ປະກາດແຈ້ງການ

ປະກາດແຈ້ງການ

ໜັງສືສະເໜີຂໍຈົດໝາຍສະແດງເຈດຈຳນົງ (EoI)

I. ເນື້ອໃນ

1. ສະພາບລວມ

ປັດຈຸບັນ, ລັດຖະບານ ສປປ ລາວ ຕາງໜ້າໂດຍກະຊວງການເງິນ  ແລະ ທະນາຄານພັດທະນາອາຊີ (ADB) ໄດ້ຮ່ວມກັນຈັດຕັ້ງປະຕິບັດ ໂຄງການລະບົບອາຫານ​ກະ​ສິ​ກຳແບບ​ຍືນ​ຍົງ (Sustainable Agri-Food Systems Sector Project ຫຼື SASSP) ເຊິ່ງທະນາຄານແຫ່ງ ສປປ ລາວ ເປັນອົງ​ກອນຜູ້ປະຕິບັດໂຄງການ (Implementing Agency-IA),  ຊຶ່ງໄດ້ຮັບທຶນຈໍານວນໜຶ່ງ ເພື່ອນຳໃຊ້ເປັນແຫຼ່ງທຶນປ່ອຍກູ້ ເປັນສະກຸນເງິນກີບ (ສະກຸນເງິນທ້ອງຖິ່ນ) ໃຫ້ເປົ້າໝາຍຫົວໜ່ວຍທຸລະກິດທີ່ເປັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໂດຍຜ່ານກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (ກອງທຶນ LAFF).

2. ຈຸດປະສົງ ແລະ ວິທີການ ຂອງກອງທຶນ

ກອງທຶນ LAFFໃຫ້ການສະໜັບສະໜູນ ການພັດທະນາຕະຫຼາດສິນເຊື່ອ ເພື່ອປ່ອຍກູ້ໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME-credit markets) ເຊີ່ງເປັນພາກສ່ວນທີ່ມີຄວາມຕ້ອງການເງິນກູ້ຢ່າງຫຼວງຫຼາຍ ແຕ່ຍັງບໍ່ທັນ ໄດ້ຮັບການຕອບສະໜອງຢ່າງພຽງພໍເທື່ອ ແລະ ຍັງເປັນພາກສ່ວນທີ່ມີການສ້າງລາຍຮັບ ແລະ ສ້າງວຽກເຮັດງານທຳໃຫ້ແກ່ ປະຊາຊົນລາວຢ່າງຫຼວງຫຼາຍ. ກອງ​ທຶນ LAFF ສະ​ໜອງ​ທຶນ​ເງິນ​ກູ້​ແບບມອບ​ເໝົາ (Wholesale loan) ເຊີ່ງ​ມິ​ກຳ​ນົດໄລຍະເວລາ​ສູງ​ສຸດ 06 ​ປີ ແລະ ຕາມ​ເງື່ອນ​ໄຂ​ກົນ​ໄກ​ຕະ​ຫຼາດ ແລະ ມີ​ການກໍານົດ​ອັດ​ຕາ​ດອກ​ເບ້ຍ​ໂດຍ​ອີງ​ໃສ່​ອັດ​ຕາ​ດອກ​ເບ້ຍ​ຕົວ​ຈິງ​ໃນ​ຕະ​ຫຼາດ​ການ​ປ່ອຍ​ເງິນ​ກູ້​ ຫຼື ໜີ້​ສິນ ທີ່​ເປັນ​ສະ​ກຸນ​ເງິນ​ກີບ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ ແລະ ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກທີ່​ຮັບ​​ເງິນຝາກ (ສກ​ຈ​ຮ). ການ​ດຳ​ເນີນ​ງານ​ຕາມ​ກົນ​ໄກ​ຕະ​ຫຼາດ ແມ່ນ​ຈະ​ເປັນ​ການ​ຊ່ວຍ​ເຮັດ​ໃຫ້ຜູ້​ກູ້​ຢືມ​ທຶນ​ຈາກກອງ​ທຶນ LAFF ນັ້ນ​ກໍ່​ຄື ສະ​ຖາ​ບັນ​ການ​ເງິນ​ທີ່​ເປັນ​ຄູ່​ຮ່ວມ​ງານ (PFIs) ສາ​ມາດ​ນຳ​ໃຊ້​ແຜນ​ຍຸດ​ທະ​ສາດ​ດ້ານ​ການ​ຕະ​ຫຼາດ, ນະ​ໂຍ​ບາຍ​ສິນ​ເຊື່ອ ແລະ ເງື່ອນ​ໄຂ​ການ​ປ່ອຍ​ກູ້​ຕໍ່​ໃຫ້​ແກ່ MSMEs ໄດ້​ຢ່າງ​ເຕັມ​ສ່ວນ, ລວມ​ທັງ​ການ​ກຳ​ນົດ​ອັດ​ຕາ​ດອກ​ເບ້ຍ. ທຶນ​ເງິນ​ກູ້​ແບບມອບ​ເໝົາ​ຈາກກອງ​ທຶນ LAFF ແມ່ນ​ສະ​ໜອງ​ໃຫ້​ຕາມ​ເງື່ອນ​ໄຂ​ເພື່ອ​ປ່ອຍ​ກູ້​ຕໍ່​ໃຫ້​ແກ່​ກິດ​ຈະ​ກຳ​ທີ່​ເປັນ​ເສດ​ຖະ​ກິດ ທີ່​ດຳ​ເນີນ​ງານ​ໂດຍ​ຫົວ​ໜ່ວຍຈຸ​ລະ​ວິ​ສາ​ຫະ​ກິດ, ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ (MSMEs).

