
On July 1-2 and 6-10 , 2026 , the LAFF Management and Administration Committee conducted inspections and monitoring of partner financial institutions, namely: ACLEDA Lao Bank Limited at Paksong Branch, Champasak Province and the Development Bank of Laos at the head office in Vientiane Capital Province, as well as assessing the lending capacity of new financial institutions, namely: Sai Phi Samphan Bank in Savannakhet Province and Champasak Bank of Laos in Champasak Province, led by the Deputy Head of the Credit Department, who is also the Head of the LAFF Secretariat, 03 LAFF staff and 01 staff member of the Non-Bank Financial Institutions Management Department. The purpose of this inspection and monitoring is to monitor the performance of partner financial institutions after receiving funds from the LAFF Fund and lending to retail customers to understand the overall situation of lending operations, benefits received from the Fund’s loans, advantages, difficulties and other problems encountered in the past. Also, assess the integrity due diligence of new financial institutions that are interested in applying for a loan from the LAFF Fund. In addition, new sources of loans from the Asian Development Bank (ADB) were announced for financial institutions to take note of.

ການລົງຢ້ຽມຢາມ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ທັງສີ່ ແມ່ນເປັນສະຖາບັນການເງິນທີ່ມີຄວາມມັ້ນຄົງ ແລະ ມີລະບົບການຄຸ້ມຄອງ ແລະ ບໍລິຫານງານທີ່ທັນສະໄໝ, ມີການດຳເນີນງານ ແລະ ຄວາມຮັບຜິດຊອບທີ່ໜ້າເຊື່ອຖື ພ້ອມທັງ ມີການສົ່ງເສີມ ແລະ ການກຳນົດ ການບໍລິການນະໂຍບາຍສິນເຊື່ອ ທີ່ຫຼາກຫຼາຍ ເພື່ອຮອງຮັບຄວາມຕ້ອງການຂອງປະຊາຊົນໃນຫຼາຍຮູບແບບ. ນອກຈາກນັ້ນ, ຍັງມີການຄຸ້ມຄອງສາຂາ ແລະ ໜ່ວຍບໍລິການ ຢູ່ໃນລະດັບທີ່ດີ.
ການຈັດຕັ້ງປະຕິບັດການປ່ອຍກູ້ ບ້ວງທຶນຈາກກອງທຶນ LAFF ໂດຍລວມເຫັນວ່າ ທັງສອງ ສະຖາບັນການເງິນ ແມ່ນເຮັດໄດ້ດີຫຼາຍ ສາມາດປ່ອຍອອກໝົດພາຍໃນໄລຍະເວລາອັນສັ້ນ ເພາະເປັນສະຖາບັນທີ່ມີປະສົບການ ໃນການປ່ອຍເງິນກູ້ໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs), ຊຶ່ງເຫັນໄດ້ຈາກການປ່ອຍກູ້ໄດ້ຕາມເງື່ອນໄຂຂອງກອງທຶນກຳນົດໄວ້. ແຕ່ເຖິງຢ່າງໃດກໍ່ຕາມ ສະຖາບັນການເງິນຫຼາຍແຫ່ງຍັງຄົງມີຄວາມຕ້ອງການແຫຼ່ງທຶນຈໍານວນຫຼາຍ ແລະ ດອກເບ້ຍຕໍ່າ.

ຄະນະໄດ້ລົງຢ້ຽມຢາມລູກຄ້າລາຍຍ່ອຍ, ເຊິ່ງເປັນຜູ້ປະກອບການດ້ານ ການປູກຜັກສວນຄົວ, ປູກກາເຟ ແລະ ຄ້າຂາຍ ທັງເປັນລູກຄ້າເກົ່າ ແລະ ໃໝ່ ນໍາໃຊ້ເງິນກູ້ ເພື່ອເປັນທຶນໝູນວຽນ ແລະ ຂະຫຍາຍທຸລະກິດ ເຊັ່ນ: ຊື້ແນວພັນຜັກ, ຊື້ຝຸ່ນ, ຈ້າງແຮງງານ, ຊື້້ລົດໃນການແກ່ຜັກໄປຂາຍ ແລະ ອື່ນໆ. ການຊໍາລະແມ່ນເປັນລາຍເດືອນ (ດອກເບ້ຍຫຼຸດລົງຕາມຕົ້ນທຶນ). ນອກຈາກນັ້ນ, ຍັງເກັບຕົ້ນທຶນ ແລະ ດອກເບ້ຍ ໂດຍອີງຕາມລາຍຮັບຕົວຈິງ ຫຼື ລະດູການເກັບກ່ຽວ ເພື່ອອຳນວຍຄວາມສະດວກໃຫ້ແກ່ຊາວກະສິກຳ ເຮັດໃຫ້ ພວກເຂົາເຈົ້າບໍ່ມີບັນຫາກ່ຽວກັບການຊໍາລະຄືນ ແລະ ອັດຕາດອກເບ້ຍ ສໍາລັບນະໂຍບາຍສິນເຊື່ອ ທີ່ຫຼາກຫຼາຍ ຂອງສະຖາບັນການເງິນ ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າລາຍຍ່ອຍໄດ້ຫຼາຍແບບ.

The success of this visit shows that financial institutions have brought loans from the LAFF fund to the local area to provide micro-enterprises or small and medium-sized producers with access to capital and favorable conditions. Customers are satisfied with the convenient and fast service. They are also very impressed with the service and are grateful for the opportunity to access financial services that have improved their lives.


ສະຖາບັນການເງິນທີ່ເປັນຄູ່ຮ່ວມງານເກົ່າ ແລະ ໃໝ່ ຍັງມີຄວາມຕ້ອງການແຫຼ່ງທຶນຈາກກອງທຶນ LAFF ເພື່ອນໍາມາໃຊ້ເປັນແຫຼ່ງທຶນປ່ອຍກູ້ໃຫ້ແກ່ຈຸນລະວິສາຫະກິດຂະນາດນ້ອຍ, ກາງ (MSMEs) ເຊີ່ງເປັນພາກສ່ວນທີ່ມີຄວາມຕ້ອງການເງິນກູ້ຢ່າງຫຼວງຫຼາຍ ແລະ ຍັງເປັນພາກສ່ວນທີ່ມີການສ້າງລາຍຮັບ ແລະ ສ້າງວຽກເຮັດງານທຳໃຫ້ແກ່ ປະຊາຊົນລາວຢ່າງຫຼວງຫຼາຍ ແຕ່ຍັງບໍ່ທັນ ໄດ້ຮັບການຕອບສະໜອງຢ່າງພຽງພໍເທື່ອ ໂດຍສະເພາະແມ່ນລູກຄ້າລາຍຍ່ອຍ ຂອງສະຖາບັນການເງິນ ຍັງຄົງມີຄວາມຕ້ອງການແຫຼ່ງທຶນດອກເບ້ຍຕໍ່າ ເພື່ອນໍາມາໃຊ້ເປັນທຶນ ເພື່ອຂະຫຍາຍທຸລະກິດຂອງເຂົາເຈົ້າ.
This field visit This field visit showed that the two partner financial institutions and the two new financial institutions have cooperated well, especially the cooperation from the management teams of the four financial institutions and related branches, along with all the retail customers who visited, making the visit a success as expected.






