ກອງປະຊຸມ ​ “ການນຳສະເໜີ ກ່ຽວ​ກັບການສະໜອງທຶນເງິນກູ້ຂອງກອງທຶນ LAFF ໄລຍະ II ຮອບ 3 ໃຫ້ແກ່ສະຖາບັນການເງິນ ໃນ ສປປ ລາວ”

ກອງປະຊຸມ ​ “ການນຳສະເໜີ ກ່ຽວ​ກັບການສະໜອງທຶນເງິນກູ້ຂອງກອງທຶນ LAFF ໄລຍະ II ຮອບ 3 ໃຫ້ແກ່ສະຖາບັນການເງິນ ໃນ ສປປ ລາວ”

ໃນວັນທີ 03 ມີນາ 2023 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ຊັ້ນ IV ທຫລ, ນະຄອນຫຼວງວຽງຈັນ, ກົມບໍລິການ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມ​ນຳສະເໜີກ່ຽວກັບການສະ ໜອງທຶນເງິນກູ້ຂອງກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ “Lao Access to Finance Fund” LAFF ໄລຍະທີ II ຮອບ 3 ໃຫ້ແກ່ສະຖາບັນການເງິນທີ່ສົນໃຈຢືນໜັງສືສະແດງເຈດຈຳນົງເພື່ອສະເໜີ ຂໍຮັບທຶນເງິນກູ້ຈາກກອງທຶນ LAFF, ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ຄຳຫຼ້າ ເຮືອນມະນີວົງ ຮອງຫົວໜ້າກົມຄຸ້ມຄອງສະຖາບັນທະນາຄານທຸລະກິດ, ທັງເປັນຄະນະຊີ້ນຳກອງທຶນLAFF, ພ້ອມ ດ້ວຍຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ ແລະ ສະຖາບັນການເງິນທີ່ສົນໃຈເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນມື້ນີ້, ເພື່ອ​ນຳສະເໜີກ່ຽວກັບການສະໜອງທຶນເງິນກູ້ຂອງກອງ ທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ “Lao Access to Finance Fund” LAFF ໄລຍະທີ II ຮອບ 3 ໃຫ້ແກ່ສະຖາບັນການເງິນທີ່ສົນໃຈ ຢືນໜັງສືສະແດງເຈດຈຳນົງ ເພື່ອສະເໜີຂໍຮັບທຶນເງິນກູ້ ໄດ້ເຂົ້າໃຈ ກ່ຽວກັບເງື່ອນໄຂການຮັບທຶນເງິນກູ້, ຂັ້ນຕອນການສະເໜີຂໍທຶນ ແລະ ການອະນຸມັດທຶນ, ພ້ອມທັງ ຮັບຟັງບົດນຳສະເໜີ ການຂະຫຍາຍການບໍລິການ (ກໍລະນີສຶກສາ: ການຂະຫຍາຍການບໍລິການຂອງ ສກຈຮ ເອກພັດທະນາ).