3. ການຄຸ້ມຄອງບໍລິຫານກອງທຶນ

ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ (ທ​ຫລ) ໄດ້​ແຕ່ງ​ຕັ້ງ​ໜ່ວຍ​ງານ​ຄຸ້ມ​ຄອງ​ແລະບໍ​ລິ​ຫານກອງ​ທຶນ LAFF (LMU) ເຊີ່ງ​ແມ່ນ​ກົມ​ບໍ​ລິ​ການ​ທະ​ນາ​ຄານ (BOD) ເປັນ​ຈຸດ​ໃຈ​ກາງ​ໃນ​ການ​ປະ​ສານ​ງານ.[1] ​ໜ່ວຍ​ງານ LMU ແມ່ນ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຄຸ້ມ​ຄອງ​ແລະບໍ​ລິ​ຫານ​ ການ​ດຳ​ເນີນ​ງານ​ຂອງກອງ​ທຶນ LAFF ຕາມ​ເງື່ອນ​ໄຂ ແລະ ວິ​ທີ​ການ​ທີ່​ໄດ້​ຕົກ​ລົງ​ກັນ​ລະ​ຫວ່າງ ທ​ຫລ ໃນ​ນາມ​ເປັນ​ອົງ​ກອນຜູ້ປະຕິບັດໂຄງການ ແລະ ADB ໃນ​ນາມເປັນ​ຜູ້ສະໜອງເງິນກູ້ດອກເບ້ຍຕໍ່າ. ທ່ານ​ຜູ້​ອຳ​ນວຍ​ການກອງທຶນ LAFF ແມ່ນ​ເປັນ​ຫົວ​ໜ້າ​ໜ່ວຍ​ງານ​ດັ່ງ​ກ່າວ ແລະ ຢູ່​ພາຍ​ໃຕ້​ການ​ຊີ້​ນຳ ຂອງ​ຄະ​ນະ​ຊີ້​ນຳລວມ​ກອງ​ທຶນ LAFF (LSC) ເຊີ່ງ​ແມ່ນ​ທ່ານ​ຮອງ​ຜູ້​ວ່າ​ການ ທ​ຫລ ເປັນ​ປະ​ທານ. ໂດຍ​ອີງ​ຕາມ​ທິດ​ຊີ້​ນຳ​ຂອງ​ຄະ​ນະ​ຊີ້​ນຳລວມ​ກອງ​ທຶນ, ທ່ານ​ຜູ້​ອຳ​ນວຍ​ການ ກອງທຶນ LAFF ເຊີ່ງ​ແມ່ນ​ທ່ານ​ຫົວ​ໜ້າ​ກົມ​ບໍ​ລິ​ການ​ທະ​ນາ​ຄານ ຈື່ງ​ປະ​ກາດ​ແຈ້ງ​ການ ເພື່ອ​ສະ​ເໜີ​ຂໍ​ຈົດ​ໝາຍ​ສະ​ແດງ​ເຈດ​ຈຳ​ນົງ​ຈາກ​ສະ​ຖາ​ບັນ​ການ​ເງິນ​ທີ່​ມີ​ຄວາມ​ສົນ​ໃຈ​ເຂົ້າ​ຮ່ວມ​ໂຄງ​ການ ດັ່ງ​ລຸ່ມນີ້:

4. ການອອກປະກາດແຈ້ງການ

​      ກົມ​ບໍ​ລິ​ການ​ທະ​ນາ​ຄານ ​ຂໍ​ຖື​ເປັນ​ກຽດແຈ້ງ​ມາ​ຍັງ​ທະ​ນາ​ຄານ​ທຸ​ລະ​ກິດ ແລະ ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ (ສກຈຮ) ທີ່​ມີ​ການ​ຄຸ້ມ​ຄອງ ແລະ ​ບໍ​ລິ​ຫານ​ ຢ່າງ​ເປັນ​ມື​ອາ​ຊີບ ໃນ ສ​ປ​ປ ລາວ ແລະ ມີ​ຍຸດ​ທະ​ສາດ​ໃນ​ການ​ປ່ອຍ​ກູ້ ​ໃຫ້​ແກ່​ຂະແໜງ​ການ MSMEs ລວມ​ທັງ​ວິ​ສາ​ຫະ​ກິດ​ທີ່​ຍັງ​ບໍ່​ທັນ​ໄດ້​ຈົດ​ທະ​ບຽນ ແລະ ​ລະ​ດັບ​ຄົວ​ເຮືອນ ​ທີ່​ປະ​ຕິ​ບັດ​ກິດ​ຈະ​ກຳ​ທີ່​ເປັນ​ເສດ​ຖະ​ກິດ, ໃຫ້​ສະ​ເໜີ​ຂໍ​ທຶນເງິນ​ກູ້​ແບບມອບ​ເໝົາ​ຈາກກອງ​ທຶນ LAFF​ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ວິ​ຊາ​ການ (ຖ້າ​ທ່ານ​ມີ​ຄວາມ​ຈຳ​ເປັນ). ໃນອັດຕາດອກເບ້ຍ 7% ຕໍ່ປີ ສຳລັບທະນາຄານທຸລະກິດ ແລະ 8% ຕໍ່ປີ ສຳລັບ ສກ.    ໜັງ​ສື​ສະ​ແດງ​ເຈດ​ຈຳ​ນົງ ລວມ​ທັງ​ໃບ​ສະ​ເໜີ​ຂໍ​ເງິນ​ກູ້ ແລະ ເອ​ກະ​ສານ​ຕ່າງໆ​ທີ່​ຕ້ອງ​ການ ຈາກ​ສະ​ຖາ​ບັນ​ການ​ເງິນ​ທີ່​ສະ​ເໜີ​ຂໍ​ທຶນ ແມ່ນ​ຈະ​ໄດ້​ຮັບ​ການ​ປະ​ເມີນ​ຢ່າງ​ລະ​ອຽດ, ​ອີງ​ໃສ່​ເອ​ກະ​ສານ​ທີ່​ສົ່ງ​ມາ​ໃຫ້ ແລະ ການ​ລົງ​ສຳ​ພາດ​ຕົວ​ຈິງ ແລະ ໂດຍ​ການນຳ​ໃຊ້​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ໂຄງ​ການ ແລະ ເຄື່ອງ​ມື​ການ​ໃຫ້​ຄະ​ແນນ​ທີ່​ມີ​ການ​ສັ່ງ​ນ້ຳ​ໜັກ ລວມ​ກັບ​ການ​ປະ​ເມີນ​ທາງ​ດ້ານ​ຄຸນ​ນະ​ພາບ. ສະ​ຖາ​ບັນ​ການ​ເງິນ​ທີ່​ສະ​ເໜີ​ຂໍ​ທຶນ ທີ່​ສາ​ມາດ​ຜ່ານ​ໄດ້​ບັນ​ດາ​ເງື່ອນ​ໄຂ​ຕ່ຳ​ສຸດ ແລະ ໄດ້​ຮັບ​ຄະ​ແນນ​ສູງ​ສຸດ​ໃນ​ແງ່​ຂອງ​ຜົນ​ສຳ​ເລັດ​ດ້ານ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ຕະ​ຫຼາດ ແລະ ຜົນ​ຈາກ​ການ​ໃຫ້​ຄະ​ແນນ​ທີ່​ດີ ແມ່ນ​ຈະ​ໄດ້​ຮັບ​ການ​ຄັດ​ເລືອກ​ເຂົ້າ​ຮ່ວມ​ໂຄງ​ການ. ​ ກ່ຽວ​ກັບ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ໂຄງ​ການ ແລະ ເອ​ກະ​ສານ​ທີ່​ຕ້ອງ​ການ ແມ່ນ​ສາ​ມາດ​ເບີ່ງ​ລາຍ​ລະ​ອຽດ​ໄດ້​ໃນ​ພາກ II ຂ້າງ​ລຸ່ມນີ້.