ກົມບໍລິການທະນາຄານ ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາບໍລິສັດ ຊາບວ່າ: ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ ຈະໄດ້ມີການເປີດຮັບ ໜັງສືສະແດງເຈດຈຳນົງໃນການສະໜອງການບໍລິການກວດສອບສໍາລັບ ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (Lao Access to Finance Fund- LAFF) ປະຈໍາປີ 2025, ເຊິ່ງຜູ້ທີ່ສົນໃຈເຂົ້າຮ່ວມ ຕ້ອງມີມາດຕະຖານ-ເງື່ອນໄຂ ດັ່ງນີ້:
1. ມີໃບທະບຽນວິສາຫະກິດ ທີ່ຖືກຕ້ອງ ແລະ ນໍາໃຊ້ໄດ້ໃນປັດຈຸບັນ;
2. ມີໃບອະນຸຍາດດໍາເນີນທຸລະກິດ ທີ່ອອກໂດຍຂະແໜງການກ່ຽວຂ້ອງ ຢ່າງຖືກຕ້ອງ;
3. ມີເອກະສານຢັ້ງຢືນການປະຕິບັດພັນທະອາກອນ ຂອງສົກປີ 2024-2025 ແລະ ພັນທະອື່ນໆ ຕໍ່ລັດຖະບານຕາມລະບຽບກົດໝາຍ;
4. ມີປະສົບການ ແລະ ຜົນງານໃນການເຄື່ອນໄຫວທຸລະກິດກວດສອບ ຢ່າງໜ້ອຍ 5 ປີ ຂື້ນໄປ;
5. ຕ້ອງຈັດສັນພະນັກງານຂອງຕົນລົງກວດກາຕົວຈິງ ຢ່າງເປັນປະຈໍາ ຕະຫຼອດໄລຍະເວລາຕາມທີ່ກໍານົດ ເພື່ອຮັບປະກັນ ໃຫ້ສາມາດຈັດຕັ້ງປະຕິບັດວຽກງານສໍາເລັດຕາມກອບເວລາ ທີ່ກໍານົດໄວ້;
6. ບໍລິສັດທີ່ມີຄວາມສົນໃຈໃນການສະໜອງການບໍລິການກວດສອບ ຕ້ອງເປັນບໍລິສັດທີ່ດໍາເນີນທຸລະກິດສອດ ຄ່ອງຕາມລະບຽບກົດໝາຍຂອງ ສປປ ລາວ.
ໝາຍເຫດ:
1. ບໍລິສັດທີ່ມີຄວາມສົນໃຈ ສາມາດສົ່ງ ໜັງສືສະແດງເຈດຈຳນົງ ປະກອບດ້ວຍ: ຂໍ້ສະເໜີດ້ານລາຄາ, ປະສົບການໃນການໃຫ້ບໍລິການ, ຂອບເຂດການກວດສອບ ແລະ ໄລຍະເວລາການກວດສອບ ມາຍັງກົມບໍລິການທະນາຄານ ທຫລ ຕັ້ງຢູ່ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໃນໂມງລັດຖະການກ່ອນວັນທີ 27 ມີນາ2026;
2. ການຊໍາລະຄ່າກວດສອບ ແລະ ອາກອນ ແມ່ນຈະຊໍາລະເປັນເງິນກີບເທົ່ານັ້ນ;
ສາມາດດາວໂຫຼດ TOR ໄດ້ທີ່ Link:” 3.-Terms-of-Reference.pdf ” ຫຼື ສອບຖາມຂໍ້ມູນເພີ່ມຕື່ມ ຕິດຕໍ່ ທ່ານນ. ສ້ອຍສຸວັນ ສີບໍລີບູນ 020 22440559.
ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານເພື່ອຊາບ ແລະ ເຂົ້າຮ່ວມປະກວດລາຄາດັ່ງກ່າວດ້ວຍ.
ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (LAFF), ໄດ້ສຳເລັດການເຄື່ອນໄຫວວຽກງານວິຊາການທີ່ສຳຄັນ ເພື່ອຍົກລະດັບການບໍລິການທາງການເງິນໃຫ້ທັນສະໄໝ ລະຫວ່າງວັນທີ 26 ມັງກອນ ຫາ 13 ກຸມພາ 2026 ທີ່ຜ່ານມາ.
ການເຄື່ອນໄຫວໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງ ໂຄງການລະບົບອາຫານກະສິກຳແບບຍືນຍົງ (SASSP) ພາຍໃຕ້ກອບການຊ່ວຍເຫຼືອດ້ານວິຊາການຂອງຈາກ ທະນາຄານພັດທະນາອາຊີ (ADB). ໃນຄັ້ງນີ້ ບໍລິສັດທີ່ປຶກສາປະຈຳໂຄງການ GOPA-AFC ແລະ ທີມງານ ຂອງກອງທຶນ LAFF ໄດ້ລົງເຮັດວຽກຢ່າງໃກ້ຊິດກັບ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ (PFIs) ຂອງກອງທຶນ LAFF ແຕ່ລະແຫ່ງ.
ຈຸດປະສົງຂອງການເຄື່ອນໄຫວໃນຄັ້ງນີ້ແມ່ນ ເພືີ່ອຊ່ວຍສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ໃນການຂະຫຍາຍຮູບແບບການໃຫ້ບໍລິການດ້ານການເງິນຜ່ານຊ່ອງທາງອອນລາຍ ໂດຍຈະມີການປະເມີນສະພາບຕະຫຼາດ,ການນຳໃຊ້ ການເງິນຜ່ານມືຖື (Mobile Money) ແລະ ການເງິນດິຈິຕອນ(Digital Finance) ໃນ ສປປ ລາວ ຢ່າງຮອບດ້ານ, ພ້ອມທັງວິເຄາະອຸປະສັກ ແລະ ຄວາມທ້າທາຍດ້ານເຕັກໂນໂລຊີ ຂອງແຕ່ລະສະຖາບັນການເງິນ ເພື່ອເປັນພື້ນຖານໃນການສ້າງແຜນຍຸດທະສາດ ແລະ ແຜນການນຳໃຊ້ Mobile Money ໃຫ້ເໝາະສົມກັບບໍລິບົດຂອງສະຖາບັນການເງິນຂອງຕົນ, ພ້ອມທັງ ປຶກສາຫາລື ແລະ ວາງແນວທາງການນຳໃຊ້ລະບົບການເງິນຜ່ານໂທລະສັບມືຖື ເພື່ອເປັນຊ່ອງທາງໃນການຮັບ-ຈ່າຍເງິນກູ້ ທີ່ສະດວກສະບາຍໃຫ້ແກ່ລູກຄ້າ, ໂດຍສະເພາະແມ່ນຜູ້ທີ່ຢູ່ໃນເຂດຫ່າງໄກສອກຫຼີກ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ.
ການເຄື່ອນໄຫວໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນຂອງກອງທຶນ LAFF ໃນການສ້າງຄວາມເຂັ້ມແຂງດ້ານການນຳໃຊ້ Digital Finance ແລະ Mobile Money, ພ້ອມທັງຊ່ວຍໃຫ້ PFIs ສາມາດຫຼຸດຜ່ອນຕົ້ນທຶນການດຳເນີນງານ ແລະ ສາມາດຂະຫຍາຍການບໍລິການໄປສູ່ກຸ່ມເປົ້າໝາຍໄດ້ຢ່າງກວ້າງຂວາງກວ່າເກົ່າ.





ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (LAFF) ເຂົ້າຮ່ວມພິທີເປີດ ສາຂາແຂວງຫົວພັນ ຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈໍາປາລາວ, ພ້ອມທັງສາມາດບັນລຸການສະໜອງແຫຼ່ງທຶນກວມເອົາ 18 ແຂວງທົ່ວປະເທດ

ໃນຕອນບ່າຍຂອງວັນທີ 05 ກຸມພາ 2026, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ຈຳປາລາວ ເຊິ່ງເປັນຄູ່ຮ່ວມງານຂອງທຶນ LAFF ນັບແຕ່ປີ 2021 ເປັນຕົ້ນມາ ໄດ້ຈັດພິທີເປີດໃຫ້ບໍລິການສາຂາແຂວງຫົວພັນຢ່າງເປັນທາງການຂຶ້ນ ໂດຍມີຕົວແທນຈາກທີມງານກອງທຶນ LAFF ເຂົ້າຮ່ວມໃນພິທີດັ່ງກ່າວ.
ການເປີດສາຂາໃໝ່ໃນຄັ້ງນີ້ເປັນການຂະຫຍາຍຕາໜ່າງການບໍລິການເຂົ້າສູ່ແຂວງທີ 18 ຂອງກອງທຶນ LAFF ແລະ ເປັນອີກຊ່ອງທາງໜຶ່ງສຳຄັນທີ່ຊ່ວຍສົ່ງເສີມໃຫ້ການສະໜອງແຫຼ່ງທຶນ ກວມເອົາທຸກແຂວງທົ່ວປະເທດ (ທີ່ຜ່ານມາ 7 ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ແມ່ນສາມາດສະໜອງເງິນກູ້ກວມ 17 ແຂວງທົ່ວປະເທດ ຈາກທັງໝົດ 18 ແຂວງ ໃນນັ້ນແມ່ນຍັງແຂວງຫົວພັນ ຍັງບໍ່ມີການປ່ອຍກູ້ເທື່ອ). ດັ່ງນັ້ນ, ການເຄື່ອນໄຫວໃນຄັ້ງນີ້ ຈຶ່ງເປັນອີກຊ່ອງທາງໜຶ່ງທີ່ສຳຄັນທີ່ຈະຊ່ວຍສົ່ງເສີມໃຫ້ຜູ້ປະກອບການລາຍຍ່ອຍ ແລະ ປະຊາຊົນໃນແຂວງຫົວພັນ ສາມາດເຂົ້າເຖິງແຫຼ່ງທຶນທີ່ມີຄຸນນະພາບ ເພື່ອຊຸກຍູ້ການຜະລິດ, ສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ, ທັງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດຢ່າງຍືນຍົງ.
“Project Completion Meeting on Implementation of Microfinance in Rural Areas for Lao Access to Finance Fund_ LAFF Phase II”.

