Posted at 11:20h
in
EOI_LAFF II ,
News ,
ແຈ້ງການ [social_share]
ໜັງສືສະເໜີຂໍຈົດໝາຍສະແດງເຈດຈຳນົງ (EoI)
I. ເນື້ອ ໃນ
1. ສະພາບລວມ
ປັດຈຸບັນ, ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ ແລະ ທະນາຄານພັດທະນາອາຊີ (ADB) ໄດ້ຮ່ວມກັນຈັດຕັ້ງປະຕິບັດ ໂຄງການລະບົບອາຫານກະສິກຳແບບຍືນຍົງ ( Sustainable Agri-Food Systems Sector Project ຫຼື SASSP ) ເຊິ່ງທະນາຄານແຫ່ງ ສປປ ລາວ ເປັນອົງກອນຜູ້ປະຕິບັດໂຄງການ (Implementing Agency-IA), ຊຶ່ງໄດ້ຮັບທຶນຈໍານວນໜຶ່ງ ເພື່ອນຳໃຊ້ເປັນແຫຼ່ງທຶນປ່ອຍກູ້ ເປັນສະກຸນເງິນກີບ (ສະກຸນເງິນທ້ອງຖິ່ນ) ໃຫ້ເປົ້າໝາຍຫົວໜ່ວຍທຸລະກິດທີ່ເປັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໂດຍຜ່ານກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (ກອງທຶນ LAFF).
2. ຈຸດ ປະ ສົງ ແລະ ວິ ທີ ການ ຂອງກອງ ທຶນ
ກອງທຶນ LAFFໃຫ້ການສະໜັບສະໜູນ ການພັດທະນາຕະຫຼາດສິນເຊື່ອ ເພື່ອປ່ອຍກູ້ໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME-credit markets) ເຊີ່ງເປັນພາກສ່ວນທີ່ມີຄວາມຕ້ອງການເງິນກູ້ຢ່າງຫຼວງຫຼາຍ ແຕ່ຍັງບໍ່ທັນ ໄດ້ຮັບການຕອບສະໜອງຢ່າງພຽງພໍເທື່ອ ແລະ ຍັງເປັນພາກສ່ວນທີ່ມີການສ້າງລາຍຮັບ ແລະ ສ້າງວຽກເຮັດງານທຳໃຫ້ແກ່ ປະຊາຊົນລາວຢ່າງຫຼວງຫຼາຍ. ກອງທຶນ LAFF ສະໜອງທຶນເງິນກູ້ແບບມອບເໝົາ (Wholesale loan) ເຊີ່ງມິກຳນົດໄລຍະເວລາສູງສຸດ 06 ປີ ແລະ ຕາມເງື່ອນໄຂກົນໄກຕະຫຼາດ ແລະ ມີການກໍານົດອັດຕາດອກເບ້ຍໂດຍອີງໃສ່ອັດຕາດອກເບ້ຍຕົວຈິງໃນຕະຫຼາດການປ່ອຍເງິນກູ້ ຫຼື ໜີ້ສິນ ທີ່ເປັນສະກຸນເງິນກີບຂອງທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ). ການດຳເນີນງານຕາມກົນໄກຕະຫຼາດ ແມ່ນຈະເປັນການຊ່ວຍເຮັດໃຫ້ຜູ້ກູ້ຢືມທຶນຈາກກອງທຶນ LAFF ນັ້ນກໍ່ຄື ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ (PFIs) ສາມາດນຳໃຊ້ແຜນຍຸດທະສາດດ້ານການຕະຫຼາດ, ນະໂຍບາຍສິນເຊື່ອ ແລະ ເງື່ອນໄຂການປ່ອຍກູ້ຕໍ່ໃຫ້ແກ່ MSMEs ໄດ້ຢ່າງເຕັມສ່ວນ, ລວມທັງການກຳນົດອັດຕາດອກເບ້ຍ. ທຶນເງິນກູ້ແບບມອບເໝົາຈາກກອງທຶນ LAFF ແມ່ນສະໜອງໃຫ້ຕາມເງື່ອນໄຂເພື່ອປ່ອຍກູ້ຕໍ່ໃຫ້ແກ່ກິດຈະກຳທີ່ເປັນເສດຖະກິດ ທີ່ດຳເນີນງານໂດຍຫົວໜ່ວຍຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs).
3. ການ ຄຸ້ມ ຄອງ ບໍ ລິ ຫານກອງ ທຶນ
ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ແຕ່ງຕັ້ງໜ່ວຍງານຄຸ້ມຄອງແລະບໍລິຫານກອງທຶນ LAFF (LMU) ເຊີ່ງແມ່ນກົມ ບໍລິການທະນາຄານ (BOD) ເປັນຈຸດໃຈກາງໃນການປະສານງານ.[1] ໜ່ວຍງານ LMU ແມ່ນມີຄວາມຮັບຜິດຊອບໃນການຄຸ້ມຄອງແລະບໍລິຫານ ການດຳເນີນງານຂອງກອງທຶນ LAFF ຕາມເງື່ອນໄຂ ແລະ ວິທີການທີ່ໄດ້ຕົກລົງກັນລະຫວ່າງ ທຫລ ໃນນາມເປັນອົງກອນຜູ້ປະຕິບັດໂຄງການ ແລະ ADB ໃນນາມເປັນຜູ້ສະໜອງເງິນກູ້ດອກເບ້ຍຕໍ່າ. ທ່ານຜູ້ອຳນວຍການກອງທຶນ LAFF ແມ່ນເປັນຫົວໜ້າໜ່ວຍງານດັ່ງກ່າວ ແລະ ຢູ່ພາຍໃຕ້ການຊີ້ນຳ ຂອງຄະນະຊີ້ນຳລວມກອງທຶນ LAFF (LSC) ເຊີ່ງແມ່ນທ່ານຮອງຜູ້ວ່າການ ທຫລ ເປັນປະທານ. ໂດຍອີງຕາມທິດຊີ້ນຳຂອງຄະນະຊີ້ນຳລວມກອງທຶນ, ທ່ານຜູ້ອຳນວຍການ ກອງທຶນ LAFF ເຊີ່ງແມ່ນທ່ານຫົວໜ້າກົມບໍລິການທະນາຄານ ຈື່ງປະກາດແຈ້ງການ ເພື່ອສະເໜີຂໍຈົດໝາຍສະແດງເຈດຈຳນົງຈາກສະຖາບັນການເງິນທີ່ມີຄວາມສົນໃຈເຂົ້າຮ່ວມໂຄງການ ດັ່ງລຸ່ມນີ້:
4. ການ ອອກ ປະ ກາດ ແຈ້ງ ການ
ກົມບໍລິການທະນາຄານ ຂໍຖືເປັນກຽດແຈ້ງມາຍັງທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ທີ່ມີການຄຸ້ມຄອງ ແລະ ບໍລິຫານ ຢ່າງເປັນມືອາຊີບ ໃນ ສປປ ລາວ ແລະ ມີຍຸດທະສາດໃນການປ່ອຍກູ້ ໃຫ້ແກ່ຂະແໜງການ MSMEs ລວມທັງວິສາຫະກິດທີ່ຍັງບໍ່ທັນໄດ້ຈົດທະບຽນ ແລະ ລະດັບຄົວເຮືອນ ທີ່ປະຕິບັດກິດຈະກຳທີ່ເປັນເສດຖະກິດ, ໃຫ້ສະເໜີຂໍທຶນເງິນກູ້ແບບມອບເໝົາຈາກກອງທຶນ LAFFແລະ ການຊ່ວຍເຫຼືອດ້ານວິຊາການ (ຖ້າທ່ານມີຄວາມຈຳເປັນ). ໃນ ອັດ ຕາ ດອກ ເບ້ຍ 7% ຕໍ່ ປີ ສຳ ລັບ ທະ ນາ ຄານ ທຸ ລະ ກິດ ແລະ 8% ຕໍ່ ປີ ສຳ ລັບ ສກ ຈ ຮ . ໜັງສືສະແດງເຈດຈຳນົງ ລວມທັງໃບສະເໜີຂໍເງິນກູ້ ແລະ ເອກະສານຕ່າງໆທີ່ຕ້ອງການ ຈາກສະຖາບັນການເງິນທີ່ສະເໜີຂໍທຶນ ແມ່ນຈະໄດ້ຮັບການປະເມີນຢ່າງລະອຽດ, ອີງໃສ່ເອກະສານທີ່ສົ່ງມາໃຫ້ ແລະ ການລົງສຳພາດຕົວຈິງ ແລະ ໂດຍການນຳໃຊ້ເງື່ອນໄຂເຂົ້າຮ່ວມໂຄງການ ແລະ ເຄື່ອງມືການໃຫ້ຄະແນນທີ່ມີການສັ່ງນ້ຳໜັກ ລວມກັບການປະເມີນທາງດ້ານຄຸນນະພາບ. ສະຖາບັນການເງິນທີ່ສະເໜີຂໍທຶນ ທີ່ສາມາດຜ່ານໄດ້ບັນດາເງື່ອນໄຂຕ່ຳສຸດ ແລະ ໄດ້ຮັບຄະແນນສູງສຸດໃນແງ່ຂອງຜົນສຳເລັດດ້ານເປົ້າໝາຍການພັດທະນາຕະຫຼາດ ແລະ ຜົນຈາກການໃຫ້ຄະແນນທີ່ດີ ແມ່ນຈະໄດ້ຮັບການຄັດເລືອກເຂົ້າຮ່ວມໂຄງການ. ກ່ຽວກັບເງື່ອນໄຂເຂົ້າຮ່ວມໂຄງການ ແລະ ເອກະສານທີ່ຕ້ອງການ ແມ່ນສາມາດເບີ່ງລາຍລະອຽດໄດ້ໃນພາກ II ຂ້າງລຸ່ມນີ້.