5. ເປົ້າໝາຍການພັດທະນາຕະຫຼາດ (Market-development targets)

ໃນການສະເໜີຂໍຈົດໝາຍສະແດງເຈດຈຳນົງຂອງກອງທຶນ LAFF ໃນຄັ້ງນີ້ ແມ່ນເພື່ອສົ່ງເສີມໃຫ້ບັນດາທະນາຄານທຸລະກິດ ແລະ ສກຈຮ ເຂົ້າເຖິງຫົວໜ່ວຍ MSMEs, ໂດຍສະເພາະແມ່ນຫົວໜ່ວຍ MSMEs ທີ່ເຄື່ອນໄຫວໃນເຂດ ຊົນນະບົດເພື່ອໃຫ້ມີໂອກາດເຂົ້າເຖິງການບໍລິການສິນເຊື່ອເພື່ອນຳໄປພັດທະນາທຸລະກິດຂອງເຂົາເຈົ້າ ຫຼື ເຮັດກິດຈະກຳ ທີ່ສ້າງລາຍຮັບ. ເປົ້າໝາຍ MSMEs ແມ່ນລວມທັງຫົວໜ່ວຍ MSMEs ຜູ້ທີ່ໄດ້ຈົດທະບຽນແລ້ວ ແລະ ຜູ້ທີ່ຍັງບໍ່ທັນໄດ້ຈົດທະບຽນ ແຕ່ມີຈຸດປະສົງທີ່ຈະຈົດທະບຽນຢ່າງເປັນທາງການ. ກອງທຶນ LAFF ມີຄວາມມຸ່ງໝັ້ນ ທີ່ຈະໃຫ້ການສະໜັບສະໜູນການພັດທະນາ ການໃຫ້ບໍລິການສີນເຊື່ອຢ່າງມີຄວາມຍືນຍົງ ຂອງສະຖາບັນການເງິນ ໃຫ້ກັບຫົວໜ່ວຍ MSMEs ແລະ ສ້າງໂອກາດໃຫ້ຜູ້ທີ່ມີຄວາມຕ້ອງການກູ້ຢືມ ສາມາດເຂົ້າເຖິງການບໍລິການສີນເຊື່ອໄດ້, ພ້ອມກັນນີ້ ກອງທຶນ LAFF ມີຄວາມຕັ້ງໃຈ ສົ່ງເສີມການລົງທຶນຍົກລະດັບເຄື່ອງມືການຜະລິດຂອງ ຫົວໜ່ວຍ MSMEs ເພື່ອເປັນປັດໃຈສຳຄັນໃນການເພີ່ມທ່າແຮງ ໃນການແຂ່ງຂັນ ໃຫ້ແກ່ຂະແໜງການ MSMEs ຂອງ ສປປ ລາວ ເພື່ອໃຫ້ນຳທັນກັບຂະແໜງການ MSMEs ປະເທດຕ່າງໆ ໃນບັນດາປະຊາຄົມເສດຖະກິດອາຊຽນ (ASEAN Economic Community) ດ້ວຍການສົ່ງເສີມໃຫ້ມີການປ່ອຍກູ້ໄລຍະຍາວເພື່ອນຳໄປລົງທຶນຍົກລະດັບເຄື່ອງຈັກ ແລະ ເຄື່ອງມືອຸປະກອນໃນການຜະລິດຂອງ ບັນດາຫົວໜ່ວຍ MSMEs.  ພ້ອມກັນນີ້ ກອງທຶນ LAFF ເອົາໃຈໃສ່ໃນເລື່ອງການກຳນົດຄ່າອັດຕາດອກເບ້ຍຢ່າງຍຸດຕິທຳ ແລະ ການປົກປ້ອງລູກຄ້າ. ສະນັ້ນ, ສຳລັບສະຖາບັນການເງິນທີ່ບັນລຸໄດ້ຕາມເງື່ອນໄຂພື້ນຖານເບື້ອງຕົ້ນແລ້ວ, ກອງທຶນ LAFF ຈະໃຫ້ບູລິມະສິດໃຫ້ກັບສະຖາບັນການເງິນ ທີ່ກຳນົດອັດຕາດອກເບ້ຍທີ່ເໝາະສົມ ໃນການປ່ອຍກູ້ໃຫ້ລູກຄ້າ ທີ່ຈະນຳໃຊ້ບ້ວງທຶນກູ້ ຢືມຈາກກອງທຶນ LAFF.

6. ເງື່ອນໄຂເງິນກູ້ຂອງກອງທຶນ LAFF

ເງື່ອນໄຂທຶນຂອງກອງທຶນ LAFF ແມ່ນເປັນທຶນເງິນກູ້ທີ່ບໍ່ມີຫຼັກຊັບຄ້ຳປະກັນ ແຕ່ມີເງື່ອນໄຂຄືດັ່ງທີ່ໄດ້ລະບຸໄວ້ໃນພາກນີ້, ລາຍລະອຽດກ່ຽວກັບເງື່ອນໄຂດັ່ງກ່າວທີ່ຈະໄດ້ຕົກລົງນຳກັນແມ່ນຈະໄດ້ມີການເຈລະຈານຳກັນກັບສະຖາບັນການເງິນທີ່ໄດ້ຖືກຄັດເລືອກ ພາຍຫຼັງທີ່ໄດ້ມີການປະເມີນສິນເຊື່ອ ແລະ ມີການກວດກາບັນດາເອກະສານຕ່າງໆສຳເລັດແລ້ວ. ທຶນເງິນກູ້ຈາກກອງທຶນ LAFF ແມ່ນສະໜອງໃຫ້ເປັນທຶນໜູນວຽນ, ສະຖາບັນການເງິນທີ່ໄດ້ຮັບທຶນ ແມ່ນສາມາດປ່ອຍກູ້ຕໍ່ ແລະ ປ່ອຍໜູນວຽນໃຫ້ແກ່ໃຫ້ແກ່ຫົວໜ່ວຍ MSMEs ໄດ້ຕາມເງື່ອນໄຂສຳລັບຫົວໜ່ວຍ MSMEs  ກໍ່ຄືເງື່ອນໄຂ ຂອງເງິນກູ້ຍ່ອຍ.

