
09 ທ.ວ. ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ(ກອງທຶນ LAFF), ທະນາຄານແຫ່ງ ສປປ ລາວສຳເລັດການໄປທັດສະນະສຶກສາຖອດຖອນບົດຮຽນ ທີ່ທະນາຄານນະໂຍບາຍສັງຄົມ ຫວຽດນາມ (Vietnam Bank for Social Policies _VBSP) ຢູ່ທີ່ປະເທດ ສສ.ຫວຽດນາມ, ໃນລະຫວ່າງວັນທີ 03 – 07 ທັນວາ 2024

ໃນລະຫວ່າງວັນທີ 03 – 07 ທັນວາ 2024 ທີ່ຜ່ານມານີ້, ຄະນະຄຸ້ມຄອງ ແລະ ບໍລິຫານ ກອງທຶນ LAFF_BoL ໄດ້ສຳເລັດການໄປທັດສະນະສຶກສາຖອດຖອນບົດຮຽນ ທີ່ທະນາຄານນະໂຍບາຍສັງຄົມ ຫວຽດນາມ (Vietnam Bank for Social Policies _VBSP) ຢູ່ປະເທດ ສສ.ຫວຽດນາມ ເພື່ອແລກປ່ຽນຄວາມຮູ້ ດ້ານການບໍລິຫານຈັດການກອງທຶນ, ການບໍລິການທາງດ້ານການເງິນ ແລະ ການພັດທະນາເຕັກໂນໂລຊີທາງດ້ານການເງິນແບບຍືນຍົງ.
ຜູ້ເຂົ້າຮ່ວມທັດສະນະສຶກສາໃນຄັ້ງນີ້ປະກອບມີທັງໝົດ 11 ທ່ານ ລວມມີ: ຄະນະຊີ້ນຳລວມກອງທຶນ, ໜ່ວຍງານຄຸ້ມຄອງ ແລະ ບໍລິຫານກອງທຶນ ແລະ ພະນັກງານ ທະນາຄານແຫ່ງ ສປປ ລາວ, ເຊິ່ງໄດ້ມີການລົງຢ້ຽມຢາມສໍານັກງານໃຫຍ່ ແລະ ສາຂາຂອງ VBSP ຢູ່ແຂວງ ຮ່າໂນ້ຍ ແລະ ແຂວງໄຮຟອງ, ຈຸດປະສົງຂອງການໄປທັດສະນະສຶກສາໃນເທື່ອນີ້ ເພື່ອໃຫ້ຄະນະໄດ້ຮຽນຮູ້ກ່ຽວກັບການ ຄຸ້ມຄອງ ແລະ ບໍລິຫານຂອງ VBSP,ການສະໜອງສິນເຊື່ອໃຫ້ແກ່ຫົວໜ່ວຍຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs), ການເງິນສີຂຽວ (Green Financing) ແລະ ການເງິນດິຈິຕອນ (Digitat Finance).

ນອກຈາກນັ້ນ, ທາງຄະນະຍັງໄດ້ຮຽນຮູ້ກ່ຽວກັບ ການຄວບຄຸມຄວາມສ່ຽງ, ການນຳໃຊ້ Smart banking ເຂົ້າໃນການຕິດຕາມເງິນກູ້ ແລະ ຂະບວນການ ການປ່ອຍເງິນກູ້ທີ່ມີປະສິດທິພາບ, ຊຶ່ງການຢ້ຽມຢາມເທື່ອນີ້ໄດ້ເຮັດໃຫ້ຄະນະມີຄວາມເຂົ້າໃຈເລິກເຊິ່ງໃນການຄຸ້ມຄອງບໍລິຫານກອງທຶນ ໃຫ້ມີປະສິດທິພາບ,ລວມທັງການຂະຫຍາຍການໃຫ້ບໍລິການທາງການເງິນທີ່ທັນສະໄໝ ການນຳໃຊ້ເຕັກໂນໂລຊີເພື່ອສະໜອງການບໍລິການດ້ານການເງິນທີ່ສາມາດເຂົ້າເຖິງຊຸມຊົນຫ່າງໄກສອກຫຼີກ ແລະ ການປະຕິບັດການຄຸ້ມຄອງຄວາມສ່ຽງຢ່າງຮອບດ້ານ,ເຊິ່ງບົດຮຽນເຫຼົ່ານີ້ຈະເປັນປະໂຫຍດຢ່າງຫຼວງຫຼາຍຕໍ່ການພັດທະນາກອງທຶນ LAFF ໃນອະນາຄົດ.

