ກອງທຶນ LAFF ສໍາເລັດການທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ຢູ່ ສະຫະພັນສະຫະກອນກະສິກຳແຫ່ງຊາດ ເກົາຫຼີໃຕ້

ກອງທຶນ LAFF ສໍາເລັດການທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ຢູ່ ສະຫະພັນສະຫະກອນກະສິກຳແຫ່ງຊາດ ເກົາຫຼີໃຕ້

ໃນລະຫວ່າງວັນທີ 12-16 ພຶດສະພາ 2026 ຜ່ານມານີ້, ຄະນະກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (Lao Access to Finance Fund – LAFF) ໄດ້ສໍາເລັດການເຄື່ອນໄຫວທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ຢູ່ ສະຫະພັນສະຫະກອນກະສິກຳແຫ່ງຊາດ (National Agricultural Cooperative Federation – NACF) ທີ່ນະຄອນຫຼວງໂຊ, ສາທາລະນະລັດ ເກົາຫຼີ, ນໍາພາໂດຍ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ, ຫົວໜ້າກົມບໍລິການທະນາຄານ ທະນາຄານແຫ່ງ ສປປ ລາວ ທັງເປັນຜູ້ອໍານວຍການກອງທຶນ LAFF, ພ້ອມດ້ວຍຄະນະຊີ້ນຳລວມ, ຫົວໜ້າພະແນກຄຸ້ມຄອງໜີ້ສິນ ກົມບໍລິການທະນາຄານ ແລະ ໜ່ວຍງານຄຸ້ມຄອງ-ບໍລິຫານກອງທຶນ LAFF ລວມທັງໝົດ 8 ທ່ານ.
ຈຸດປະສົງຂອງການໄປທັດສະນະສຶກສາແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນເພື່ອສຶກສາຮຽນຮູ້ ແລະ ແລກປ່ຽນປະສົບການກ່ຽວກັບ ກົນໄກການປ່ອຍສິນເຊື່ອ, ການຄຸ້ມຄອງຄວາມສ່ຽງ, ການພັດທະນາລະບົບການເງິນ, ການສົ່ງເສີມການເຂົ້າເຖິງແຫຼ່ງທຶນ, ການສ້າງຕ່ອງໂສ້ມູນຄ່າ ແລະ ລະບົບນິເວດທາງການກະສິກຳ ຕົ້ນທຶນຕ່ຳ, ຕະຫຼອດຮອດການນຳໃຊ້ນະວັດຕະກຳດິຈິຕອນເຂົ້າໃນການບໍລິການທາງການເງິນທີ່ທັນສະໄໝ; ທັງເປັນການເສີມສ້າງຄວາມອາດສາມາດໃຫ້ແກ່ຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ໃນການຖອດຖອນບົດຮຽນຈາກສາກົນ ເພື່ອນຳມາປັບໃຊ້ເຂົ້າໃນການບໍລິຫານຈັດການກອງທຶນໃຫ້ມີປະສິດທິພາບສູງສຸດ, ແນໃສ່ສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງຊາວກະສິກອນ ແລະ ຜູ້ປະກອບການໃນ ສປປ ລາວ ໃຫ້ໄດ້ຮັບການພັດທະນາໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.
ໃນໂອກາດດັ່ງກ່າວ, ຄະນະກອງທຶນໄດ້ເຂົ້າຮ່ວມປະຊຸມແລກປ່ຽນບົດຮຽນກັບ ສະຫະພັນສະຫະກອນກະສິກຳແຫ່ງຊາດ (NACF) ຫຼື NH Nonghyup ເຊິ່ງແມ່ນອົງກອນຕົວແບບດ້ານສະຫະກອນກະສິກຳທີ່ປະສົບຜົນສຳເລັດຢ່າງໂດດເດັ່ນຂອງປະເທດເກົາຫຼີໃຕ້. NACF ຖືກສ້າງຕັ້ງຂຶ້ນເພື່ອເປັນກົນໄກຫຼັກໃນການປົກປ້ອງສິດຜົນປະໂຫຍດ ແລະ ຍົກລະດັບຖານະທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳຂອງຊາວກະສິກອນ ໂດຍມີຈຸດປະສົງສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນ ເພື່ອໃຫ້ສາມາດກຸ້ມຕົນເອງ ແລະ ພັດທະນາອາຊີບກະສິກຳໃຫ້ມີຄວາມຍືນຍົງ. NACF ມີຮູບແບບການບໍລິຫານທຶນໂດຍການຈັດສັນຜົນກຳໄລສຸດທິຈາກທຸລະກິດການເງິນຂອງ NongHyup Bank (ທະນາຄານສະຫະກອນກະສິກຳ, ທຸລະກິດໃນເຄືອຂອງ NACF) ໝູນວຽນກັບຄືນມາເປັນກອງທຶນສະໜັບສະໜູນ ເພື່ອໃຊ້ໃນການພັດທະນາໂຄງສ້າງພື້ນຖານຊົນນະບົດ, ການຄົ້ນຄວ້າເຕັກໂນໂລຊີໃໝ່ ແລະ ການຄຸ້ມຄອງຄວາມສ່ຽງທາງດ້ານລາຍໄດ້, ເຮັດໃຫ້ຊາວກະສິກອນໄດ້ຮັບຜົນປະໂຫຍດສູງສຸດຈາກລະບົບສະຫະກອນແບບຍືນຍົງ.