  • ສັງລວມບັນດາເງື່ອນໄຂຕົ້ນຕໍຂອງທຶນເງິນກູ້ຈາກກອງທຶນ LAFF:
  • ປ່ອຍ​ກູ້​ໃຫ້​ເປັນ​ສະ​ກຸນ​ເງິນ​ກີບ.
  • ​ກຳ​ນົດ​ເວ​ລາ​ 06 ​ປີສຳ​ລັບ​ທະ​ນາ​ຄານ​ທຸ​ລະ​ກິດ (​ລະ​ຫວ່າງ 4-6 ປີ​ ສຳ​ລັບ​ ສກຈຮ).
  • ​ຊ່ວງ​ພັກ​ຊຳ​ລະ​ຕົ້ນ​ທຶນ ​ແມ່ນ 1/3ຂອງກຳນົດໄລຍະເວລາເງິນກູ້ ​.
  • ​ການຊຳ​ລະ​ຕົ້ນ​ທຶນແມ່ນ ຊຳລະເປັນສີ່ງວດ​ໃນວົງເງິນທີ່​ເທົ່າ​ກັນ​, ຈ່າຍ​ໃນ​ຕອນ​ທ້າຍ​ຂອງ​ປີ​ທີ​ສາມຫາ​ປີ​ທີ​ຫົກ.[2]
  • ອັດ​ຕາ​ດອກ​ເບ້ຍ 7% ຕໍ່ປີ ສຳລັບທະນາຄານທຸລະກິດ  ແລະ 8% ຕໍ່ປີ ສຳລັບ ສກ.
  • ​ການ​ຈ່າຍດອກ​ເບ້ຍ​ແມ່ນ​ຈ່າຍ​ ສອງຄັ້ງຕໍ່ປີ ແລະ ຈ່າຍດອກເບ້ຍ ທຸກໆ ວັນທີ 10 ພຶດສະພາ ແລະ ວັນທີ 10 ພະຈິກ ຂອງ​ແຕ່​ລະ​ປີ.
  • ການ​ຄິດ​ໄລ່​ດອກ​ເບ້ຍ​ແມ່ນ​ຄິດ​ໄລ່ຕາມຈຳ​ນວນ​ເງິນ​ຕົ້ນ​ທຶນ​ທີ່​ຍັງ​ບໍ່​ທັນ​ໄດ້​ຖືກ​ຊຳ​ລະ.
  • ບໍ່​ມີ​ຄ່າ​ທຳ​ນຽມ​ໃດໆ​, ແຕ່​ຈະ​ມີ​ການ​ປັບ​ໄໝ​ໃນ​ກໍ​ລະ​ນີ​ມີ​ການ​ຊຳ​ລະ​ຕົ້ນ​ທຶນ​ຊັກ​ຊ້າ (ກຳນົດເວລາຊັກຊ້າແມ່ນເກີນ 5 ວັນລັດຖະການ)ໂດຍ​ການ​ເພີ່ມດອກ​ເບ້ຍ​ຂື້ນ 2% ຂອງ​ເວ​ລາ​ທີ່​​ຊັກ​ຊ້າ.
  • ບໍ່​ມີ​ການ​ປັບ​ໄໝ​ໃນ​ກໍ​ລະ​ນີ​ຈ່າ​ຍ​ກ່ອນ​ກຳ​ນົດ.
  • ບໍ່​ມີ​ຫຼັກ​ຊັບ​ຄ້ຳ​ປະ​ກັນ.
  • ຕົ້ນ​ທຶນ​ເງິນ​ກູ້​ຈາກກອງ​ທຶນ LAFF ທີ່​ໄດ້​ຖືກ​ສົ່ງ​ຄືນ​ຈາກ​ລູກ​ຄ້າລາຍ​ຍ່ອຍ ແມ່ນ​ສາ​ມາດ​ປ່ອຍ​ເປັນ​ເງິນ​ກູ້ຍ່ອຍ​ໃຫ້​ລູກ​ຄ້າ​​ທີ່​ເປັນ​ຫົວ​ໜ່ວຍ MSMEs ຕໍ່ໄປເລື້ອຍໆ ພາຍ​ໃຕ້​ເງື່ອນ​ໄຂ​​ເງິນ​ກູ້​ຍ່ອຍ ຫຼື ເງື່ອນໄຂຂອງ MSMEs.
  • ນໍາໃຊ້ແບບຟອມ​ການ​ປະ​ເມີນ​ ​ຜົນ​ກະ​ທົບ​ທາງ​ດ້ານສີ່ງ​ແວດ​ລ້ອມ ແລະ ສັງ​ຄົມ ທີ່ກອງທຶນ ກໍານົດຢ່າງເຂັ້ມງວດ.

7. ເງື່ອນໄຂສຳລັບເງິນກູ້ຍ່ອຍ ທີ່ປ່ອຍໃຫ້ຫົວໜ່ວຍ MSMEs  

ຫົວ​ໜ່ວຍ MSMEs ທີ່​ເປັນ​ເປົ້າ​ໝາຍ​ຜູ້​ກູ້​ຢືມ​ຍ່ອຍ​ ພາຍ​ໃຕ້​ທຶນ​ຈາກກອງ​ທຶນ LAFF  ແມ່ນ​ລວມ​ທັງ​ຫົວ​ໜ່ວຍ​ວິ​ສາ​ຫະ​ກິດ ​ທີ່​ຍັງ​ບໍ່​ທັນ​ໄດ້​ຈົດ​ທະ​ບຽນ ແລະ ຄົວ​ເຮືອນ​ທີ່​ປະ​ຕິ​ບັດ​ກິດ​ຈ​ະກຳ​ທີ່​ເປັນ​ເສດ​ຖະ​ກິດ. ທຶນ​ເງິນ​ກູ້​ຈາກກອງ​ທຶນ LAFF ແມ່ນ​ຈະ​ຕ້ອງ​ຖືກ​ນຳ​ໃຊ້​ເພື່ອ​ປ່ອຍ​ກູ້​ໃຫ້​ແກ່​ກິດ​ຈະ​ກຳ​ທີ່​ເປັນ​ເສດ​ຖະ​ກິດ ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ຫົວ​ໜ່ວຍ MSME ເພື່ອ​ລົງ​ທຶນ​ສ່ວນ​ຫຼາຍ​ໃສ່ “ຊັບສິນຄົງທີ່” ຫຼື ການຂະຍາຍທຸລະກິດ[3] [4]. ທຶນ​ເງິນ​ກູ້​ຈາກກອງ​ທຶນ LAFF  ແມ່ນ​ສາ​ມາດ​ນຳ​ໃຊ້​ເຂົ້າ​ໃນ​ການ​ລົງ​ທຶນ​ໃສ່ກິດຈະກໍາຂະແໜງການກະສິກຳ ລວມມີ ປູກຝັງ, ລ້ຽງສັດ, ການແປຮູບລະດັບຈຸນລະພາກ, ການຂົນສົ່ງສິນຄ້າກະສິກໍາ, ການເກັບຊື້ແລະຂາຍສິນຄ້າກະສິກໍາ, ແລະ ຂະແໜງອື່ນໆທີ່ຕິດພັນກັບຕ່ອງໂສ້ມູນຄ່າຂະແໜງກະສິກໍາ, ໄລຍະເວລາຂອງການກູ້ຢືມຍ່ອຍຈະຢູ່ໃນລະດັບຢ່າງໜ້ອຍ 12 ເດືອນ ໂດຍສະເລ່ຍ. ເງິນກູ້ຍ່ອຍແມ່ນ​ສາ​ມາດ​ປ່ອຍ​ໃຫ້​ໄດ້​ທົ່ວ​ປະ​ເທດ ຍົກ​ເວັ້ນ​ສະ​ເພາະ​ແຕ່ເຂດ​ພື້ນ​​ທີ່​ຂື້ນ​ກັບສາມ​ເມືອງ​ຂອງ​ນະ​ຄອນ​ຫຼວງວຽງ​ຈັນ[5] ແລະ ມີໄລຍະປອດໜີ້ຕົ້ນທຶນ
ໜຶ່ງສ່ວນສາມ ຂອງກຳນົດເວລາເງິນກູ້ຍ່ອຍທີ່ ກ່ຽວຂ້ອງ, ອັດຕາດອກເບ້ຍເງິນກູ້ທີ່ປ່ອຍຕໍ່ໃຫ້ແກ່ຜູ້ກູ້ຢືມລາຍຍ່ອຍ ຈະຕ້ອງເປັນອັດຕາຕະຫຼາດ ແລະ ຖືກກຳນົດໂດຍສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ເຊິ່ງອີງຕາມນະໂຍບາຍການປ່ອຍກູ້ຂອງ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານເອງ,  ສ່ວນຂະໜາດຂອງວົງເງິນກູ້ ຜູ້ກູ້ຢືມລາຍຍ່ອຍ ແຕ່ລະລາຍຈະຢູ່ໃນລະດັບສູງສຸດບໍ່ເກີນ 1,000,000,000 ກີບ (ໜຶ່ງຕື້ກີບ). ການປ່ອຍກູ້ໃຫ້​ແກ່ຜູ້ປະກອບການທີ່ເປັນເພດຍິງຕ້ອງມີຢ່າງໜ້ອຍ 51% ຂອງ​ຈຳ​ນວນເງິນປ່ອຍກູ້ຍ່ອຍທັງໝົດ. ນອກຈາກນັ້ນ, ສະຖາບັນການເງິນຄູ່ຮ່ວມງານຕ້ອງເອົາເອົາໃຈໃສ່ຕໍ່ ບັນຫາດ້ານສິ່ງແວດລ້ອມ ແລະ ສັງຄົມ, ໃນນັ້ນ ຕ້ອງປ່ອຍສິນເຊື່ອໃຫ້ຜູ້ກູ້ຢືມລາຍຍ່ອຍ ທີ່ມີຄວາມສ່ຽງຕໍ່າ ດ້ານສິ່ງແວດລ້ອມ ແລະ ສັງຄົມ  (ປະເພດ C ບໍ່ແມ່ນປະເພດ A ຫຼື B). ພ້ອມນັ້ນ, ສໍາລັບການສະໜອງສິນເຊື່ອໃຫ້ຜູ້ກູ້ຢືມລາຍຍ່ອຍ ທີ່ມີວົງເງິນອະນຸມັດເກີນ 10,000 ໂດລາສະຫະລັດ ຫຼື ທຽບເທົ່າ 200,000,000 ກີບ ຕ້ອງນໍາໃຊ້ແບບຟອມ​ການ​ປະ​ເມີນ​ ​ຜົນ​ກະ​ທົບ​ທາງ​ດ້ານ ສີ່ງ​ແວດ​ລ້ອມ ແລະ ສັງ​ຄົມ ຕາມທີ່ຜູ້ໃຫ້ທຶນກຳນົດໄວ້ ຢ່າງເຂັ້ມງວດ. ​ໃນ​ກໍ​ລະ​ນີ ການປ່ອຍ​ກູ້​ຍ່ອຍນັ້ນຫາກ​ເກີດ​ມີ​ຜົນ​ກະ​ທົບ​ທາງ​ດ້ານສີ່ງ​ແວດ​ລ້ອມ ແລະ​ ສັງ​ຄົມ ​ຢ່າງຮ້າຍ​ແຮງ ຕ້ອງລາຍ​ງານໃຫ້​ແກ່ ກອງທຶນ LAFF ຊາບໂດຍ​ດ່ວນ  ແລະ ບໍ່ອະນຸຍາດໃຫ້ປ່ອຍກູ້ໃຫ້ແກ່ບັນດາກິດຈະກຳທີ່ລະບຸໄວ້ໃນບັນຊີລາຍການກິດຈະກຳຍົກເວັ້ນຂອງໂຄງການກອງທຶນ LAFF[6], ສຸທ້າຍ ແຕ່ເປັນສີ່ງທີ່ສຳຄັນຫຼາຍນັ້ນກໍ່ຄືວ່າ ເງິນກູ້ຍ່ອຍແມ່ນຈະຕ້ອງໄດ້ປະຕິບັດຕາມຫຼັກການຂອງການປົກປ້ອງລູກຄ້າ (Client Protection Principles)[7] ແລະ ດຳລັດວ່າດ້ວຍການປົກປ້ອງຜູ້ຊົມໃຊ້ການບໍລິການດ້ານການເງິນ.[8] ຂ້າງ​ລຸ່ມນີ້​ແມ່ນ​ເປັນ​ການ​ສັງ​ລວມ​ເງື່ອນ​ໄຂ​ຕົ້ນ​ຕໍ​ສຳ​ລັບ​ເງິນ​ກູ້​ຍ່ອຍ:

  • ສັງລວມເງື່ອນໄຂຕົ້ນຕໍສຳລັບເງິນກູ້ຍ່ອຍສໍາລັບແຫຼ່ງທຶນຈາກ ADB:
  • ວົງ​ເງິນປ່ອຍ​ກູ້:             ຕ່ຳ​ສຸດ 2 ລ້ານ​ກີບ ແລະ ສູງ​ສຸດ 1 ຕື້​ກີບ.
  • ອັດ​ຕາ​ດອກ​ເບ້ຍ:          ​ເປັນ​ອັດ​ຕາດອກ​ເບ້ຍ​ຕາມ​ກົນ​ໄກ​ຕະ​ຫຼາດ ໂດຍ​ອີງ​ຕາມ​ນະ​ໂຍ​ບາຍ​​ສິນ​ເຊື່ອ​ຂອງ PFI.
  • ກຳ​ນົດ​ເວ​ລາ​ສະ​ເລ່ຍ:      ຢ່າງ​ໜ້ອຍ 12 ເດືອນ ໂດຍ​ສະ​ເລ່ຍ.
  • ຊ່ວງ​ພັກ​ຊຳ​ລະ​ຕົ້ນ​ທຶນ:   ​ໜື່ງ​ສ່ວນ​ສາມ​ຂອງກຳນົດໄລ​ຍະເວລາເງິນ​ກູ້.
  • ​ປ່ອຍກູ້ໃຫ້ແກ່ຂະ​ແໜງ​ກະ​ສິ​ກຳ ລວມມີ ປູກຝັງ, ລ້ຽງສັດ, ການແປຮູບລະດັບຈຸນລະພາກ, ການຂົນສົ່ງສິນຄ້າກະສິກໍາ, ການເກັບຊື້ແລະຂາຍສິນຄ້າກະສິກໍາ ແລະ ຂະແໜງອື່ນໆທີ່ຕິດພັນກັບຕ່ອງໂສ້ມູນຄ່າຂະແໜງກະສິກໍາ ເທົ່ານັ້ນ.
  • ການປ່ອຍກູ້ໃຫ້​ແກ່ຜູ້ປະກອບການເພດຍິງຕ້ອງມີຢ່າງໜ້ອຍ 51% ຂອງ​ຈຳ​ນວນເງິນປ່ອຍກູ້ຍ່ອຍທັງໝົດ.
  • ຕ້ອງປ່ອຍສິນເຊື່ອໃຫ້ຜູ້ກູ້ຢືມລາຍຍ່ອຍ ທີ່ມີຄວາມສ່ຽງຕໍ່າ ດ້ານສິ່ງແວດລ້ອມ ແລະ ສັງຄົມ  (ປະເພດ C ບໍ່ແມ່ນປະເພດ A ຫຼື B).
  • ວົງເງິນປ່ອຍກູ້ເກີນ 200,000,000 ກີບ ຕ້ອງນໍາໃຊ້ແບບຟອມ​ການ​ປະ​ເມີນ​ ​ຜົນ​ກະ​ທົບ​ທາງ​ດ້ານສີ່ງ​ແວດ​ລ້ອມ ແລະ ສັງ​ຄົມ ທີ່ກອງທຶນ ກໍານົດຢ່າງເຂັ້ມງວດ.

