ຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ລົງກວດກາ ແລະ ຕິດຕາມ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານທີ່ 02 ແຂວງພາກເໜືອ, ວັນທີ 18-22 ທັນວາ 2023

ໃນ​ວັນ​ທີ 18- 22 ​ທັນວາ 2023, ຄະ​ນະ​ຄຸ້ມ​ຄອງ ແລະ ​ບໍ​ລິ​ຫານກອງ​ທຶນ LAFF ​ໄດ້ປະ​ຕິ​ບັດ​ວຽກ​ງານ​ ລົງກວດກາ ແລະ ຕິດຕາມ ສອງສະຖາ​ບັນ​ການ​ເງິນຈຸນລະພາກທີ່ຮັບຝາກ ​ທີ່​ເປັນ​ຄູ່​ຮ່ວມ​ງານຂອງກອງທຶນ LAFF ກໍ່ຄື: ສກຈຮ ສິນຊັບເມືອງເໜືອ ໜ່ວຍບໍລິການປະຈຳເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ສກຈຮ ຈຳປາລາວ ໜ່ວຍບໍລິການນ້ຳຖ້ວມ​ ເມືອງນ້ຳບາກ ແຂວງ​ນະຄອນຫຼວງພະບາງ​, ເຊິ່ງຄະ​ນະ​ລົງກວດກາ ແລະ ຕິດຕາມ​ພາກ​ສະ​ໜາມ​ໃນ​ຄັ້ງນີ້ ປະກອບມີ  04 ທ່ານ ຊຶ່ງນຳພາ​ໂດຍ​ທ່ານ ຮອງ​ຫົວ​ໜ້າ​ພະ​ແນກ​ສິນ​ເຊື່ອ ທັງ​ເປັນ​ຫົວ​ໜ້າ​ກອງ​ເລ​ຂາ​ກອງ​ທຶນ LAFF, ພະນັກງານປະຈໍາ​ຂອງກອງ​ທຶນ LAFF 02 ທ່ານ ແລະ ພະນັກງານພະແນກຄຸ້ມຄອງໜີ້ສິນ ຊຶ່ງເປັນໜຶງ ໃນທີມງານ LMU ກອງທຶນ LAFF.             

This image has an empty alt attribute; its file name is a2.jpg

​            ຈຸດປະສົງ​ການລົງກວດກາ ແລະ ຕິດຕາມພາກ​ສະ​ໜາມ​ໃນ​ຄັ້ງນີ້ ແມ່ນ​ເພື່ອ​​ລົງ​ຕິດ​ຕາມ​ການ​ປະ​ຕິ​ບັດ​ວຽກ ​ງານ ຂອງ​ສະ​ຖາ​ບັນ​ການ​ເງິນຈຸນລະພາກທີ່ຮັບຝາກ ທີ່​ເປັນ​ຄູ່​ຮ່ວມ​ງານຂອງກອງທຶນ LAFF  ພາຍຫຼັງການປ່ອຍເງິນກູ້ໃຫ້ແກ່ລູກຄ້າລາຍຍ່ອຍ ເພື່ອຮັບຮູ້ບັນຫາຂອງສະຖາບັນການເງິນ ແລະ ລູກຄ້າລາຍຍ່ອຍ, ສະພາບລວມການປ່ອຍ ກູ້ຍ່ອຍ, ຜົນປະໂຫຍດທີ່ໄດ້ຮັບຈາກເງິນກູ້ກອງທຶນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ທີ່ໄດ້ພົບເຫັນໃນໄລຍະຜ່ານມາ ແລະ ບັນຫາອື່ນໆ.

ການລົງຢ້ຽມຢາມ ສອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ທັງສອງ ສະຖາບັນ​ມີ​ຄວາມ​ໝັ້ນ​ຄົງ ແລະ ມີ​ລະ​ບົບການຄຸ້ມຄອງ​ບໍ​ລິ​ຫານ​ງານ​ທີ່​ດີ, ຊຶ່ງການບໍລິຫານອົງກອນຕາມພາລະບົດບາດສິດ ແລະ ໜ້າທີ່, ການສ້າງສາ ແລະ ພັດທະນາ, ການສົ່ງເສີມ, ການຊຸກຍູ້ການຊ່ວຍເຫຼືອສັງຄົມ ແລະ ການສົ່ງເສີມການບໍລິຫານບຸກຄະລາກອນ, ການຄຸ້ມຄອງສາຂາ ແລະ ໜ່ວຍບໍລິການ ແມ່ນຢູ່ໃນລະດັບທີ່ດີ.

ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານ​ການ​ປ່ອຍ​ກູ້ ​ບ້ວງ​ທຶນ​ຈາ​ກກອງ​ທຶນ LAFF ໂດຍລວມເຫັນວາທັງສອງ ສກຈຮ ສາມາດປ່ອຍ​ອອກ​ໄດ້ດີ ໂດຍ​ສະ​ເລ່ຍ​ແລ້ວ​ແມ່ນ​ສາ​ມາດ​ປ່ອຍ​ອອກ​ໄດ້​ໝົດ​ພາຍ​ໃນ​ໄລ​ຍະ​ເວ​ລາ​ທີ່ກຳນົດ ແລະ ມີ​ປະ​ສົບ​ການ​ຫຼາຍ​ໃນ​ການ​ປ່ອຍ​ເງິນ​ກູ້​ໃຫ້ແກ່ຈຸນລະວິສາຫະກິດ MSMEs ເຫັນໄດ້ຈາກລູກຄ້າເງິນກູ້ຂອງ ສກຈຮ ແມ່ນຈຸລະວິສາຫະກິດ ທີ່ທໍາການຜະລີດຂະໜາດນ້ອຍ, ພ້ອມທັງມີການລົງໄປຕິດຕາມ ຢ່າງເປັນປະຈໍາ. ແຕ່ເຖິງຢ່າງໃດກໍ່ຕາມ, ກຸ່ມເປົ້າໝາຍລູກຄ້າ ສ່ວນໃຫຍ່ຍັງຄົງແມ່ນ salary loan ຊຶ່ງແມ່ນພະນັກງານຄູ, ທະຫານ ແລະ ຕຳຫຼວດ ເຮັດໃຫ້ການ ກະຈ່າຍແຫຼ່ງທຶນ ອາດບໍ່ລົງ​ສູ່​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດຢ່າງທົ່ວເຖິງ. ນອກຈາກນັ້ນ, ຄ​ະ​ນະ​ໄດ້​ລົງຢ້ຽມ​ຢາມ​ລູກ​ຄ້າ​ ຊຶ່ງແມ່ນ​ຜູ້​ກູ້​ຢືມລາຍ​ຍ່ອຍ ທັງເປັນລູກຄ້າໃໝ່ ແລະ ເກົ່າ ໂດຍເປັນ​ຜູ້​ປະ​ກອບ​ການທາງດ້ານປູກຝັງ, ລ້ຽງສັດ ແລະ ເຟີນິເຈີ, ຊຶ່ງການນຳໃຊ້ເງິນກູ້ ແມ່ນນຳໃຊ້ເປັນທຶນໝູນ ວຽນໃນການຊື້ແນວພັນປູກຝັງ, ຫົວອາຫານສັດ, ຂະຫຍາຍທຸລະກິດ ແລະ ອື່ນໆ. ພ້ອມນັ້ນ, ຍັງເປັນ​ລູກຄ້າ ທີ່​ປະ​ຕິ​ບັດ​ກາ​ນ​ຊຳ​ລະ​ຄືນ​ໄດ້​ດີ, ການຈ່າຍຄືນເງິນ​ກູ້​​​ແມ່ນ​ຈ່າຍ​ເປັນ​ລາຍ​ເດືອນ​ (​ຕົ້ນ​ທຶນ ແລະ ດອກ​ເບ້ຍ) ຊຶ່ງ​ພວກ​ເຂົາ​ເຈົ້າ​ບໍ່​ມີບັນ​ຫາກ່ຽວ​ກັບ​ອັດ​ຕາ​ດອກ​ເບ້ຍ ແລະ ວິ​ທີການຊຳລະເງິນກູ້ຄືນ ພວກເຂົາເຈົ້າເຫັນວ່າ ເປັນວິທີການທີ່ ເໝາະສົມ ແລະ ຮັບໄດ້. ນອກຈາກນີ້, ພວກເຂົາ​ຍັງມີ​ຄວາມ​ປະ​ທັບ​ໃຈ​ຫຼາຍກ່ຽວກັບ​ການ​ບໍ​ລິ​ການ​ຂອງພະນັກງານສິນເຊື່ອ ທີ່ໄດ້ນຳເອົາເງິນ​ກູ້ລົງສູ່ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ດ້ານ​ການ​ເງິນ, ເຮັດ​ໃຫ້​ພວກ​ເຂົາ​ເຈົ້າສາມາດນຳໃຊ້ເປັນທຶນເພື່ອຂະ​ຫຍາຍ​ທຸ​ລະ​ກິດ​ຂອງ​ພວກ​ເຂົາ​ເຈົ້າໄດ້ດີ.