5. ເປົ້າ ໝາຍ ການ ພັດ ທະ ນາ ຕະ ຫຼາດ (Market-development targets)
ໃນການສະເໜີຂໍຈົດໝາຍສະແດງເຈດຈຳນົງຂອງກອງທຶນ LAFF ໃນຄັ້ງນີ້ ແມ່ນເພື່ອສົ່ງເສີມໃຫ້ບັນດາທະນາຄານທຸລະກິດ ແລະ ສກຈຮ ເຂົ້າເຖິງຫົວໜ່ວຍ MSMEs, ໂດຍສະເພາະແມ່ນຫົວໜ່ວຍ MSMEs ທີ່ເຄື່ອນໄຫວໃນເຂດ ຊົນນະບົດເພື່ອໃຫ້ມີໂອກາດເຂົ້າເຖິງການບໍລິການສິນເຊື່ອເພື່ອນຳໄປພັດທະນາທຸລະກິດຂອງເຂົາເຈົ້າ ຫຼື ເຮັດກິດຈະກຳ ທີ່ສ້າງລາຍຮັບ. ເປົ້າໝາຍ MSMEs ແມ່ນລວມທັງຫົວໜ່ວຍ MSMEs ຜູ້ທີ່ໄດ້ຈົດທະບຽນແລ້ວ ແລະ ຜູ້ທີ່ຍັງບໍ່ທັນໄດ້ຈົດທະບຽນ ແຕ່ມີຈຸດປະສົງທີ່ຈະຈົດທະບຽນຢ່າງເປັນທາງການ. ກອງທຶນ LAFF ມີຄວາມມຸ່ງໝັ້ນ ທີ່ຈະໃຫ້ການສະໜັບສະໜູນການພັດທະນາ ການໃຫ້ບໍລິການສີນເຊື່ອຢ່າງມີຄວາມຍືນຍົງ ຂອງສະຖາບັນການເງິນ ໃຫ້ກັບຫົວໜ່ວຍ MSMEs ແລະ ສ້າງໂອກາດໃຫ້ຜູ້ທີ່ມີຄວາມຕ້ອງການກູ້ຢືມ ສາມາດເຂົ້າເຖິງການບໍລິການສີນເຊື່ອໄດ້, ພ້ອມກັນນີ້ ກອງທຶນ LAFF ມີຄວາມຕັ້ງໃຈ ສົ່ງເສີມການລົງທຶນຍົກລະດັບເຄື່ອງມືການຜະລິດຂອງ ຫົວໜ່ວຍ MSMEs ເພື່ອເປັນປັດໃຈສຳຄັນໃນການເພີ່ມທ່າແຮງ ໃນການແຂ່ງຂັນ ໃຫ້ແກ່ຂະແໜງການ MSMEs ຂອງ ສປປ ລາວ ເພື່ອໃຫ້ນຳທັນກັບຂະແໜງການ MSMEs ປະເທດຕ່າງໆ ໃນບັນດາປະຊາຄົມເສດຖະກິດອາຊຽນ (ASEAN Economic Community) ດ້ວຍການສົ່ງເສີມໃຫ້ມີການປ່ອຍກູ້ໄລຍະຍາວເພື່ອນຳໄປລົງທຶນຍົກລະດັບເຄື່ອງຈັກ ແລະ ເຄື່ອງມືອຸປະກອນໃນການຜະລິດຂອງ ບັນດາຫົວໜ່ວຍ MSMEs. ພ້ອມກັນນີ້ ກອງທຶນ LAFF ເອົາໃຈໃສ່ໃນເລື່ອງການກຳນົດຄ່າອັດຕາດອກເບ້ຍຢ່າງຍຸດຕິທຳ ແລະ ການປົກປ້ອງລູກຄ້າ. ສະນັ້ນ, ສຳລັບສະຖາບັນການເງິນທີ່ບັນລຸໄດ້ຕາມເງື່ອນໄຂພື້ນຖານເບື້ອງຕົ້ນແລ້ວ, ກອງທຶນ LAFF ຈະໃຫ້ບູລິມະສິດໃຫ້ກັບສະຖາບັນການເງິນ ທີ່ກຳນົດອັດຕາດອກເບ້ຍທີ່ເໝາະສົມ ໃນການປ່ອຍກູ້ໃຫ້ລູກຄ້າ ທີ່ຈະນຳໃຊ້ບ້ວງທຶນກູ້ ຢືມຈາກກອງທຶນ LAFF.
6. ເງື່ອນ ໄຂ ເງິນ ກູ້ ຂອງກອງ ທຶນ LAFF
ເງື່ອນໄຂທຶນ ຂອງກອງ ທຶນ LAFF ແມ່ນ ເປັນ ທຶນ ເງິນ ກູ້ ທີ່ບໍ່ ມີ ຫຼັກ ຊັບ ຄ້ຳ ປະ ກັນ ແຕ່ ມີ ເງື່ອນ ໄຂ ຄື ດັ່ງ ທີ່ ໄດ້ ລະ ບຸ ໄວ້ ໃນ ພາກນີ້, ລາຍ ລະ ອຽດ ກ່ຽວ ກັບ ເງື່ອນ ໄຂ ດັ່ງ ກ່າວ ທີ່ ຈະ ໄດ້ ຕົກ ລົງ ນຳ ກັນ ແມ່ນ ຈະ ໄດ້ ມີ ການ ເຈ ລະ ຈາ ນຳ ກັນ ກັບ ສະ ຖາ ບັນ ການ ເງິນ ທີ່ ໄດ້ ຖືກ ຄັດ ເລືອກ ພາຍ ຫຼັງ ທີ່ ໄດ້ ມີ ການ ປະ ເມີນ ສິນ ເຊື່ອ ແລະ ມີ ການກວດ ກາ ບັນ ດາ ເອ ກະ ສານ ຕ່າງໆ ສຳ ເລັດ ແລ້ວ. ທຶນ ເງິນ ກູ້ ຈາກກອງ ທຶນ LAFF ແມ່ນ ສະ ໜອງ ໃຫ້ ເປັນ ທຶນ ໜູນ ວຽນ, ສະ ຖາ ບັນ ການ ເງິນ ທີ່ ໄດ້ ຮັບທຶນ ແມ່ນ ສາ ມາດ ປ່ອຍ ກູ້ ຕໍ່ ແລະ ປ່ອຍ ໜູນ ວຽນ ໃຫ້ ແກ່ ໃຫ້ ແກ່ ຫົວ ໜ່ວຍ MSMEs ໄດ້ ຕາມ ເງື່ອນ ໄຂ ສຳ ລັບຫົວ ໜ່ວຍ MSMEs ກໍ່ຄືເງື່ອນໄຂ ຂອງເງິນ ກູ້ ຍ່ອຍ.
ສັງ ລວມ ບັນ ດາ ເງື່ອນ ໄຂ ຕົ້ນ ຕໍຂອງ ທຶນ ເງິນ ກູ້ ຈາກກອງ ທຶນ LAFF :
ປ່ອຍກູ້ໃຫ້ເປັນສະກຸນເງິນກີບ.
ກຳນົດເວລາ 06 ປີສຳລັບທະນາຄານທຸລະກິດ (ລະຫວ່າງ 4-6 ປີ ສຳລັບ ສກຈຮ).
ຊ່ວງພັກຊຳລະຕົ້ນທຶນ ແມ່ນ 1/3ຂອງກຳນົດໄລຍະເວລາເງິນກູ້ .
ການຊຳລະຕົ້ນທຶນແມ່ນ ຊຳລະເປັນສີ່ງວດໃນວົງເງິນທີ່ເທົ່າກັນ, ຈ່າຍໃນຕອນທ້າຍຂອງປີທີສາມຫາປີທີຫົກ.[2]
ອັດຕາດອກເບ້ຍ 7% ຕໍ່ ປີ ສຳ ລັບ ທະ ນາ ຄານ ທຸ ລະ ກິດ ແລະ 8% ຕໍ່ ປີ ສຳ ລັບ ສກ ຈ ຮ .
ການຈ່າຍດອກເບ້ຍແມ່ນຈ່າຍ ສອງຄັ້ງຕໍ່ປີ ແລະ ຈ່າຍດອກເບ້ຍ ທຸກໆ ວັນທີ 10 ພຶດສະພາ ແລະ ວັນທີ 10 ພະຈິກ ຂອງແຕ່ລະປີ.
ການຄິດໄລ່ດອກເບ້ຍແມ່ນຄິດໄລ່ຕາມຈຳນວນເງິນຕົ້ນທຶນທີ່ຍັງບໍ່ທັນໄດ້ຖືກຊຳລະ.
ບໍ່ມີຄ່າທຳນຽມໃດໆ, ແຕ່ຈະມີການປັບໄໝໃນກໍລະນີມີການຊຳລະຕົ້ນທຶນຊັກຊ້າ (ກຳນົດເວລາຊັກຊ້າແມ່ນເກີນ 5 ວັນລັດຖະການ)ໂດຍການເພີ່ມດອກເບ້ຍຂື້ນ 2% ຂອງເວລາທີ່ຊັກຊ້າ.
ບໍ່ມີການປັບໄໝໃນກໍລະນີຈ່າຍກ່ອນກຳນົດ.
ບໍ່ມີຫຼັກຊັບຄ້ຳປະກັນ.
ຕົ້ນທຶນເງິນກູ້ຈາກກອງທຶນ LAFF ທີ່ໄດ້ຖືກສົ່ງຄືນຈາກລູກຄ້າລາຍຍ່ອຍ ແມ່ນສາມາດປ່ອຍເປັນເງິນກູ້ຍ່ອຍໃຫ້ລູກຄ້າທີ່ເປັນຫົວໜ່ວຍ MSMEs ຕໍ່ໄປເລື້ອຍໆ ພາຍໃຕ້ເງື່ອນໄຂເງິນກູ້ຍ່ອຍ ຫຼື ເງື່ອນໄຂຂອງ MSMEs.
ນໍາໃຊ້ແບບຟອມການປະເມີນ ຜົນກະທົບທາງດ້ານສີ່ງແວດລ້ອມ ແລະ ສັງຄົມ ທີ່ກອງທຶນ ກໍານົດຢ່າງເຂັ້ມງວດ.
