Uncategorized

Project Completion Meeting on Implementation of Microfinance in Rural Areas for Lao Access to Finance Fund_ LAFF Phase II”.

ໃນວັນທີ 12 ທັນວາ 2025 ທີ່ໂຮງແຮມຄຣາວພ່າຊ່າ ໄດ້ຈັດກອງປະຊຸມ ສະຫຼຸບຜົນສໍາເລັດ ການຈັດຕັ້ງປະຕິບັດວຽກງານຂອງ ກອງທຶນສົ່ງເສີມການເຂົ້າເຖິງ ແຫຼ່ງທຶນໃນ ສປປ ລາວ ໄລຍະທີ 2 ຂຶ້ນ  ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທຫລ, ຫົວໜ້າຄະນະຊີ້ນໍາລວມກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ ແລະ ທ່ານ ອູນລິກ ແກຣິງເກີ, ຫົວໜ້າການຮ່ວມມືເພື່ອການພັດທະນາ, ສະຖານທູດແຫ່ງສາທາລະນະລັດ ສະຫະພັນເຍຍລະມັນ, ນະຄອນຫຼວງວຽງຈັນ.  ກອງປະຊຸມໃນຄັ້ງນີ້ ໄດ້ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງມີ ຜູ້ອໍານວຍການໃຫຍ່ ທະນາຄານເພື່ອການພັດທະນາຂອງປະເທດເຍຍລະມັນ ປະຈຳປະເທດລາວ, ຫວຽດນາມ ແລະ ກຳປູເຈຍ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ທີ່ປະກອບໃນຄະນະຊີ້ນໍາລວມກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ ຕາງໜ້າຈາກກະຊວງກ່ຽວຂ້ອງ ແລະ ຕາງໜ້າຈາກອົງການຈັດຕັ້ງສາກົນ,  ຄະນະອໍານວຍການທະນາຄານທຸລະກິດ ແລະ ສາຖາບັນການເງິນທີ່ບໍ່ແມ່ນທະນາຄານ ເຂົ້າຮ່ວມທັງໝົດຫຼາຍກວ່າ 40 ທ່ານ.

ຈຸດປະສົງຕົ້ນຕໍຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການສະຫຼຸບຜົນສຳເລັດການຈັດຕັ້ງປະຕິບັດວຽກງານຜ່ານມາຂອງກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (ກອງທຶນ LAFF) ຊຶ່ງເປັນກອງທຶນທີ່ໄດ້ຮັບເງິນຊ່ວຍເຫຼືອລ້າຈາກລັດຖະບານເຢຍລະມັນ ເປັນຜູ້ໃຫ້ທຶນ ໂດຍຜ່ານທະນາຄານ ເພື່ອການພັດທະນາຂອງປະເທດເຢຍລະມັນ (KfW Development Bank) ແລະ ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ ໃນນາມເປັນຜູ້ຮັບທຶນ ແລະ ດໍາເນີນງານພາຍໃຕ້ການຄຸ້ມຄອງ ແລະ ບໍລິຫານ ຂອງທະນາຄານແຫ່ງ ສປປ ລາວ ນັບແຕ່ເດືອນ ມີນາ ປີ 2014 ເປັນຕົ້ນມາ, ທຶນທີ່ໄດ້ຮັບທັງໝົດແມ່ນມີ 2 ໄລຍະ ລວມທັງໝົດຈໍານວນ 10.6 ລ້ານເອີໂຣ, ໃນນັ້ນ ຈຳນວນ 9 ລ້ານເອີໂຣ ເປັນທຶນປ່ອຍກູ້ໃຫ້ຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໂດຍຜ່ານ ສະຖາບັນການເງິນທີ່ເຂົ້າຮ່ວມໂຄງການ ແລະ ຈຳນວນ 1.6 ລ້ານເອີໂຣ ແມ່ນນໍາໃຊ້ສໍາລັບວຽກງານສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ແກ່ພະນັກງານກອງທຶນ ເເລະ ສະຖາບັນການເງິນທີ່ເຂົ້າຮ່ວມ;


ໃນກອງປະຊຸມ ຄະນະປະທານກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຊຶ່ງດຳເນີນໄປຢ່າງມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງ ທີ່ທາງຜູ້ໃຫ້ທຶນກໍານົດໄວ້ ສະແດງອອກຈາກບັນດາຕົວຊີ້ວັດ ເປັນຕົ້ນ:  ມີ 7 ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ, ກວມເອົາ 18 ແຂວງທົ່ວປະເທດ, ຍອດສິນເຊື່ອສະສົມ 537.21 ຕື້ກີບ, ໜີ້້ NPLs 0.69%, ສິນເຊື່ອໃຫ້ຂະແໜງກະສິກໍາ ກວມເອົາ 46.83%, ການປ່ອຍກູ້ໃຫ້ເພດຍິງ ກວມເອົາ 57.49%.

