ອງ;

3. ມີເອກະສານຢັ້ງຢືນການປະຕິບັດພັນທະອາກອນ ຂອງສົກປີ 2024-2025 ແລະ ພັນທະອື່ນໆ ຕໍ່ລັດຖະບານຕາມລະບຽບກົດໝາຍ;

4. ມີປະສົບການ ແລະ ຜົນ​ງານ​ໃນ​ການ​ເຄື່ອ​ນ​ໄຫວ​ທຸ​ລະ​ກິດກວດສອບ​ ຢ່າງ​ໜ້ອຍ 5 ປີ ຂື້ນໄປ;

5. ຕ້ອງຈັດສັນພະນັກງານຂອງຕົນລົງກວດກາຕົວຈິງ ຢ່າງເປັນປະຈໍາ ຕະຫຼອດໄລຍະເວລາຕາມທີ່ກໍານົດ  ເພື່ອຮັບປະກັນ ໃຫ້ສາມາດຈັດຕັ້ງປະຕິບັດວຽກງານສໍາເລັດຕາມກອບເວລາ ທີ່ກໍານົດໄວ້;

6. ບໍລິສັດທີ່ມີຄວາມສົນໃຈໃນການສະໜອງການບໍລິການກວດສອບ ຕ້ອງເປັນບໍລິສັດທີ່ດໍາເນີນທຸລະກິດສອດ ຄ່ອງຕາມລະບຽບກົດໝາຍຂອງ ສປປ ລາວ.

ໝາຍເຫດ:

1. ບໍລິສັດທີ່ມີຄວາມສົນໃຈ ສາມາດສົ່ງ ໜັງສືສະແດງເຈດຈຳນົງ ປະກອບດ້ວຍ: ຂໍ້ສະເໜີດ້ານລາຄາ, ປະສົບການໃນການໃຫ້ບໍລິການ, ຂອບເຂດການກວດສອບ ແລະ ໄລຍະເວລາການກວດສອບ ມາຍັງກົມບໍລິການທະນາຄານ ທຫລ ຕັ້ງ​ຢູ່​ບ້ານ​ຊຽງ​ຍືນ, ເມືອງ​ຈັນ​ທະ​ບູ​ລີ, ນະ​ຄອນ​ຫຼວງວຽງ​ຈັນ, ໃນ​ໂມງ​ລັດ​ຖະ​ການກ່ອນວັນທີ 27 ມີນາ2026;

2. ການຊໍາລະຄ່າກວດສອບ ແລະ ອາກອນ  ແມ່ນຈະຊໍາລະເປັນເງິນກີບເທົ່ານັ້ນ;

ສາ​ມາດ​ດາວ​ໂຫຼດ TOR ໄດ້​ທີ່ Link:” 3.-Terms-of-Reference.pdf ” ຫຼື ສອບ​ຖາມ​ຂໍ້​ມູນ​ເພີ່ມ​ຕື່ມ ຕິດ​ຕໍ່ ທ່ານນ​. ສ້ອຍ​ສຸ​ວັນ​ ສີ​ບໍ​ລີ​ບູນ 020 22440559.

ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານເພື່ອຊາບ ແລະ ເຂົ້າຮ່ວມປະກວດລາຄາດັ່ງກ່າວດ້ວຍ.

ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (LAFF),  ໄດ້ສຳເລັດການເຄື່ອນໄຫວວຽກງານວິຊາການທີ່ສຳຄັນ ເພື່ອຍົກລະດັບການບໍລິການທາງການເງິນໃຫ້ທັນສະໄໝ ລະຫວ່າງວັນທີ 26 ມັງກອນ ຫາ 13 ກຸມພາ 2026 ທີ່ຜ່ານມາ.

ການເຄື່ອນໄຫວໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງ ໂຄງການລະບົບອາຫານກະສິກຳແບບຍືນຍົງ (SASSP) ພາຍໃຕ້ກອບການຊ່ວຍເຫຼືອດ້ານວິຊາການຂອງຈາກ ທະນາຄານພັດທະນາອາຊີ (ADB). ໃນ​ຄັ້ງ​ນີ້ ບໍ​ລິ​ສັດທີ່ປຶກສາປະ​ຈຳ​ໂຄງ​ການ GOPA-AFC ແລະ ທີມ​ງານ ຂອງກອງ​ທຶນ LAFF ໄດ້ລົງເຮັດວຽກຢ່າງໃກ້ຊິດກັບ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ (PFIs) ຂອງກອງທຶນ LAFF ແຕ່ລະແຫ່ງ.

