What we do

ກອງທຶນ LAFF ເຮັດຫຍັງ?

 

ກອງທຶນ LAFF ໃຫ້ການສະໜັບສະໜູນການພັດທະນາສິນເຊື່ອ ເພື່ອປ່ອຍກູ້ໃຫ້ແກ່ ຈຸນລະວິສາຫະກິດ ແລະ ວີສາຫະກິດຂະໜາດນ້ອຍ (MSME-credit markets) ເຊີ່ງເປັນພາກສ່ວນທີ່ມີຄວາມຕ້ອງການເງິນກູ້ຢ່າງຫຼວງຫຼາຍ ແຕ່ຍັງບໍ່ທັນໄດ້ຮັບການຕອບສະໜອງຢ່າງພຽງພໍເທື່ອ ແລະ ຍັງເປັນພາກສ່ວນທີ່ມີການສ້າງລາຍຮັບ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວ ຢ່າງຫຼວງຫຼາຍ. ກອງ​ທຶນ LAFF ສະ​ໜອງ​ທຶນ​ເງິນ​ກູ້​ແບບມອບ​ເໝົາ (Wholesale loan) ເຊີ່ງ​ມິ​ກຳ​ນົດ​ສູງ​ສຸດຫົກ​ປີ ແລະ ຕາມ​ເງື່ອນ​ໄຂ​ກົນ​ໄກ​ຕະ​ຫຼາດ ແລະ ມີ​ການ​ກຳ​ນົດ​ອັດ​ຕາ​ດອກ​ເບ້ຍ​ໂດຍ​ອີງ​ໃສ່​ອັດ​ຕາ​ດອກ​ເບ້ຍ​ຕົວ​ຈິງ​ໃນ​ຕະ​ຫຼາດ​ການ​ປ່ອຍ​ເງິນ​ກູ້​ ຫຼື ໜີ້​ສິນ ທີ່​ເປັນ​ສະ​ກຸນ​ເງິນ​ກີບ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ ແລະ ສະຖາບັນ ການເງິນ ຈຸລະພາກທີ່ຮັບເງິນຝາກ (ສກ​ຈ​ຮ). ການ​ດຳ​ເນີນ​ງານ​ຕາມ​ກົນ​ໄກ​ຕະ​ຫຼາດ ແມ່ນ​ຈະ​ເປັນ​ການ​ຊ່ວຍ​ເຮັດ​ໃຫ້ສະ​ຖາ​ບັນ​ການ​ເງິນ​ທີ່​ກູ້​ຢືມ​ທຶນ​ຈາກກອງ​ທຶນ LAFF ນັ້ນ​ກໍ່​ຄື ສະ​ຖາ​ບັນ​ການ​ເງິນ​ທີ່​ເປັນ​ຄູ່​ຮ່ວມ​ງານ (PFIs) ສາ​ມາດ​ນຳ​ໃຊ້​ແຜນ​ຍຸດ​ທະ​ສາດ​ດ້ານ​ການ​ຕະ​ຫຼາດ, ນະ​ໂຍ​ບາຍ​ສິນ​ເຊື່ອ ແລະ ເງື່ອນ​ໄຂ​ການ​ປ່ອຍ​ກູ້​ຕໍ່​ໃຫ້​ແກ່ MSME ໄດ້​ຢ່າງ​ເຕັມ​ສ່ວນ, ລວມ​ທັງ​ການ​ກຳ​ນົດ​ອັດ​ຕາ​ດອກ​ເບ້ຍ. ທຶນ​ເງິນ​ກູ້​ແບບມອບ​ເໝົາ​ຈາກກອງ​ທຶນ LAFF ແມ່ນ​ສະ​ໜອງ​ໃຫ້​ຕາມ​ເງື່ອນ​ໄຂ​ເພື່ອ​ປ່ອຍ​ກູ້​ຕໍ່​ໃຫ້​ແກ່​ກິດ​ຈະ​ກຳ​ທີ່​ເປັນ​ເສດ​ຖະ​ກິດ ທີ່​ດຳ​ເນີນ​ງານ​ໂດຍ​ຫົວ​ໜ່ວຍຈຸນ​ລະ​ວິ​ສາ​ຫະ​ກິດ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ (MSME), ດ້ວຍ​ວົງ​ເງິນ​ກູ້​ຍ່ອຍ​ສູງ​ສຸດ 500 ລ້ານ​ກີບ ແລະ ມີ​ກຳ​ນົດ​ເວ​ລາ​ຢ່າງ​ໜ້ອຍ 18 ເດືອນ ໃນ​ພື້​ນ​ທີ່ນອກ​ຈາກ​ສາມ​ເມືອງ​ທີ່ນອນ​ຢູ່​ໃນ​ນະ​ຄອນ​ຫຼວງວຽງ​ຈັນ (ຈັນທະບູລີ, ໄຊເສດຖາ ແລະ ສີສັດຕະນາກ).