7. ເງື່ອນ ໄຂ ສຳ ລັບ ເງິນ ກູ້ ຍ່ອຍ ທີ່ ປ່ອຍ ໃຫ້ ຫົວ ໜ່ວຍ MSMEs
ຫົວໜ່ວຍ MSMEs ທີ່ເປັນເປົ້າໝາຍຜູ້ກູ້ຢືມຍ່ອຍ ພາຍໃຕ້ທຶນຈາກກອງທຶນ LAFF ແມ່ນລວມທັງຫົວໜ່ວຍວິສາຫະກິດ ທີ່ຍັງບໍ່ທັນໄດ້ຈົດທະບຽນ ແລະ ຄົວເຮືອນທີ່ປະຕິບັດກິດຈະກຳທີ່ເປັນເສດຖະກິດ. ທຶນເງິນກູ້ຈາກກອງທຶນ LAFF ແມ່ນຈະຕ້ອງຖືກນຳໃຊ້ເພື່ອປ່ອຍກູ້ໃຫ້ແກ່ກິດຈະກຳທີ່ເປັນເສດຖະກິດ ຈັດຕັ້ງປະຕິບັດໂດຍຫົວໜ່ວຍ MSME ເພື່ອລົງທຶນສ່ວນຫຼາຍໃສ່ “ຊັບ ສິນ ຄົງ ທີ່ ” ຫຼື ການ ຂະ ຫ ຍາຍ ທຸ ລະ ກິດ [3] [4] . ທຶນເງິນກູ້ຈາກກອງທຶນ LAFF ແມ່ນສາມາດນຳໃຊ້ເຂົ້າໃນການລົງທຶນໃສ່ກິດຈະກໍາຂະແໜງການກະສິກຳ ລວມມີ ປູກຝັງ, ລ້ຽງສັດ, ການແປຮູບລະດັບຈຸນລະພາກ, ການຂົນສົ່ງສິນຄ້າກະສິກໍາ, ການເກັບຊື້ແລະຂາຍສິນຄ້າກະສິກໍາ, ແລະ ຂະແໜງອື່ນໆທີ່ຕິດພັນກັບຕ່ອງໂສ້ມູນຄ່າຂະແໜງກະສິກໍາ, ໄລຍະເວລາຂອງການກູ້ຢືມຍ່ອຍຈະຢູ່ໃນລະດັບຢ່າງໜ້ອຍ 12 ເດືອນ ໂດຍສະເລ່ຍ. ເງິນກູ້ຍ່ອຍແມ່ນສາມາດປ່ອຍໃຫ້ໄດ້ທົ່ວປະເທດ ຍົກເວັ້ນສະເພາະແຕ່ ເຂດພື້ນທີ່ຂື້ນກັບສາມເມືອງຂອງນະຄອນຫຼວງວຽງຈັນ[5] ແລະ ມີໄລຍະປອດໜີ້ຕົ້ນທຶນ ໜຶ່ງສ່ວນສາມ ຂອງກຳນົດເວລາເງິນກູ້ຍ່ອຍທີ່ ກ່ຽວຂ້ອງ, ອັດຕາດອກເບ້ຍເງິນກູ້ທີ່ປ່ອຍຕໍ່ໃຫ້ແກ່ຜູ້ກູ້ຢືມລາຍຍ່ອຍ ຈະຕ້ອງເປັນອັດຕາຕະຫຼາດ ແລະ ຖືກກຳນົດໂດຍສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ເຊິ່ງອີງຕາມນະໂຍບາຍການປ່ອຍກູ້ຂອງ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານເອງ, ສ່ວນຂະໜາດຂອງວົງເງິນກູ້ ຜູ້ກູ້ຢືມລາຍຍ່ອຍ ແຕ່ລະລາຍຈະຢູ່ໃນລະດັບສູງສຸດບໍ່ເກີນ 1,000,000,000 ກີບ (ໜຶ່ງຕື້ກີບ). ການປ່ອຍກູ້ໃຫ້ແກ່ຜູ້ປະກອບການທີ່ເປັນເພດຍິງຕ້ອງມີຢ່າງໜ້ອຍ 51% ຂອງຈຳນວນເງິນປ່ອຍກູ້ຍ່ອຍທັງໝົດ. ນອກຈາກນັ້ນ, ສະຖາບັນການເງິນຄູ່ຮ່ວມງານຕ້ອງເອົາເອົາໃຈໃສ່ຕໍ່ ບັນຫາດ້ານສິ່ງແວດລ້ອມ ແລະ ສັງຄົມ, ໃນນັ້ນ ຕ້ອງປ່ອຍສິນເຊື່ອໃຫ້ຜູ້ກູ້ຢືມລາຍຍ່ອຍ ທີ່ມີຄວາມສ່ຽງຕໍ່າ ດ້ານສິ່ງແວດລ້ອມ ແລະ ສັງຄົມ (ປະເພດ C ບໍ່ແມ່ນປະເພດ A ຫຼື B). ພ້ອມນັ້ນ, ສໍາລັບການສະໜອງສິນເຊື່ອໃຫ້ຜູ້ກູ້ຢືມລາຍຍ່ອຍ ທີ່ມີວົງເງິນອະນຸມັດເກີນ 10,000 ໂດລາສະຫະລັດ ຫຼື ທຽບເທົ່າ 200,000,000 ກີບ ຕ້ອງນໍາໃຊ້ແບບຟອມການປະເມີນ ຜົນກະທົບທາງດ້ານ ສີ່ງແວດລ້ອມ ແລະ ສັງຄົມ ຕາມທີ່ຜູ້ໃຫ້ທຶນກຳນົດໄວ້ ຢ່າງເຂັ້ມງວດ. ໃນກໍລະນີ ການປ່ອຍກູ້ຍ່ອຍນັ້ນຫາກເກີດມີຜົນກະທົບທາງດ້ານສີ່ງແວດລ້ອມ ແລະ ສັງຄົມ ຢ່າງຮ້າຍແຮງ ຕ້ອງລາຍງານໃຫ້ແກ່ ກອງທຶນ LAFF ຊາບໂດຍດ່ວນ ແລະ ບໍ່ ອະ ນຸ ຍາດ ໃຫ້ ປ່ອຍ ກູ້ໃຫ້ ແກ່ ບັນ ດາ ກິດ ຈະ ກຳ ທີ່ ລະ ບຸ ໄວ້ ໃນ ບັນ ຊີ ລາຍ ການ ກິດ ຈະ ກຳ ຍົກ ເວັ້ນ ຂອງ ໂຄງ ການກອງ ທຶນ LAFF [6] , ສຸ ດ ທ້າຍ ແຕ່ ເປັນ ສີ່ງ ທີ່ ສຳ ຄັນ ຫຼາຍນັ້ນ ກໍ່ ຄື ວ່າ ເງິນ ກູ້ ຍ່ອຍ ແມ່ນ ຈະ ຕ້ອງ ໄດ້ ປະ ຕິ ບັດ ຕາມ ຫຼັກ ການ ຂອງ ການ ປົກ ປ້ອງ ລູກ ຄ້າ (Client Protection Principles )[7] ແລະ ດຳ ລັດວ່າດ້ວຍການປົກ ປ້ອງ ຜູ້ ຊົມ ໃຊ້ ການ ບໍ ລິ ການ ດ້ານ ການ ເງິນ . [8] ຂ້າງລຸ່ມນີ້ແມ່ນເປັນການສັງລວມເງື່ອນໄຂຕົ້ນຕໍສຳລັບເງິນກູ້ຍ່ອຍ:
ສັງ ລວມ ເງື່ອນ ໄຂ ຕົ້ນ ຕໍ ສຳ ລັບ ເງິນ ກູ້ ຍ່ອຍ ສໍາລັບ ແຫຼ່ງທຶນຈາກ ADB:
ວົງເງິນປ່ອຍກູ້: ຕ່ຳສຸດ 2 ລ້ານກີບ ແລະ ສູງສຸດ 1 ຕື້ກີບ.
ອັດຕາດອກເບ້ຍ: ເປັນອັດຕາດອກເບ້ຍຕາມກົນໄກຕະຫຼາດ ໂດຍອີງຕາມນະໂຍບາຍສິນເຊື່ອຂອງ PFI.
ກຳນົດເວລາສະເລ່ຍ: ຢ່າງໜ້ອຍ 12 ເດືອນ ໂດຍສະເລ່ຍ.
ຊ່ວງພັກຊຳລະຕົ້ນທຶນ: ໜື່ງສ່ວນສາມຂອງກຳນົດໄລຍະເວລາເງິນກູ້.
ປ່ອຍກູ້ໃຫ້ແກ່ຂະແໜງກະສິກຳ ລວມມີ ປູກຝັງ, ລ້ຽງສັດ, ການແປຮູບລະດັບຈຸນລະພາກ, ການຂົນສົ່ງສິນຄ້າກະສິກໍາ, ການເກັບຊື້ແລະຂາຍສິນຄ້າກະສິກໍາ ແລະ ຂະແໜງອື່ນໆທີ່ຕິດພັນກັບຕ່ອງໂສ້ມູນຄ່າຂະແໜງກະສິກໍາ ເທົ່ານັ້ນ.
ການປ່ອຍກູ້ໃຫ້ແກ່ຜູ້ປະກອບການເພດຍິງຕ້ອງມີຢ່າງໜ້ອຍ 51% ຂອງຈຳນວນເງິນປ່ອຍກູ້ຍ່ອຍທັງໝົດ.
ຕ້ອງປ່ອຍສິນເຊື່ອໃຫ້ຜູ້ກູ້ຢືມລາຍຍ່ອຍ ທີ່ມີຄວາມສ່ຽງຕໍ່າ ດ້ານສິ່ງແວດລ້ອມ ແລະ ສັງຄົມ (ປະເພດ C ບໍ່ແມ່ນປະເພດ A ຫຼື B).
ວົງເງິນປ່ອຍກູ້ເກີນ 200,000,000 ກີບ ຕ້ອງນໍາໃຊ້ແບບຟອມການປະເມີນ ຜົນກະທົບທາງດ້ານສີ່ງແວດລ້ອມ ແລະ ສັງຄົມ ທີ່ກອງທຶນ ກໍານົດຢ່າງເຂັ້ມງວດ.