ກອງທຶນ LAFF ເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານປະເທດ ເຢຍລະມັນ ໂດຍຜ່ານທະນາຄານເພື່ອການພັດທະນາຂອງປະເທດເຢຍລະມັນ ຫຼື KfW ໂຄງການດັ່ງກ່າວແມ່ນໄດ້ເລີ່ມຕົ້ນດ້ວຍການເຊັນສັນຍາຮ່ວມມືດ້ານການເງິນ ລະຫວ່າງ ລັດຖະບານຂອງປະເທດ ເຢຍລະມັນ ຕາງໜ້າໂດຍ ທະນາຄານເພື່ອການພັດທະນາຂອງປະເທດ ເຢຍລະມັນ ຫຼື KfW ແລະ ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ ໃນນາມເປັນຜູ້ຮັບທືນຊ່ວຍເຫຼືອ ແລະ ທະນາຄານແຫ່ງ ສປປ ລາວ ໃນນາມເປັນຜູ້ຄຸ້ມຄອງ ບໍລິຫານໂຄງການດ້ວຍເງິນຊ່ວຍເຫຼືອ ໄລຍະທີ I ຈຳນວນ 3 ລ້ານຢູໂຣ, ເຊີ່ງໄດ້ເຊັນສັນຍາໃນເດືອນ ມີນາ ປີ 2014 ແລະ ໄລຍະທີ II ຈໍານວນ 6 ລ້ານຢູໂຣ ເຊີ່ງໄດ້ເຊັນສັນຍາໃນເດືອນ ສິງຫາ ປີ 2020 ໂດຍມີເປົ້າໝາຍເພື່ອສ້າງເປັນກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໂດຍການສະໜອງທຶນເງິນກູ້ໄລຍະຍາວ ທີ່ເປັນສະກຸນເງິນກີບ ຕາມເງື່ອນໄຂຕະຫຼາດ ໃຫແກ່ ທະນາຄານທຸລະກິດ ແລະ ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ ທີ່ມີຄວາມເຂັ້ມແຂງດ້ານການດຳເນີນງານ, ດ້ານການເງິນ ແລະ ມີຍຸດທະສາດການປ່ອຍເງິນກູ້ຍ່ອຍໃຫ້ແກ່ກຸ່ມລູກຄ້າ MSMEs ທີ່ນອນໃນເຂດນອກພື້ນທີ່ສາມຕົວເມືອງໃຫຍ່ຂອງນະຄອນຫຼວງວຽງຈັນເຊັ່ນ: ຈັນທະບູລີ, ໄຊເສດຖາ ແລະ ສີສັດຕະນາກ ກອງທຶນ LAFF ດັ່ງກ່າວນີ້ ແມ່ນຕັ້ງຢູ່ກົມບໍລິການທະນາຄານ ຂອງ ທະນາຄານແຫ່ງ ສປປ ລາວ ແລະ ໃນໄລຍະຜ່ານມາໂຄງຮ່າງການຄຸ້ມຄອງບໍລິຫານກອງທຶນແມ່ນໄດ້ຮັບການຕົກລົງເຫັນດີຢ່າງເປັນທາງການຈາກອົງການຜູ້ໃຫ້ທຶນກໍ່ຄື KfW ແລະ ທຫລ ເພື່ອຮັບປະກັນເຮັດໃຫ້ການຄຸ້ມຄອງບໍລິຫານກອງທຶນດັ່ງກ່າວ ໃຫ້ມີປະສິດທິຜົນ ແລະ  ມີຄວາມໂປ່ງໄສ ພ້ອມທັງຮັບປະກັນເພື່ອເຮັດໃຫ້ກອງທຶນມີການຂະຫຍາຍຕົວ ເພື່ອເປີດໂອ ກາດໃຫ້ຫຼາຍທະນາຄານທຸ​ລະ​ກິດ ແລະ ສະຖາບັນການເງິນຈຸລະພາກທີ່ຮັບຝາກ ໄດ້ກູ້ຢືມທຶນຈາກກອງທຶນ ເພື່ອນຳໄປປ່ອຍກູ້ຕໍ່ໃຫ້ແກ່ MSMEs. ຮອດ​ປັດຈຸບັນ, ມີສະ​ຖາ​ບັນ​ການ​ເງິນ​ທີ່​ເປັນ​ຄູ່​ຮ່ວ​ມ​ງານ​ກັບ​ກອງ​ທຶນ ຈຳ​ນວນ 07 ສະ​ຖາ​ບັນການ​ເງິນ (3 ທະ​ນາ​ຄານ​ທຸ​ລະ​ກິດ ແລະ 4 ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ) ລວມຍອດວົງເງິນທີ່​ໄດ້​ອະ​ນຸ​ມັດແຕ່​ເລີ່ມ​ໂຄງ​ການ ຈົນ​ຮອດ​ປັດ​ຈຸ​ບັນ ​ມີ​ທັງ​ໝັດ 135 ຕື້​ກີບ.

ຂ່າວ-ພາບ: ສຸກລາຕີ ບົວຄ່າສິດ