ນອກ​ຈາກ​ເງື່ອນ​ໄຂ​ຕ່າງໆ​ທີ່​ໄດ້​ກ່າວ​ມາ​ຂ້າງ​ເທິງນັ້ນ​ແລ້ວ, PFIs ຈະ​ຕ້ອງ​ໄດ້​ມີການ​ອອກ​ແບບ ວິ​ທີ​ການ​ປ່ອຍ​ກູ້ ແລະ ຜະ​ລິດ​ຕ​ະ​ພັນ​ເງິນ​ກູ້ ເພື່ອ​ສົ່ງ​ເສີມ MSMEs ລວມ​ທັງ​ຕາ​ຕະ​ລາງ​ເວ​ລາ​ຂອງງວດ​​ຈ່າຍດອກ​ເບ້ຍ ແລະ ​ຊຳ​ລະ​ຕົ້ນ​ທຶນ ໂດຍ​ສອດ​ຄ່ອງ​ກັບ​ນະ​ໂຍ​ບາຍ​ສິນ​ເຊື່ອ​ຂອງ PFIs ທີ່​ມີ​ໃນ​ປະ​ຈຸບັນ. ນອກຈາກນັ້ນ, ໃຫ້ມີການ​ອອກ​ແບບ ວິ​ທີ​ການ​ປ່ອຍ​ກູ້ ແລະ ຜະ​ລິດ​ຕ​ະ​ພັນ​ເງິນ​ກູ້ ເພື່ອເພດຍິງ ຍິ່ງເປັນການດີ.

8. ການສະໜອງການຊ່ວຍເຫຼືອດ້ານວິຊາການ

      ກອງ​ທຶນ LAFF ແມ່ນ​ສາ​ມາດ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ວິ​ຊາ​ການ (TA) ໄປ​ຄຽງ​ຄູ່​ກັບ​ການ​ໃຫ້​ທຶນ​ເງິນ​ກູ້ຈາກກອງ​ທຶນ LAFF ໃນ​ກໍ​ລະ​ນີ​ທີ່​ວ່າ​ສະ​ຖາ​ບັນ​ການ​ເງິນ​ທີ່​ຖືກ​ຄັດ​ເລືອກ​ຫາກ​ມີ​ຄວາມ​ຕ້ອງ​ການ ການ​ຊ່ວຍ​ເຫຼືອ​ດ້ານ​ວິ​ຊາ​ການ ເພື່ອ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ເປົ້າ​ໝາຍ​ດ້ານ​ຍຸດ​ທະ​ສາດ ຫຼື ເຮັດ​ໃຫ້​ສາ​ມາດ​ປະ​ຕິ​ບັດ​ໄດ້​ທຸກໆ​ເງື່ອນ​ໄຂ​ຂອງ​ໂຄງ​ການກອງ​ທຶນ LAFF. ສະ​ຖາ​ບັນ​ການ​ເງິນ​ທີ່​ສະ​ເໜີ​ຂໍ​ທຶນ ລວມ​ທັງ​ທະ​ນາ​ຄານ​ທຸ​ລະ​ກິດ ແລະ ສກ​ຈ​ຮ ແມ່ນ​ສາ​ມາດ​ ສະ​ເໜີ​ຂໍ​ການ​ຊ່ວຍ​ເຫຼືອ​ດ້ານ​ວິ​ຊາ​ການ ໃນ​ກໍ​ລະ​ນີ​ ສະ​ຖາ​ບັນ​ການ​ເງິນນັ້ນໆ​ ເຫັນ​ວ່າ​ຈະ​ສາ​ມາດ​ປະ​ຕິ​ບັດ​ໄດ້​ທຸກໆ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ໂຄງ​ການ ຖ້າ​ຫາກວ່າ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ວິ​ຊາ​ການ​ທີ່​ພຽງ​ພໍ.  ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ສະ​ເໜີ​ຂໍ​ການ​ຊ່ວຍ​ເຫຼືອ​ດ້ານ​ວິ​ຊາ​ການ​ແມ່ນ​ມີ​ໃນ​ພາກ​ຂ້າງ​ລຸ່ມນີ້້.

​II. ຂະບວນການ

1. ຄວາມເປັນມາຂອງໜັງສືສະແດງເຈດຈຳນົງ

​ໂຄງ​ສ້າງ​ທີ່​ຈະ​ຕ້ອງ​ໄດ້​ປະ​ຕິ​ບັດ​ສຳ​ລັບ​​ໜັງ​ສື​ສະ​ແດງ​ເຈດ​ຈຳ​ນົງ (EoI) ແມ່ນ​ໄດ້​ລະ​ບຸ​ໄວ້​ໃນ​ແບບ​ຟອມ​ສະ​ເໜີ​ຂໍ​ທຶນ​ເງິນ​ກູ້ (EoI-application form) ທີ່​ໄດ້​ຕິດ​ຄັດ​ມາ​ນຳ​ແຈ້ງ​ການ​ສະ​ບັບ​ນີ້​ເປັນ​ເອ​ກະ​ສານ​ຊ້ອນ​ທ້າຍ 1. ໜັງ​ສື​ສະ​ແດງ​ເຈດ​ຈຳ​ນົງ​ແມ່ນ​ຈະ​ຕ້ອງ​ໄດ້​ປະ​ກອບ​ດ້ວຍ​ການ​ອະ​ທິ​ບາຍ​ຫ​ຍໍ້ທີ່ເປັນພື້້ນຖານ (ຂະ​ໜາດ​ທີ່​ແນະ​ນຳ: ​ໜື່ງ​ນ້າເຈ້ຍ A4) ກ່ຽວ​ກັບ​ວົງ​ເງິນ​ທີ່​ສະ​ເໜີ​ຂໍ​ທຶນ ແລະ ແຜນ​ການ​ນຳ​ໃຊ້​ທຶນ​ດັ່ງ​ກ່າວ, ລວມ​ທັງ​ແນວ​ຄວາມ​ຄິດ​ດ້ານ​ແຜນ​ຍຸດ​ທະ​ສາດ ແລະ ແຜນຂອງອົງກອນ, ຈຳ​ນວນ ແລະ ວົງ​ເງິນກູ້​ສະ​ເລ່ຍ​ສຳ​ລັບ​ເງິນ​ກູ້​​ຍ່ອຍ​ທີ່​ຈະ​ປ່ອຍໃຫ້​ແກ່​ຫົວ​ໜ່ວຍ MSMEs ທີ່​ເປັນ​ເປົ້າ​ໝາຍ, ຂະ​ແໜງ​ການ​ທີ່​ເປັນ​ເປົ້າ​ໝາຍ ແລະ ພື້ນ​ທີ່​ເປົ້າ​ໝາຍ ແລະ ລັກ​ສະ​ນະ​ຫຼັກໆ​ຂອງ​ຜະ​ລິດ​ຕະ​ພັນ​ເງິນ​ກູ້​ທີ່​ວາງແຜນທີ່ປ່ອຍ​ໃຫ້ MSMEs, ລວມ​ທັງ​ອັດ​ຕາ​ດອກ​ເບ້ຍ ແລະ ຄ່າ​ທຳ​ນຽມ​ຕ່າງໆ, ໄລຍະປ່ອຍກູ້ ແລະ ງວດ​ຊຳ​ລະ​ຄືນ. ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ສະ​ເໜີ​ຂໍ​ການ​ຊ່ວຍ​ເຫຼືອ​ດ້ານ​ວິ​ຊາ​ການ​ແມ່ນ​ຈະ​ຕ້ອງ​ໄດ້​ມີ​ການ​ອະ​ທິ​ບາຍ​ຫ​ຍໍ້ (ຂະ​ໜາດ​ແນະ​ນຳ: ​ໜື່ງ​ໜ້າ​ເຈ້ຍ A4) ແລະ ຈະ​ຕ້ອງ​ໄດ້​ມີ​ການ​ມີ​ການ​ອະ​ທິ​ບາຍ​ກ່ຽວ​ກັບ​ຊ່ອງ​ຫວ່​າງ​ດ້ານ​ຄວາມ​ຮູ້ ຫຼື ປະ​ສົບ​ການ ທີ່​ຈະ​ຕ້ອງ​ການໃຫ້​ຊ່ວຍ​ເຫຼືອ ແລະ ຜົນ​ໄດ້​ຮັບ​ທີ່​ຄາດ​ຫວັງ​ໄວ້, ​ກັບ​ຍຸດ​ທະ​ສາດ​ການ​ຕະ​ຫຼາດ​ເງິນ​ກູ້​ເພື່ອ​ສົ່ງ​ເສີມ MSMEs, ຕຳ​ແໜ່ງ ແລະ ຈຳ​ນວນ​ຂອງ​ພະ​ນັກ​ງານ​ຂອງສະ​ຖາ​ບັນ​ການ​ເງິນ​ທີ່​ສະ​ເໜີ​ຂໍ​ທຶນ ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ວິ​ຊາ​ການ, ປະ​ເພດ ແລະ ກຳ​ນົດ​ເວ​ລາ​ຂອງ​ການ​ຊ່ວຍ​ເຫຼືອ​ດ້ານ​ວິ​ຊາ​ການ​ທີ່ຈະ​ສະ​ເໜີ​ຂໍ. ຖ້າ​ເປັນ​ໄປ​ໄດ້, ການ​ອະ​ທິ​ບາຍ​ທັງ​ສອງ​ຢ່າງເທິງນີ້​ແມ່ນ​ຄວນ​ມີ​ການ​ເຊື່ອມ​ໂຍງ​ກັນ​ກັບ​ແຜນ​ຍຸດ​ທະ​ສາດ​ ແລະ ແຜນ​ການ​ດຳ​ເນີນ​ງານ​ຂອງ​ສະ​ຖາ​ບັນ​ການ​ເງິນນັ້ນໆ.