ໃນວັນທີ 12 ທັນວາ 2025 ທີ່ໂຮງແຮມຄຣາວພ່າຊ່າ ໄດ້ຈັດກອງປະຊຸມ ສະຫຼຸບຜົນສໍາເລັດ ການຈັດຕັ້ງປະຕິບັດວຽກງານຂອງ ກອງທຶນສົ່ງເສີມການເຂົ້າເຖິງ ແຫຼ່ງທຶນໃນ ສປປ ລາວ ໄລຍະທີ 2 ຂຶ້ນ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທຫລ, ຫົວໜ້າຄະນະຊີ້ນໍາລວມກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ ແລະ ທ່ານ ອູນລິກ ແກຣິງເກີ, ຫົວໜ້າການຮ່ວມມືເພື່ອການພັດທະນາ, ສະຖານທູດແຫ່ງສາທາລະນະລັດ ສະຫະພັນເຍຍລະມັນ, ນະຄອນຫຼວງວຽງຈັນ. ກອງປະຊຸມໃນຄັ້ງນີ້ ໄດ້ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງມີ ຜູ້ອໍານວຍການໃຫຍ່ ທະນາຄານເພື່ອການພັດທະນາຂອງປະເທດເຍຍລະມັນ ປະຈຳປະເທດລາວ, ຫວຽດນາມ ແລະ ກຳປູເຈຍ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ທີ່ປະກອບໃນຄະນະຊີ້ນໍາລວມກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ ຕາງໜ້າຈາກກະຊວງກ່ຽວຂ້ອງ ແລະ ຕາງໜ້າຈາກອົງການຈັດຕັ້ງສາກົນ, ຄະນະອໍານວຍການທະນາຄານທຸລະກິດ ແລະ ສາຖາບັນການເງິນທີ່ບໍ່ແມ່ນທະນາຄານ ເຂົ້າຮ່ວມທັງໝົດຫຼາຍກວ່າ 40 ທ່ານ.
ຈຸດປະສົງຕົ້ນຕໍຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການສະຫຼຸບຜົນສຳເລັດການຈັດຕັ້ງປະຕິບັດວຽກງານຜ່ານມາຂອງກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (ກອງທຶນ LAFF) ຊຶ່ງເປັນກອງທຶນທີ່ໄດ້ຮັບເງິນຊ່ວຍເຫຼືອລ້າຈາກລັດຖະບານເຢຍລະມັນ ເປັນຜູ້ໃຫ້ທຶນ ໂດຍຜ່ານທະນາຄານ ເພື່ອການພັດທະນາຂອງປະເທດເຢຍລະມັນ (KfW Development Bank) ແລະ ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ ໃນນາມເປັນຜູ້ຮັບທຶນ ແລະ ດໍາເນີນງານພາຍໃຕ້ການຄຸ້ມຄອງ ແລະ ບໍລິຫານ ຂອງທະນາຄານແຫ່ງ ສປປ ລາວ ນັບແຕ່ເດືອນ ມີນາ ປີ 2014 ເປັນຕົ້ນມາ, ທຶນທີ່ໄດ້ຮັບທັງໝົດແມ່ນມີ 2 ໄລຍະ ລວມທັງໝົດຈໍານວນ 10.6 ລ້ານເອີໂຣ, ໃນນັ້ນ ຈຳນວນ 9 ລ້ານເອີໂຣ ເປັນທຶນປ່ອຍກູ້ໃຫ້ຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໂດຍຜ່ານ ສະຖາບັນການເງິນທີ່ເຂົ້າຮ່ວມໂຄງການ ແລະ ຈຳນວນ 1.6 ລ້ານເອີໂຣ ແມ່ນນໍາໃຊ້ສໍາລັບວຽກງານສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ແກ່ພະນັກງານກອງທຶນ ເເລະ ສະຖາບັນການເງິນທີ່ເຂົ້າຮ່ວມ;
ໃນກອງປະຊຸມ ຄະນະປະທານກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຊຶ່ງດຳເນີນໄປຢ່າງມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງ ທີ່ທາງຜູ້ໃຫ້ທຶນກໍານົດໄວ້ ສະແດງອອກຈາກບັນດາຕົວຊີ້ວັດ ເປັນຕົ້ນ: ມີ 7 ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ, ກວມເອົາ 18 ແຂວງທົ່ວປະເທດ, ຍອດສິນເຊື່ອສະສົມ 537.21 ຕື້ກີບ, ໜີ້້ NPLs 0.69%, ສິນເຊື່ອໃຫ້ຂະແໜງກະສິກໍາ ກວມເອົາ 46.83%, ການປ່ອຍກູ້ໃຫ້ເພດຍິງ ກວມເອົາ 57.49%.

ນອກຈາກນີ້, ທີ່ປະຊຸມຍັງໄດ້ຮັບຟັງການນໍາສະເໜີ ຈາກຕາງໜ້າສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ກ່ຽວກັບການນຳໃຊ້ເງິນທຶນທີ່ໄດ້ຮັບຈາກກອງທຶນ LAFF ທີ່ຜ່ານມາ, ພ້ອມທັງໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ ເຊິ່ງກັນ ແລະ ກັນ ທີ່ເປັນປະໂຫຍດໃນການປັບປຸງວຽກງານໃນໂຄງການດັ່ງກ່າວ ເພື່ອເປັນການກໍານົດທິດທາງການດໍາເນີນວຽກງານ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ຍືນຍົງ.
ພ້ອມນັ້ນ, ໃນກອງປະຊຸມຍັງໄດ້ມີວາລະມອບ-ຮັບໂຄງການ ຢ່າງເປັນທາງການ ຈາກ ທະນາຄານເພື່ອການພັດທະນາຂອງປະເທດເຍຍລະມັນ ຕາງໜ້າໂດຍທ່ານ ດາເນວ ແພນເກີແມນ, ຜູ້ອໍານວຍການໃຫຍ່ ທະນາຄານເພື່ອການພັດທະນາຂອງປະເທດເຍຍລະມັນ ປະຈຳປະເທດລາວ, ຫວຽດນາມ ແລະ ກໍາປູເຈຍ ຂຶ້ນກ່າວມອບ, ສໍາລັບທະນາຄານແຫ່ງ ສປປ ລາວ ຕ່າງໜ້າຂຶ້້ນກ່າວຮັບໂດຍ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການທະນາຄານ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນເຂດຊົນນະບົດ ແລະ ໄດ້ຖືໂອກາດນີ້ ມອບໃບຍ້ອງຍໍ ຂັ້ນຜູ້ວ່າການທະນາຄານແຫ່ງ ສປປ ລາວ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ ທະນາຄານເພື່ອການພັດທະນາຂອງປະເທດເຍຍລະມັນ ທີ່ໄດ້ໃຫ້ການຮ່ວມມື, ຊ່ວຍເຫຼືອ ເປັນຂົວຕໍ່ປະສານງານ ໃນການສະໜອງແຫຼ່ງທຶນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງບໍລິຫານກອງທຶນ LAFF ຕະຫຼອດໄລຍະຜ່ານມາ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ເປັນຢ່າງສູງແກ່ ລັດຖະບານ ສ. ເຢຍລະມັນ ກໍ່ຄື KfW ທີ່ໄດ້ໃຫ້ການສະໜັບໜູນໃນຫຼາຍໆດ້ານເປັນຕົ້ນດ້ານທຶນ, ຄັດເລືອກຊ່ຽວຊານທີ່ປຶກສາ, ຖ່າຍຖອດບົດຮຽນ ແລະ ປະສົບການ ໃຫ້ແກ່ພະນັກງານຂອງ ທຫລ ແລະ ບັນດາສະຖາບັນການເງິນທີ່ເປັນຄູ່ຮ່ວມງານ, ເຖິງວ່າໂຄງການຈະສິ້ນສຸດຮັບການຊ່ວຍເຫຼືອຈາກທາງ ລັດຖະບານ ສ. ເຢຍລະມັນ ກໍ່ຄື KfW ກໍ່ຕາມ ທຫລ ຈະສືບຕໍ່ຊອກຫາແຫຼ່ງທຶນທີ່ມີເງື່ອນໄຂ ເພື່ອສືບຕໍ່ເຄື່ອນໄຫວວຽກງານຂອງກອງທຶຶນໃຫ້ມີຄວາມຍືນຍົງ, ມີການຄຸ້ມຄອງທີ່ດີ, ມີປະສິດທິຜົນ ຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້.


