ກອງທຶນ LAFF ສຳເລັດທັດສະນະສຶກສາແລກປ່ຽນບົດຮຽນ ທີ່ ທະນາຄານກາງຟີ​ລິບ​ປິນ (Bangko Sentral ng Pilipinas _BSP), ທະນາຄານແລນແບັງ (Land bank) ແລະ ສະຖາບັນການເງິນ ຢູ່ປະເທດ ຟິລິບປິນ, ວັນທີ 23-29 ຕຸລາ 2022

ໃນ​ວັນ​ທີ 23-29 ​ທັນວາ 2022 ຜ່ານມານີ້, ຄະ​ນະ​ຄຸ້ມ​ຄອງ ແລະ ​ບໍ​ລິ​ຫານກອງ​ທຶນ LAFF ​ໄດ້ໄປທັດສະນະສຶກສາແລກປ່ຽນບົດຮຽນທີ່ ທະນາຄານກາງຟີ​ລິບ​ປິນ (Bangko Sentral ng Pilipinas _BSP), ທະນາຄານແລນແບັງ (Landbank) ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມ ງານຂອງ  Landbank ຢູ່ປະເທດ ຟິລິບປິນ, ຊຶ່ງຄະນະເດີນທາງໄປໃນຄັ້ງນີ້ປະກອບມີ 5 ທ່ານ ນໍາພາໂດຍທ່ານ ພັນທະບູນ ໄຊຍະເພັດ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທັງເປັນຄະນະຊີ້

ນໍາລວມກອງທຶນ LAFF, ພ້ອມດ້ວຍຮອງ​ຫົວ​ໜ້າ​ພະ​ແນກ​ສິນ​ເຊື່ອ ທັງ​ເປັນ​ຫົວ​ໜ້າກອງ​ເລ​ຂາ​ກອງ

​ທຶນ LAFF 1 ທ່ານ, ພະນັກງານປະຈໍາ​ຂອງກອງ​ທຶນ LAFF 2 ທ່ານ ແລະ ທີມ​ງານ​ທີ່​ປຶກ​ສາຈາກ AFC 1 ທ່ານ, ​ຊຶ່ງໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານຫົວໜ້າກົມຄົ້ນຄວ້າ ແລະ ຄຸ້ມຄອງນະໂຍບາຍ ທະນາຄານກາງຟິລິບປິນ ພ້ອມດ້ວຍຄະນະ, ທ່ານ ຜູ້ອຳນວຍການໃຫຍ່ຂອງ Land bank  ພ້ອມດ້ວຍຄະນະ ແລະ ຜູ້ອຳນວຍການ 03 ສະຖາບັນການເງິນຈຸລະພາກທີ່ເປັນຄູ່ ຮ່ວມງານ ຂອງLandbank. ຈຸດປະສົງຂອງການໄປທັດສະນະສຶກສາໃນຄັ້ງນີ້ ເພື່ອຮຽນຮູ້ແລກປ່ຽນປະສົບການໃນການຄຸ້ມຄອງບໍລິຫານ ແລະ ການດຳເນີນງານ ທີ່ຄ້າຍຄື ກອງທຶນ LAFF ໂດຍສະເພາະແມ່ນການຮຽນ ຮູ້ນຳ ທະນາຄານ Landbank ຢູ່ປະເທດ ຟີລິບປິນ ເພື່ອນຳເອົາບົດຮຽນດັ່ງກ່າວ ມາປັບໃຊ້ໃນການຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ໃຫ້​ມີ​ຄວາມ​ຍືນ​ຍົງ ພ້ອມທັງເປັນການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານຂອງກອງທຶນ.

ການເຄື່ອນໄຫວທັດສະນະສຶກສາທີ່ ທະນາຄານກາງຟິລິບປິນ Banko Sentral NG Pilipinas_BSP ເປັນປະເທດທີ່ມີການແບ່ງຂັ້ນຄຸ້ມຄອງຂອງແຕ່ລະສະຖາບັນການເງິນຢ່າງຈະແຈ້ງ ເຊັ່ນ: ① ທະນາຄານກາງ BSP ຮັບຜິດຊອບໃນການຄຸ້ມຄອງ ແລະ ອອກໃບອະນຸຍາດສ້າງຕັ້ງທະນາຄານທຸລະກິດ; ‚ ອົງກອນພັດທະນາສະຫະກອນ Cooperative Development Authority  ຮັບຜິດຊອບໃນການຄຸ້ມຄອງ ແລະ ອອກໃບອະນຸຍາດສ້າງຕັ້ງສະຖາບັນການເງິນຈຸລະພາກ; ແລະ ƒ ຄະນະກໍາມະການຄຸ້ມຄອງຫຼັກຊັບ Security Commission ຮັບຜິດຊອບໃນການຄຸ້ມຄອງຫຼັກຊັບ ແລະ ອອກໃບອະນຸຍາດສ້າງຕັ້ງຕະຫຼາດຫຼັກຊັບ ແລະ ບໍລິສັດຈົດທະບຽນ.

ການເຄື່ອນໄຫວທັດສະນະສຶກສາທີ່ ທະນາຄານ LandBank ເປັນທະນາຄານທຸລະກິດລັດ ອັນດັບ 2 ໃນປະເທດຟິລີບປິນ ສ້າງຕັ້ງຂຶ້ນ ໃນວັນທີ 8 ສິງຫາ 1963 ສ້າງຂຶ້ນເພື່ອຈຸດປະສົງປະຕິບັດໂຄງການປະຕິຮູບທີ່ດິນ (Land Reform Programme), ຊຶ່ງລັດສະໜັບສະໜູນແຫຼ່ງທຶນ ໃນການໃຫ້ປະຊາຊົນກູ້ຢືມເງິນ ເພື່ອໄປຊື້ທີ່ດິນ ເປັນທີ່ຢູ່ອາໄສ ແລະ ທໍາມາຫາກິນ. ປັດຈຸບັນມີ ສາຂາຢູ່ 687 ແຫ່ງ, ພະນັກງານ 12.617 ຄົນ ແລະ ມີຊັບສິນ 2,7 ພັນຕື້ເປໂຊ. ນອກນັ້ນ, ທາງ LandBank

ໄດ້ຊ່ວຍລັດຖະບານປະຕິບັດໜ້າທີ່ອື່ນເປັນຕົ້ນ: ເບີກຈ່າຍເງິນເດືອນໃຫ້ພະນັກງານລັດຖະກອນຜ່ານ LandBank ກວມເອົາ 94%, ຂາຍພັນທະບັດລັດຖະບານຜ່ານ Online platform. ນອກຈາກນີ້, ຍັງເປັນທະນາຄານທີ່ສະໜອງເງິນກູ້ໃຫ້ແກ່ຂະແໜງກະສິກໍາຫຼາຍທີ່ສຸດ. ພ້ອມທັງຍັງສະໜັບສະໜູນແຫຼ່ງທຶນທຸກຕ່ອງໂສ້ງ, ຮູບຂອງການຜະລິດກະສິກໍາແບບຄົບວົງຈອນ. ສໍາລັບການອະນຸມັດສິນເຊື່ອ ແມ່ນໄດ້ມີການຫຼຸດຜ່ອນຂັ້ນຕອນລົງ ເພື່ອໃຫ້ລູກຄ້າໄດ້ເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ ເປັນຕົ້ນ: ເອກະສານ ທີ່ຕ້ອງປະກອບບໍ່ໃຫ້ເກີນ 3 ໜ້າ, ສາມາດກູ້ປ່ອຍໃນຮູບແບບ online, ອັນຕາດອກເບ້ຍ ສະເລ່ຍ 5%-6%, ພ້ອມທັງມີການລົງໄປຫາລູກຄ້າເພື່ອຕິດຕາມ ແລະ ໃຫ້ການແນະນໍາຢູ່ສະເໝີ. ປັດຈຸບັນ  LandBank ຍັງໄດ້ໃຫ້ການບໍລິການ ໃນຮູບແບບ Digital Banking Channel, ການຂະຫຍາຍສິນເຊື່ອໃຫ້ຂະແໜງການອື່ນໆ ໂດຍສະເພາະແມ່ນຂະແໜງພະລັງງານ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ການດຳເນີນການບໍລິຫານການປ່ອຍກູ້ແບບມອບເໝົາ ໃຫ້ແກ່​ຂະ​ແໜງ​ການເງິນຈຸລະພາກ ໂດຍສະເພາະ Coo-perative ໃນການສະໜອງສິນເຊື່ອໃຫ້ແກ່ຈຸລະວິສາຫະກິດ, ວິສາຫະກິດຂະໜາດ ນ້ອຍ ແລະ ກາງ (MSME).