ນອກຈາກເງື່ອນໄຂຕ່າງໆທີ່ໄດ້ກ່າວມາຂ້າງເທິງນັ້ນແລ້ວ, PFIs ຈະຕ້ອງໄດ້ມີການອອກແບບ ວິທີການປ່ອຍກູ້ ແລະ ຜະລິດຕະພັນເງິນກູ້ ເພື່ອສົ່ງເສີມ MSMEs ລວມທັງຕາຕະລາງເວລາຂອງງວດຈ່າຍດອກເບ້ຍ ແລະ ຊຳລະຕົ້ນທຶນ ໂດຍສອດຄ່ອງກັບນະໂຍບາຍສິນເຊື່ອຂອງ PFIs ທີ່ມີໃນປະຈຸບັນ. ນອກຈາກນັ້ນ, ໃຫ້ມີການອອກແບບ ວິທີການປ່ອຍກູ້ ແລະ ຜະລິດຕະພັນເງິນກູ້ ເພື່ອເພດຍິງ ຍິ່ງເປັນການດີ.
8. ການ ສະ ໜອງ ການ ຊ່ວຍ ເຫຼືອ ດ້ານ ວິ ຊາ ການ
ກອງທຶນ LAFF ແມ່ນສາມາດສະໜອງການຊ່ວຍເຫຼືອດ້ານວິຊາການ (TA) ໄປຄຽງຄູ່ກັບການໃຫ້ທຶນເງິນກູ້ຈາກກອງທຶນ LAFF ໃນກໍລະນີທີ່ວ່າສະຖາບັນການເງິນທີ່ຖືກຄັດເລືອກຫາກມີຄວາມຕ້ອງການ ການຊ່ວຍເຫຼືອດ້ານວິຊາການ ເພື່ອສະໜັບສະໜູນໃຫ້ແກ່ເປົ້າໝາຍດ້ານຍຸດທະສາດ ຫຼື ເຮັດໃຫ້ສາມາດປະຕິບັດໄດ້ທຸກໆເງື່ອນໄຂຂອງໂຄງການກອງທຶນ LAFF. ສະຖາບັນການເງິນທີ່ສະເໜີຂໍທຶນ ລວມທັງທະນາຄານທຸລະກິດ ແລະ ສກຈຮ ແມ່ນສາມາດ ສະເໜີຂໍການຊ່ວຍເຫຼືອດ້ານວິຊາການ ໃນກໍລະນີ ສະຖາບັນການເງິນນັ້ນໆ ເຫັນວ່າຈະສາມາດປະຕິບັດໄດ້ທຸກໆເງື່ອນໄຂເຂົ້າຮ່ວມໂຄງການ ຖ້າຫາກວ່າໄດ້ຮັບການຊ່ວຍເຫຼືອດ້ານວິຊາການທີ່ພຽງພໍ. ລາຍລະອຽດກ່ຽວກັບການສະເໜີຂໍການຊ່ວຍເຫຼືອດ້ານວິຊາການແມ່ນມີໃນພາກຂ້າງລຸ່ມນີ້້.
II. ຂະ ບວນ ການ
1. ຄວາມ ເປັນ ມາ ຂອງ ໜັງ ສື ສະ ແດງ ເຈດ ຈຳ ນົງ
ໂຄງສ້າງທີ່ຈະຕ້ອງໄດ້ປະຕິບັດສຳລັບໜັງສືສະແດງເຈດຈຳນົງ (EoI) ແມ່ນໄດ້ລະບຸໄວ້ໃນແບບຟອມສະເໜີຂໍທຶນເງິນກູ້ (EoI-application form) ທີ່ໄດ້ຕິດຄັດມານຳແຈ້ງການສະບັບນີ້ເປັນເອກະສານຊ້ອນທ້າຍ 1. ໜັງສືສະແດງເຈດຈຳນົງແມ່ນຈະຕ້ອງໄດ້ປະກອບດ້ວຍການອະທິບາຍຫຍໍ້ທີ່ເປັນພື້້ນຖານ (ຂະໜາດທີ່ແນະນຳ: ໜື່ງນ້າເຈ້ຍ A4) ກ່ຽວກັບວົງເງິນທີ່ສະເໜີຂໍທຶນ ແລະ ແຜນການນຳໃຊ້ທຶນດັ່ງກ່າວ, ລວມທັງແນວຄວາມຄິດດ້ານແຜນຍຸດທະສາດ ແລະ ແຜນຂອງອົງກອນ, ຈຳນວນ ແລະ ວົງເງິນກູ້ສະເລ່ຍສຳລັບເງິນກູ້ຍ່ອຍທີ່ຈະປ່ອຍໃຫ້ແກ່ຫົວໜ່ວຍ MSMEs ທີ່ເປັນເປົ້າໝາຍ, ຂະແໜງການທີ່ເປັນເປົ້າໝາຍ ແລະ ພື້ນທີ່ເປົ້າໝາຍ ແລະ ລັກສະນະຫຼັກໆຂອງຜະລິດຕະພັນເງິນກູ້ທີ່ວາງແຜນທີ່ປ່ອຍໃຫ້ MSMEs, ລວມທັງອັດຕາດອກເບ້ຍ ແລະ ຄ່າທຳນຽມຕ່າງໆ, ໄລຍະປ່ອຍກູ້ ແລະ ງວດຊຳລະຄືນ. ລາຍລະອຽດກ່ຽວກັບການສະເໜີຂໍການຊ່ວຍເຫຼືອດ້ານວິຊາການແມ່ນຈະຕ້ອງໄດ້ມີການອະທິບາຍຫຍໍ້ (ຂະໜາດແນະນຳ: ໜື່ງໜ້າເຈ້ຍ A4) ແລະ ຈະຕ້ອງໄດ້ມີການມີການອະທິບາຍກ່ຽວກັບຊ່ອງຫວ່າງດ້ານຄວາມຮູ້ ຫຼື ປະສົບການ ທີ່ຈະຕ້ອງການໃຫ້ຊ່ວຍເຫຼືອ ແລະ ຜົນໄດ້ຮັບທີ່ຄາດຫວັງໄວ້, ກັບຍຸດທະສາດການຕະຫຼາດເງິນກູ້ເພື່ອສົ່ງເສີມ MSMEs, ຕຳແໜ່ງ ແລະ ຈຳນວນຂອງພະນັກງານຂອງສະຖາບັນການເງິນທີ່ສະເໜີຂໍທຶນ ທີ່ຈະໄດ້ຮັບການຊ່ວຍເຫຼືອດ້ານວິຊາການ, ປະເພດ ແລະ ກຳນົດເວລາຂອງການຊ່ວຍເຫຼືອດ້ານວິຊາການທີ່ຈະສະເໜີຂໍ. ຖ້າເປັນໄປໄດ້, ການອະທິບາຍທັງສອງຢ່າງເທິງນີ້ແມ່ນຄວນມີການເຊື່ອມໂຍງກັນກັບແຜນຍຸດທະສາດ ແລະ ແຜນການດຳເນີນງານຂອງສະຖາບັນການເງິນນັ້ນໆ.
2. ເອ ກະ ສານ ທີ່ ຕ້ອງ ການ
ແບບຟອມໃບສະເໜີຂໍທຶນທີ່ສົ່ງມານຳໜັງສືສະແດງເຈດຈຳນົງ ຄວນປະກອບມີເອກະສານຈຳນວນໜື່ງທີ່ຕ້ອງການໃນການປະເມີນກ່ຽວກັບຄວາມເຂັ້ມແຂງທາງດ້ານການເງິນ ແລະ ດ້ານການດຳເນີນງານ, ແນວທາງແຜນຍຸດທະສາດ, ມາດຕະຖານດ້ານສັງຄົມ ແລະ ສີ່ງແວດລ້ອມ. ຖ້າຫາກສະຖາບັນການເງິນໃດບໍ່ສາມາດສະໜອງຂໍ້ມູນ ຫຼື ສົ່ງເອກະສານດັ່ງກ່າວຄົບຖ້ວນໃຫ້ແກ່ໂຄງການ ອາດຈະເຮັດໃຫ້ໜັງສືສະແດງເຈດຈຳນົງຖືກປະຕິເສດ. ລາຍການເອກະສານທີ່ຕ້ອງການປະກອບມີດັ່ງລຸ່ມນີ້:
ຂໍ້ ມູນ ດ້ານ ທຸ ລະ ກິດ / ການ ຈັດ ຕັ້ງ ພະ ນັກ ງານ
ເອ ກະ ສານ ດ້ານ ນິ ຕິ ກຳ
ໜັງສືອະນຸມັດການໃຫ້ກູ້ຢືມ ຈາກກົມກ່ຽວຂ້ອງຂອງ ທຫລ ທີ່ຄຸ້ມຄອງສະຖາບັນການເງິນນັ້ນ
ບົດລາຍງານສະບັບລ້າສຸດ ທີ່ໄດ້ສົ່ງໃຫ້ ທຫລ
ໃບອະນຸຍາດດຳເນີນທຸລະກິດ
ບົດບັນທຶກການຮ່ວມທຶນຂອງບັນດາຜູ້ຖືຮຸ້ນ
ແຜ ນ ທຸ ລະ ກິດ
ແຜນທຸລະກິດ ຫຼື ກິດຈະກຳທາງດ້ານທຸລະກິດທີ່ວາງແຜນໄວ້
ການຄາດຄະເນດ້ານການເງິນ 3-5 ຕໍ່ໜ້າ.
