 
						09 ສ.ຫ. ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສສປ ລາວ (Lao Access to Finance Fund_LAFF)ສໍາເລັດ ທັດສະນະສຶກສາ ວຽກງານສ້າງຄວາມເຂັ້ມແຂງໃຫ້ ຄະນະຄຸ້ມຄອງ ແລະ ບໍລິຫານ ກອງທຶນ LAFF ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ, ຢູ່ ທະນາຄານອອມສິນ, ທີ່ ປະເທດໄທ ໃນວັນທີ 04-08ສິງຫາ2025.
ໃນວັນທີ 04-08 ສິງຫາ 2025 ຜ່ານມານີ້ ກອງທຶນ LAFF ໄດ້ໄປທັດສະນະສຶກສາແລກປ່ຽນບົດຮຽນ ໃນຫົວຂໍ້ ““ຜະລິດຕະພັນ ແລະ ໂປໂມຊັ່ນສິນເຊື່ອທຸລະກິດ SMEs”, “ນະໂຍບາຍກ່ຽວກັບ Go Green ແລະ Green Credit” ແລະ “ການວິເຄາະຄວາມສ່ຽງກ່ອນການປ່ອຍກູ້ (ດ້ານສິ່ງແວດລ້ອມ ແລະ ສັງຄົມ)” ທີ່ ທະນາຄານອອມສິນ (Government Savings Bank_GSB) ຢູ່ປະເທດໄທ, ນໍາພາໂດຍ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການທະນາຄານ, ທະນາຄານແຫ່ງ ສປປ ລາວ ທັງເປັນຜູ້ອຳນວຍການກອງທຶນ LAFF ພ້ອມດ້ວຍຜູ້ເຂົ້າຮ່ວມຈາກ ທັງໝົດ 24 ທ່ານ. ໃນນັ້ນ, ຈາກທະນາຄານ ແຫ່ງ ສປປ ລາວ 13 ທ່ານ ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF 11 ທ່ານ (ທະນາຄານ BIC, ທະນາຄານ SACOM, ສກຈຮ ເອກພັດທະນາ, ສກຈຮ ປະຕູຄຳ, ສກຈຮ ຈຳປາລາວ ແລະ ສກຈຮ ສິນຊັບເມືອງເໜືອ), ຊຶ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ພິລົມ ໂພຈະເລີນ ຜູ້ຊ່ວຍຜູ້ອຳນວຍການທະນາຄານອອມສິນ ພ້ອມດ້ວຍຄະນະບໍລິຫານງານຂອງທະນາຄານອອມສິນ.

ຈຸດປະສົງ ຂອງການໄປທັດສະນະສຶກສາໃນຄັ້ງນີ້ ແມ່ນກິດຈະກຳສ້າງຄວາມເຂັ້ມແຂງໃຫ້ແກ່ ຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານກອງທຶນ LAFF ເພື່ອເພີ່ມທະວີຄວາມອາດສາມາດໃຫ້ແກ່ພະນັກງານ ແລະ ຄະນະຜູ້ທີ່ຮັບຜິດຊອບວຽກງານຄຸ້ມຄອງ ແລະ ບໍລິຫານກອງທຶນ ໄດ້ນໍາເອົາບົດຮຽນທີ່ສໍາຄັນ ມາປັບໃຊ້ເຂົ້າໃນວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃຫ້ດີຂຶ້ນໃນຕໍ່ໜ້າ. ພິເສດແມ່ນ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານກອງທຶນ LAFF ໄດ້ຮຽນຮູ້ກ່ຽວກັບການຄຸ້ມຄອງບໍລິຫານ, ການດຳເນີນງານ, ຜະລິດຕະພັນ ແລະ ໂປໂມຊັ່ນສິນເຊື່ອທຸລະກິດ SMEs ພ້ອມທັງຮຽນຮູ້ ນະໂຍບາຍ Go Green ແລະ Green Credit” ແລະ “ການວິເຄາະຄວາມສ່ຽງກ່ອນການປ່ອຍກູ້ (ດ້ານສິ່ງແວດລ້ອມ ແລະ ສັງຄົມ, ລວມທັງການບໍລິຫານຄວາມສ່ຽງ, ການປົກປ້ອງລູກຄ້າ ແລະ ການບໍລິການດ້ວຍຄວາມໂປ່ງໃສ ແລະ ອື່ນໆ.