ນອກຈາກນີ້, ທີ່ປະຊຸມຍັງໄດ້ຮັບຟັງການນໍາສະເໜີ ຈາກຕາງໜ້າສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ກ່ຽວກັບການນຳໃຊ້ເງິນທຶນທີ່ໄດ້ຮັບຈາກກອງທຶນ LAFF ທີ່ຜ່ານມາ, ພ້ອມທັງໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ ເຊິ່ງກັນ ແລະ ກັນ ທີ່ເປັນປະໂຫຍດໃນການປັບປຸງວຽກງານໃນໂຄງການດັ່ງກ່າວ ເພື່ອເປັນການກໍານົດທິດທາງການດໍາເນີນວຽກງານ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ຍືນຍົງ.

ພ້ອມນັ້ນ, ໃນກອງປະຊຸມຍັງໄດ້ມີວາລະມອບ-ຮັບໂຄງການ ຢ່າງເປັນທາງການ ຈາກ ທະນາຄານເພື່ອການພັດທະນາຂອງປະເທດເຍຍລະມັນ ຕາງໜ້າໂດຍທ່ານ ດາເນວ ແພນເກີແມນ, ຜູ້ອໍານວຍການໃຫຍ່ ທະນາຄານເພື່ອການພັດທະນາຂອງປະເທດເຍຍລະມັນ ປະຈຳປະເທດລາວ, ຫວຽດນາມ ແລະ  ກໍາປູເຈຍ ຂຶ້ນກ່າວມອບ, ສໍາລັບທະນາຄານແຫ່ງ ສປປ ລາວ   ຕ່າງໜ້າຂຶ້້ນກ່າວຮັບໂດຍ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການທະນາຄານ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນເຂດຊົນນະບົດ ແລະ ໄດ້ຖືໂອກາດນີ້ ມອບໃບຍ້ອງຍໍ ຂັ້ນຜູ້ວ່າການທະນາຄານແຫ່ງ ສປປ ລາວ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ ທະນາຄານເພື່ອການພັດທະນາຂອງປະເທດເຍຍລະມັນ ທີ່ໄດ້ໃຫ້ການຮ່ວມມື, ຊ່ວຍເຫຼືອ ເປັນຂົວຕໍ່ປະສານງານ ໃນການສະໜອງແຫຼ່ງທຶນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງບໍລິຫານກອງທຶນ LAFF ຕະຫຼອດໄລຍະຜ່ານມາ.
    ໃນຕອນທ້າຍຂອງກອງປະຊຸມ, ທ່ານ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈ ເປັນຢ່າງສູງແກ່ ລັດຖະບານ ສ. ເຢຍລະມັນ ກໍ່ຄື KfW ທີ່ໄດ້ໃຫ້ການສະໜັບໜູນໃນຫຼາຍໆດ້ານເປັນຕົ້ນດ້ານທຶນ, ຄັດເລືອກຊ່ຽວຊານທີ່ປຶກສາ, ຖ່າຍຖອດບົດຮຽນ ແລະ ປະສົບການ ໃຫ້ແກ່ພະນັກງານຂອງ ທຫລ ແລະ ບັນດາສະຖາບັນການເງິນທີ່ເປັນຄູ່ຮ່ວມງານ,  ເຖິງວ່າໂຄງການຈະສິ້ນສຸດຮັບການຊ່ວຍເຫຼືອຈາກທາງ  ລັດຖະບານ ສ. ເຢຍລະມັນ ກໍ່ຄື KfW ກໍ່ຕາມ ທຫລ ຈະສືບຕໍ່ຊອກຫາແຫຼ່ງທຶນທີ່ມີເງື່ອນໄຂ ເພື່ອສືບຕໍ່ເຄື່ອນໄຫວວຽກງານຂອງກອງທຶຶນໃຫ້ມີຄວາມຍືນຍົງ, ມີການຄຸ້ມຄອງທີ່ດີ, ມີປະສິດທິຜົນ ຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້.

              ພາບ-ຂ່າວ ໂດຍ: LAFF

   ໃນລະຫວ່າງວັນທີ 03-06 ທັນວາ 2025 ຜ່ານມານີ້,  ກອງທຶນ LAFF ໄດ້ສໍາເລັດການທັດສະນະສຶກສາແລກປ່ຽນບົດຮຽນ ຢູ່ ທະນາຄານເພື່ອການພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ ມາເລເຊຍ (SME Bank Malaysia) ແຂວງ ກົວລາລຳເປີ ປະເທດມາເລເຊຍ, ນໍາພາໂດຍ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການທະນາຄານ, ທະນາຄານແຫ່ງ ສປປ ລາວ ທັງເປັນຜູ້ອໍານວຍການກອງທຶນ LAFF,  ການໄປທັດສະນະສຶກສາໃນຄັ້ງນີ້ປະກອບມີ ຄະນະຊີ້ນໍາລວມກອງທຶນ ຈຳນວນ 4 ທ່ານ, ໜ່ວຍງານຄຸ້ມຄອງ ແລະ ບໍລິຫານກອງທຶນ ຈຳນວນ 4 ທ່ານ ແລະ ພະນັກງານວິຊາການ ກົມບໍລິການທະນາຄານ ພະແນກຄຸ້ມຄອງໜີ້ສິນ ຈຳນວນ 1 ທ່ານ ລວມທັງໝົດ ຈໍານວນ 09 ທ່ານ.  