ຈຸດປະສົງຂອງການເຄື່ອນໄຫວໃນຄັ້ງນີ້ແມ່ນ ເພືີ່ອຊ່ວຍສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ໃນການຂະຫຍາຍຮູບ​ແບບການໃຫ້ບໍລິການດ້ານການເງິນຜ່ານຊ່ອງທາງອອນລາຍ ໂດຍຈະມີ​ການປະເມີນສະພາບຕະຫຼາດ,ການນຳໃຊ້ ການເງິນຜ່ານມືຖື (Mobile Money) ແລະ ການເງິນດິຈິຕອນ(Digital Finance) ໃນ ສປປ ລາວ ຢ່າງຮອບດ້ານ, ພ້ອມທັງວິເຄາະອຸປະສັກ ແລະ ຄວາມທ້າທາຍດ້ານເຕັກໂນໂລຊີ ຂອງແຕ່ລະສະຖາບັນການເງິນ ເພື່ອເປັນພື້ນຖານໃນການສ້າງແຜນຍຸດທະສາດ ແລະ ແຜນການນຳໃຊ້ Mobile Money ໃຫ້ເໝາະສົມກັບບໍລິບົດຂອງສະຖາບັນການເງິນຂອງຕົນ, ພ້ອມທັງ ປຶກສາຫາລື ແລະ ວາງແນວທາງການນຳໃຊ້ລະບົບການເງິນຜ່ານໂທລະສັບມືຖື ເພື່ອເປັນຊ່ອງທາງໃນການຮັບ-ຈ່າຍເງິນກູ້ ທີ່ສະດວກສະບາຍໃຫ້ແກ່ລູກຄ້າ, ໂດຍສະເພາະແມ່ນຜູ້ທີ່ຢູ່ໃນເຂດຫ່າງໄກສອກຫຼີກ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ.

ການເຄື່ອນໄຫວໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນຂອງກອງທຶນ LAFF ໃນການສ້າງຄວາມເຂັ້ມແຂງດ້ານການນຳໃຊ້ Digital Finance ແລະ Mobile Money, ພ້ອມທັງຊ່ວຍໃຫ້ PFIs ສາມາດຫຼຸດຜ່ອນຕົ້ນທຶນການດຳເນີນງານ ແລະ ສາມາດຂະຫຍາຍການບໍລິການໄປສູ່ກຸ່ມເປົ້າໝາຍໄດ້ຢ່າງກວ້າງຂວາງກວ່າເກົ່າ.

ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (LAFF) ເຂົ້າຮ່ວມພິທີເປີດ ສາຂາແຂວງຫົວພັນ ຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈໍາປາລາວ, ພ້ອມທັງສາມາດບັນລຸການສະໜອງແຫຼ່ງທຶນກວມເອົາ 18 ແຂວງທົ່ວປະເທດ

ໃນຕອນບ່າຍຂອງວັນທີ 05 ກຸມພາ 2026, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ຈຳປາລາວ ເຊິ່ງເປັນຄູ່ຮ່ວມງານຂອງທຶນ LAFF ນັບແຕ່ປີ 2021 ເປັນຕົ້ນມາ ໄດ້ຈັດພິທີເປີດໃຫ້ບໍລິການສາຂາແຂວງຫົວພັນຢ່າງເປັນທາງການຂຶ້ນ ໂດຍມີຕົວແທນຈາກທີມງານກອງທຶນ LAFF ເຂົ້າຮ່ວມໃນພິທີດັ່ງກ່າວ.

ການເປີດສາຂາໃໝ່ໃນຄັ້ງນີ້ເປັນການຂະຫຍາຍຕາໜ່າງການບໍລິການເຂົ້າສູ່ແຂວງທີ 18 ຂອງກອງທຶນ LAFF ແລະ ເປັນອີກຊ່ອງທາງໜຶ່ງສຳຄັນທີ່ຊ່ວຍສົ່ງເສີມໃຫ້ການສະໜອງແຫຼ່ງທຶນ ກວມເອົາທຸກແຂວງທົ່ວປະເທດ (ທີ່ຜ່ານມາ 7 ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ແມ່ນສາມາດສະໜອງເງິນກູ້ກວມ 17 ແຂວງທົ່ວປະເທດ ຈາກທັງໝົດ 18 ແຂວງ ໃນນັ້ນແມ່ນຍັງແຂວງຫົວພັນ ຍັງບໍ່ມີການປ່ອຍກູ້ເທື່ອ). ດັ່ງນັ້ນ, ການເຄື່ອນໄຫວໃນຄັ້ງນີ້ ຈຶ່ງເປັນອີກຊ່ອງທາງໜຶ່ງທີ່ສຳຄັນທີ່ຈະຊ່ວຍສົ່ງເສີມໃຫ້ຜູ້ປະກອບການລາຍຍ່ອຍ ແລະ ປະຊາຊົນໃນແຂວງຫົວພັນ ສາມາດເຂົ້າເຖິງແຫຼ່ງທຶນທີ່ມີຄຸນນະພາບ ເພື່ອຊຸກຍູ້ການຜະລິດ, ສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ, ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດຢ່າງຍືນຍົງ.

