ເງື່ອນ​ໄຂ​ເງິນ​ກູ້ຂອງກອງ​ທຶນ LAFF

ເງື່ອນໄຂເງິນກູ້ຂອງກອງທຶນ LAFF

ທຶນຂອງກອງທຶນ LAFF ແມ່ນເປັນທຶນເງິນກູ້ທີ່ບໍ່ມີຫຼັກຊັບຄ້ຳປະກັນ ແຕ່ມີເງື່ອນໄຂຄືດັ່ງທີ່ໄດ້ລະບຸໄວ້ໃນພາກນີ້, ລາຍລະອຽດກ່ຽວກັບເງື່ອນໄຂດັ່ງກ່າວທີ່ຈະໄດ້ຕົກລົງນຳກັນແມ່ນຈະໄດ້ມີການເຈລະຈານຳກັນກັບສະຖາບັນການເງິນທີ່ໄດ້ຖືກຄັດເລືອກ ພາຍຫຼັງທີ່ໄດ້ມີການປະເມີນສິນເຊື່ອ ແລະ ມີການກວດກາບັນດາເອກະສານຕ່າງໆສຳເລັດແລ້ວ. ທຶນເງິນກູ້ຈາກກອງທຶນ LAFF ແມ່ນສະໜອງໃຫ້ເປັນທຶນໜູນວຽນ, ສະຖາບັນການເງິນ​ທີ່​ໄດ້​ຮັບ​ທຶນ ແມ່ນ​ສາ​ມາດ​ປ່ອຍ​ກູ້​ຕໍ່ ແລະ ປ່ອຍ​ໜູນ​ວຽນ​ໃຫ້​ແກ່​ໃຫ້​ແກ່​ຫົວ​ໜ່ວຍ MSMEs ໄດ້​ຕາມ​ເງື່ອນ​ໄຂ​ສຳ​ລັບຫົວ​ໜ່ວຍ MSMEs ກໍ່​ຄື​ເງື່ອນ​ໄຂ​ຂອງ ເງິນ​ກູ້​ຍ່ອຍ.

 

ສັງລວມບັນດາເງື່ອນໄຂຕົ້ນຕໍຂອງທຶນເງິນກູ້ຈາກກອງທຶນ LAFF:

  • ປ່ອຍ​ກູ້​ໃຫ້​ເປັນ​ສະ​ກຸນ​ເງິນ​ກີບ;
  • ​ກຳ​ນົດ​ເວ​ລາ​ຫົກ​ປີສຳ​ລັບ​ທະ​ນາ​ຄານ​ທຸ​ລະ​ກິດ (​ລະ​ຫວ່າງ 4-6 ປີ​ ສຳ​ລັບ​ ສກຈຮ);
  • ​ຊ່ວງ​ພັກ​ຊຳ​ລະ​ຕົ້ນ​ທຶນ ​ແມ່ນ 1/3 ຂອງ​ກຳ​ນົດ​ເວ​ລາ​ຂອງ​ເງິນກູ້;
  • ​ການຊຳ​ລະ​ຕົ້ນ​ທຶນແມ່ນ ຊຳລະເປັນ ສີ່ ງວດ​ໃນວົງເງິນທີ່​ເທົ່າ​ກັນ​, ຈ່າຍ​ໃນ​ຕອນ​ທ້າຍ​ຂອງ​ປີ​ທີ​ສາມຫາ​ປີ​ທີ​ຫົກ.[1]
  • ອັດ​ຕາ​ດອກ​ເບ້ຍ 5,9% ຕໍ່​ປີ​ສຳ​ລັບ​ທະ​ນາ​ຄານ​ທຸ​ລະ​ກິດ (7.5% ຕໍ່​ປີ​ສຳ​ລັບ ສກ​ຈ​ຮ);
  • ​ການ​ຈ່າຍດອກ​ເບ້ຍ​ແມ່ນ​ຈ່າຍ​ເປັນ​ປີ ແລະ ຈ່າຍ​ໃນ​ຕອນ​​ທ້າຍຂອງ​ແຕ່​ລະ​ປີ;
  • ການ​ຄິດ​ໄລ່​ດອກ​ເບ້ຍ​ແມ່ນ​ຄິດ​ໄລ່ຕາມຈຳ​ນວນ​ເງິນ​ຕົ້ນ​ທຶນ​ທີ່​ຍັງ​ບໍ່​ທັນ​ໄດ້​ຖືກ​ຊຳ​ລະ;
  • ບໍ່​ມີ​ຄ່າ​ທຳ​ນຽມ​ໃດໆ, ແຕ່​ຈະ​ມີ​ການ​ປັບ​ໄໝ​ໃນ​ກໍ​ລະ​ນີ​ມີ​ການ​ຊຳ​ລະ​ຕົ້ນ​ທຶນ​ຊັກ​ຊ້າ ໂດຍ​ການ​ເພີ່ມດອກ​ເບ້ຍ​ຂື້ນ 2% ຂອງ​ເວ​ລາ​ທີ່​​ຊັກ​ຊ້າ;
  • ບໍ່​ມີ​ການ​ປັບ​ໄໝ​ໃນ​ກໍ​ລະ​ນີ​ຈ່າ​ຍ​ກ່ອນ​ກຳ​ນົດ;
  • ບໍ່​ມີ​ຫຼັກ​ຊັບ​ຄ້ຳ​ປະ​ກັນ;
  • ຕົ້ນ​ທຶນ​ເງິນ​ກູ້​ຈາກກອງ​ທຶນ ກ​ສ​ທ ທີ່​ໄດ້​ຖືກ​ສົ່ງ​ຄືນ​ຈາກ​ລູກ​ຄ້າ​ຍ່ອຍ ແມ່ນ​ສາ​ມາດ​ປ່ອຍ​ເປັນ​ເງິນ​ກູ້ຍ່ອຍ​​ໃຫ້​ລູກ​ຄ້າ​ ​ທີ່​ເປັນ​ຫົວ​ໜ່ວຍ MSMEs ຕໍ່​ໄປ​ເລື້ອຍໆ ພາຍ​ໃຕ້​ເງື່ອນ​ໄຂ​ສຳ​ລັບ​ເງິນ​ກູ້​ຍ່ອຍ ​ຫຼື ເງື່ອນ​ໄຂ​ສຳ​ລັບ MSMEs.