ຈຸດປະສົງຂອງການໄປທັດສະນະສຶກສາແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນໜຶ່ງໃນວຽກງານ​ສ້າງ​ຄວາມ​ເຂັ້ມ​ແຂງໃຫ້​ແກ່ ຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ເພື່ອເພີ່ມທະວີຄວາມອາດສາມາດໃຫ້ແກ່ພະນັກ ງານ ແລະ ຄະນະຜູ້ທີ່ຮັບຜິດຊອບວຽກງານຄຸ້ມຄອງ ແລະ ບໍລິຫານກອງທຶນ ໄດ້ນໍາເອົາບົດຮຽນທີ່ສໍາຄັນ ມາປັບໃຊ້ເຂົ້າໃນວຽກງານຄຸ້ມຄອງ ແລະ ບໍລິຫານກອງທຶນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໃຫ້ດີຂຶ້ນໃນຕໍ່ໜ້າ.

ຄະນະຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ໄດ້ມີໂອກາດເຂົ້າຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ສຳນັກງານໃຫຍ່  SME Bank Malaysia, ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ Hamdan Mohd Habibollah ຮັກສາການຫົວໜ້າຝ່າຍກົນລະຍຸດ ພ້ອມດ້ວຍຄະນະບໍລິຫານງານຂອງ SME Bank Malaysia, ຊຶ່ງທາງຄະນະໄດ້ຮັບຟັງການບັນຍາຍກ່ຽວກັບພາບລວມ, ບົດບາດ, ແນວທາງການເຮັດວຽກ ແລະ ຜະລິດຕະພັນທາງການເງິນ ຢ່າງຕັ້ງໃຈ.

ທະນາຄານ SME Bank Malaysia ເປັນສະຖາບັນການເງິນສະເພາະກິດຂອງລັດຖະບານມາເລເຊຍ ທີ່ສ້າງຕັ້ງຂຶ້ນໂດຍລັດຖະບານໃນປີ 2005 ມີພາລະບົດບາດສໍາຄັນໃນການສົ່ງເສີມພັດທະນາ SMEs ແບບຄົບວົງຈອນ, ສະໜອງແຫຼ່ງທຶນ ແລະ ສະໜັັບສະໜູນຜູ້ປະກອບການ SMEs ໃນ 3 ຂະແໜງການຫຼັກກໍ່ຄື ການຜະລິດອຸດສາຫະກໍາ, ການບໍລິການ ແລະ ການກໍ່ສ້າງ ເພື່ອໃຫ້ສອດຄ່ອງກັບທິດທາງລວມຂອງປະເທດ, ມີການເຊື່ອມໂຍງຕະຫຼາດພາຍໃນ ແລະ ຕ່າງປະເທດ ພ້ອມທັງ ຮ່ວມມືກັບຄູ່ຮ່ວມງານໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການ ການສົ່ງເສີມການເຂົ້າເຖິງແຫຼ່ງທຶນຂອງຜູ້ປະກອບການ ທີ່ເປັນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໂດຍບໍ່ໄດ້ມຸ່ງເນັ້ນການສະແຫວງຫາຜົນກຳໄລ ແຕ່ຍັງໃຫ້ຄວາມສຳຄັນຕໍ່ການປະກອບສ່ວນພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ບົດບາດຂອງການສະໜັບສະໜູນທາງການເງິນຄວບຄູ່ກັບການຕິດຕາມ ແລະ ການພັດທະນາທາງທຸລະກິດ ເພື່ອໃຫ້ SMEs ສາມາດເຕີບໂຕໄດ້ຢ່າງໝັ້ນຄົງ ແລະ ຍືນຍົງໃນໄລຍະຍາວ.