ຂໍ້ ມູນ ດ້ານ ການ ເງິນ
ບົດລາຍງານຖານະການເງິນ ປະຈຳປີ ທີ່ໄດ້ຖືກກວດສອບແລ້ວ 3 ປີ ຍ້ອນຫຼັງ, ຖ້າບົດລາຍງານ ປີຫຼ້າສຸດ ບໍ່ທັນໄດ້ຮັບການກວດສອບ, ອາດນໍາໃຊ້ບົດລາຍງານຖານະການເງິນທີ່ສົ່ງໃຫ້ ທຫລ ໃນປີຫຼ້າສຸດ ແທນ;
ຍອດເງິນກູ້ທ້າຍປີ ປີຫຼ້າສຸດ (ຍອດເງິນກູ້ທີ່ກຳລັງເຄື່ອນໄຫວຢູ່, ຈຳນວນລູກຄ້າຜູ້ກູ້ຢືມ, PAR ສຳລັບ ສກຈຮ, NPL ສຳລັບ ທະນາຄານ) ຈັດແຍກຕາມສາຂາ ແລະ ຜະລິດຕະພັນ;
ຍອດເງິນກູ້ທັງໝົດໃນແຕ່ລະເດືອນຂອງປີ ຫຼ້າສຸດ (ຍອດເງິນກູ້ທີ່ກຳລັງເຄື່ອນໄຫວຢູ່, ຈຳນວນລູກຄ້າຜູ້ກູ້ຢືມ, PAR ສຳລັບ ສກຈຮ, NPL ສຳລັບ ທະນາຄານ);
ລາຍຊື່ສະບັນການເງິນທີ່ໄດ້ປ່ອຍເງິນກູ້ໃຫ້ (ເຊັ່ນວ່າ: ກອງທຶນບ້ານ ຫຼື ທະນາຄານບ້ານ, ຖ້າມີ);
ບົດລາຍງານລາຍລະອຽດກ່ຽວກັບເງິນກູ້ປັບໂຄງສ້າງ ແລະ ເງິນກູ້ປ່ອຍຄືນໃໝ່;
ລາຍລະອຽດຍອດເງິນກູ້ສຳລັບລູກຄ້າໜີ້ຊັກຊ້າ.
ແຫຼ່ງ ທຶນ ລວມ ທັງ ເງິນ ຝາກ
ເງິນຝາກຕາມແຕ່ລະຜະລິດຕະພັນ, ແຕ່ລະສະກຸນເງິນ, ກຳນົດເວລາ ແລະ ອັດຕາດອກເບ້ຍເງິນຝາກແຕ່ລະປະເພດ.
ຍອດເງິນຝາກລາຍໃຫຍ່ແຕ່ລະລາຍ ແຕ່ອັນດັບທີ 1 ຮອດ ອັນດັບທີ 15.
ຂໍ້ມູນກ່ຽວກັບສະຖາບັນ ຫຼື ອົງກອນອື່ນທີ່ໃຫ້ທຶນກູ້ຢືມ (ຊື່ອົງກອນ, ວັນທີ່ກູ້ຢືມ, ກຳນົດເວລາ, ອັດຕາດອກເບ້ຍ, ສະກຸນເງິນ, ຕາຕະລາງເວລາຂອງການຊຳລະ, ການຄ້ຳປະກັນ, ຄ່າທຳນຽມ).
ນະ ໂຍ ບາຍ ຕ່າງໆ
ຂໍ້ມູນກ່ຽວກັບຜະລິດຕະພັນເງິນກູ້ຫຼັກ, ກຳນົດເວລາ ແລະ ເງື່ອນໄຂຕ່າງໆ;
ນະໂຍບາຍສິນເຊື່ອ ແລະ ຂະບວນການ ການປ່ອຍກູ້ ລວມທັງລາຍລະອຽດກ່ຽວກັບການບໍລິຫານໜີຊັກຊ້າ ແລະ ຄູ່ມືການດຳເນີນງານ.
ນອກຈາກເອກະສານຂໍ້ມູນເທິງນີ້ແລ້ວ , ທາງໂຄງການອາດຈະຮຽກຮ້ອງຂໍ້ມູນເພີ່ມຕື່ມໃນເວລາທີ່ລົງປະເມີນຄວາມພ້ອມໃນການກູ້ຢືມ (due diligence), ທາງໂຄງການຈະແຈ້ງໃຫ້ຮູ້ລ່ວງໜ້າ ກ່ອນຈະລົງປະເມີນ .
3. ເງື່ອນ ໄຂ ເຂົ້າ ຮ່ວມ ໂຄງ ການ ສຳ ລັບ PFIs
ເງື່ອນໄຂ ຕົວຊີ້ວັດ 1. ຄວາມສົນໃຈຫຼາຍ ໃນການປ່ອຍເງິນກູ້ ເພື່ອສົ່ງເສີມ MSME ເຊີ່ງເປັນເປົ້າໝາຍ ຂອງໂຄງການ (ວົງເງິນກູ້ຍ່ອຍບໍ່ເກີນ 1 ຕື້ກີບ) ມີແຜນຍຸດທະສາດ ແລະ ແຜນທຸລະກິດ ຢ່າງຈະແຈ້ງ ທີ່ມີການສຸມໃສ່ ການປ່ອຍເງິນກູ້ໃຫ້ແກ່ MSME ເຊີ່ງເປັນເປົ້າໝາຍຂອງໂຄງການ (ວົງເງິນກູ້ຍ່ອຍບໍ່ເກີນ 1 ຕື້ກີບ). ມີຄວາມພ້ອມໃນການຮັບເອົາການສະໜັບສະໜູນ ເພື່ອປັບປຸງວິທີວິທະຍາຂອງ ການປ່ອຍກູ້ໃຫ້ແກ່ MSME ແລະ ປັບປຸງລະບົບການບໍລິຫານສິນເຊື່ອ (ລວມ ທັງນະໂຍບາຍ, ຂະບວນການ, ບົດແນະນຳ ແລະ ແບບຟອມຕ່າງໆ ທີ່ກ່ຽວຂ້ອງກັບການປ່ອຍກູ້), ຖ້າເຫັນວ່າຈຳເປັນ. ຮັບໄດ້ກ່ຽວກັບ ການລົງຕິດຕາມ ແລະ ການລົງກວດກາຢູ່ພາກສະໜາມ ຢ່າງເປັນ ປະຈຳ ໃນລະດັບຂັ້ນສະຖາບັນການເງິນ ແລະ ຂັ້ນລູກຄ້າ MSME ທີ່ກ່ຽວຂ້ອງ ໂດຍ ຫຼື ໃນນາມ ຜູ້ໃຫ້ທຶນ. ສະໜອງຂໍ້ມູນຢູ່ພາກສະໜາມກ່ຽວກັບເງິນກູ້ຍ່ອຍທີ່ປ່ອຍໃຫ້ແກ່ MSME ທີ່ລົງທຶນໂດຍທຶນຂອງກອງທຶນ LAFF ແລະ ສະຖານະດ້ານການເງິນຂອງ PFI ຢ່າງເປັນປົກກະຕິ 2. ປະສົບການ ແລະ ມີລະດັບຄວາມສາມາດໃນການປ່ອຍກູ້ຕໍ່ ມີປະສົບການໃນການປ່ອຍກູ້ໃຫ້ແກ່ MSMEs ໃນ ສປປ ລາວ ຢ່າງໜ້ອຍໜື່ງປີ. ມີຄວາມສາມາດໃນການປ່ອຍກູ້ຕໍ່ອອກໄປໃນຈຳນວນເງິນ 15 ຕື້ກີບ ສຳລັບທະນາຄານ (0.5 ຕື້ກີບ ສຳລັບ ສກຈຮ) ໃຫ້ແກ່ MSMEs ພາຍໃນໄລຍະເວລາ ສອງ ປີ. 3. ສາມາດປະຕິບັດໄດ້ຕາມລະບຽບການ ດ້ານຄວາມໝັ້ນຄົງ ໄດ້ຮັບໃບອະນຸຍາດຈາກ ທຫລ. ຮັບໄດ້ກ່ຽວກັບການລົງຕິດຕາມຢ່າງເປັນປະຈຳຂອງ ທຫລ. ສາມາດປະຕິບັດຕາມລະບຽບການດ້ານຄວາມໝັ້ນຄົງຂອງ ທຫລ. ສາມາດປະຕິບັດພັນທະດ້ານການກວດສອບພາຍນອກໄດ້. ສາມາດສະໜອງໄດ້ພັນທະດ້ານການລາຍງານ. ມີມາດຕະຖານການບັນຊີ ແລະ ຂະບວນການຄອບຄຸມພາຍໃນ ທີ່ສາມາດເຮັດໃຫ້ມີການຕິດຕາມໄດ້ທຶນເງິນກູ້ຈາກກອງທຶນ LAFF ແລະ ການນຳໃຊ້ທຶນດັ່ງກ່າວ. 4. ມີນະໂຍບາຍສິນເຊື່ອ ແລະ ການດຳເນີນງານດ້ານສິນເຊື່ອທີ່ເປັນມືອາຊີບ ແລະ ໂປ່ງໂສ ມີວິທີວິທະຍາ ການປ່ອຍເງິນກູ້ ທີ່ມີປະສິດທິຜົນ. ມີຂະບວນການບໍລິຫານຄວາມສ່ຽງທີ່ເໝາະສົມ. ບໍ່ມີການຖົມຂຸມ ແລະ ມີການນຳໃຊ້ອັດຕາດອກເບ້ຍຕາມກົນໄກຕະລາດ. ອັດຕາສ່ວນໜີ້ຊັກຊ້າ ຫຼື NPL ຢູ່ໃນລະດັບບໍ່ເກີນ 5%. ອັດຕາສ່ວນຄວາມພຽງພໍຂອງທຶນ ຢ່າງໜ້ອຍ 10.5% ສຳລັບທະນາຄານທຸລະກິດ ແລະ 12% ສຳລັບ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ. ລະດັບຜົນການປະຕິບັດງານສູງກວ່າລະດັບສະເລ່ຍຂອງຂະແໜງການ 5. ມີການປະຕິບັດງານການບໍລິການດ້ານການເງິນທີ່ມີຄວາມຮັບຜິດຊອບ ມີນະໂຍບາຍຂອງສະຖາບັນກ່ຽວກັບການນຳໃຊ້ຫຼັກການ ການປົກປ້ອງລູກຄ້າ ແລະ ສອດຄ່ອງກັບຂໍ້ກຳນົດ ແລະ ກົດລະບຽບ ກ່ຽວກັບການປົກປ້ອງຜູ້ຊົມໃຊ້ການບໍລິການດ້ານການເງິນ.