ພາບ-ຂ່າວ ໂດຍ: LAFF

ໃນລະຫວ່າງວັນທີ 03-06 ທັນວາ 2025 ຜ່ານມານີ້, ກອງທຶນ LAFF ໄດ້ສໍາເລັດການທັດສະນະສຶກສາແລກປ່ຽນບົດຮຽນ ຢູ່ ທະນາຄານເພື່ອການພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ ມາເລເຊຍ (SME Bank Malaysia) ແຂວງ ກົວລາລຳເປີ ປະເທດມາເລເຊຍ, ນໍາພາໂດຍ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການທະນາຄານ, ທະນາຄານແຫ່ງ ສປປ ລາວ ທັງເປັນຜູ້ອໍານວຍການກອງທຶນ LAFF, ການໄປທັດສະນະສຶກສາໃນຄັ້ງນີ້ປະກອບມີ ຄະນະຊີ້ນໍາລວມກອງທຶນ ຈຳນວນ 4 ທ່ານ, ໜ່ວຍງານຄຸ້ມຄອງ ແລະ ບໍລິຫານກອງທຶນ ຈຳນວນ 4 ທ່ານ ແລະ ພະນັກງານວິຊາການ ກົມບໍລິການທະນາຄານ ພະແນກຄຸ້ມຄອງໜີ້ສິນ ຈຳນວນ 1 ທ່ານ ລວມທັງໝົດ ຈໍານວນ 09 ທ່ານ.
ຈຸດປະສົງຂອງການໄປທັດສະນະສຶກສາແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນໜຶ່ງໃນວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ ຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ເພື່ອເພີ່ມທະວີຄວາມອາດສາມາດໃຫ້ແກ່ພະນັກ ງານ ແລະ ຄະນະຜູ້ທີ່ຮັບຜິດຊອບວຽກງານຄຸ້ມຄອງ ແລະ ບໍລິຫານກອງທຶນ ໄດ້ນໍາເອົາບົດຮຽນທີ່ສໍາຄັນ ມາປັບໃຊ້ເຂົ້າໃນວຽກງານຄຸ້ມຄອງ ແລະ ບໍລິຫານກອງທຶນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃຫ້ດີຂຶ້ນໃນຕໍ່ໜ້າ.

ຄະນະຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ໄດ້ມີໂອກາດເຂົ້າຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ສຳນັກງານໃຫຍ່ SME Bank Malaysia, ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ Hamdan Mohd Habibollah ຮັກສາການຫົວໜ້າຝ່າຍກົນລະຍຸດ ພ້ອມດ້ວຍຄະນະບໍລິຫານງານຂອງ SME Bank Malaysia, ຊຶ່ງທາງຄະນະໄດ້ຮັບຟັງການບັນຍາຍກ່ຽວກັບພາບລວມ, ບົດບາດ, ແນວທາງການເຮັດວຽກ ແລະ ຜະລິດຕະພັນທາງການເງິນ ຢ່າງຕັ້ງໃຈ.

ທະນາຄານ SME Bank Malaysia ເປັນສະຖາບັນການເງິນສະເພາະກິດຂອງລັດຖະບານມາເລເຊຍ ທີ່ສ້າງຕັ້ງຂຶ້ນໂດຍລັດຖະບານໃນປີ 2005 ມີພາລະບົດບາດສໍາຄັນໃນການສົ່ງເສີມພັດທະນາ SMEs ແບບຄົບວົງຈອນ, ສະໜອງແຫຼ່ງທຶນ ແລະ ສະໜັັບສະໜູນຜູ້ປະກອບການ SMEs ໃນ 3 ຂະແໜງການຫຼັກກໍ່ຄື ການຜະລິດອຸດສາຫະກໍາ, ການບໍລິການ ແລະ ການກໍ່ສ້າງ ເພື່ອໃຫ້ສອດຄ່ອງກັບທິດທາງລວມຂອງປະເທດ, ມີການເຊື່ອມໂຍງຕະຫຼາດພາຍໃນ ແລະ ຕ່າງປະເທດ ພ້ອມທັງ ຮ່ວມມືກັບຄູ່ຮ່ວມງານໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ ການສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງຜູ້ປະກອບການ ທີ່ເປັນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໂດຍບໍ່ໄດ້ມຸ່ງເນັ້ນການສະແຫວງຫາຜົນກຳໄລ ແຕ່ຍັງໃຫ້ຄວາມສຳຄັນຕໍ່ການປະກອບສ່ວນພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ບົດບາດຂອງການສະໜັບສະໜູນທາງການເງິນຄວບຄູ່ກັບການຕິດຕາມ ແລະ ການພັດທະນາທາງທຸລະກິດ ເພື່ອໃຫ້ SMEs ສາມາດເຕີບໂຕໄດ້ຢ່າງໝັ້ນຄົງ ແລະ ຍືນຍົງໃນໄລຍະຍາວ.

ພ້ອມກັນນັ້ນ, ຄະນະ ຍັງໄດ້ເຂົ້າພົບ ກັບລູກຄ້າຕົວແບບຂອງ SME Bank ເຊິ່ງເປັນລູກຄ້າ SMEs ທີ່ໄດ້ຮັບສິນເຊື່ອຈາກ SME Bank Malaysia ມູນຄ່າປະມານ 20 ລ້ານໂດລາສະຫະລັດ ເພື່ອນໍາໄປໃຊ້ໃນການຂະຫຍາຍກໍາລັງການຜະລິດ, ພັດທະນາເຕັກໂນໂລຊີ, ປັບປຸງມາດຕະຖານການຜະລິດ ແລະ ສົ່ງເສີມການແຂ່ງຂັນໃນຕະຫຼາດສາກົນ ໄດ້ແກ່ ບໍລິສັດ Agro 19 Berhad ເປັນບໍລິສັດຮັບກັ່ນ, ບັນຈຸ ແລະ ຈໍາໜ່າຍນໍ້າມັນພືດໂດຍເນັ້ນຕະຫຼາດພາຍໃນມາເລເຊຍ ແລະ ສົ່ງອອກໄປຕ່າງປະເທດຫຼາຍກວ່າ 20 ປະເທດທົ່ວໂລກ, ຊຶ່ງມີຜະລິດຕະພັນຫຼາກຫຼາຍ ເຊັ່ນ: ນ້ຳມັນໝາກພ້າວ, ນ້ຳມັນດອກຕາເວັນ, ນ້ຳມັນປາມ, ໄຂມັນພືດ, ເນີຍ, ເຂົ້າໜົມປັງ, ຄຣີມ, ເຄື່ອງປຸງ ແລະ ອື່ນໆ.