ພ້ອມກັນນັ້ນ, ຄະນະ ຍັງໄດ້ເຂົ້າພົບ ກັບລູກຄ້າຕົວແບບຂອງ SME Bank ເຊິ່ງເປັນລູກຄ້າ SMEs ທີ່ໄດ້ຮັບສິນເຊື່ອຈາກ SME Bank Malaysia ມູນຄ່າປະມານ 20 ລ້ານໂດລາສະຫະລັດ ເພື່ອນໍາໄປໃຊ້ໃນການຂະຫຍາຍກໍາລັງການຜະລິດ, ພັດທະນາເຕັກໂນໂລຊີ, ປັບປຸງມາດຕະຖານການຜະລິດ ແລະ ສົ່ງເສີມການແຂ່ງຂັນໃນຕະຫຼາດສາກົນ ໄດ້ແກ່ ບໍລິສັດ Agro 19 Berhad ເປັນບໍລິສັດຮັບກັ່ນ, ບັນຈຸ ແລະ ຈໍາໜ່າຍນໍ້າມັນພືດໂດຍເນັ້ນຕະຫຼາດພາຍໃນມາເລເຊຍ ແລະ ສົ່ງອອກໄປຕ່າງປະເທດຫຼາຍກວ່າ 20 ປະເທດທົ່ວໂລກ, ຊຶ່ງມີຜະລິດຕະພັນຫຼາກຫຼາຍ ເຊັ່ນ: ນ້ຳມັນໝາກພ້າວ, ນ້ຳມັນດອກຕາເວັນ, ນ້ຳມັນປາມ, ໄຂມັນພືດ, ເນີຍ, ເຂົ້າໜົມປັງ, ຄຣີມ, ເຄື່ອງປຸງ ແລະ ອື່ນໆ.

ຄະນະຍັງໄດ້ໄປຢ້ຽມຢາມ ໜ່ວຍງານພັດທະນາຜູ້ປະກອບການແຫ່ງຊາດ ຈຳກັດ (PUNB) ໃຫ້ກຽດຕ້ອນຮັບໂດຍ ທ່ານ Fauzi Zakaria ຜູ້ຈັດການຝ່າຍປະຕິບັດງານຂອງອົງກອນ ພ້ອມດ້ວຍຄະນະບໍລິຫານງານ, PUNB ເປັນ    ໜ່ວຍງານພັດທະນາຜູ້ປະກອບການຢ່າງຄົບວົງຈອນ ດຳເນີນງານພາຍໃຕ້ມູນລະນິທິການລົງທຶນຂອງລັດຖະບານມາເລເຊຍ ມີບົດບາດສຳຄັນໃນການສົ່ງເສີມ ແລະ ພັດທະນາຜູ້ປະກອບການກຸ່ມຄົນ Bumiputera ມາຢ່າງຕໍ່ເນື່ອງຫຼາຍກວ່າ 30 ປີ ພາຍໃຕ້ການຕິດຕາມຢ່າງໃກ້ຊິດ ແລະ ໄດ້ຮັບການສະໜັບສະໜຸນດ້ານນະໂຍບາຍຈາກລັດຖະ ບານມາເລເຊຍ.

ໜ່ວຍງານPUNB ດຳເນີນງານພາຍໃຕ້ວິໄສທັດ ການເປັນອົງກອນແນວໜ້າ ດ້ານການພັດທະນາຜູ້ປະກອບການ ໂດຍໃຫ້ຄວາມສຳຄັນ ກັບການສ້າງຂີດຄວາມສາມາດໃຫ້ແກ່ຜູ້ປະກອບການ ເພື່ອສາມາດແຂ່ງຂັນໄດ້ຢ່າງຍືນຍົງ ຄວບຄູ່ກັບການສະໜັບສະໜູນດ້ານອະສັງຫາລິມະຊັບໃນການເປີດກວ້າງ ແລະ ເພີ່ມໂອກາດໃຫ້ຜູ້ປະກອບການສາມາດດຳເນີນທຸລະກິດໃນສະຖານທີ່ ທີ່ເໝາະສົມ ແລະ ພັດທະນາສັກກະຍະພາບຂອງຜູ້ປະກອບການໃຫ້ສາມາດແຂ່ງຂັນໄດ້ຢ່າງຍືນຍົງ.

ນອກຈາກການແລກປ່ຽນທາງວິຊາການແລ້ວທາງຄະນະຍັງໄດ້ເຂົ້າຢ້ຽມຊົມ ພິພິທະພັນ ແລະ ຫໍສະແດງສິນລະປະຂອງ ທະນາຄານກາງມາເລເຊຍ (Bank Negara Malaysia Museum and Art Gallery) ເພື່ອສຶກສາ ແລະ ຮຽນຮູ້ກ່ຽວກັບວິວັດທະນາການຂອງລະບົບເສດຖະກິດ ແລະ ລະບົບການເງິນຂອງປະເທດມາເລເຊຍ ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ, ໃນການຢ້ຽມຊົມ ຄະນະໄດ້ຢ້ຽມຢາມຫ້ອງວາງສະແດງດ້ານເສດຖະກິດ ແລະ ເງິນຕາ ເພື່ອເຂົ້າໃຈບົດບາດ ແລະ ໜ້າທີ່ຂອງທະນາຄານກາງມາເລເຊຍໃນການດຳເນີນນະໂຍບາຍທາງດ້ານການເງິນ, ການຮັກສາສະຖຽນລະພາບທາງການເງິນ ລວມເຖິງ ວິວັດທະນາການຂອງເງິນຕາມາເລເຊຍໃນແຕ່ລະ