ການຢ້ຽມຢາມທະນາຄານອອມສິນ ຫຼື GSB ໃນເທື່ອນີ້ ທາງຄະນະໄດ້ຮັບຟັງການບັນຍາຍກ່ຽວກັບພາບລວມ, ບົດ ບາດ ແລະ ພາລະໜ້າທີ່ຂອງທະນາຄານອອມສິນ ພ້ອມກັບບັນດາຜະລິດຕະພັນສິນເຊື່ອ ແລະ ການປະເມີນຄວາມສ່ຽງ. ນອກຈາກນັ້ນ, ຄະນະກອງທຶນ ຍັງໄດ້ມີການແລກປ່ຽນ ກ່ຽວກັບພາບລວມ ແລະ ການເຄື່ອນໄຫວຂອງກອງທຶນ LAFF ໂດຍຫຍໍ້ ພ້ອມທັງໄດ້ມີການແລກປ່ຽນຄຳຄິດເຫັນລະຫ່ວາງ ສອງຝ່າຍດ້ວຍບັນຍາກາດທີ່ຟົດຟື້ນ.
ທະນາຄານອອມສິນ ສ້າງຕັ້ງຂຶ້ນໃນປີ ຄສ. 1958 ເປັນທະນາຄານຂອງລັດ ທີ່ແນໃສ່ສະໜັບສະໜູນແຫຼ່ງທຶນໃຫ້ແກ່ຜູ້ປະກອບການຂະໜາດນ້ອຍ ແລະ ກາງ (SMEs) ແລະ ປະຊາຊົນທົ່ວໄປ ເຊິ່ງຈຸດປະສົງການດໍາເນີນງານແມ່ນບໍ່ເນັ້ນຫວັງຜົນກຳໄລສູງສຸດ ແຕ່ເນັ້ນສ້າງຜົນປະໂຫຍດ ແລະ ໂອກາດທາງເສດຖະກິດໃຫ້ແກ່ສັງຄົມຢ່າງທົ່ວເຖິງ ເພື່ອຊ່ວຍຂັບເຄື່ອນເສດຖະກິດພາຍໃນປະເທດ ໂດຍການນຳໃຊ້ກຳໄລຈາກການດໍາເນີນທຸລະກິດໃນແຕ່ລະປີໄປໝຸນໃຊ້ໃນການສະໜັບສະໜຸນທຸລະກິດທີ່ເປັນທ່າແຮງສຳຄັນໃນການຂະຫຍາຍເສດຖະກິດ ແລະ ຊ່ວຍແກ້ໄຂປັນຫາ ສັງ ຄົມໃນຫຼາຍໆດ້ານ.

ທະນາຄານອອມສິນ ເປັນທະນາຄານຂອງລັດທີ່ມີໜ້າທີ່ໃນການສົ່ງເສີມການອອມ ແລະ ສະໜັບສະໜູນການເຂົ້າເຖິງແຫຼ່ງທຶນຂອງປະຊາຊົນ, ໄດ້ພັດທະນາຜະລິດຕະພັນການເງິນຫຼາຍຮູບແບບສຳລັບການສົ່ງເສີມອາຊີບ ແລະ ການພັດທະນາເສດຖະກິດ ໂດຍມີເປົ້າໝາຍເປັນສູນກາງການເງິນສຳລັບເຂດຊົນນະບົດ ແລະ ຊາວກະສິກຳ. ນະໂຍບາຍຂອງທະນາຄານອອມສິນແນໃສ່ການພັດທະນາຄວາມອາດສາມາດໃຫ້ແກ່ຊາວກະສິກຳ ຜ່ານສະຫະກອນ ແລະ ຜູ້ປະກອບການ ໂດຍການປັບປຸງຂະບວນການຜະລິດ, ເພີ່ມມູນຄ່າສິນຄ້າ, ແລະ ຍົກລະດັບກະສິກຳໃຫ້ເປັນ Smart Farming. ພ້ອມກັນນັ້ນ, ຍັງເປັນຜູ້ນຳໃນດ້ານການເງິນສີຂຽວ ໂດຍມີນະໂຍບາຍ “Go Green” ແລະ ສິນເຊື່ອສີຂຽວ (Green Credit) ເພື່ອສົ່ງເສີມການຮັກສາສິ່ງແວດລ້ອມ ແລະ ການເຮັດກະສິກຳແບບຢືນຢົງ ໂດຍມີການພິຈາລະນາເຖິງຜົນກະທົບຈາກ Climate Change ແລະ ສະພາບດິນຟ້າອາກາດຕ່າງໆ.

ບົດຮຽນທີ່ພາໃຫ້ທະນາຄານອອມສິນ ປະສົບຜົນສໍາເລັດ ແມ່ນມາຈາກການມີວິໃສທັດ ແລະ ຈຸດປະສົງ ທີ່ແນ່ນອນຊັດເຈນ ໂດຍສະເພາະແມ່ນການເປັນທະນາຄານເພື່ອສັງຄົມ ທີ່ນໍາເອົາກໍາໄລຈາການດໍາເນີນທຸລະກິດປົກກະຕິ ມາສະໜັບສະໜູນກິດຈະກໍາເພື່ອສັງຄົມ ພ້ອມທັງເນັ້ນໜັກໃສ່ 3 ດ້ານຄື: Planet: ເອົາໃຈໃສ່ບັນຫາສິ່ງແວດລ້ອມ; Profit: ບໍ່ເນັ້ນສ້າງກໍາໄລສູງສຸດ; People: ເອົາໃຈໃສ່ສົ່ງເສີມກິດຈະກໍາທີ່ສົ່ງຜົນປະໂຫຍດແກ່ສັງຄົມ. ທະນາຄານອອມສິນ ເນັ້ນການບໍລິຫານ ທີ່ໂປ່ງໃສ ກວດສອບໄດ້, ມີການສ້າງວັດທະນະທໍາໃຫ້ພະນັກງານຮັກອົງກອນ ແລະ ມີການຕັ້ງຕົວຊີ້ວັດໃນການດໍາເນີນງານ ໃນແຕ່ລະປີ ເພື່ອໃຫ້ບັນດາສາຂາ ຫຼື ໜ່ວຍບໍລິການ ນໍາເອົາໄປຈັດຕັ້ງປະຕິບັດ ພ້ອມທັງຈັດປະເພດ ແລະ ໃຫ້ລາງວັນແກ່ ສາຂາດີເດັ່ນປະຈໍາປີ ຊຶ່ງເປັນອີກແຮງຈູງໃຈໜຶ່ງໃຫ້ພະນັກງານ ກະຕື້ລື້ລົ້ນ ແລະ ເອົາໃຈໃສ່ປະຕິບັດໜ້າທີ່.

ຜົນສໍາເລັດຂອງວຽກງານສ້າງຄວາມເຂັ້ມແຂງ ໃນເທື່ອນີ້  ເຫັນວ່າ ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງຮອບດ້ານ ກ່ຽວກັບແນວທາງການດໍາເນີນງານທີ່ປະສົບຄວາມສໍາເລັດຂອງທະນາຄານອອມສິນ ໃນຖານະເປັນທະນາຄານທຸລະກິດລັດ ເພື່ອຮັບໃຊ້ສັງຄົມ ພ້ອມທັງໄດ້ເຫັນຕົວຢ່າງຜະລິດຕະພັນສິນເຊື່ອທີ່ຫຼາກຫຼາຍ ແລະ ມາດຕະການຊ່ວຍເຫຼືອລູກຄ້າທີວອງໄວ ໃນເວລາພົບກັບສະພາບວິກິດການບໍ່ຄາດຝັນ, ເຊິ່ງການໄດ້ມາຮຽນຮູ້ໃນຄັ້ງນີ້ ເປັນການຮຽນຮູ້ທີ່ລ້ຳຄ່າຫຼາຍ ໂດຍສະເພາະແມ່ນສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ສາມາດຮຽນຮູ້ ແລະ ຖອດຖອນເອົາບົດຮຽນສໍາຄັນ ໄປປັບໃຊ້ເຂົ້າໃນວຽກງານ ການພັດທະນາອົງກອນຂອງຕົນ ໃຫ້ດີຂຶ້ນໃນອານາຄົດ.

ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ
 
 			 