4 . ວັນທີປິດຮັບ ແລະ ວິ ທີ ການ ສົ່ງ ໜັງ ສືສະ ແດງ ເຈດ ຈຳ ນົງ
ວັນ ແລະ ເວລາ ປິດຮັບໜັງສືສະແດງເຈດຈຳນົງ (EoI) ແມ່ນ ວັນທີ 04 ກັນຍາ 202 6 , 16:00 ໂມງ ຕາມວັນ ເວລາຂອງ ທະນາຄານແຫ່ງ ສປປ ລາວ. ໜັງສືສະແດງເຈດຈຳນົງ ທີ່ໄດ້ຮັບຊ້າກ່ວາວັນເວລາກຳນົດໝາຍ ດັ່ງກ່າວ ແມ່ນຈະບໍ່ຖືກພິຈາລະ. ໜັງສືສະແດງເຈດຈຳນົງ ແລະ ເອກະສານທີ່ກ່ຽວຂ້ອງ ຈະຕ້ອງໄດ້ສົ່ງໃສ່ຊອງທີ່ປິດ ແລະ ຂຽນ ຫົວຂໍ້ໃສ່ວ່າ: “ໜັງ ສືສະແດງເຈດຈຳນົງ ເພື່ອຂໍທຶນຈາກກອງທຶນ LAFF ປີ 202 6 ”, ສົ່ງໄປຕາມທີ່ຢູ່ຂ້າງລຸ່ມນີ້:
ກົມບໍລິການທະນາຄານ ທະນາຄານ ແຫ່ງ ສປປ ລາວ
ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (LAFF)
ຕູ້ ປນ 19, ຖະນົນ ຢອນເນັດ ນະຄອນຫຼວງວຽງຈັນ, ສປປ ລາວ
ທ່ານ ທ່ານ ນາງ ສ້ອຍສຸວັນ ສີບໍລິບູນ ແລະ ທ່ານ ນາງ ສຸກລາຕີ ບົວຄ່າສິດ
ໂທ: 020 22440559, 020 52892494.
ຫຼື ທ່ານສາມາດສົ່ງ ໝັງສືສະແດງເຈດຈຳນົງ ທາງ E-mail ໄດ້ຕາມທີ່ຢູ່: laff.laos@gmail.com (ຖ້າຟາຍເອກະສານໜັກເກີນຂະໜາດ, ທ່ານສາມາດແຍກສົ່ງໜັງສືສະແດງເຈດຈຳນົງ ແລະ ເອກະສານປະກອບ).
ການສະເໜີຂໍຈົດໝາຍສະແດງເຈດຈຳນົງໃນແມ່ນບໍ່ໄດ້ສ້າງເປັນພັນທະໃຫ້ແກ່ທະນາຄານແຫ່ງ ສປປ ລາວ, ລັດຖະບານ ສປປ ລາວ ຫຼື ທະນາຄານພັດທະນາອາຊີ (ADB), ລວມທັງດ້ານການເງິນ ແລະ ດ້ານອື່ນໆ ແລະ ຍັງບໍ່ໄດ້ຖືກພິຈາລະນາວ່າ ເປັນສັນຍາຜູກພັນທາງດ້ານກົດໝາຍ. ພາກສ່ວນຕ່າງໆທີ່ໄດ້ລະບຸໃນຂ້າງເທິງນັ້ນ ແມ່ນສະຫງວນສິດ ທີ່ຈະປະຕິເສດ ຈົດໝາຍສະແດງເຈດຈຳນົງໃດໜື່ງທີ່ສົ່ງມາ ໂດຍບໍ່ມີການຮ້ອງຟ້ອງຈາກຜູ້ສະເໜີຂໍທຶນ ສຳລັບການປະຕິເສດ. ແຕ່ເຖິງຢ່າງໃດກໍ່ຕາມ, ທີມງານບໍລິຫານຂອງກອງທຶນ LAFF ຈະພະຍາຍາມອະທິບາຍເຫດຜົນໃຫ້ແກ່ຜູ້ສະເໜີຂໍທຶນ ທີ່ບໍ່ໄດ້ຮັບການຄັດເລືອກຕາມຄວາມເໝາະສົມ ແລະ ເພື່ອຊ່ວຍໃຫ້ຜູ້ສະເໜີຂໍທຶນທີ່ບໍ່ໄດ້ຖືກຄັດເລືອກເອົາເປັນບົດຮຽນ ໃນການສະເໜີຂໍ ທຶນຈາກກອງທຶນ LAFF ໃນຊຸດຕໍ່ໄປ. ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ມີສ່ວນຮ່ວມໃນ (ດ້ານການ ຊ່ວຍດ້ານວິຊາການ) ແລະ ທີມງານບໍລິຫານກອງທຶນ LAFF ຈະເກັບຮັກສາແບບຟອມສະເໜີຂອງທຶນ ເປັນຄວາມລັບທີ່ສຸດ ແລະ ຈະນຳໃຊ້ຂໍ້ມູນທີ່ໄດ້ຮັບພຽງແຕ່ເຂົ້າໃນເປົ້າໝາຍ ເພື່ອການຄັດເລືອກຕາມເງື່ອນໄຂໄດ້ຮັບທຶນ ແລະ ການຊ່ວຍເຫຼືອດ້ານວິຊາການ ຈາກກອງທຶນ LAFF.
ເອກະສານຊ້ອນທ້າຍ 1: ແບບຟອມໜັງສືສະເໜີເຈດຈຳນົງ
ເອກະສານຊ້ອນທ້າຍ 1 ທີ່ຕິດຄັດມາພ້ອມກັບການສະເໜີຂໍຈົດໝາຍສະແດງເຈດຈຳນົງ 2026 ຂອງກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (LAFF) ໃບສະເໜີຂໍທຶນ ກະລຸນາຮັບປະກັນວ່າ ຂໍ້ມູນຂ່າວສານທີ່ຕ້ອງການແມ່ນໄດ້ຖືກຕື່ມໃສ່ຢ່າງຄົບຖ້ວນ ແລະ ເອກະສານທີ່ຕ້ອງການ ແມ່ນໄດ້ຖືກສົ່ງມາ ພ້ອມ ໃນເວລາທີ່ທ່ານສົ່ງໜັງສືສະແດງເຈດຈຳນົງ. ພາກທີ 1: ອົງການຈັດຕັ້ງ ແລະ ທີ່ຢູ່ຕິດຕໍ່ 1.1 ຊື່ເຕັມ 1.2. ທີ່ຢູ່ຕິດຕໍ່ 1.3 ລາຍລະອຽດ ກ່ຽວກັບການຂື້ນທະບຽນ ແລະ ໃບອະນຸຍາດ ປະເພດ ເລກທີ , ອອກໃຫ້ວັນທີ , ອົງກອນລັດທີ່ອອກໃຫ້ 1.3.1 ການຈົດທະບຽນດຳເນີນທຸລະກິດ 1.3.2 ໃບອະນຸ ຍາດ ຈາກ ທຫລ 1.3.3 ທະບຽນອາກອນ ຕົວ ແທນຂອງບໍລິສັດທີ່ຖືກຕ້ອງຕາມກົດໝາຍ 1.4 ລາຍລະອຽດ ກ່ຽວກັບການຕິດຕໍ່ ຂອງຜູ້ທີ່ເປັນຕົວແທນຂອງສະຖາບັນການເງິນ ( ເຊັ່ນວ່າ : ບຸກຄົນຜູ້ທີ່ຈົດທະ ບຽນໃນນາມສະຖາ ບັນການເງິນ ແລະ ອຳນາດໃນການເປັນຜູ້ຕາງໜ້າ ຫຼື ລົງລາຍເຊັນໃນນາມ ສະຖາບັນການເງິນ ) 1.4.1 ຊື່ ແລະ ນາມສະກຸນ ແລະ ຕຳແໜ່ງ 1.4.2 ເບີໂທລະສັບ ຫ້ອງການ 1.4.3 ເບີໂທລະສັບ ມືຖື 1.4.4 ທີ່ຢູ່ອີເມວ ຫ້ອງການ 1.4.5 ທີ່ຢູ່ຫ້ອງການ 1.4.6 ຕູ້ ປນ ການ ຕິດ ຕໍ່ ບຸກ ຄົນ ຜູ້ ທີ່ ຮັບ ຜິດ ຊອບ ກ່ຽວ ກັບ ໜັງ ສື ສ ະ ແດງ ເຈດ ຈຳ ນົງ ຂໍ ທຶນ 1.5. ລາຍລະອຽດ ກ່ຽວກັບການຕິດຕໍ່ ຂອງຕົວແທນສະຖາ ບັນການເງິນ ຫຼື ພະນັກງານ ຜູ້ບໍລິຫານໜັງ ສືສະແດງ ເຈດຈຳນົງ . 1.5.1 ຊື່ ແລະ ນາມສະກຸນ ແລະ ຕຳແໜ່ງ 1.5.2 ເບີໂທລະສັບ ມືຖື 1.5.3 ທີ່ຢູ່ອີເມວ 1.6 ບັນຊີລາຍຊື່ ແຂວງ ແລະ ເມືອງ ທີ່ອົງກອນຂອງທ່ານ ອະນຸຍາດໃຫ້ເຮັດວຽກ ແລະ ມີສາຂາ ຫຼື ໜ່ວຍບໍລິການ ເພື່ອປ່ອຍກູ້ໃຫ້ແກ່ MSMEs 1.6.1 ແຂວງ 1.6.2 ເມືອງ
ພາກທີ 2: ການສະເໜີຂໍທຶນຈາກກອງທຶນ LAFF 2.1 ການ ສະເໜີຂໍ ທຶນ ຈາກກອງທຶນ LAFF ໃນ ເທື່ອນີ້ ວົງເງິນລວມ ທີ່ສະເໜີຂໍໃນງວດນີ້ (ລ້ານ ກີບ). 2.2 ຄວາມສົນໃຈຂໍທຶນຈາກກອງທຶນ LAFF ສຳລັບງວດໜ້າ ຄາດຄະເນຄວາມສົນໃຈຂໍທຶນຈາກກອງທຶນ LAFF ເພື່ອມາເປັນທຶນເພີ່ມເຕີມ ສຳລັບງວດໜ້າ (ລ້ານກີບ). 2.3 Project background ຫຼື ເຫດຜົນ About ການຂໍທຶນ ຈາກກອງ ທຶນ LAFF ພວກເຮົາໄດ້ອະທິບາຍກ່ຽວກັບຄວາມເປັນມາ ຫຼື ເຫດຜົນຂອງການສະເໜີຂໍທຶນຈາກກອງທຶນ LAFF ພາຍໃຕ້ການສະແດງເຈດຈຳນົງເທື່ອນີ້ ໃນໜື່ງໜ້າເຈ້ຍ -A4, ລວມທັງແຜນການນຳໃຊ້ທຶນ (ເບີ່ງໃນ: ພາກ ຂ ຍໍ້ໜ້າທີ 1 ຂອງໜັງສືສະແດງເຈດຈຳນົງ). ຄວນຕອບຄຳຖາມດ້ວຍຄຳວ່າ ແມ່ນ ຫຼື ບໍ່ແມ່ນ; ຖ້າຫາກວ່າຄຳຕອບວ່າ “ບໍ່” ອາດກ້າວໄປສູ່ການບໍ່ມີເງື່ອນໄດ້ຮັບທຶນ. ພາກທີ 3: ການສະເໜີຂໍການຊ່ວຍເຫຼືອດ້ານວິຊາການ 3. ການ ສະເໜີຂໍການຊ່ວຍເຫຼືອດ້ານວິຊາການ 3.1. ພວກເຮົາສະເໜີຂໍການຊ່ວຍເຫຼືອດ້ານວິຊາການ (ຄຳຕອບ: ຂໍ/ບໍ່ຂໍ) 3.2 ພວກເຮົາໄດ້ອະທິບາຍກ່ຽວກັບຄວາມເປັນມາ ຫຼື ເຫດຜົນ ການຂໍການຊ່ວຍເຫຼືອດ້ານວິຊາການ (ເບີ່ງໃນ: ພາກ ຂ. ຍໍ້ໜ້າທີ 1 ຂອງໜັງສືສະເໜີຂໍຈົດໝາຍສະແດງເຈດຈຳນົງ). ຄຳຕອບ ຂໍ/ບໍ່ຂໍ ພວກເຮົາສະເໜີຂໍການປະເມີນຄວາມຕອງການ ກ່ຽວກັບການຊ່ວຍເຫຼືອດ້ານວິຊາການ ເພີ່ມເຕີມ ເພື່ອສ້າງເປັນແຜນການຊ່ວຍເຫຼືອດ້ານວິຊາການແບບຄົບຊຸດ (ຄຳຕອບ: ຂໍ/ບໍ່ຂໍ).
