19 Aug ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ “Lao Access to Finance Fund_LAFF” ສໍາເລັດ ການຮ່ວມສະໜັບສະໜູນວຽກງານການສ້າງຄວາມເຂັ້ມແຂງ ໃຫ້ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ, ສກຈຮ ເອກພັດທະນາ ຢູ່ໜ່ວຍບໍລິການນະຄອນຫຼວງພະບາງ, ແຂວງນະຄອນຫຼວງພະບາງວັນທີ 19ກໍລະກົດ2025.
ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເອກພັດທະນາ ໄດ້ຈັດຝຶກອົບຮົມ-ສໍາມະນາ ໃນວັນທີ 19 ສິງຫາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກັບຫົວໜ້າສູນ ຢູ່ໜ່ວຍບໍລິການຫຼວງພະບາງ, ແຂວງນະຄອນຫຼວງພະບາງ ພາຍໃຕ້ຫົວຂໍ້ ‘‘ຍຸດທະສາດການພັດທະນາການເງິນດີຈີຕອນ ເພື່ອເພີ່ມທະວີການເຂົ້າເຖິງການບໍລິການໃນຊຸມຊົນ”, ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເປັນປະທານ ໂດຍທ່ານ ລັດສະໝີ ຈັນທະລັງສີ ຜູ້ຈັດການເຂດ, ແລະ...