ການທັດສະນະສຶກສາ ໃນວຽກງານ​ສ້າງ​ຄວາ​ມ​ເຂັ້ມ​​ແຂງ ໃຫ້ແກ່ກອງທຶນ ​ໃນຄັ້ງນີ້​ ​ ເຫັນວ່າ ຄະນະໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງຮອບດ້ານ ກ່ຽວກັບແນວທາງການດໍາເນີນງານຂອງທະນາຄານເພື່ອການພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ ຂອງ ປະເທດມາເລເຊຍ (SME Bank Malaysia) ແລະ ໜ່ວຍງານພັດທະນາຜູ້ປະກອບການແຫ່ງຊາດ ຈຳກັດ (PUNB) ທີ່ ປະເທດມາເລເຊຍ ຊຶ່ງການໄດ້ມາຮຽນຮູ້ໃນຄັ້ງນີ້ ເປັນການຮຽນຮູ້ທີ່ລ້ຳຄ່າຫຼາຍ ໃຫ້ແກ່ຄະນະກອງທຶນ LAFF ແລະ ສາມາດຖອດຖອນບົດຮຽນດັ່ງກ່າວ ເພື່ອນໍາເອົາໄປປັບໃຊ້ເຂົ້າໃນວຽກງານຂອງຕົນ. ນອກຈາກນັ້ນ, ຄະນະຍັງໄດ້ຮັບບົດຮຽນສຳຄັນຈາກ ຮູບແບບການຕິດຕາມ, ການສ້າງແຮງຈູງໃຈ ແລະ ການສົ່ງເສີມວິໃນທາງການເງິນ ຂອງ PUNB ເຊັ່ນ ການໃຫ້ສ່ວນຫຼຸດ ຫຼື ການຍົກເວ້ນດອກເບ້ຍເປັນການຊົ່ວຄາວ ເພື່ອຈູງໃຈໃຫ້ຜູ້ກູ້ຮັກສາວິໃນການຊຳລະໜີ້ ແລະ ສ້າງຄວາມຢືນຍົງໃຫ້ແກ່ກອງທຶນໃນລະຍະຍາວ.

ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ

ໃນວັນທີ 20-22 ສິງຫາ 2025 ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈໍາປາລາວ (ສກຈຮ ຈໍາປາລາວ) ໄດ້ຈັດຝຶກອົບຮົມ ເພື່ອສ້າງ​ຄວາ​ມ​ເຂັ້ມ​​ແຂງດ້ານວິຊາການ ​ໃຫ້​ແກ່ພະນັກງານສິນເຊື່ອ ຂອງຕົນ ພາຍໃຕ້ຫົວຂໍ້ ‘‘ການຕະຫຼາດ ທີ່ມີ ປະສິດທິພາບ ຊ່ວຍເພີ່ມຈໍານວນລູກຄ້າ ແລະ ການບໍລິຫານສິນເຊື່ອ ແບບມືອາຊີບ” ທີ່ ສໍານັກງານໃຫຍ່ ນະຄອນຫຼວງພະບາງ, ແຂວງນະຄອນຫຼວງພະບາງ, ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເປັນປະທານ ໂດຍທ່ານ ສຸພົນ ລາຊະພົນ ຜູ້ອຳນວຍການ ສກຈຮ ຈໍາປາລາວ ແລະ ເປັນປະທານຮ່ວມໂດຍທ່ານ ນາງ ສຸກລາຕີ ບົວຄ່າສິດ ນັກວິເຄາະການເງິນ ຈາກກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (ກອງທຶນ LAFF) ທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ແລະ ພະນັກນງານສິນເຊື່ອຈາກສໍານັກງານໃຫຍ່ ແລະ ໜ່ວຍບໍລິການທັງໝົດຂອງ ສກຈຮ ຈໍາປາລາວ ທີ່ຖືກເຊີນເຂົ້າຮ່ວມ ຈຳນວນ 29 ທ່ານ, ນັກວິທະຍາກອນຝຶກອົບຮົມຄັ້ງນີ້  ໄດ້ຮັບກຽດ ໂດຍທ່ານ ເພັດດາລາ ມະນີວົງ ອາຈານຈາກນະຄອນຫຼວງວຽງຈັນ, ເຊິ່ງການຝຶກອົບຮົມດັ່ງກ່າວ ໄດ້ຮັບການສະໜັບສະໜູນການສ້າງຄວາມເຂັ້ມແຂງດ້ານວິຊາການ ຮ່ວມຈາກກອງທຶນ LAFF.