  • ກອງທຶນ LAFF ສະໜັບສະໜູນ ຫົວ​ໜ່ວຍຈຸນ​ລະ​ວິ​ສາ​ຫະ​ກິດ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ MSMEs
  • ກອງທຶນ LAFF ປ່ອຍກູ້ຜ່ານ ທະນາຄານທຸລະກິດ
  • ກອງທຶນ LAFF ປ່ອຍກູ້ຜ່ານ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ
  • ກອງທຶນ LAFF ສະໜັບສະໜູນ ການຊ່ວຍເຫຼືອດ້ານວິຊາການ (Technical Assistant)

ການສ້າງຂີດຄວາມສາມາດໃຫ້ແກ່ອົງກອນຜູ້ບໍລິຫານໂຄງການ ໃນການຄຸ້ມຄອງກອງທຶນ (ທະນາຄານແຫ່ງ ສປປ ລາວ_ທຫລ) ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ (Partner Financial Institutions –“PFI”) ໃນຂະບວນການ ການອະນຸມັດສິນເຊື່ອໃຫ້ແກ່ກຸ່ມເປົ້າໝາຍ; ການຝຶກອົບຮົມສໍາລັບສະຖາບັນຕ່າງໆໃນດ້ານດິຈິຕອນ ແລະ ການເງິນສີຂຽວ ພ້ອມກັບການຕິດຕາມດ້ານສິ່ງແວດລ້ອມ ແລະ ສັງຄົມ (“ການຝຶກອົບຮົມ”) ແລະ ການຊ່ວຍເຫຼືອ ຕົວແທນປະມູນ ຕາມທີ່ກໍານົດ ແລະ ລະບຸໃນ ມາດຕາ 11 ຂອງສັນຍາວ່າດ້ວຍການຊ່ວຍເຫຼືອສະບັບນີ້. ທຫລ ແລະ KfW ຈະກໍານົດລາຍລະອຽດ ແລະ ຂອບເຂດຂອງການຝຶກອົບຮົມ ທີ່ຈະໄດ້ຮັບທຶນຈາກທຶນຊ່ວຍເຫຼືອ ຕາມສະຍາສະບັບແຍກ (“ສັນຍາສະບັບແຍກ”).

  • ກອງທຶນ LAFF ສະໜັບສະໜູນ ການຊ່ວຍເຫຼືອດ້ານວິຊາການ ໃຫ້ພະນັກງານກອງທຶນ_ທຫລ
  • ກອງທຶນ LAFF ສະໜັບສະໜູນ ການຊ່ວຍເຫຼືອດ້ານວິຊາການ ໃຫ້ຄູ່ຮ່ວມງານຂອງກອງທຶນ
  • ກອງທຶນ LAFF ສະໜັບສະໜູນ ການຊ່ວຍເຫຼືອດ້ານວິຊາການ ໃຫ້ຜູ້ກູ້ຢືມລາຍຍ່ອຍ: