ກອງທຶນ LAFF ສຳເລັດການທັດສະນະສຶກສາແລກປ່ຽນບົດຮຽນກ່ຽວກັບການສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານຄຸ້ມຄອງ ແລະ ບໍລິຫານກອງທຶນ ຢູ່ປະເທດ ເຢຍລະມັນ, ລຸກຊຳບວກ ແລະ ເບວຢ້ຽມໃນວັນທີ 16-27 ກັນຍາ 2023.

ກອງທຶນ LAFF ສຳເລັດການທັດສະນະສຶກສາແລກປ່ຽນບົດຮຽນກ່ຽວກັບການສ້າງ ຄວາມເຂັ້ມແຂງໃຫ້ແກ່ວຽກງານຄຸ້ມຄອງ ແລະ ບໍລິຫານກອງທຶນ ຢູ່ປະເທດ ເຢຍລະມັນ, ລຸກຊຳບວກ ແລະ ເບວຢ້ຽມໃນວັນທີ 16-27 ກັນຍາ 2023.

ໃນ​ວັນ​ທີ 16-27 ກັນຍາ 2023 ຜ່ານມານີ້, ຄະ​ນະ​ຄຸ້ມ​ຄອງ ແລະ ​ບໍ​ລິ​ຫານກອງ​ທຶນ LAFF ​ໄດ້ໄປທັດສະນະສຶກສາແລກປ່ຽນບົດຮຽນຢູ່ປະເທດ ເຢຍລະມັນ, ລຸກຊຳບວກ ແລະ ເບວຢ້ຽມ,  ​ຊຶ່ງຄະນະທີ່ເດີນທາງໄປຄັ້ງນີ້ປະກອບມີ 8 ທ່ານ ນໍາພາໂດຍທ່ານ ນາງ ຄຳຫຼ້າ ເຮືອນມະນີວົງ ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ, ທັງເປັນຮອງຄະນະຊີ້ນໍາລວມກອງທຶນ LAFF,  ພ້ອມດ້ວຍຄະນະທີ່

ປຶກສາຈາກ AFC 1 ທ່ານ.

ຈຸດປະສົງຂອງການໄປທັດສະນະສຶກສາໃນຄັ້ງນີ້ ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ໂດຍສະເພາະແມ່ນການໄປຖອດຖອນບົດຮຽນຂອງກອງທຶນ German-Armenian Fund (GAF) ທີ່ມີການຄຸ້ມຄອງບໍລິຫານ ແລະ ການດຳເນີນ ງານຄ້າຍຄືກັນກັບກອງທຶນ LAFF  ເພື່ອນຳເອົາບົດຮຽນດັ່ງກ່າວມາຈັດຕັ້ງ ປະຕິບັດຄຸ້ມຄອງ, ດຳເນີນ ງານ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ກອງທຶນ LAFF ໃນອານາຄົດ ພ້ອມທັງເປັນການເພີ່ມທະວີຄວາມອາດສາມາດໃຫ້ແກ່ພະນັກງານຜູ້ທີ່ຮັບຜິດຊອບວຽກງານຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ໃຫ້ດີຂຶ້ນໃນຕໍ່ໜ້າ. ນອກຈາກນັ້ນ, ຍັງໄປພົບປະ ແລະ ແລກປ່ຽນບົດຮຽນ ກັບອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ກັບວຽກງານການເງິນສີຂຽວ, ວຽກງານການສະໜອງສິນເຊື່ອໃຫ້ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຊອກຫາໂອກາດການຮ່ວມມື ແລະ ການສະໜັບສະໜູນດ້ານທຶນຮອນ.

ການຢ້ຽມ​ຢາມ Kreditanstalt für Wiederaufbau (KfW) ຢູ່ປະເທດ ເຢຍລະມັນ, ຊຶ່ງເປັນຜູ້ໃຫ້ທຶນແກ່ ກອງທຶນ LAFF ເພື່ອຮັບຟັງປະຫວັດຄວາມເປັນມາ, ສະພາບລວມ ແລະ ການດໍາເນີນງານ ຂອງຜູ້ໃຫ້ທຶນ. ພ້ອມທັງ ຍັງໄດ້ແລກປ່ຽນ ການຄຸ້ມຄອງບໍລິຫານຄວາມສ່ຽງ ແລະ ການຈັດອັນດັບຄວາມໜ້າເຊື່ອຖື ທີ່ທາງ KfW ນໍາໃຊ້ໃນປັດຈຸບັນ.

             ການເຄື່ອນໄຫວແລກປ່ຽນບົດຮຽນກັບກອງທຶນ German-Armenian Fund (GAF) ໃນຮູບແບບກອງປະຊຸມທາງໄກ ຢູ່ທີ່ຫ້ອງການ  KfW, ຊຶ່ງໄດ້ຮຽນຮູ້ ປະຫວັດຄວາມເປັນມາ, ໂຄງຮ່າງບຸກຄະລາກອນ, ໜ້າທີ່ ແລະ ການດໍາເນີນງານ ພ້ອມທັງບັນດາໂຄງການຕ່າງໆ ທີ່ທາງກອງທຶນ GAF ກໍາລັງຈັດຕັ້ງປະຕິບັດຢູ່.

             ການຢ້ຽມ​ຢາມທະ​ນາ​ຄານ​ກາງເອີຣົບ European Central Bank (ECB) ຢູ່ປະເທດ ເຢຍລະມັນ ໂດຍໄດ້ຮຽນຮູ້ກ່ຽວກັບພາລະບົດບາດຫນ້າທີ່, ປະຫວັດຄວາມ​ເປັນ​ມາ ແລະ ອື່ນໆ;

ການຢ້ຽມຢາມບໍລິສັດທີ່ປຶກສາທາງດ້ານກະສິກໍາ ແລະ ການເງິນ Agriculture and Finance Consultan (AFC) ຢູ່ເມືອງບອນ ປະ​ເທ​ດ​ເຢຍ​ລະ​ມັນ, ​ຊຶ່ງເປັນບໍລິສັດທີ່ປຶກສາປະຈຳ ກອງທຶນ LAFF ໄດ້ມີໂອກາດຮຽນຮູ້ກ່ຽວ​ກັບປະຫວັດຄວາມເປັນມາ, ຜົນສຳເລັດ ແລະ ການເຄື່ອນ ໄຫວຕ່າງໆຂອງ AFC ໃນສາ​ຂາທົ່ວໂລກ. ພ້ອມທັງ ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ກັບບົດຮຽນທີ່ຖອດຖອນໄດ້, ທິດທາງ ແລະ ການຈັດຕັ້ງປະຕິບັດການຄຸ້ມຄອງບໍລິຫານວຽກງານຂອງກອງທຶນ LAFF ໃນຕໍ່ໜ້າ.         ການຢ້ຽມຢາມທະນາຄານເພື່ອການລົງທຶນຂອງເອີຣົບ The European Investment Bank (EIB) ຢູ່ປະເທດລຸກຊໍາບວກ,ຊຶ່ງໄດ້ຮຽນຮູ້ກ່ຽວ​ກັບ​ພາບ​ລວມ ແລະ ການດໍາເນີນງານຂອງ EIB, ໂຄງສ້າງຜູ້ຖືຫຸ້ນ ແລະ ການຈັດຕັ້ງປະຕິບັດວຽກງານໃນໄລ​ຍະ​ທີ່​ຜ່ານ​ມາ.

ການຢ້ຽມຢາມ Appui au développement autonome Non-Governmental Organizations (ADA NGO) ຢູ່ປະເທດ ລຸກຊໍາບວກ ໃນວັນທີ 22 ກັນຍາ 2023 ໄດ້ຮຽນຮູ້ ໂດຍຫຍໍ້ກຽວກັບພາບລວມ ຂອງ ADA ແລະ ບັນດາກິດຈະກໍາທີ່ເຄື່ອນໄຫວ ປະຈຸບັນໃນ ສປປ ລາວ ແລະ ໂຄງການທີ່ຜ່ານມາ.

             ການຢ້ຽມຢາມອົງການປະກັນໄຟທາງດ້ານການເງິນແບບທົ່ວເຖິງ Alliance for Financial Inclusion (AFI) ຢູ່ປະເທດລຸກຊໍາບວກ,​ຊຶ່ງໄດ້ຮຽນຮູ້ກ່ຽວ​ກັບສະພາບລວມການດຳເນີນງານ ແລະ ການເຄື່ອນໄຫວວຽກງານຂອງ AFI, ການສະໜັບສະໜູນທາງດ້ານການວາງນະໂຍບາຍດ້ານການເງິນ ກັບບັນດາປະເທດສະມາຊິກ.

             ການຢ້ຽມຢາມຄະນະກຳມະການສະຫະພາບເອີຣົບຂອງບັນດາຄູ່ຮ່ວມມືສາກົນDirectorate General International Partnerships (DG INTPA) ຢູ່ປະເທດເບວຢ້ຽມ, ຊຶ່ງຄະນະກອງທຶນ ໄດ້ນຳສະເໜີກ່ຽວກັບກອງທຶນ LAFF ໂດຍຫຍໍ້. ຫຼັງຈາກນັ້ນ, ​ກໍ່ໄດ້ຮຽນຮູ້ກ່ຽວ​ກັບພາບລວມ ແລະ ການຈັດຕັ້ງປະຕິບັດໂດຍຫຍໍ້ບາງໂຄງການ ໂດຍສະເພາະແມ່ນ SWITCH Asia ຊຶ່ງເປັນໂຄງການ ທີ່ໄດ້ຮັບການສະໜັບສະໜູນຈາກ EU ຊຶ່ງເຄື່ອນໄຫວຕັ້ງແຕ່ປີ 2007 ເພື່ອສົ່ງເສີມການບໍລິໂພກ ແລະ ການຜະລິດແບບຍືນຍົງໃນພາກພື້ນ.

ຜົນໄດ້ຮັບໃນການໄປທັດສະນະສຶກສາໃນຄັ້ງນີ້ຄະນະໄດ້ຮຽນຮູ້ພາບລວມແລະ ການຈັດຕັ້ງ ປະຕິບັດວຽກງານຂອງແຕ່ລະອົງການຈັດຕັ້ງສາກົນທີ່ມີບົດບາດຄວາມສຳຄັນ  ແລະ ເປັນທີ່ອົງການໃຫຍ່ທີ່ສຸດໃນໂລກ, ຊຶ່ງເປັນອົງການຈັດຕັ້ງສາກົນຮ່ວມມືກັນສະໜັບສະໜູນ ແລະ ພັດທະນາກິດຈະກຳ ຕ່າງໆ ເພື່ອປະໂຫຍດທາງດ້ານເສດຖະກິດ ແລະ ສັງຄົມ, ນອກຈາກຈະເປັນຜູ້ເປັນຄູ່ຮ່ວມທາງດ້ານການເງິນກັບບັນດາສະຖາບັນການເງິນອື່ນໆ ອີກຫຼາກຫຼາຍປະເທດໃນໂລກ, ລວມທັງເປັນນັກລົງທຶນລາຍໃຫຍ່, ເປັນຕົວກາງໃນການເຈລະຈາທາງການເມືອງ, ກະຕຸ້ນສ້າງພັນທະມິດ ແລະ ອື່ນໆທີ່ສຳຄັນ.

ນອກຈາກນີ້, ເພື່ອເຮັດໃຫ້ການບໍລິຫານກອງທຶນ LAFF ມີປະສິດຜົນ ໂດຍກ້າວເຂົ້າສູ່ຮູບແບບເປັນເອກະລາດ ແລະ ມີຄວາມໂປ່ງໃສ ແລະ ມີສິດຕິພາບ ໃນດ້ານການເສີມສ້າງຄວາມອາດ ສາມາດ ແລະ ເພື່ອສົ່ງເສີມການວາງນະໂຍບາຍທາງດ້ານການເງິນ ການແລກປ່ຽນ ແລະ ຈັດຕັ້ງປະຕິບັດນະໂຍບາຍການເງິນແບບທັນສະໄໝໃນອານາຄົດ. ຄະນະໄດ້ຖືໂອກາດປຶກສາຫາລື ການແລກປ່ຽນບົດຮຽນ ເພີ່ມເຕີມກ່ຽວກັບການເພີ່ມທະວີການພົວພັນ ແລະ ການຮ່ວມມືລະຫວ່າງອົງການຈັດຕັ້ງ ສາກົນ, ລວມທັງການປຶກສາຫາລື ການໃຫ້ການຊ່ວຍເຫຼືອ ສະໜັບສະໜູນທາງດ້ານການເງິນໃນຮູບແບບການໃຫ້ກູ້ຢືມດອກເບ້ຍຕໍ່າ ແລະ ການຊ່ວຍເຫຼືອລ້າໃຫ້ແກ່ ສປປ ລາວ ຕື່ມອີກ.  

ພາບ-ຂ່າວໂດຍ: ສຸກລາຕີບົວຄ່າສິດ