ພາກທີ 4: ເງື່ອນໄຂໄດ້ຮັບທຶນ ກະລຸນາຊີ້ແຈງ ວ່າແມ່ນ ຫຼື ບໍ່ແມ່ນ ຫຼື ຕື່ມເປັນຕົວເລກ ທີ່ສອດຄ່ອງກັບສະຖາບັນການເງິນຂອງທ່ານ , ຖ້າ ທ່ານ ເຫັນ ວ່າ ຈຳ ເປັນ ກະ ລຸ ນາ ອະ ທິ ບາຍ ເພີ່ມ ເຕີມ ໂດຍ ເພີ່ມ ເປັນ ເອ ກະ ສານ ຕິດ ຄັດ ມາ ພ້ອມ . ເງື່ອນໄຂໄດ້ຮັບທຶນ ຕົວຊີ້ວັດ ແມ່ນ / ບໍ່ແມ່ນ ຫຼື ໃສ່ເປັນຕົວ ເລກ ຄວາມສົນໃຈຫຼາຍ ໃນການປ່ອຍເງິນກູ້ ເພື່ອສົ່ງເສີມ MSME ເຊີ່ງເປັນເປົ້າໝາຍ ຂອງໂຄງການ (ວົງເງິນກູ້ຍ່ອຍບໍ່ເກີນ 1 ຕື້ກີບ)ມີແຜນຍຸດທະສາດ ແລະ ແຜນທຸລະກິດ ຢ່າງຈະແຈ້ງ ທີ່ມີການສຸມໃສ່ ການປ່ອຍເງິນກູ້ໃຫ້ແກ່ MSME ເຊີ່ງເປັນເປົ້າໝາຍຂອງໂຄງການ (ວົງເງິນກູ້ຍ່ອຍບໍ່ເກີນ 1 ຕື້ກີບ). ມີຄວາມພ້ອມໃນການຮັບເອົາການສະໜັບສະໜູນ ເພື່ອປັບປຸງວິທີວິທະຍາຂອງ ການ ປ່ອຍກູ້ໃຫ້ແກ່ MSME ແລະ ປັບປຸງລະບົບການບໍລິຫານສິນເຊື່ອ (ລວມທັງນະໂຍບາຍ, ຂະບວນການ, ບົດແນະນຳ ແລະ ແບບຟອມຕ່າງໆ ທີ່ກ່ຽວຂ້ອງກັບການປ່ອຍກູ້), ຖ້າເຫັນວ່າຈຳເປັນ ຮັບໄດ້ກ່ຽວກັບການລົງຕິດຕາມ ແລະ ການລົງກວດກາຢູ່ພາກສະໜາມ ຢ່າງເປັນປະຈຳ ໃນລະດັບຂັ້ນສະຖາບັນການເງິນ ແລະ ຂັ້ນລູກຄ້າ MSME ທີ່ກ່ຽວຂ້ອງ ໂດຍ ຫຼື ໃນນາມ ຜູ້ໃຫ້ທຶນ. ສະໜອງຂໍ້ມູນຢູ່ພາກສະໜາມກ່ຽວກັບເງິນກູ້ຍ່ອຍທີ່ປ່ອຍໃຫ້ແກ່ MSME ທີ່ລົງທຶນໂດຍທຶນຂອງກອງທຶນ LAFF ແລະ ສະຖານະດ້ານການເງິນຂອງ PFI ຢ່າງເປັນປົກກະຕິ ປະສົບການ ແລະ ມີລະດັບຄວາມສາມາດໃນການປ່ອຍກູ້ຕໍ່1. ມີປະສົບການໃນການປ່ອຍກູ້ໃຫ້ MSMEs ໃນ ສປປ ລາວ ຢ່າງໜ້ອຍໜື່ງປີ. 2. ມີຄວາມສາມາດໃນການປ່ອຍກູ້ອອກໄປໃນຈຳນວນ 15 ຕື້ກີບ ສຳລັບທະນາຄານ (0.5 ຕື້ກີບ ສຳລັບ ສກຈຮ) ໃຫ້ແກ່ MSMEs ພາຍໃນໄລຍະເວລາ ສອງ ປີ. ສາມາດປະຕິບັດໄດ້ຕາມລະບຽບການ ດ້ານຄວາມໝັ້ນຄົງໄດ້ຮັບໃບອະນຸຍາດຈາກ ທຫລ. ຮັບໄດ້ກ່ຽວກັບການລົງຕິດຕາມຢ່າງເປັນປະຈຳຂອງ ທຫລ ສາມາດປະຕິບັດຕາມລະບຽບການດ້ານຄວາມໝັ້ນຄົງຂອງ ທຫລ ສາມາດປະຕິບັດພັນທະດ້ານການກວດສອບພາຍນອກໄດ້. ສາມາດສະໜອງໄດ້ພັນທະດ້ານການລາຍງານ. ມີມາດຕະຖານການບັນຊີ ແລະ ຂະບວນການຄອບຄຸມພາຍໃນ ທີ່ສາມາດເຮັດໃຫ້ມີການຕິດຕາມໄດ້ທຶນເງິນກູ້ຈາກກອງທຶນ LAFF ແລະ ການນຳໃຊ້ທຶນດັ່ງກ່າວ. ມີນະໂຍບາຍສິນເຊື່ອ ແລະ ການດຳເນີນງານດ້ານສິນເຊື່ອທີ່ເປັນມືອາຊີບ ແລະ ໂປ່ງໂສມີວິທີວິທະຍາ ການປ່ອຍເງິນກູ້ ທີ່ມີປະສິດ ທິຜົນ. ມີຂະບວນການບໍລິຫານຄວາມສ່ຽງທີ່ເໝາະສົມ. ບໍ່ມີການຖົມຂຸມ ແລະ ມີການນຳໃຊ້ອັດຕາດອກເບ້ຍຕາມກົນໄກຕະລາດ. ອັດຕາສ່ວນໜີ້ຊັກຊ້າ ຫຼື NPL ຢູ່ໃນລະດັບບໍ່ເກີນ 5%. ອັດຕາສ່ວນຄວາມພຽງພໍຂອງທຶນ ຢ່າງໜ້ອຍ 10.5% ສຳລັບທະນາຄານທຸລະກິດ ຫຼື 12% ສຳລັບ ສກຈຮ. ລະດັບຜົນການປະຕິບັດງານສູງກວ່າລະດັບສະເລ່ຍຂອງຂະແໜງການ. ມີການປະຕິບັດງານການບໍລິການດ້ານການເງິນທີ່ມີຄວາມຮັບຜິດຊອບນະໂຍບາຍຂອງສະຖາບັນກ່ຽວກັບການນຳໃຊ້ຫຼັກການ ການປົກປ້ອງລູກຄ້າ ແລະ ສອດຄ່ອງກັບຂໍ້ກຳນົດ ແລະ ກົດລະບຽບ ກ່ຽວກັບການປົກປ້ອງຜູ້ຊົມໃຊ້ການບໍລິການດ້ານການເງິນ.
