26 ກ.ກ. ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສສປ ລາວ (Lao Access to Finance Fund) ຫຼື ກອງທຶນ LAFF ສໍາເລັດ ການສະໜັບສະໜູນວຽກງານ ການສ້າງຄວາມເຂັ້ມແຂງໃຫ້ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ, ສກຈຮ ປະຕູຄຳ ໃນວັນທີ 21 ມິຖຸນາ ແລະ 26 ກໍລະກົດ 2025

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄໍາ ໄດ້ຈັດກິດຈະກໍາ ທັດສະນະສຶກສາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການ ແລະ ລູກຄ້າຕົວແບບ ທີ່ທຳການຜະລິດ ຂອງຕົນ ພາຍໃຕ້ຫົວຂໍ້ “ການລ້ຽງປາດຸກ ລະບົບນ້ຳໜູນວຽນ” ຢູ່ຟາມຊັບຈະເລີນ ບ້ານ ດົງຄວາຍ, ເມືອງໄຊທານີ, ແຂວງນະຄອນຫຼວງວຽງຈັນ, ໂດຍມີຜູ້ເຂົ້າຮ່ວມທັງໝົດ 50 ຄົນ. ໃນນັ້ນ, ແບ່ງອອກເປັນ 2 ຄັ້ງ ໃນວັນທີ 21 ມິຖຸນາ 2025 ແລະ ໃນວັນທີ 26 ກໍລະກົດ 2025, ຊຶ່ງເປັນກຸ່ມລູກຄ້າ ເມືອງໄຊທານີ, ເມືອງຫາດຊາຍຟອງ ແລະ ນາຊາຍທອງ ແລະ ພາຍໃຕ້ການເປັນປະທ່ານ ຂອງທ່ານ ນາງ ຂັນມະນີ ສຸທໍາມະວົງ ຜູ້ອຳນວຍການ ສກຈຮ ປະຕູຄໍາ ແລະ ທ່ານ ອານຸສັກ ແກ້ວຈະເລີນ ປະທານບໍລິສັດ ຟາມຊັບຈະເລີນ ແລະ ຕົວແທນຈາກກອງທຶນ LAFF, ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍ ຜູ້ກ່ຽວຂ້ອງທັງໝົດ.
ຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານກອງທຶນ LAFF ໂດຍສະເພາະແມ່ນພະນັກງານພາຍໃນອົງກອນ ແລະ ກຸ່ມລູກຄ້າ ຂອງ ສກຈຮ ປະຕູຄຳ ທີ່ທຳການຜະລິດ ໄດ້ຮຽນຮູ້ ການລ້ຽງປາດຸກແບບທັນສະໄຫມ ດ້ວຍຮູບແບບການລົງຮຽນຮູ້ ຈາກການລົງຢ້ຽມຢາມສະຖານທີ່ຕົວຈິງ ເພື່ອຮັບຟັງການບັນຍາຍ ເຖິງຂັ້ນຕອນ ແລະ ວິທີການລ້ຽງປາດຸກ ຈາກເຈົ້າຂອງຟາມລ້ຽງປາດຸກ ໂດຍກົງ ເພື່ອສົ່ງເສີມລູກຄ້າລາຍຍ່ອຍໃຫ້ມີແນວຄວາມຄິດລິເລີ່ມໃນການດຳເນີນທຸລະກິດໃໝ່, ການຊອກຫາແນວທາງໃນການປະກອບອາຊີບ ເພື່່ອສ້າງລາຍຮັບ ແລະ ສ້າງເສດຖະກິດຄອບຄົວ ແລະ ອື່ນໆ.

ສກຈຮ ປະຕູຄຳ ເປັນສະຖາບັນການເງິນໜຶ່ງທີ່ມີຄວາມໝັ້ນຄົງ ແລະ ມີລະບົບການບໍລິຫານງານທີ່ເປັນມືອາຊີບ, ມີຄວາມຫ້າວຫັນໃນການດຳເນີນທຸລະກິດ, ລວມທັງ ການບໍລິການ ທີ່ສະດວກວ່ອງໄວທັນໃຈ ແລະ ມີເງື່ອນໄຂທີ່ ເໝາະສົມໃຫ້ກັບ ລູກຄ້າ, ເຮັດໃຫ້ຜູ້ປະກອບການຈຸນລະວິສາຫະກິດ ຫຼື ຜູ້ຜະລິດຂະໜາດນ້ອຍໄດ້ມີໂອກາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍ. ນອກຈາກນີ້, ຍັງສາມາດບໍລິຫານທຶນ ແລະ ປະຕິບັດຕາມເງື່ອນໄຂຂອງກອງທຶນ LAFF ໄດ້ເປັນຢ່າງດີ ເປັນຕົ້ນແມ່ນການປ່ອຍກູ້ໃຫ້ແກ່ຂະແໜງກະສິກຳ ປະຕິບັດໄດ້ 72,76% ແລະ ການປ່ອນຍກູ້ໃຫ້ເພດຍິງ ປະຕິບັດໄດ້ 61,22%, ພ້ອມທັງ ການເອົາໃຈໃສ່ຕໍ່ລູກຄ້າຂອງຕົນເປັນຢ່າງດີ ເປັນຕົ້ນແມ່ນການລົງຖ່າຍທອດຄວາມຮູ້ດ້ານການເງິນ, ການຈັດຝຶກອົບຮົມ ແລະ ການທັດສະນະສຶກສາ ເພື່ອໃຫ້ຄວາມຮູ້ ແລະ ວິຊາຊີບ ທີ່ສາມາດນຳໄປກະກອບເປັນອາຊີບໄດ້.