ຄະນະຍັງໄດ້ໄປຢ້ຽມຢາມ ໜ່ວຍງານພັດທະນາຜູ້ປະກອບການແຫ່ງຊາດ ຈຳກັດ (PUNB) ໃຫ້ກຽດຕ້ອນຮັບໂດຍ ທ່ານ Fauzi Zakaria ຜູ້ຈັດການຝ່າຍປະຕິບັດງານຂອງອົງກອນ ພ້ອມດ້ວຍຄະນະບໍລິຫານງານ, PUNB ເປັນ ໜ່ວຍງານພັດທະນາຜູ້ປະກອບການຢ່າງຄົບວົງຈອນ ດຳເນີນງານພາຍໃຕ້ມູນລະນິທິການລົງທຶນຂອງລັດຖະບານມາເລເຊຍ ມີບົດບາດສຳຄັນໃນການສົ່ງເສີມ ແລະ ພັດທະນາຜູ້ປະກອບການກຸ່ມຄົນ Bumiputera ມາຢ່າງຕໍ່ເນື່ອງຫຼາຍກວ່າ 30 ປີ ພາຍໃຕ້ການຕິດຕາມຢ່າງໃກ້ຊິດ ແລະ ໄດ້ຮັບການສະໜັບສະໜຸນດ້ານນະໂຍບາຍຈາກລັດຖະ ບານມາເລເຊຍ.

ໜ່ວຍງານPUNB ດຳເນີນງານພາຍໃຕ້ວິໄສທັດ ການເປັນອົງກອນແນວໜ້າ ດ້ານການພັດທະນາຜູ້ປະກອບການ ໂດຍໃຫ້ຄວາມສຳຄັນ ກັບການສ້າງຂີດຄວາມສາມາດໃຫ້ແກ່ຜູ້ປະກອບການ ເພື່ອສາມາດແຂ່ງຂັນໄດ້ຢ່າງຍືນຍົງ ຄວບຄູ່ກັບການສະໜັບສະໜູນດ້ານອະສັງຫາລິມະຊັບໃນການເປີດກວ້າງ ແລະ ເພີ່ມໂອກາດໃຫ້ຜູ້ປະກອບການສາມາດດຳເນີນທຸລະກິດໃນສະຖານທີ່ ທີ່ເໝາະສົມ ແລະ ພັດທະນາສັກກະຍະພາບຂອງຜູ້ປະກອບການໃຫ້ສາມາດແຂ່ງຂັນໄດ້ຢ່າງຍືນຍົງ.

ນອກຈາກການແລກປ່ຽນທາງວິຊາການແລ້ວທາງຄະນະຍັງໄດ້ເຂົ້າຢ້ຽມຊົມ ພິພິທະພັນ ແລະ ຫໍສະແດງສິນລະປະຂອງ ທະນາຄານກາງມາເລເຊຍ (Bank Negara Malaysia Museum and Art Gallery) ເພື່ອສຶກສາ ແລະ ຮຽນຮູ້ກ່ຽວກັບວິວັດທະນາການຂອງລະບົບເສດຖະກິດ ແລະ ລະບົບການເງິນຂອງປະເທດມາເລເຊຍ ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ, ໃນການຢ້ຽມຊົມ ຄະນະໄດ້ຢ້ຽມຢາມຫ້ອງວາງສະແດງດ້ານເສດຖະກິດ ແລະ ເງິນຕາ ເພື່ອເຂົ້າໃຈບົດບາດ ແລະ ໜ້າທີ່ຂອງທະນາຄານກາງມາເລເຊຍໃນການດຳເນີນນະໂຍບາຍທາງດ້ານການເງິນ, ການຮັກສາສະຖຽນລະພາບທາງການເງິນ ລວມເຖິງ ວິວັດທະນາການຂອງເງິນຕາມາເລເຊຍໃນແຕ່ລະ

ການທັດສະນະສຶກສາ ໃນວຽກງານສ້າງຄວາມເຂັ້ມແຂງ ໃຫ້ແກ່ກອງທຶນ ໃນຄັ້ງນີ້ ເຫັນວ່າ ຄະນະໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງຮອບດ້ານ ກ່ຽວກັບແນວທາງການດໍາເນີນງານຂອງທະນາຄານເພື່ອການພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ ຂອງ ປະເທດມາເລເຊຍ (SME Bank Malaysia) ແລະ ໜ່ວຍງານພັດທະນາຜູ້ປະກອບການແຫ່ງຊາດ ຈຳກັດ (PUNB) ທີ່ ປະເທດມາເລເຊຍ ຊຶ່ງການໄດ້ມາຮຽນຮູ້ໃນຄັ້ງນີ້ ເປັນການຮຽນຮູ້ທີ່ລ້ຳຄ່າຫຼາຍ ໃຫ້ແກ່ຄະນະກອງທຶນ LAFF ແລະ ສາມາດຖອດຖອນບົດຮຽນດັ່ງກ່າວ ເພື່ອນໍາເອົາໄປປັບໃຊ້ເຂົ້າໃນວຽກງານຂອງຕົນ. ນອກຈາກນັ້ນ, ຄະນະຍັງໄດ້ຮັບບົດຮຽນສຳຄັນຈາກ ຮູບແບບການຕິດຕາມ, ການສ້າງແຮງຈູງໃຈ ແລະ ການສົ່ງເສີມວິໃນທາງການເງິນ ຂອງ PUNB ເຊັ່ນ ການໃຫ້ສ່ວນຫຼຸດ ຫຼື ການຍົກເວ້ນດອກເບ້ຍເປັນການຊົ່ວຄາວ ເພື່ອຈູງໃຈໃຫ້ຜູ້ກູ້ຮັກສາວິໃນການຊຳລະໜີ້ ແລະ ສ້າງຄວາມຢືນຍົງໃຫ້ແກ່ກອງທຶນໃນລະຍະຍາວ.

ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ

ໃນວັນທີ 20-22 ສິງຫາ 2025 ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈໍາປາລາວ (ສກຈຮ ຈໍາປາລາວ) ໄດ້ຈັດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງດ້ານວິຊາການ ໃຫ້ແກ່ພະນັກງານສິນເຊື່ອ ຂອງຕົນ ພາຍໃຕ້ຫົວຂໍ້ ‘‘ການຕະຫຼາດ ທີ່ມີ ປະສິດທິພາບ ຊ່ວຍເພີ່ມຈໍານວນລູກຄ້າ ແລະ ການບໍລິຫານສິນເຊື່ອ ແບບມືອາຊີບ” ທີ່ ສໍານັກງານໃຫຍ່ ນະຄອນຫຼວງພະບາງ, ແຂວງນະຄອນຫຼວງພະບາງ, ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເປັນປະທານ ໂດຍທ່ານ ສຸພົນ ລາຊະພົນ ຜູ້ອຳນວຍການ ສກຈຮ ຈໍາປາລາວ ແລະ ເປັນປະທານຮ່ວມໂດຍທ່ານ ນາງ ສຸກລາຕີ ບົວຄ່າສິດ ນັກວິເຄາະການເງິນ ຈາກກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (ກອງທຶນ LAFF) ທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ແລະ ພະນັກນງານສິນເຊື່ອຈາກສໍານັກງານໃຫຍ່ ແລະ ໜ່ວຍບໍລິການທັງໝົດຂອງ ສກຈຮ ຈໍາປາລາວ ທີ່ຖືກເຊີນເຂົ້າຮ່ວມ ຈຳນວນ 29 ທ່ານ, ນັກວິທະຍາກອນຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດ ໂດຍທ່ານ ເພັດດາລາ ມະນີວົງ ອາຈານຈາກນະຄອນຫຼວງວຽງຈັນ, ເຊິ່ງການຝຶກອົບຮົມດັ່ງກ່າວ ໄດ້ຮັບການສະໜັບສະໜູນການສ້າງຄວາມເຂັ້ມແຂງດ້ານວິຊາການ ຮ່ວມຈາກກອງທຶນ LAFF.

ຈຸດປະສົງ ຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ ແລະ ຄວາມສາມາດ ໃຫ້ແກ່ ພະນັກງານ ສິນເຊື່ອ ຂອງ ສກຈຮ ຈໍາປາລາວ ລວມທັງໝົດ 04 ແຂວງຄື: ແຂວງ ຫົວພັນ, ແຂວງ ຊຽງຂວາງ, ແຂວງ ໄຊຍະບູລີ ແລະ ໜ່ວຍບໍລິການນໍ້າຖ້ວມໃຕ້ ແຂວງ ນະຄອນຫຼວງພະບາງ ເພື່ອນໍາເອົາບົດຮຽນໃນຄັ້ງນີ້ ໄປພັນຂະຫຍາຍກ່ຽວກັບ ວິທີການສ້າງກົນໄກຍຸດທະສາດການຕະຫຼາດ, ການວາງລະບຽບແບບແຜນ ແລະ ແຜນການຂະຫຍາຍລູກຄ້າໃໝ່ ລວມທັງ ການບໍລິຫານສິນເຊື່ອ ຢ່າງເປັນມືອາຊີບ ຕະຫຼອດຮອດ ການນໍາເອົາຄວາມຮູ້ໄປພັດທະນາອົງກອນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ຕໍ່ກັບການປ່ຽນແປງຂອງເສດຖະກິດ-ສັງຄົມໂດຍລວມ ໃນປັດຈຸບັນ.

ສກຈຮ ຈໍາປາລາວ ສ້າງຕັ້ງຂຶ້ນໃນປີ 2009 ມີສໍານັກງານໃຫຍ່ຕັ້ງຢູ່ ບ້ານມ້າ, ນະຄອນຫຼວງພະບາງ, ແຂວງ ນະຄອນ ຫຼວງພະບາງ ເປັນສະຖາບັນການເງິນໜຶ່ງທີ່ມີຄວາມໝັ້ນຄົງ ແລະ ມີລະບົບການບໍລິຫານ ແລະ ຄຸ້ມຄອງ ທີ່ເປັນມືອາຊີບ, ໃຫ້ການບໍລິການທາງດ້ານການເງິນໃນຫຼາຍຮູບແບບ, ມີປະສົບການໃນການປ່ອຍເງິນກູ້ໃຫ້ແກ່ຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs), ສກຈຮ ຈໍາປາລາວ ມີຄວາມຫ້າວຫັນໃນການບໍລິການລູກຄ້າດ້ວຍຄວາມເປັນກັນເອງ ແລະ ສະດວກວ່ອງໄວທັນໃຈ, ເຮັດໃຫ້ຜູ້ປະກອບການຈຸນລະວິສາຫະກິດ ຫຼື ຜູ້ຜະລິດຂະໜາດນ້ອຍໄດ້ມີໂອກາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍ. ນອກຈາກນັ້ນ, ຍັງມີຜະລິດຕະພັນເງິນຝາກທີ່ຫຼາກຫຼາຍ ໄວ້ໃຫ້ບໍລິການແກ່ລູກຄ້າ ທີ່ໃຫ້ຜົນຕອບແທນທີ່ເໝາະສົມ ແລະ ຄຸ້ມຄ່າ.
ກອງທຶນ LAFF ຮູ້ສຶກເປັນກຽດ ແລະ ພູມໃຈ ທີ່່ໄດ້ເປັນສ່ວນໜຶ່ງ ໃນການຮ່ວມສະໜັບສະໜູນ ການສົ່ງເສີມການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ກໍ່ຄື ສກຈຮ ຈໍາປາລາວ ໃນຄັ້ງນີ້, ໃນອານາຄົດ ຫວັງຢ່າງຍິ່ງວ່າ ກອງທຶນ LAFF ຈະໄດ້ມີໂອກາດ ສະໜັບສະໜູນທຶນເງິນກູ້ໃຫ້ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ ເພື່ອນໍາເອົາທຶນເງິນກູ້ລົງສູ່ພໍ່ແມ່ປະຊາຊົນ ທີ່ຢູ່ເຂດຫ່າງໄກຊອກຫຼີກ ໄດ້ມີໂອກາດເຂົ້ເຖິງແຫຼ່ງທຶນ ແລະ ມີການບໍລິການທີ່ສະດວກວ່ອງໄວ ແລະ ມີເງື່ອນໄຂທີ່ເໝາະສົມ.

ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເອກພັດທະນາ ໄດ້ຈັດຝຶກອົບຮົມ-ສໍາມະນາ ໃນວັນທີ 19 ສິງຫາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກັບຫົວໜ້າສູນ ຢູ່ໜ່ວຍບໍລິການຫຼວງພະບາງ, ແຂວງນະຄອນຫຼວງພະບາງ ພາຍໃຕ້ຫົວຂໍ້ ‘‘ຍຸດທະສາດການພັດທະນາການເງິນດີຈີຕອນ ເພື່ອເພີ່ມທະວີການເຂົ້າເຖິງການບໍລິການໃນຊຸມຊົນ”, ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເປັນປະທານ ໂດຍທ່ານ ລັດສະໝີ ຈັນທະລັງສີ ຜູ້ຈັດການເຂດ, ແລະ ທ່ານ ພິທັອບ ສີບຸນເຮືອງ ຫົວໜ້າພະແນກການຕະຫຼາດ ແລະ ປະຊາສຶກສາທາງດ້ານການເງິນເປັນຄູຝຶກ, ເປັນປະທານຮ່ວມໂດຍທ່ານນາງ ສຸກລາຕີ ບົວຄ່າສິດ ພ້ອມດ້ວຍຄະນະ ຈາກກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ, ທະນາຄານແຫ່ງ ສປປ ລາວ, ການຝຶກອົບຮົມຄັ້ງນີ້ໄດ້ມີຫົວໜ້າສູນເຂົ້າຮ່ວມ ຈຳນວນ 15 ທ່ານ.
ຈຸດປະສົງ ຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອສົ່ງເສີມໃຫ້ຫົວໜ້າສູນໄດ້ເຂົ້າໃຈ ແລະ ຮຽນຮູ້ລະບົບການເງິນດີຈີຕອນ ເພື່ອແນ່ໃສ່ຄວາມສະດວກສະບາຍ, ວ່ອງໄວ, ຄວາມໂປ່ງໃສ, ຄວາມປອດໄພ ແລະ ການຫຼຸດຜ່ອນຄວາມສ່ຽງ, ລວມທັງ ການເຂົ້າເຖິງການບໍລິການດ້ານການເງິນທີ່ດີກ່ວາ ສຳລັບລູກຄ້າຂອງ ສກຈຮ ເອກພັດທະນາ. ການຝຶກອົບຮົມດັ່ງກ່າວ ໄດ້ຮັບການສະໜັບສະໜູນຮ່ວມ ຈາກກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ ຫຼື ກອງທຶນ LAFF.

ສກຈຮ ເອກພັດທະນາ ເປັນສະຖາບັນການເງິນໜຶ່ງທີ່ມີຄວາມໝັ້ນຄົງ ແລະ ມີລະບົບການຄຸ້ມຄອງ ແລະ ບໍລິຫານງານທີ່ທັນສະໄໝ ແລະ ເປັນມືອາຊີບ, ນໍາໃຊ້ລະບົບໄອທີ ເຂົ້າມາຊ່ວຍໃນການບໍລິຫານອົງກອນ, ມີປະສົບການຫຼາຍໃນການປ່ອຍເງິນກູ້ໃຫ້ແກ່ຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs), ເຊິ່່ງເຫັນໄດ້ຈາກລູກຄ້າເງິນກູ້ຂອງສະຖາບັນການເງິນດັ່ງກ່າວ ແມ່ນຈຸນລະວິສາຫະກິດທີ່ທໍາການຜະລີດຂະໜາດນ້ອຍ, ສກຈຮ ເອກພັດທະນາ ມີຄວາມຫ້າວຫັນໃນການບໍລິການ, ບໍລິການລູກຄ້າດ້ວຍຄວາມເປັນກັນເອງ ແລະ ສະດວກວ່ອງໄວທັນໃຈ. ມີຜະລິດຕະພັນທາງການເງິນທີ່ຫຼາກຫຼາຍໄວ້ໃຫ້ບໍລິການລູກຄ້າ ທັງເງິນຝາກ ແລະ ເງິນກູ້ ທີ່ເໝາະສົມ, ເຮັດໃຫ້ຜູ້ປະກອບການຈຸນລະວິສາຫະກິດ ຫຼື ຜູ້ຜະລິດຂະໜາດນ້ອຍໄດ້ມີໂອກາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍ. ນອກຈາກນັ້ນ, ຍັງຕ້ອງການຫັນເປັນສີຂຽວ ໂດຍການນໍາໃຊ້ລົດໄຟຟ້າໃນການເຄື່ອນໄຫວວຽກງານ, ຫຼຸດຜ່ອນການນໍາໃຊ້ເຈ້ຍພາຍໃນອົງກອນ ດ້ວຍການນໍາໃຊ້ແອັບພິເຄຊັ່ນທີ່ທັນສະໄໝເຂົ້າໃນການເປີດບັນຊີ, ການປ່ອຍກູ້ ແລະ ອື່ນໆ. ປັດຈຸບັນ ສກຈຮ ເອກພັດທະນາ ເປັນຜູ້ນໍາໃຊ້ລະບົບການເງິນດີຈີຕອນທີ່ທັນສະໄໝກວ່າໜູ່.

ຜົນສໍາເລັດ ຂອງການຝຶກອົບຮົມຄັ້ງນີ້ ເຫັນວ່າ ສກຈຮ ເອກພັດທະນາ ບັນລຸຜົນສຳເລັດຕາມເປົ້າໝາຍທີ່ຕັ້ງໄວ້ໃນການສ້າງຄວາມເຂັ້ມແຂງດ້ານລະບົບການເງິນດີຈີຕອນ ໃຫ້ແກ່ ຫົວໜ້າສູນ ຂອງ ສກຈຮ ເອກພັດທະນາ ເພື່ອແນ່ໃສ່ ການເຂົ້າເຖິງການບໍລິການດ້ານການເງິນທີ່ ມີຄວາມສະດວກສະບາຍ, ວ່ອງໄວ, ຄວາມໂປ່ງໃສ, ຄວາມປອດໄພ ແລະ ການຫຼຸດຜ່ອນຄວາມສ່ຽງ ໃຫ້ແກ່ລູກຄ້າຂອງ ສກຈຮ ເອກພັດທະນາ.
ກອງທຶນ LAFF ຮູ້ສຶກເປັນກຽດ ແລະ ດີໃຈ ທີ່່ໄດ້ເປັນສ່ວນໜຶ່ງ ໃນການຮ່ວມສະໜັບສະໜູນ ການສົ່ງເສີມການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ກໍ່ຄື ສກຈຮ ເອກພັດທະນາ ໃນຄັ້ງນີ້, ໃນອານາຄົດ ຫວັງຢ່າງຍິ່ງວ່າ ກອງທຶນ LAFF ຈະໄດ້ມີໂອກາດ ສະໜັບສະໜູນທຶນເງິນກູ້ໃຫ້ແກ່ ສກຈຮ ເອກພັດທະນາ ເພື່ອນໍາເອົາທຶນເງິນກູ້ລົງສູ່ພໍ່ແມ່ປະຊາຊົນ ທີ່ຢູ່ເຂດຫ່າງໄກຊອກຫຼີກ ໄດ້ມີໂອກາດເຂົ້ເຖິງແຫຼ່ງທຶນ ແລະ ມີການບໍລິການທີ່ສະດວກວ່ອງໄວ ແລະ ມີເງື່ອນໄຂທີ່ເໝາະສົມ.
ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