20 ທ.ວ. ກອງທຶນສົ່ງເສີມການເຂົ້າຫາແຫຼ່ງທຶນ ສປປ ລາວ – ກອງທຶນ LAFF , ກອງປະຊຸມສຳມະນາກ່ຽວກັບ ການສະໜອງເງິນກູ້ຈາກກອງທຶນ LAFF ໃຫ້ແກ່ ທະນາຄານທຸລະກິດ ແລະ ສະຖາບັນກາເງິນຈຸລະພາກ
ໃນມື້ວັນທີ 9 ທັນວາ 2021, ທະນາຄານ ແຫ່ງ ສປປ ລາວ (ທຫລ) ຮ່ວມກັບ ບໍລິສັດທີ່ປຶກສາ AFC ໄດ້ຈັດກອງປະຊຸມສຳມະນາທາງອອນລາຍ ເພື່ອເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບ ການສະໜອງເງິນກູ້ຈາກກອງທືນ LAFF ແກ່ທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ທີ່ສົນໃຈເຂົ້າຮ່ວມໂຄງການ. ກອງທຶນ LAFF ແມ່ນກອງທຶນໝູນ ວຽນຂອງ ທຫລ, ຊຶ່ງໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະ ບານປະເທດເຢຍລະມັນ ໂດຍຜ່ານ ທະນາຄານພັດທະນາຂອງປະເທດເຢຍລະມັນ ຫຼື KfW. ທຫລ ໄດ້ອອກແຈ້ງການຢ່າງເປັນທາງການ ເພື່ອໃຫ້ມີການສະເໜີຂໍທຶນ ໃນມື້ວັນທີ 29 ທັນວາ 2021 ຢູ່ ເວັບໄຊທ໌ ຂອງກອງທຶນ LAFF ແລະ ເວັບໄຊທ໌ຂອງ ທຫລ...