12 ພ.ຈ. ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (ກອງທຶນ LAFF) ໄດ້ສຳເລັດການຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນຮ່ວມກັບສະຖາບັນການເງິນຄູ່ຮ່ວມງານ (PFIs) ທີ່ ແຂວງຫຼວງພະບາງ ໃນວັນທີ 05-07 ພະຈິກ 2026.

ໃນຕອນເຊົ້າວັນທີ 05 ພະຈິກ 2026, ທີ່ ທະນາຄານແຫ່ງ ສປປ ລາວ (ທຫລ) ສາຂາແຂວງຫຼວງພະບາງ, ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (LAFF) ໄດ້ສຳເລັດການຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນລະຫວ່າງກອງທຶນ LAFF ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ (PFIs).

ກອງປະຊຸມຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການທະນາຄານ, ຮອງຫົວໜ້າຄະນະຊີ້ນຳລວມ ທັງເປັນຜູ້ອຳນວຍການກອງທຶນ LAFF. ໂດຍມີ ທ່ານ ວາລະສິນ ດາລາພອນ ຮອງຫົວໜ້າສາຂາ ທຫລ ແຂວງຫຼວງພະບາງ, ບັນດາທ່ານຮອງຫົວໜ້າກົມທີ່ເປັນຄະນະຊີ້ນຳລວມກອງທຶນ, ຜູ້ຕາງໜ້າຈາກບັນດາກົມ ແລະ ສາຂາແຂວງຫຼວງພະບາງ ຂອງ ທຫລ ພ້ອມດ້ວຍຜູ້ຕາງໜ້າຈາກທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ທີ່ເປັນຄູ່ຮ່ວມງານຂອງກອງທຶນ ເຂົ້າຮ່ວມທັງໝົດ 33 ທ່ານ.

ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອທົບທວນ ແລະ ສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ຕີລາຄາຜົນສຳເລັດ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ພ້ອມທັງແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນຮ່ວມກັນລະຫວ່າງກອງທຶນ LAFF ແລະ ບັນດາສະຖາບັນການເງິນຄູ່ຮ່ວມງານ. ບົດຮຽນ ແລະ ຄຳເຫັນທີ່ໄດ້ຮັບ ຈະຖືກນຳໄປຄົ້ນຄ້ວາ ເພື່ອປັບປຸງການດຳເນີນວຽກງານໃຫ້ມີຄວາມຄ່ອງຕົວ, ຮັດກຸມ ແລະ ມີປະສິດທິພາບຍິ່ງຂຶ້ນ.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ເປີດກວ້າງ ແລະ ສ້າງສັນ. ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນ ແລະ ແລກປ່ຽນບົດຮຽນຢ່າງຫ້າວຫັນ ໂດຍມີເນື້ອໃນທີ່ເປັນປະໂຫຍດຕໍ່ການຄຸ້ມຄອງ ແລະ ບໍລິຫານ. ຄະນະຄຸ້ມຄອງ ແລະ ບໍລິຫານ ກອງທຶນ LAFF ຈະນຳເອົາບັນດາຄຳເຫັນຕ່າງໆໄປຄົ້ນຄ້ວາ ແລະ ຜັນຂະຫຍາຍ ວາງເຂົ້າໃນ ແຜນວຽກງານ ເພື່ອປັບປຸງໃນໄລຍະຕໍ່ໄປ.



ນອກຈາກກອງປະຊຸມໃນພາກເຊົ້າແລ້ວ, ຍັງມີການສືບຕໍ່ຈັດສຳມະນາໃນຫົວຂໍ້ສຳຄັນທີ່ຕິດພັນກັບວຽກງານຂອງກອງທຶນ LAFF ຊຶ່ງເປັນໜຶ່ງໃນໜ້າວຽກບູລິມະສິດໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂອງ ທຫລ ທີ່ຮັບຜິດຊອບວຽກງານຄຸ້ມຄອງ ແລະ ບໍລິຫານກອງທຶນ ແລະ ພະນັກງານຂອງບັນດາສະຖາບັນການເງິນຄູ່ຮ່ວມງານ. ການສຳມະນາດັ່ງກ່າວ ແນໃສ່ເພີ່ມພູນຄວາມຮູ້, ແລກປ່ຽນປະສົບການ ແລະ ສົ່ງເສີມການນຳເອົາຄວາມຮູ້ທີ່ໄດ້ຮັບໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານ ໃຫ້ເກີດປະໂຫຍດຢ່າງເປັນຮູບປະທຳ.


ພາບ-ຂ່າວ ໂດຍ: ກອງທຶນ LAFF