ພ້ອມນັ້ນ, ຄະນະກອງທຶນ LAFF ກໍ່ໄດ້ພົບປະຜູ້ບໍລິຫານລະດັບສູງ ຂອງສາຂາ VBSP, ພະນັກງານ ແລະ ພະນັກງານລະດັບທ້ອງຖິ່ນ ເພື່ອແລກປ່ຽນປະສົບການໃນການຄຸ້ມຄອງການເງິນຈຸລະພາກ ໂດຍການເຂົ້າຢ້ຽມ ຢາມສະຖານທີ່ຕົວຈິງຂອງໂຄງການທີ່ປະສົບຜົນສຳເລັດ ທີ່ໄດ້ຮັບການສະໜັບສະໜູນຈາກ VBSP ເຊັ່ນ: ການປູກພືດເສດຖະກິດແບບປະສົມປະສານ, ການປູກດອກໄມ້ເພື່ອການຄ້າ, ການປູກຝັງ ແລະ ລ້ຽງສັດ.

ຜົນໄດ້ຮັບໃນການໄປທັດສະນະສຶກສາ:ຜ່ານການທັດສະນະສຶກສາໃນຄັ້ງນີ້ ທາງຄະນະໄດ້ຮຽນຮູ້ບົດຮຽນທີ່ສຳຄັນໃນການຄຸ້ມຄອງບໍລິຫານ ແລະ ການດຳເນີນງານຂອງ VBSPໂດຍສະເພາະແມ່ນ ຜົນສຳເລັດຂອງຄວາມຢືນຍົງ ແລະຄວາມໂປ່ງໃສ. ນອກຈາກນັ້ນ,ຍັງຮຽນຮູ້ຂະບວນການສະໜອງສິນເຊື່ອໃຫ້ແກ່MSMEs,ການເງິນສີຂຽວ ແລະ ການເງີນດິຈິຕອນ,ພ້ອມທັງການເອົາໃຈໃສ່ກໍ່ສ້າງ ບຸກຄະລາກອນໃຫ້ມີຄວາມຊຳນານ, ມີຄວາມເຂົ້າໃຈແລະ ເປັນມືອາຊີບກ່ຽວກັບພື້ນຖານກະສິກຳເປັນຢ່າງດີ, ລວມທັງການ ຊ່ວຍເຫຼືອດ້ານເຕັກນິກວິຊາການ, ການໃຫ້ຂໍ້ມູນຂ່າວສານ,ການບໍລິການແບບຄອບຄົວ,ການອຳນວຍຄວາມສະດວກໃນການບໍລິການໃຫ້ແກ່ລູກຄ້າ ແລະ ອື່ນໆ.ສະນັ້ນ, ການໄດ້ມາຮຽນຮູ້ໃນຄັ້ງນີ້ ເປັນການຮຽນຮູ້ທີ່ລ້ຳຄ່າ ສາມາດຖອດຖອນບົດຮຽນດັ່ງກ່າວ ເພື່ອນຳໄປປັບໃຊ້ເຂົ້າໃນວຽກງານຂອງການບໍລິຫານກອງທຶນ LAFF ໃຫ້ມີປະສິດຜົນດີຍິ່ງຂຶ້ນ.

ພາບ-ຂ່າວໂດຍ: ສຸກລາຕີບົວຄ່າສິດ