ຈຸດປະສົງ ຂອງ​ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ ແລະ ຄວາມສາມາດ ໃຫ້ແກ່ ພະນັກງານ ສິນເຊື່ອ ຂອງ ສກຈຮ ຈໍາປາລາວ ລວມທັງໝົດ 04 ແຂວງຄື: ແຂວງ ຫົວພັນ, ແຂວງ ຊຽງຂວາງ, ແຂວງ ໄຊຍະບູລີ ແລະ ໜ່ວຍບໍລິການນໍ້າຖ້ວມໃຕ້ ແຂວງ ນະຄອນຫຼວງພະບາງ  ເພື່ອນໍາເອົາບົດຮຽນໃນຄັ້ງນີ້ ໄປພັນຂະຫຍາຍກ່ຽວກັບ ວິທີການສ້າງກົນໄກຍຸດທະສາດການຕະຫຼາດ, ການວາງລະບຽບແບບແຜນ ແລະ ແຜນການຂະຫຍາຍລູກຄ້າໃໝ່ ລວມທັງ ການບໍລິຫານສິນເຊື່ອ ຢ່າງເປັນມືອາຊີບ ຕະຫຼອດຮອດ ການນໍາເອົາຄວາມຮູ້ໄປພັດທະນາອົງກອນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ຕໍ່ກັບການປ່ຽນແປງຂອງເສດຖະກິດ-ສັງຄົມໂດຍລວມ ໃນປັດຈຸບັນ.

ສກຈຮ ຈໍາປາລາວ ສ້າງຕັ້ງຂຶ້ນໃນປີ 2009 ມີສໍານັກງານໃຫຍ່ຕັ້ງຢູ່ ບ້ານມ້າ, ນະຄອນຫຼວງພະບາງ, ແຂວງ ນະຄອນ ຫຼວງພະບາງ ​ເປັນສະຖາບັນການເງິນໜຶ່ງທີ່ມີຄວາມໝັ້ນຄົງ ແລະ ມີລະບົບການບໍລິຫານ ແລະ ຄຸ້ມຄອງ ທີ່ເປັນມືອາຊີບ, ໃຫ້ການບໍລິການທາງດ້ານການເງິນໃນຫຼາຍຮູບແບບ, ມີ​ປະ​ສົບ​ການ​​ໃນ​ການ​ປ່ອຍ​ເງິນ​ກູ້ໃຫ້ແກ່ຫົວໜ່ວຍຈຸນລະວິສາຫະກິດ​, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs), ສກຈຮ ຈໍາປາລາວ ມີ​ຄວາມຫ້າວຫັນໃນການ​ບໍ​ລິການລູກຄ້າດ້ວຍຄວາມເປັນກັນເອງ ແລະ ສະດວກ​ວ່ອງ​ໄວທັນໃຈ, ​ເຮັດ​ໃຫ້​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດ ຫຼື ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງແຫຼ່ງທຶນໄດ້ງ່າຍ. ນອກຈາກນັ້ນ, ຍັງມີຜະລິດຕະພັນເງິນຝາກທີ່ຫຼາກຫຼາຍ ໄວ້ໃຫ້ບໍລິການແກ່ລູກຄ້າ ທີ່ໃຫ້ຜົນຕອບແທນທີ່ເໝາະສົມ ແລະ ຄຸ້ມຄ່າ.

ກອງທຶນ LAFF  ຮູ້ສຶກເປັນກຽດ ແລະ ພູມໃຈ ທີ່່ໄດ້ເປັນສ່ວນໜຶ່ງ ໃນການຮ່ວມສະໜັບສະໜູນ ການສົ່ງເສີມການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ກໍ່ຄື ສກຈຮ ຈໍາປາລາວ ໃນຄັ້ງນີ້,  ໃນອານາຄົດ ຫວັງຢ່າງຍິ່ງວ່າ ກອງທຶນ LAFF  ຈະໄດ້ມີໂອກາດ ສະໜັບສະໜູນທຶນເງິນກູ້ໃຫ້ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ ເພື່ອນໍາເອົາທຶນເງິນກູ້ລົງສູ່ພໍ່ແມ່ປະຊາຊົນ  ທີ່ຢູ່ເຂດຫ່າງໄກຊອກຫຼີກ ​ ​ໄດ້ມີ​ໂອ​ກາ​ດ​ເຂົ້​ເຖິງ​ແຫຼ່ງທຶນ ແລະ ມີການ​ບໍ​ລິ​ການ​ທີ່ສະດວກ​ວ່ອງ​ໄວ ແລະ ມີ​ເງື່ອນ​ໄຂ​ທີ່​ເໝາະສົມ​.

ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ

ກອງທຶນ LAFF ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ສຳ​ເລັດການທັດສະນະສຶກສາແລກປ່ຽນບົດຮຽນ ປະຈໍາປີ 2024ລະຫວ່າງວັນທີ 13-17 ພຶດສະພາ 2024 ຢູ່ປະເທດໄທ.