ຟາມຊັບຈະເລີນ ສ້າງຕັ້ງຂຶ້ນປີ 2022 ມີເນື້ອທີ່ 22 ເຮັກຕ້າ ເປັນຟາມຕົວແບບ ໃນການລ້ຽງປາດຸກ ແບບທັນສະໄຫມ ເປັນການລ້ຽງປາດຸກ ແບບລະບົບນໍ້າໝູນວຽນ, ຊຶ່ງການໄປທັດສະນະສຶກສາໃນຄັ້ງນີ້ ເຈົ້າຂອງຟາມ ໄດ້ບັນຍາຍ ກ່ຽວກັບ ປະຫວັດຫຍໍ້ ແລະ ຈຸດປະສົງຂອງການກໍ່ຕັ້ງຟາມ ເພື່ອສົ່ງເສີມຜູ້ລ້ຽງປາດຸກ ໃຫ້ກາຍເປັນສິນຄ້າ, ລ້ຽງປາດຸກໃຫ້ກາຍເປັນມືອາຊີບ ໂດຍມີຕະຫຼາດຮອງຮັບ ແລະ ພ້ອມທັງ ຮັບປະກັນໃຫ້ມີສະບຽງອາຫານຮອງຮັບໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ, ລວມທັງ ການຕໍ່່ຍອດຜະລິດຕະພັນແປຮູບສິນຄ້າເຊັ່ນ: ປາດຸກແດດດ່ຽວ, ປາດຸກແຊແຂງ, ປາແດກປາດຸກ, ລູກຊີ້ນປາດຸກ ແລະ ໂຮງງານນໍ້າປາ ແລະ ອື່ນໆ. ນອກຈາກນີ້, ຍັງໄດ້ຮັບຟັງການບັນຍາຍຈາກ ປະທານບໍລິສັດ ຜະລິດຫົວອາຫານສັດ ແລະ ປຸຍ ຈາກ ສສ ຫວຽດນາມ ທີ່ມາແນະນໍາກ່ຽວກັບ ຫົວອາຫານສັດ ທີ່ລ້ຽງຢູ່ໃນນໍ້າ ທີ່ເຮັດໃຫ້ໄດ້ສານອາຫານຄົບຖ້ວນ ແລະ ມີຄຸນນະພາບຕື່ມອີກ.

ຜົນສໍາເລັດວຽກງານສ້າງຄວາມເຂັ້ມແຂງ ໃນເທື່ອນີ້ ເຫັນວ່າ ສກຈຮ ປະຕູຄຳ ນໍາໃຊ້ເປັນແຫຼ່ງທຶນປ່ອຍກູ້ໃຫ້ແກ່ຈຸນລະວິສາຫະກິດຂະນາດນ້ອຍ, ກາງ (MSMEs) ເປັນຢ່າງດີ ເຮັດໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ, ຊຶ່ງການສ້າງຄວາມເຂັ້້ມແຂງໃຫ້ອົງກອນໃນຄັ້ງນີ້ ເຫັນວ່າເປັນໂຄງການທີ່ດີ ເປັນການເສີມສ້າງຄວາມເຂັ້ມແຂງທາງດ້ານວິຊາການ, ພັດທະນາບຸກຄະລາກອນ ແລະ ພັດທະນາທັກສະດ້ານເຕັກນິກການບໍລິຫານທຸລະກິດ ໃຫ້ອົງກອນ ແລະ ລູກຄ້າ, ໂດຍສະເພາະແມ່ນລູກຄ້າລາຍຍ່ອຍ ຂອງສກຈຮ ປະຕູຄຳ ຍັງຄົງມີຄວາມຕ້ອງການແຫຼ່ງທຶນ ແລະ ດອກເບ້ຍຕໍ່າ ເພື່ອນໍາມາໃຊ້ເປັນທຶນໃນການເລີ່ມທຸລະກິດໃໝ່ ໃນຂະຫຍາຍທຸລະກິດຂອງເຂົາເຈົ້າ.
ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