ຜົນສຳເລັດໃນການລົງຢ້ຽມຢາມໃນຄັ້ງນີ້ເຫັນວ່າ ເງິນກູ້ຈາກກອງທຶນ LAFF ສາມາດເປັນທຶນ ຊ່ວຍຂະ

ຫຍາຍກິດຈະການໃຫ້ແກ່ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນເຊັ່ນການຂະຫຍາຍສາຂາ, ຫ້ອງການ ແລະ ໜ່ວຍບໍລິການຕ່າງໆ ໄປສູ່ເຂດຊົນນະບົດໃນທົ່ວປະເທດຂອງ ສປປ ລາວ ເພື່ອນຳເອົາທຶນດັ່ງກ່າວ  ​ລົງ​ສູ່​ລູກ​ຄ້າ

​ລາຍ​ຍ່ອຍ ​ເຮັດ​ໃຫ້​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດ ຫຼື ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງການ​ບໍ​ລິ​ການ​ດ້ານ​ການ​ເງິນ​ທີ່​ວ່ອງ​ໄວ, ສະ​ດວກ​ສະ​ບາຍ ແລະ ມີ​ເງື່ອນ​ໄຂ​ທີ່​ເໝາະ​ສົມ.

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຍັງມີຄວາມຕ້ອງການແຫຼ່ງທຶນເພີ່ມຕື່ມຈາກກອງທຶນ LAFFເພື່ອນໍາມາໃຊ້ເປັນແຫຼ່ງທຶນປ່ອຍກູ້ໃຫ້ແກ່ຈຸລະວິສາຫະກິດ ໂດຍສະເພາະແມ່ນລູກຄ້າລາຍຍ່ອຍຂອງສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ ຍັງຄົງມີຄວາມຕ້ອງການແຫຼ່ງທຶນເພີ່ມຕື່ມ ແລະ ດອກເບ້ຍຕ່ຳ ເພື່ອນໍາມາໃຊ້ເປັນທຶນເພື່ອຂະຫຍາຍທຸລະກິດຂອງເຂົາເຈົ້າ.

         ການ​ລົງ​ຢ້ຽມ​ຢາມ​ພາກ​ສະ​ໜາມ​ໃນ​ເທື່ອນີ້​ແມ່ນ​ໄດ້​ຮັບ​ການ​ຮ່ວມ​ໄມ້​ຮ່ວມ​ມື​ຈາກການຈັດຕັ້ງ ທຫລ ແລະ​ ການຮ່ວມມືຂອງສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ເປັນ​ຢ່າງ​ດີ, ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ຈາກ​ຄະ​ນະ​ຜູ້​ບໍ​ລິ​ຫານ​ຂອງ​ທັງ​ສອງສະຖາບັນການເງິນ ແລະ ໜ່ວຍບໍລິການ​ທີ່​ກ່ຽວ​ຂ້ອງ ພ້ອມດ້ວຍ​ລູກຄ້າ​ລາຍຍ່ອຍທັງໝົດ​ທີ່​ໄດ້​ຖືກ​ລົງ​ຢ້ຽມ​ຢາມ ເຮັດໃຫ້​ການລົງພາກສະໜາມໃນ​ເທື່ອນີ້ ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ລະ​ດັບ​ຄາດ​ໝາຍ.

ພາບ-ຂ່າວໂດຍ: ສຸກລາຕີບົວຄ່າສິດ