ໃນ​ວັນ​ທີ 13-17 ພຶດສະພາ 2024 ຜ່ານມານີ້, ກອງ​ທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (Lao Access to Finance Fund- LAFF) ​ໄດ້ໄປທັດສະນະສຶກສາແລກປ່ຽນບົດຮຽນ ໃນຫົວຂໍ້: ການເງິນໃນຂະແໜງກະສິກໍາ ແລະ ເຂດຊົນນະບົດ” ຢູ່ທະນາຄານເພື່ອການກະສິກຳ ແລະ ສະຫະກອນກະສິກຳ_ທກສ (Bank for Agriculture and Agricultural Cooperatives _BAAC) ປະເທດໄທ  ​ຊຶ່່່ງນໍາພາໂດຍ ທ່ານ ຄຳແກ້ວ ວິສີສົມບັດ ຫົວໜ້າກົມບໍລິການທະນາຄານ, ທັງເປັນຜູ້ ອຳນວຍການ ກອງທຶນ LAFF  ຜູ້ເຂົ້າຮ່ວມປະກອບມີ: ຄະນະຊີ້ນໍາລວມກອງທຶນ;  ພະນັກ ງານຈາກກົມກອງກ່ຽວຂ້ອງ ຂອງທະນາຄານແຫ່ງ ສປປ ລາວ ແລະ ສະຖາບັນການເງິນ ທີ່ເປັນຄູ່ຮ່ວມ ງານຂອງກອງທຶນ LAFF  ລວມທັງໝົດ 24 ທ່ານ.

ຈຸດປະສົງຂອງການໄປທັດສະນະສຶກສາໃນຄັ້ງນີ້ແມ່ນເພື່ອເປັນການສ້າງຂີດຄວມສາມາດ ແລະ ຄວາມເຂັ້ມແຂງໃຫ້ແກ່ວຽກງານການຄຸ້ມຄອງ-ບໍລິຫານກອງທຶນ LAFF ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ປະຈຳປີ 2024 ຊຶ່ງໄດ້ມີການຮຽນຮູ້ ແລະ ຖອດຖອນບົດຮຽນກ່ຽວກັບການປ່ອຍກູ້ໃນຂະແໜງກະສິກໍາ, ການເງິນສີຂຽວ, ສິນເຊື່ອແບບຕ່ອງໂສ້ ໃຫ້ແກ່ MSMEs ພ້ອມ​ທັງ​ໄດ້ໄປຢ້ຽມ ຢາມລູກຄ້າກະສິກໍາຕົວແບບຈໍານວນໜຶ່່ງ.

ທກສ ເປັນທະນາຄານທຸລະກິດລັດ ເຮັດໜ້າທີ່ເປັນຕົວແທນໃຫ້ລັດຖະບານໃນການສະໜອງສິນເຊື່ອໃຫ້ຊາວກະສິກອນ ຊຶ່ງຖືກສ້າງຕັ້ງຂຶ້້້ນໃນປີ 1966. ທກສ ມີວິໄສທັດ ແລະ ເປົ້າໝາຍທີ່ແນ່ນອນທີ່​ມີ​ຄວາມ​ມຸ່ງ​ໝັ້ນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ ໂດຍ​ຖືເອົາຊາວກະສິກອນ ທັງໃນຮູບແບບ​ສະ​ຫະ​ກອນ ແລະ ບຸກຄົນ ​ເປັນ​ຈຸດ​ສຳ​ຄັນ ເພື່ອສົ່ງເສີມ ແລະ ​ເພີ່ມ​ຂີດ​ຄວາມ​ສາ​ມາດ​ໃຫ້​ຊາວ​ກະ​ສິ​ກອນ​ຂອງ​ໄທ ເຮັດການປູກຟັງ ແລະ ຜະລິດສິນຄ້າກະສິກໍາ ພ້ອມທັງແປຮູບເພີ່ມມູນຄ່າຜະລິດຕະພັນ. ນອກຈາກນັ້ນ, ໄດ້ເອົາໃຈໃສ່ຍົກລະດັບການເຮັດກະສິກໍາໃຫ້ເປັນກະສິກໍາແບບທັນສະໄໝ (Smart Farmimg) ໂດຍນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍກະ​ຈາຍ​ລາຍ​ໄດ້​ສູ່​ຊຸມ​ຊົນ ແລະ ແນ​ໃສ່​ການ​ແກ້​ບັນ​ຫາ​ໜີ້ນອກ​ລະ​ບົບ​ຂອງ​ຊາວ​ກະ​ສິ​ກອນ​. ພ້ອມດຽວກັນນັ້ນ, ຍັງ​ໃຫ້​ຄວາມ​ສຳ​ຄັນ​ກັບກະ​ສິ​ກຳ​ແບບ​ຢືນ​ຢົງ ແລະ ຮັກ​ສາ​ສະ​ພາບ​ແວດ​ລ້ອມ ໂດຍ​ມີ​ການ​ກຳ​ນົດ​ນະ​ໂຍ​ບາຍ​ສີ​ຂຽວ (Go Green) ເພື່ອສະ​ໜັບ​ສະ​ໜູນສິ​ນ​ເຊື່ອ​ສີ​ຂຽວ (Green Credit) ເອົາ​ໃຈ​ໃສ່ຕໍ່ບັນຫາ​ການ​ປ່ຽນ​ແປງ​​ດິນ​ຟ້າ​ອາ​ກາດ (Climate Change) ທີ່່​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊາວ​ກະ​ສິ​ກອນ. ຊຶ່ງປັດໃຈທີ່ພາໃຫ້ ທກສ ເຂັ້ມແຂງ ແລະ ຂະຫຍາຍຕົວໄດ້ ມາຮອດປັດຈຸບັນ ແມ່ນມາຈາກການໃຫ້ ການສະໜັບສະໜູນຂອງລັດຖະບານ