ການເຄື່ອນໄຫວທັດສະນະສຶກສາທີ່ ສະມາຄົມການເງິນຈຸລະພາກຢູ່ປະເທດ ຟິລິບປິນ ປະກອບມີ 3 ປະເພດຄື: Rural/Thrift/Micro Finance Banks; ‚NGOs ແລະ ƒCooperative (ສະຫະກອນ), ຊຶ່ງຕົວເລກຮອດເດືອນ 10/2022 ມີຈໍານວນ 3.000 ກວ່າແຫ່ງ. ໃນນັ້ນ, ຫຼາຍກວ່າໝູ່ແມ່ນໃນຮູບແບບ Cooperative ກວມເອົາ 65%, ສ່ວນຮູບແບບ Rural /Thrift /Microfinance Banks ກວມເອົາ 30% ແລະ ຮູບແບບ NGOs ກວມເອົາ 15%. ເຖິງຈະເປັນໃນຮູບແບບສະຖາບັນການເງິນແຕ່ການບໍລິການ ແມ່ນທຽບເທົ່າກັບທະນາຄານທຸລະກິດ ແຕ່ຈະເນັ້ນໃສ່ລູກຄ້າລາຍນ້ອຍເປັນຫຼັກມີການເຂົ້າຫາລູກຄ້າ, ມີການເຜີຍແຜ່ຈັດຝຶກອົບຮົມ ໃຫ້ຄວາມຮູ້ປະຊາສຶກສາທາງດ້ານການເງິນ, ມີການຊ່ວຍໃຫ້ຄໍາປຶກສາທາງດ້ານເຕັກນິກ ແລະ ຊອກຕະຫຼາດ ເພື່ອເປັນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ ເຮັດໃຫ້ໃຫ້​ມີ​ຄວາມ​ຍືນ​ຍົງ;

– National Confederation of Cooperative (NATCCO) ເປັນສະຫະພັນສະຫະກອນທີ່ໃຫຍ່ທີ່ສຸດໃນປະເທດຟີລິບປິນ ມີສະມາຊິກ ທີ່ເປັນສະຫະກອນ ຈໍານວນ 760 ແຫ່ງ ສ້າງຕັ້ງໂດຍໜ່ວຍ ງານຮັບຝາກ ແລະ ປ່ອຍສິນເຊື່ອ  ອົງການບໍ່ຂຶ້ນກັບລັດຖະບານ ແລະ ມີແຫຼ່ງທຶນມາຈາກການປະ ກອບຂອງສະມາຊິກ ພ້ອມທັງທຶນຊ່ວຍເຫຼືອລ້າ. ຈຸດປະສົງ ເພື່ອສະໜັບສະໜູນແຫຼ່ງທຶນໃຫ້ປະຊາ ຊົນ ທໍາການຜະລິດ ເພື່ອໃຫ້ມີຄຸນນະພາບຊີວິດທີ່ດີຂຶ້ນ. NATCCO ໃຫ້ການບໍລິການໃນຫຼາຍຜະລິດຕະພັນ ເປັນຕົ້ນ: ຮັບຝາກ, ປ່ອຍສິນເຊື່ອ, ຮັບໂອນພາຍໃນ ພ້ອມທັງຮັບໂອນເງິນມາຈາກຕ່າງປະເທດ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ເຮັດວຽກເຜີຍແຜ່ປະຊາສຶກສາທາງດ້ານການເງິນ, ການເປັນທີ່ປຶກສາ ແລະ ຈັດຝຶກອົບຮົມໃຫ້ຫົວໜ່ວຍທຸລະກິດຢ່າງເປັນປະຈໍາ.