ໃນລະຫວ່າງວັນທີ 03 – 07 ທັນວາ 2024 ທີ່ຜ່ານມານີ້, ຄະ​ນະ​ຄຸ້ມ​ຄອງ ແລະ ​ບໍ​ລິ​ຫານ ກອງ​ທຶນ LAFF_BoL ໄດ້ສຳເລັດການໄປທັດສະນະສຶກສາຖອດຖອນບົດຮຽນ ທີ່ທະນາຄານນະໂຍບາຍສັງຄົມ ຫວຽດນາມ (Vietnam Bank for Social Policies _VBSP) ຢູ່ປະເທດ ສສ.ຫວຽດນາມ ເພື່ອແລກປ່ຽນຄວາມຮູ້ ດ້ານການບໍລິຫານຈັດການກອງທຶນ, ການບໍລິການທາງດ້ານການເງິນ ແລະ ການພັດທະນາເຕັກໂນໂລຊີທາງດ້ານການເງິນແບບຍືນຍົງ.

ຜູ້ເຂົ້າຮ່ວມທັດສະນະສຶກສາໃນຄັ້ງນີ້ປະກອບມີທັງໝົດ 11 ທ່ານ ລວມມີ: ຄະນະຊີ້ນຳລວມກອງທຶນ, ໜ່ວຍງານຄຸ້ມຄອງ ແລະ ບໍລິຫານກອງທຶນ  ແລະ ພະນັກງານ ທະນາຄານແຫ່ງ ສປປ ລາວ, ເຊິ່ງໄດ້ມີການລົງຢ້ຽມຢາມສໍານັກງານໃຫຍ່ ແລະ ສາຂາຂອງ VBSP ຢູ່ແຂວງ ຮ່າໂນ້ຍ ແລະ ແຂວງໄຮຟອງ, ຈຸດປະສົງຂອງການໄປທັດສະນະສຶກສາໃນເທື່ອນີ້ ເພື່ອໃຫ້ຄະນະໄດ້ຮຽນຮູ້ກ່ຽວກັບການ ຄຸ້ມຄອງ ແລະ ບໍລິຫານຂອງ VBSP,ການສະໜອງສິນເຊື່ອໃຫ້ແກ່ຫົວໜ່ວຍຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs), ການເງິນສີຂຽວ (Green Financing) ແລະ ການເງິນດິຈິຕອນ (Digitat Finance).

ນອກຈາກນັ້ນ, ທາງຄະນະຍັງໄດ້ຮຽນຮູ້ກ່ຽວກັບ ການຄວບຄຸມຄວາມສ່ຽງ, ການນຳໃຊ້ Smart banking ເຂົ້າໃນການຕິດຕາມເງິນກູ້ ແລະ ຂະບວນການ ການປ່ອຍເງິນກູ້ທີ່ມີປະສິດທິພາບ, ຊຶ່ງການຢ້ຽມຢາມເທື່ອນີ້ໄດ້ເຮັດໃຫ້ຄະນະມີຄວາມເຂົ້າໃຈເລິກເຊິ່ງໃນການຄຸ້ມຄອງບໍລິຫານກອງທຶນ ໃຫ້ມີປະສິດທິພາບ,ລວມທັງການຂະຫຍາຍການໃຫ້ບໍລິການທາງການເງິນທີ່ທັນສະໄໝ  ການນຳໃຊ້ເຕັກໂນໂລຊີເພື່ອສະໜອງການບໍລິການດ້ານການເງິນທີ່ສາມາດເຂົ້າເຖິງຊຸມຊົນຫ່າງໄກສອກຫຼີກ ແລະ ການປະຕິບັດການຄຸ້ມຄອງຄວາມສ່ຽງຢ່າງຮອບດ້ານ,ເຊິ່ງບົດຮຽນເຫຼົ່ານີ້ຈະເປັນປະໂຫຍດຢ່າງຫຼວງຫຼາຍຕໍ່ການພັດທະນາກອງທຶນ LAFF ໃນອະນາຄົດ.

