ກອງປະຊຸມສຳ​ມະ​ນາກ່ຽວ​ກັບ​ “ການນຳສະເໜີກ່ຽວກັບ ການເງິນສີຂຽວ ໃຫ້ແກ່ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ແລະ ສກຈຮ ໃນ ສປປ ລາວ

ກອງປະຊຸມສຳ​ມະ​ນາກ່ຽວ​ກັບ​ “ການນຳສະເໜີກ່ຽວກັບ ການເງິນສີຂຽວ ໃຫ້ແກ່ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ແລະ ສກຈຮ ໃນ ສປປ ລາວ

ໃນວັນທີ 21 ມິຖຸນາ 2022 ຜ່ານມານີ້, ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ກົມບໍລິການ ທຫລ ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້: ການ​ນຳສະເໜີກ່ຽວກັບ ‘‘ການເງິນສີຂຽວ ໃຫ້ແກ່ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ແລະ ສກຈຮ ໃນ ສປປ ລາວ’’  ໂດຍການເປັນປະທານຂອງທ່ານ ຄຳແກ້ວ ວິສີສົມບັດ ຫົວໜ້າກົມບໍລິການ ທຫລ ແລະ ທ່ານ ອິນທຣາຈິດ ວີເຈສີຣິວັດທະນາ, ຫົວໜ້າທີມງານທີ່ປຶກສາ AFC ທີ່ປຶກສາປະຈຳກອງທຶນສົ່ງເສີມການເຂົ້າເຖິງແຫຼງທຶນໃນ ສປປ ລາວ (LAFF) ພ້ອມນີ້, ກໍ່ມີຄະນະພາຍໃນ ທຫລ, ຄະນະຄຸ້ມຄອງບໍລິຫານງານ LAFF, ສະມາຄົມການເງິນຈຸລະພາກ (ສມກຈ) ແລະສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ແລະ ສກຈຮ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມສໍາ​ມະ​ນາໃນມື້ນີ້, ແມ່ນເພື່ອ​ນຳ​ສະ​ເໜີ​​ກ່ຽວ​ກັບ​ຄຳ​ນິ​ຍາມ​ໃນ​ການ​ເຮັດ​ວຽກ ກ່ຽວ​ກັບ​ການ​ເງິນ​ສີ​ຂຽວ ທີ່​ທາງ​ໂຄງ​ການກອງ​ທຶນ LAFF ໄດ້​ກຳ​ນົດ​ຂື້ນ​ມາ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ຊຸກ​ຍູ້​ສົ່ງ​ເສີມ​ວຽກ​ງານ “ກອງທຶນ LAFF” ເຊິງເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານປະເທດເຢຍລະມັນ ໂດຍຜ່ານທະນາຄານເພື່ອການພັດທະນາຂອງປະເທດເຢຍລະມັນ ຫຼື KfW ໂຄງການດັ່ງກ່າວແມ່ນໄດ້ເລີ່ມຕົ້ນດ້ວຍການເຊັນສັນຍາຮ່ວມມືດ້ານການເງິນ ລະຫວ່າງ ລັດຖະບານຂອງປະເທດ ເຢຍລະມັນ ຕາງໜ້າໂດຍ ທະນາຄານເພື່ອການພັດທະນາຂອງປະເທດ ເຢຍລະມັນ ຫຼື KfW ແລະ ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ ໃນນາມເປັນຜູ້ຮັບທືນຊ່ວຍເຫຼືອ ແລະ ທະນາຄານແຫ່ງ ສປປ ລາວ ໃນນາມເປັນຜູ້ຄຸ້ມຄອງ ບໍລິຫານໂຄງການດ້ວຍເງິນຊ່ວຍເຫຼືອ ໄລຍະ I ຈຳນວນ 3 ລ້ານຢູໂຣເຊີ່ງໄດ້ເຊັນສັນຍາໃນເດືອນ ມີນາ ປີ 2014 ແລະ ໄລຍະທີ II ຈໍານວນ 6 ລ້ານຢູໂຣ ເຊີ່ງໄດ້ເຊັນສັນຍາໃນເດືອນ ສິງຫາ ປີ 2020 ໂດຍມີເປົ້າໝາຍເພື່ອສ້າງເປັນກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໂດຍການສະໜອງທຶນເງິນກູ້ໄລຍະຍາວ ທີ່ເປັນສະກຸນເງິນກີບ ຕາມເງື່ອນໄຂຕະຫຼາດ ໃຫແກ່ ທະນາຄານທຸລະກິດ ແລະ ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ ທີ່ມີຄວາມເຂັ້ມແຂງດ້ານການດຳເນີນງານ; ດ້ານການເງິນ ແລະ ມີຍຸດທະສາດການປ່ອຍເງິນກູ້ຍ່ອຍໃຫ້ແກ່ກຸ່ມລູກຄ້າ MSMEs ທີ່ນອນໃນເຂດນອກຕົວເມືອງໃຫຍ່ (ເງິນກູ້ຍ່ອຍຈະຖືກປ່ອຍອອກຢູ່ນອກພື້ນທີ່ສາມຕົວເມືອງໃຫຍ່ຂອງນະຄອນຫຼວງວຽງຈັນ ເຊັ່ນ: ຈັນທະບູລີ, ໄຊເສດຖາ ແລະ ສີສັດຕະນາກ) ກອງທຶນ LAFF ດັ່ງກ່າວນີ້ ແມ່ນຕັ້ງຢູ່ກົມບໍລິການທະນາຄານ ຂອງ ທະນາຄານແຫ່ງ ສປປ ລາວ ແລະ ໃນໄລຍະຜ່ານມາໂຄງຮ່າງການຄຸ້ມຄອງບໍລິຫານກອງທຶນແມ່ນໄດ້ຮັບການຕົກລົງເຫັນດີຢ່າງເປັນທາງການຈາກອົງການຜູ້ໃຫ້ທຶນກໍ່ຄື KfW ແລະ ທຫລ ເພື່ອຮັບປະກັນເຮັດໃຫ້ການຄຸ້ມຄອງບໍລິຫານກອງທຶນດັ່ງກ່າວ ໃຫ້ມີປະສິດທິຜົນ ແລະ  ມີຄວາມໂປ່ງໄສ ພ້ອມທັງຮັບປະກັນເພື່ອເຮັດໃຫ້ກອງທຶນມີການຂະຫຍາຍຕົວ ເພື່ອເປີດໂອກາດໃຫ້ຫຼາຍທະນາຄານທຸ​ລະ​ກິດ ແລະ ສະຖາບັນການເງິນຈຸລະພາກ ໄດ້ກູ້ຢືມທຶນຈາກກອງທຶນ ເພື່ອນຳໄປປ່ອຍກູ້ຕໍ່ໃຫ້ແກ່ MSMEs. ຮອດ​ປັດຈຸບັນ, ມີສະ​ຖາ​ບັນ​ການ​ເງິນ​ທີ່​ເປັນ​ຄູ່​ຮ່ວ​ມ​ງານ​ກັບ​ກອງ​ທຶນ ຈຳ​ນວນ 07 ສະ​ຖາ​ບັນການ​ເງິນ (3 ທະ​ນາ​ຄານ​ທຸ​ລະ​ກິດ ແລະ 4 ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ) ລວມຍອດວົງເງິນທີ່​ໄດ້​ອະ​ນຸ​ມັດແຕ່​ເລີ່ມ​ໂຄງ​ການ ຈົນ​ຮອດ​ປັດ​ຈຸ​ບັນ ​ມີ​ທັງ​ໝັດ 135 ຕື້​ກີບ.

ຂ່າວ-ພາບ: ສຸກລາຕີບົວຄ່າສິດ