ການລົງຢ້ຽມຢາມລູກຄ້າຕົວແບບ Goldwin Corp ໃນວັນທີ 27 ຕຸລາ 2022, ຊຶ່ງ ເປັນບໍລິ ສັດຜະລິດສະບູ ທີ່ໄດ້ຮັບການສະໜັບສະໜູນຈາກ Land Bank ແລະ ຮັບຟັງບັນຍາຍ ກ່ຽວກັບ ສະພາບ ລວມ, ຂະບວນການ ແລະ ຂັ້ນຕອນການຜະລິດສະບູ ຈົນເຖິງເປັນຜະລິດຕະ ພັນສຳເລັດຮູບ ແລະ ພ້ອມຈຳໜ່າຍ ໂດຍເຫັນໄດ້ວ່າກ່ອນໄດ້ຮັບທຶນຈາກ LandBank ບໍລິສັດດັ່ງກ່າວ ເປັນທຸລະກິດຂະໜາດນ້ອຍ (ທຸລະກິດຄອບຄົວ) ມີ 2-3 ຜະລິດຕະພັນ, ມີແຮງງານພຽງ 10 ຄົນ ເທົ່ານັ້ນ ແລະ ຜະລິດເພື່ອຂາຍພາຍໃນປະເທດ, ແຕ່ພາຍຫຼັງໄດ້ຮັບການສະໜັບສະໜູນຈາກ LandBank, ບໍລິສັດສາມາດຂະຫຍາຍມາເປັນ ທຸລະກິດຂະໜາດກາງ, ມີຫຼາຍຜະລິດຕະພັນ  ພ້ອມທັງມີໂຮງງານຜະລິດເຄື່ອງສໍາອ່າງ, ມີພະນັກງານ 90 ຄົນ ແລະ ສາມາດຜະລິດເພື່ອສົ່ງອອກຂາຍໄປຕ່າງປະເທດ.

ຜົນສຳເລັດໃນການທັດສະນະສຶກສາຖອດຖອນບົດຮຽນຢູ່ ປະເທດຟິລິບປິນ ໃນຄັ້ງນີ້ເຫັນ ວ່າ ຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF_LMU ໄດ້ຮຽນຮູ້ຫຼາຍຢ່າງ ກ່ຽວກັບພາບລວມຂອງສະຖາບັນການເງິນໃນປະເທດຟິລີບປິນ ໂດຍສະເພາະແມ່ນການເຄື່ນໄຫວໃນຮູບແບບການເງິນຈຸລະພາກ ແລະ ສະຫະກອນສິນເຊື່ອ ມີການຂະຫຍາຍຕົວໄວ ແລະ ແຜ່ຫຼາຍ ຊຶ່ງມີຖານລູກຄ້າຫຼາຍກວ່າທະນາຄານ. ການເງິນຈຸລະພາກໃນປະເທດຟີລິບປິນ ມີຂະໜາດໃຫຍ່ຫຼາຍ  ແລະ ມີການບໍລິ ການທີ່ຫຼາຍຮູບແບບ, ມີຫຼາຍຜະລິດຕະພັນ ຊຶ່ງໃຫຍ່ກວ່າການເຄື່ອນໄຫວຂອງທະນາຄານທຸລະກິດໃນບ້ານເຮົາ. ເຖິງຢ່າງໃດກໍ່ຕາມ,  ການມາຖອດຖອນບົດຮຽນນຳປະເທດທີ່ສ້າງຕັ້ງມາຍາວ ນານ, ມີການດຳເນີນງານທີ່ດີ ແລະ ປະສົບຜົນສຳເລັດເເລ້ວເປັນການຮຽນຮູ້ ແລະ ຖອດຖອນບົດ ຮຽນທີ່ດີ, ເຊິ່ງສາມາດນຳ​ເອົາ​ບົດ​ຮຽນ​ດັ່ງ​ກ່າວ​ມາ​ປັບ​ໃຊ້ໃນການສົ່ງເສີມການເຂົ້າເຖິງການເງິນໃນ ສປປ ລາວ ໃນອານາຄົດ.