ພ້ອມນັ້ນ, ຄະ​ນະ​ກອງ​ທຶນ LAFF ກໍ່ໄດ້ພົບປະຜູ້ບໍລິຫານລະດັບສູງ ຂອງສາຂາ VBSP, ພະນັກງານ ແລະ ພະນັກງານລະດັບທ້ອງຖິ່ນ ເພື່ອແລກປ່ຽນປະສົບການໃນການຄຸ້ມຄອງການເງິນຈຸລະພາກ ໂດຍການເຂົ້າຢ້ຽມ  ຢາມສະຖານທີ່ຕົວຈິງຂອງໂຄງການທີ່ປະສົບຜົນສຳເລັດ ທີ່ໄດ້ຮັບການສະໜັບສະໜູນຈາກ VBSP ເຊັ່ນ: ການປູກພືດເສດຖະກິດແບບປະສົມປະສານ, ການປູກດອກໄມ້ເພື່ອການຄ້າ, ການປູກຝັງ ແລະ ລ້ຽງສັດ.

ຜົນໄດ້ຮັບໃນການໄປທັດສະນະສຶກສາ:ຜ່ານການທັດສະນະສຶກສາໃນຄັ້ງນີ້ ທາງຄະນະໄດ້ຮຽນຮູ້ບົດຮຽນທີ່ສຳຄັນໃນການຄຸ້ມຄອງບໍລິຫານ ແລະ ການດຳເນີນງານຂອງ VBSPໂດຍສະເພາະແມ່ນ ຜົນສຳເລັດຂອງຄວາມຢືນຍົງ ແລະຄວາມໂປ່ງໃສ. ນອກຈາກນັ້ນ,ຍັງຮຽນຮູ້ຂະບວນການສະໜອງສິນເຊື່ອໃຫ້ແກ່MSMEs,ການເງິນສີຂຽວ ແລະ ການເງີນດິຈິຕອນ,ພ້ອມທັງການເອົາໃຈໃສ່ກໍ່ສ້າງ ບຸກຄະລາກອນໃຫ້ມີຄວາມຊຳນານ, ມີຄວາມເຂົ້າໃຈແລະ ເປັນມືອາຊີບກ່ຽວກັບພື້ນຖານກະສິກຳເປັນຢ່າງດີ, ລວມທັງການ ຊ່ວຍເຫຼືອດ້ານເຕັກນິກວິຊາການ, ການໃຫ້ຂໍ້ມູນຂ່າວສານ,ການບໍລິການແບບຄອບຄົວ,ການອຳນວຍຄວາມສະດວກໃນການບໍລິການໃຫ້ແກ່ລູກຄ້າ ແລະ ອື່ນໆ.ສະນັ້ນ, ການໄດ້ມາຮຽນຮູ້ໃນຄັ້ງນີ້ ເປັນການຮຽນຮູ້ທີ່ລ້ຳຄ່າ ສາມາດຖອດຖອນບົດຮຽນດັ່ງກ່າວ ເພື່ອນຳໄປປັບໃຊ້ເຂົ້າໃນວຽກງານຂອງການບໍລິຫານກອງທຶນ LAFF ໃຫ້ມີປະສິດຜົນດີຍິ່ງຂຶ້ນ.

ພາບ-ຂ່າວໂດຍ: ສຸກລາຕີບົວຄ່າສິດ

ໃນວັນທີ 26 ເມສາ 2024 ທີ່ຜ່ານມາ ກອງ​ທຶນ​ສົ່ງ​ເສີມ​ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນໃນ ສ​ປ​ປ ລາວ (LAFF) ໄດ້ເຂົ້າຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາກ່ຽວກ​ັບ ການເງິນສີຂຽວ ຂອງໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄ​ສກ​ສ), ເຊິ່ງ​ຈັດ​ໂດຍ ກະ​ຊວງ​ກະ​ສິ​ກຳ​ແລະ​ປ່າ​ໄມ້ ທີ່ໂຮງແຮມດອນ​ຈັນ​ພາ​ເລດ, ນະຄອນຫຼວງວຽງຈັນ.

ໃນວັນທີ 23-24 ເມສາ 2024 ທີ່ຜ່ານມາ ກອງ​ທຶນ​ສົ່ງ​ເສີມ​ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນໃນ ສ​ປ​ປ ລາວ (LAFF) ໄດ້ເຂົ້າຮ່ວມຝຶກອົບຮົມຫົວຂໍ້ ການເງິນສີຂຽວ ຂອງໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄ​ສກ​ສ), ເຊິ່ງ​ຈັດ​ໂດຍ ກະ​ຊວງ​ກະ​ສິ​ກຳ​ແລະ​ປ່າ​ໄມ້ ທີ່ໂຮງແຮມເສດຖາປຣາລັດ, ນະຄອນຫຼວງວຽງຈັນ.