ພ້ອມນີ້, ຄະນະຍັງໄດ້ຮັບຟັງການນຳສະເໜີກ່ຽວກັບໂຄງສ້າງການດຳເນີນງານ, ກົນໄກການສະໜັບສະໜູນດ້ານການເງິນ ແລະ ບົດບາດຂອງ NongHyup Bank ໃນການສົ່ງເສີມພາກກະສິກຳ ໂດຍສະເພາະແມ່ນກົນໄກການຈັດສັນແຫຼ່ງທຶນດອກເບ້ຍຕ່ຳຂອງລັດຖະບານເກົາຫຼີ ທີ່ຊ່ວຍໃຫ້ສະຫະກອນ ແລະ ຊາວກະສິກອນ ສາມາດເຂົ້າເຖິງທຶນໃນຕົ້ນທຶນທີ່ເໝາະສົມ ຄວບຄູ່ກັບການສ້າງລະບົບນິເວດທຸລະກິດຄົບວົງຈອນ (ຕັ້ງແຕ່ການຜະລິດ, ການແປຮູບ, ການຕະຫຼາດ ຈົນເຖິງການຈຳໜ່າຍ) ເພື່ອສ້າງມູນຄ່າເພີ່ມ ແລະ ຫຼຸດຜ່ອນຄວາມສ່ຽງໃຫ້ແກ່ຊາວກະສິກອນ. ນອກຈາກນັ້ນ, ຄະນະຍັງໄດ້ສຶກສາຮຽນຮູ້ກ່ຽວກັບການນຳໃຊ້ລະບົບການບໍລິການທາງການເງິນແບບດິຈິຕອນຂອງ NongHyup Bank ໂດຍສະເພາະແມ່ນແອັບພລິເຄຊັນ NH CokBank ແລະ Smart Banking ທີ່ໃຫ້ບໍລິການແກ່ປະຊາຊົນຢ່າງກວ້າງຂວາງຫຼາຍກວ່າ 13 ລ້ານຄົນ ໂດຍມີການພັດທະນາລະບົບໃຫ້ສາມາດເຂົ້າເຖິງໄດ້ງ່າຍສຳລັບຜູ້ໃຊ້ທຸກກຸ່ມ ເປັນຕົ້ນແມ່ນຜູ້ສູງອາຍຸ ແລະ ຄົນຕ່າງປະເທດ ເຊິ່ງຖືເປັນບົດຮຽນອັນລ້ຳຄ່າສຳລັບການພັດທະນາການເງິນດິຈິຕອນໃນ ສປປ ລາວ. ພ້ອມດຽວກັນນັ້ນ, ຄະນະຜູ້ແທນຍັງໄດ້ເຂົ້າຢ້ຽມຊົມຫົວໜ່ວຍທຸລະກິດໃນເຄືອຂອງ NACF ເຊັ່ນ: Hanaro Mart ແລະ ຟາມກະສິກຳ Anseong Farmland ເພື່ອສຶກສາຮູບແບບການເຊື່ອມໂຍງລະຫວ່າງການຜະລິດ, ການຕະຫຼາດ ແລະ ການທ່ອງທ່ຽວກະສິກຳ ພ້ອມທັງໄດ້ທັດສະນະສຶກສາ ພິພິທະພັນກະສິກຳແຫ່ງຊາດ ເຮັດໃຫ້ໄດ້ຮັບບົດຮຽນຕົວຈິງກ່ຽວກັບປະຫວັດສາດການພັດທະນາພາກກະສິກຳ ແລະ ບົດບາດຂອງສະຫະກອນໃນການພັດທະນາຊົນນະບົດຂອງ ສາທາລະນະລັດ ເກົາຫຼີ ຕື່ມອີກ.
 
ການທັດສະນະສຶກສາ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ຖືວ່າບັນລຸຕາມຄາດໝາຍທີ່ວາງໄວ້ ໂດຍໄດ້ຊ່ວຍໃຫ້ຄະນະກອງທຶນ LAFF ໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງຮອບດ້ານ ກ່ຽວກັບການຄຸ້ມຄອງສະຫະກອນ, ການບໍລິຫານຈັດການແຫຼ່ງທຶນດອກເບ້ຍຕ່ຳ, ການນຳໃຊ້ເຄື່ອງມືບໍລິການທາງການເງິນດິຈິຕອນ ແລະ ການສ້າງຕ່ອງໂສ້ມູນຄ່າທາງການກະສິກຳ. ເຊິ່ງບົດຮຽນທີ່ຖອດຖອນໄດ້ທັງໝົດນີ້ ຈະເປັນບ່ອນອີງ ແລະ ເປັນປະໂຫຍດຢ່າງຍິ່ງ ທີ່ຈະນຳມາຜັນຂະຫຍາຍ ເຂົ້າໃນການປັບປຸງນະໂຍບາຍ, ກົນໄກການປ່ອຍສິນເຊື່ອ ແລະ ການພັດທະນາຜະລິດຕະພັນການເງິນດິຈິຕອນ ຂອງກອງທຶນ LAFF, ແນໃສ່ສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງຊາວກະສິກອນ ແລະ ຜູ້ປະກອບການໃນ ສປປ ລາວ ໃຫ້ມີປະສິດທິຜົນ, ມີຄວາມເຂັ້ມແຂງ, ສາມາດກຸ້ມຕົນເອງ ແລະ ພັດທະນາອາຊີບໄດ້ຢ່າງຍືນຍົງ ຄືກັນກັບຕົວແບບຂອງສະຫະພັນສະຫະກອນກະສິກຳແຫ່ງຊາດ ເກົາຫຼີໃຕ້ ໃນອະນາຄົດ.
 
ພາບ-ຂ່າວ ໂດຍ: ນັນລະນີ ນາມນຸວົງ