2. ເອກະສານທີ່ຕ້ອງການ

ແບບ​ຟອມ​ໃບ​ສະ​ເໜີ​ຂໍ​ທຶນ​ທີ່​ສົ່ງ​ມາ​ນຳ​ໜັງ​ສື​ສະ​ແດງ​ເຈດ​ຈຳ​ນົງ​ ຄວນ​ປະ​ກອບ​ມີ​ເອ​ກະ​ສານ​ຈຳ​ນວນ​ໜື່ງ​ທີ່​ຕ້ອງ​ການໃນ​ການ​ປະ​ເມີນ​ກ່ຽວ​ກັບ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເງິນ ແລະ ດ້ານ​ການ​ດຳ​ເນີນ​ງານ, ແນວ​ທາງ​ແຜນ​ຍຸດ​ທະ​ສາດ, ມາດ​ຕະ​ຖານ​ດ້ານ​ສັງ​ຄົມ ແລະ ສີ່ງ​ແວດ​ລ້ອມ. ​ຖ້າ​ຫາກ​ສະ​ຖາ​ບັນ​ການ​ເງິນ​ໃດບໍ່​​ສາ​ມາດ​ສະ​ໜອງ​ຂໍ້​ມູນ ຫຼື ສົ່ງ​ເອ​ກະ​ສານ​ດັ່ງກ່າວ​ຄົບ​ຖ້ວນໃຫ້ແກ່ໂຄງການ ອາດຈະເຮັດໃຫ້ໜັງສືສະແດງເຈດຈຳນົງຖືກປະຕິເສດ. ​ລາຍ​ການ​ເອ​ກະ​ສານ​ທີ່​ຕ້ອງ​ການ​​ປະ​ກອບ​ມີ​ດັ່ງ​ລຸ່ມນີ້:

ຂໍ້ມູນດ້ານທຸລະກິດ/ການຈັດຕັ້ງພະນັກງານ

  • ໂຄງ​ຮ່າງ​ການ​ຈັດ​ຕັ້ງ

ເອກະສານດ້ານນິຕິກຳ

  • ​​ໜັງສືອະນຸມັດການໃຫ້ກູ້ຢືມ ຈາກກົມກ່ຽວຂ້ອງຂອງ ທຫລ ທີ່ຄຸ້ມຄອງສະຖາບັນການເງິນນັ້ນ
  • ບົດ​ລາຍ​ງານ​ສະ​ບັບ​ລ້າ​ສຸດ ທີ່​ໄດ້ສົ່ງ​ໃຫ້ ທ​ຫລ
  • ໃບ​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ
  • ບົດ​ບັນ​ທຶກ​ການ​ຮ່ວມ​ທຶນ​ຂອງ​ບັນ​ດາ​ຜູ້​ຖື​ຮຸ້ນ

ແຜທຸລະກິດ

  • ແຜນ​ທຸ​ລະ​ກິດ ຫຼື ກິດ​ຈະ​ກຳ​ທາງ​ດ້ານ​ທຸ​ລະ​ກິດ​ທີ່​ວາງ​ແຜນ​ໄວ້
  • ການຄາດຄະເນ​ດ້ານ​ກາ​ນ​ເງິນ 3-5 ຕໍ່ໜ້າ.

ຂໍ້ມູນດ້ານການເງິນ

  • ​ບົດ​ລາຍ​ງານ​ຖານະການເງິນ ປະ​ຈຳ​ປີ ທີ່​ໄດ້​ຖືກກວດ​ສອບ​ແລ້ວ 3 ປີ ຍ້ອນຫຼັງ, ຖ້າບົດລາຍງານ ປີຫຼ້າສຸດ ບໍ່ທັນໄດ້ຮັບການກວດສອບ, ອາດນໍາໃຊ້ບົດລາຍງານຖານະການເງິນທີ່ສົ່ງໃຫ້ ທຫລ ໃນປີຫຼ້າສຸດແທນ; 
  • ​ຍອດ​ເງິນ​ກູ້ທ້າຍປີ ປີຫຼ້າສຸດ (ຍອດ​ເງິນ​ກູ້​ທີ່​ກຳ​ລັງ​ເຄື່ອນ​ໄຫວ​ຢູ່, ຈຳ​ນວນ​ລູກ​ຄ້າ​ຜູ້​ກູ້​ຢືມ, PAR ສຳລັບ ສກຈຮ, NPL ສຳລັບ ທະນາຄານ) ຈັດແຍກຕາມ​ສາ​ຂາ ແລະ ​ຜະ​ລິດ​ຕະ​ພັນ;
  • ​ຍອດເງິນກູ້ທັງໝົດໃນແຕ່ລະເດືອນຂອງປີ ຫຼ້າສຸດ (ຍອດ​ເງິນ​ກູ້​ທີ່​ກຳ​ລັງ​ເຄື່ອນ​ໄຫວ​ຢູ່, ຈຳ​ນວນ​ລູກ​ຄ້າ​ຜູ້​ກູ້​ຢືມ, PAR ສຳລັບ ສກຈຮ, NPL ສຳລັບ ທະນາຄານ);
  • ລາຍຊື່​ສະ​ບັນ​ການ​ເງິນ​ທີ່​ໄດ້​ປ່ອຍ​ເງິນ​ກູ້​ໃຫ້ (ເຊັ່ນ​ວ່າ: ກອງ​ທຶນ​ບ້ານ ຫຼື ທະ​ນາ​ຄານ​ບ້ານ, ຖ້າ​ມີ);
  • ​ບົດ​ລາຍ​ງານ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເງິນ​ກູ້​ປັບ​ໂຄງ​ສ້າງ ແລະ ເງິນ​ກູ້​ປ່ອຍ​ຄືນ​ໃໝ່;
  • ລາຍລະ​ອຽດ​ຍອດ​ເງິນ​ກູ້​ສຳລັບລູກ​ຄ້າໜີ້​ຊັກ​ຊ້າ.