ພາກທີ 5: ພາບລວມກ່ຽວກັບການສະໜັບສະໜູນດ້ານວິຊາການ ແລະ / ຫຼື ດ້ານການເງິນ ຈາກອົງການຈັດຕັ້ງ ສາກົນ ແລະ / ຫຼື ອົງກອນຜູ້ໃຫ້ທຶນ , ລັດຖະບານ ຫຼື ແຫຼ່ງທຶນຈາກພາຍນອກອື່ນໆ ລວມທັງ ສະຖາບັນການເງິນ ສາກົນ . ກະລຸນາໃຫ້ລາຍລະອຽດກ່ຽວກັບພາບລວມຂອງການສະໜັບສະໜູນທີ່ມີໃນປະຈຸບັນ ດັ່ງກ່າວ ຖ້າມີ : ອົງກອນ ປະເພດຂອງການສະໜັບສະໜູນ ແລະ ຊັບພະຍາ ກອນມະນຸດ ແລະ ຊັບພະຍາກອນດ້ານການ ເງິນທີ່ກ່ຽວຂ້ອງ ວັນທີເລີ່ມຕົ້ນ ແລະ ວັນທີສີ້ນສຸດ ການສະໜັບສະໜູນ
ພາກທີ 6: ພາບລວມ ກ່ຽວກັບເອກະສານ ແລະ ຂໍ້ມູນຂ່າວສານ ທີ່ຕ້ອງສົ່ງໃຫ້ກອງທຶນ . ຫົວຂໍ້ ສະໜອງໃຫ້ໃນຮູບແບບ – ທີເປັນບ່ອນອີງ ແມ່ນ / ບໍ່ແມ່ນ Project background ຫຼື ເຫດຜົນ ທີ່ສະເໜີຂໍທຶນ ຈາກກອງທຶນ LAFF ( ເບີ່ງໃນ : ພາກທີ 2 ຂອງແບບຟອມນີ້ ) ຂຽນເພີ່ມເຕີມ (ໜື່ງໜ້າເຈ້ຍ A4) Project background ຫຼື ເຫດຜົນສະເໜີຂໍ ການຊ່ວຍເຫຼືອດ້ານວິຊາການຈາກກອງທຶນ LAFF ( ເບີ່ງໃນ : ພາກທີ 3 ຂອງແບບຟອມນີ້ ) ຂຽນເພີ່ມເຕີມ (ໜື່ງໜ້າເຈ້ຍ A4) ເງື່ອນໄຂໄດ້ຮັບທຶນ ( ເບີ່ງໃນ : ພາກທີ 4 ຂອງແບບຟອມນີ້ ) ການກວດ ກາ : ໃຫ້ ໃສ່ ວ່າ “ແມ່ນ ”, ບໍ່ ໃສ່ ຕົວ ເລກ , ຖ້າ ເຫັນ ວ່າ ຈຳ ເປັນ ກະ ລຸ ນາ ອະ ທິ ບາຍ ເພີ່ມ ເຕີມ ໃສ່ ໜ້າ ເຈ້ຍ ຕ່າງ ຫາກ ເອກະສານທີ່ຕ້ອງການ ( ເບີ່ງໃນ : ໜັງສືສະແດງເຈດຈຳນົງ )
ພາກທີ 7: ການຢັ້ງຢືນ ຂ້າພະເຈົ້າ, ທີ່ລົງລາຍເຊັນຂ້າງລຸ່ມນີ້, ຢັ້ງຢືນວ່າ ຂໍ້ມູນຂ່າວສານ ທີ່ໄດ້ປະກອບໃຫ້ໃນແບບຟອມສະບັບນີ້ ແມ່ນຖືກຕ້ອງ ແລະ ຄົບ ຖ້ວນ. ຂ້າພະເຈົ້າຮັບຮູ້ວ່າ ການສະໜອງຂໍ້ມູນຂ່າວສານທີ່ບໍ່ຄົບຖ້ວນ ແລະ ບໍ່ຖືກຕ້ອງ ແມ່ນຈະເຮັດໃຫ້ ສະຖາບັນຂອງຂ້າພະເຈົ້າ ບໍ່ສາມາດໄດ້ຮັບທືນ ແລະ ການຊ່ວຍເຫຼືອດ້ານວິຊາການ ຈາກກອງທຶນ LAFF ທັງໃນປະຈຸບັນ ແລະ ໃນອະນາຄົດ. ລົງລາຍເຊັນ ຊື່ ແລະ ນາມສະກຸນ ຜູ້ລົງລາຍເຊັນ ຈ້ຳກາຂອງສະຖາບັນການເງິນ ຕຳແໜ່ງໃນ ສະຖາບັນ ການເງິນ ວັນທີ ວັນທີ ແລະ ເວລາ ປິດສົ່ງຈົດໝາຍສະແດງເຈດຈຳນົງ (EoI) ແມ່ນ ວັນທີ 04 ກັນຍາ 2026, ເວລາ 16:00 ຕາມວັນເວລາຂອງທະນາຄານແຫ່ງ ສປປ ລາວ . ຈົດໝາຍສະແດງເຈດຈຳນົງ ທີ່ໄດ້ຮັບຊ້າກວ່າວັນກຳນົດ ໝາຍດັ່ງກ່າວ ແມ່ນຈະບໍ່ໄດ້ຖືກພິຈາລະນາ . ໜັງສືສະແດງເຈດຈຳນົງ ແລະ ເອກະສານທີ່ກ່ຽວຂ້ອງ ຈະຕ້ອງໄດ້ສົ່ງໃສ່ຊອງທີ່ປິດ ແລະ ຂຽນຫົວຂໍ້ໃສ່ວ່າ “ຈົດໝາຍສະແດງເຈດຈຳນົງ ເພື່ອຂໍທຶນຈາກກອງທຶນ LAFF ປີ 2026 ”, ສົ່ງໄປຕາມທີ່ຢູ່ ຂ້າງລຸ່ມນີ້: ກົມບໍລິການທະນາຄານ, ທະນາຄານ ແຫ່ງ ສປປ ລາວ ກອງທຶນສົ່ງເສີມການເຂົ້າຫາແຫຼ່ງທຶນ ໃນ ສປປ ລາວ (LAFF) ຕູ້ ປນ 19, ຖະນົນ ຢອນເນ ນະຄອນຫຼວງວຽງຈັນ, ສປປ ລາວ ສົ່ງ: ທ່ານ ນ ສ້ອຍສຸວັນ ສີບໍລິບູນ; ທ່ານ ນ ສຸກລາຕີ ບົວຄ່າສິດ ໂທ: 02022440559; 02052892494
[1] ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງ LAFF No. 108/BoL, 11/02/2020.
[2] ງວດຊຳລະເທົ່າກັນສອງງວດ ໃນຕອນທ້າຍຂອງປີທີສາມ ແລະ ທີສີ່ ໃນກໍລະນກຳນົດເວລາເງິນກູ້ສີ່ປີ ສຳລັບ ສກຈຮ ແລະ ຄ້າຍໆຄືກັນຄືວ່າ ງວດຊຳລະເທົ່າກັນສາມງວດໃນຕອນທ້າຍຂອງປີທີສາມ ຫາປີທີຫ້າ ໃນກໍລະນີກຳນົດເວລາເງິນກູ້ຫ້າປີ ສຳລັບ ສກຈຮ.
[3] ກິດຈະກຳທີ່ເປັນເສດຖະກິດ ແມ່ນເປັນກິດຈະກຳທີ່ສ້າງລາຍຮັບໃຫ້ແກ່ຄົວເຮືອນ ນອກຈາກການບໍລິໂພກພາຍໃນຄົວເຮືອນ.
[4] ຊັບສິນຄົງທີ່ ໝາຍເຖິງຊັບສິນທີ່ສືບຕໍ່ສ້າງມູນຄ່າໃຫ້ແກ່ຂະບວນການຜະລິດ ຫຼາຍກວ່າຮອບວຽນການຜະລິດໜື່ງ; ໃນກໍລະນີຂອງ MSMEs ຄຳວ່າ “ຊັບ ສິນ ຄົງ ທີ່ ” ສ່ວນຫຼາຍຈະບໍ່ແມ່ນຊັບສິນທີ່ມີມູນຄ່າດ້ານການເງິນຕ່ຳ ແລະ ອາຍຸການດ້ານເສດຖະກິດທີ່ສັ້ນ; ຍ້ອນແນວນັ້ນ, ການລົງທຶນຂອງ MSMEs ບາງຄັ້ງກໍ່ມີຄວາມຫຍຸ້ງຍາກໃນການຈຳແນກ ລະຫວ່າງ “ທຶນ ໝູນ ວຽນ ” ແລະ ບໍ່ໄດ້ແຍກອອກຈາກໃບສະເໜີຂໍເງິນກູ້ ທີ່ໄດ້ຮັບການອະນຸມັດ.
[5] ສາມເມືອງ: ເມືອງຈັນທະບຸລີ (ລະຫັດເມືອງ 0101); ເມືອງໄຊເສດຖາ (ລະຫັດເມືອງ 0103); ເມືອງສີສັດຕະນາກ (ລະຫັດເມືອງ 0104).
[6] ບັນຊີລາຍການກິດຈະຍົກເວັ້ນ ເຊີ່ງບໍລວມເອົາກິດຈະກຳທີ່ເປັນເສດຖະກິດ ແຕ່ມີຄວາມເປັນອັນຕະລາຍສູງ. ລາຍລະອຽດເບີ່ງໃນເອກະສານຊ້ອນທ້າຍ 2.
[7] ຫຼັກການປົກປ້ອງລູກຄ້າຂອງ SMART-campaign: https://www.smartcampaign.org/about/smart-microfinance-and-the-client-protection-principles . ສະຖາບັນທີ່ສະເໜີຂໍທຶນແມ່ນລະດົມໃຫ້ລະບຸໃສ່ໃນໜັງສືສະແດງເຈດຈຳນົງ ເຖິງແມ່ນວ່າຈະຄິດວ່າຕົນເອງບໍ່ໄດ້ປະຕິບັດໄດ້ຢ່າງເຕັມສ່ວນກໍ່ຕາມກ່ຽວກັບຫຼັກການປົກປ້ອງລູກຄ້າ.
[8] GoL/225, 06/04/2020.ໜັງສືສະເໜີຂໍຈົດໝາຍສະແດງເຈດຈຳນົງ (EoI)

[8] GoL/225, 06/04/2020.