ທັງດ້ານແຫຼ່ງທຶນ, ນະໂຍບາຍທີ່ເອື້້້ອອໍານວຍ ແລະ ການໃຫ້ຄວາມຮ່ວມມືຈາກກະຊວງກ່ຽວຂ້ອງ. ພ້ອມນັ້ນ, ຍັງມີການບໍລິຫານ ແລະ ຄຸ້ມຄອງພາຍໃນທີ່ດີ, ມີພະນັກງານທີ່ມີຄວາມຮູ້ດ້ານວິຊາການທີ່ຫຼາກຫຼາຍ, ນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍໃນການບໍລິຫານ ບວກກັບການລົງໃກ້ສິດຕິດແທດກັບຊາວກະສິກອນຕົວຈິງ ຈຶ່ງເຂົ້າໃຈບັນຫາ ສາມາດຊອກຫາວິທີແກ້ໄຂຊ່ວຍລູກຄ້າ ແລະ ສາມາດອອກຜະລິດຕະພັນໃຫ້ສອດຄ່ອງກັບທຸລະກິດຂອງລູກຄ້າໄດ້.

ນອກຈາກນັ້ນ, ຍັງໄດ້ໄປຢ້ຽມຢາມສາຂາ ແລະ ລູກຄ້າຂອງ ທກສ ຢູ່ແຂວງລະຢອງ ທີ່ເຮັດກະສິກໍາສະເພາະດ້ານ ໂດຍສະເພາະແມ່ນການປູກຖຸລຽນ, ໝາກນັດ ແລະ ຢາງພາລາ ທີ່ໄດ້ຮັບຜົນດີ ຊຶ່ງໄດ້ຮຽນຮູ້ ແລະ ເຂົ້າໃຈຂັ້ນຕອນວິທີການປູກ, ການແປຮູບສິນຄ້າ, ການວາງແຜນທຸລະກິດ ແລະ ບັນຫາ-ຂໍ້ຍຸ້ງຍາກ ໃນການດໍາເນີນທຸລະກິດຂອງຊາວກະສິກຳ. 

ຜົນໄດ້ຮັບໃນການທັດສະນະສຶກສາ ແລະ ຮຽນຮູ້ໃນຄັ້ງນີ້ ຖືໄດ້ວ່າເປັນການຮຽນຮູ້ທີ່ລ້ຳຄ່າ ແລະ ມີປະໂຫຍດຫຼາຍ ເຊິ່ງຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ລວມທັງພະນັກງານ ທຫລ ແລະ ຄະນະຕົວແທນຂອງແຕ່ລະບັນດາສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນສາມາດນຳ  ເອົາບົດຮຽນດັ່ງກ່າວນຳ​​ໄປພັດທະນາໃນວຽກງານການຄຸ້ມຄອງບໍລິຫານ ແລະ ການດຳເນີນງານ ຂອງ ແຕ່ລະສະຖາບັນການເງິນໃຫ້ມີຄວາມເຂັ້ມແຂງໃນອານາຄົດ ໂດຍສະເພາະການສົ່ງເສີມ ການເຂົ້າເຖິງ​​ການ​ບໍ​ລິ​ການ​ດ້ານ​ການ​ເງິນໃຫ້ແກ່ຂະແໜງການຈຸນລະວິສາຫະກິດຂະໜາດນ້ອຍ, ກາງ (MSMEs) ເພື່ອໃຫ້ສາມາດສ້າງຊາວກະຊິກຳໃຫ້ເປັນຕົວແບບ ຄ່ຽງຄູ່ກັບການພັດທະນາການສະໜອງຜະລິດຕະ

ພັນສິນເຊື່ອແບບໃໝ່ ໃຫ້ແທດເໝາະກັບທຸລະກິດຂອງລູກຄ້າ ພ້ອມທັງເອົາໃຈໃສ່ຕິດ ຕາມໃກ້ສິດລູກຄ້າແບບເປັນຄອບຄົວ ແລະ ເປັນກັນເອງ.