ແຫຼ່ງທຶນ ລວມທັງເງິນຝາກ

  • ເງິນ​ຝາກ​ຕາມ​ແຕ່​ລະ​ຜະ​ລິດ​ຕະ​ພັນ, ແຕ່ລະສະ​ກຸນ​ເງິນ, ກຳ​ນົດ​ເວ​ລາ ແລະ ອັດ​ຕາ​ດອກ​ເບ້ຍ​ເງິນ​ຝາກແຕ່​ລະ​ປະ​ເພດ.
  • ຍອດເງິນຝາກ​ລາຍ​ໃຫ​ຍ່​ແຕ່ລະລາຍ ແຕ່ອັນດັບທີ 1 ຮອດ ອັນດັບທີ 15.
  • ​ຂໍ້​ມູນ​ກ່ຽວ​ກັບ​ສະ​ຖາ​ບັນ ຫຼື ອົງ​ກອນ​ອື່ນທີ່ໃຫ້​ທຶນ​ກູ້​ຢືມ (ຊື່​ອົງ​ກອນ, ວັນ​ທີ່​ກູ້​ຢືມ, ກຳ​ນົດ​ເວ​ລາ, ອັດ​ຕາ​ດອກ​ເບ້ຍ, ສະ​ກຸນ​ເງິນ, ຕາ​ຕະ​ລາງ​ເວ​ລາ​ຂອງ​ການ​ຊຳ​ລະ, ການ​ຄ້ຳ​ປະ​ກັນ, ຄ່າ​ທຳ​ນຽມ).

ນະໂຍບາຍຕ່າງໆ

  • ​ຂໍ້​ມູນ​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນເງິນ​ກູ້​ຫຼັກ, ກຳ​ນົດ​ເວ​ລາ ແລະ ເງື່ອນ​ໄຂ​ຕ່າງໆ;
  • ນະ​ໂຍ​ບາຍ​ສິນ​ເຊື່ອ ແລະ ຂະ​ບວນ​ການ ​ການ​ປ່ອຍ​ກູ້  ລວມ​ທັງ​ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ບໍ​ລິ​ຫານ​ໜີ​ຊັກ​ຊ້າ ແລະ ຄູ່​ມື​ການ​ດຳ​ເນີນ​ງານ.​

ນອກຈາກເອກະສານຂໍ້ມູນເທິງນີ້ແລ້ວ, ທາງໂຄງການອາດຈະຮຽກຮ້ອງຂໍ້ມູນເພີ່ມຕື່ມໃນເວລາທີ່ລົງປະເມີນຄວາມພ້ອມໃນການກູ້ຢືມ (due diligence), ທາງໂຄງການຈະແຈ້ງໃຫ້ຮູ້ລ່ວງໜ້າ ກ່ອນຈະລົງປະເມີນ.

3. ເງື່ອນໄຂເຂົ້າຮ່ວມໂຄງການ ສຳລັບ PFIs

ເງື່ອນໄຂຕົວຊີ້ວັດ
1.  ຄວາມສົນໃຈຫຼາຍ ໃນການປ່ອຍເງິນກູ້ ເພື່ອສົ່ງເສີມ MSME ເຊີ່ງເປັນເປົ້າໝາຍ ຂອງໂຄງການ (ວົງ​ເງິນ​ກູ້​ຍ່ອຍ​ບໍ່​ເກີນ 1 ຕື້​ກີບ)ມີແຜນຍຸດທະສາດ ແລະ ແຜນທຸລະກິດ ຢ່າງຈະແຈ້ງ ທີ່ມີການສຸມໃສ່ ການປ່ອຍເງິນກູ້ໃຫ້ແກ່ MSME ເຊີ່ງເປັນເປົ້າໝາຍຂອງໂຄງການ (ວົງ​ເງິນ​ກູ້​ຍ່ອຍ​ບໍ່​ເກີນ 1 ຕື້ກີບ).
ມີຄວາມພ້ອມໃນການຮັບເອົາການສະໜັບສະໜູນ ເພື່ອປັບປຸງວິທີວິທະຍາຂອງ ການປ່ອຍກູ້ໃຫ້ແກ່ MSME ແລະ ປັບປຸງລະບົບການບໍລິຫານສິນເຊື່ອ (ລວມ ທັງນະໂຍບາຍ, ຂະບວ​ນການ, ບົດແນະນຳ ແລະ ແບບຟອມຕ່າງໆ ທີ່ກ່ຽວຂ້ອງກັບການປ່ອຍກູ້), ຖ້າ​ເຫັນ​ວ່າ​ຈຳ​ເປັນ.
ຮັບໄດ້ກ່ຽວກັບ ການລົງຕິດຕາມ ແລະ ການລົງກວດກາຢູ່ພາກສະໜາມ  ຢ່າງເປັນ ປະຈຳ ໃນລະດັບຂັ້ນສະຖາບັນການເງິນ ແລະ ຂັ້ນລູກຄ້າ MSME ທີ່ກ່ຽວຂ້ອງ ໂດຍ ຫຼື ໃນນາມ ຜູ້ໃຫ້ທຶນ.
ສະ​ໜອງ​ຂໍ້​ມູນ​ຢູ່​ພາກ​ສະ​ໜາມ​ກ່ຽວ​ກັບ​ເງິນ​ກູ້​ຍ່ອຍ​ທີ່​ປ່ອຍ​ໃຫ້​ແກ່ MSME ທີ່​ລົງ​ທຶນ​ໂດຍ​ທຶນ​ຂອງກອງ​ທຶນ LAFF  ແລະ ສະ​ຖາ​ນະ​ດ້ານ​ການ​ເງິນ​ຂອງ PFI  ຢ່າງ​ເປັນ​ປົກ​ກະ​ຕິ
2. ປະສົບການ ແລະ ມີ​ລະ​ດັບຄວາມ​ສາ​ມາດ​ໃນ​ການ​ປ່ອຍ​ກູ້​ຕໍ່ມີປະສົບການໃນການປ່ອຍກູ້ໃຫ້ແກ່ MSMEs ໃນ ສປປ ລາວ ຢ່າງໜ້ອຍໜື່ງປີ.
ມີຄວາມສາມາດໃນການປ່ອຍກູ້​ຕໍ່ອອກໄປໃນຈຳນວນ​ເງິນ 15 ຕື້ກີບ ສຳລັບທະນາຄານ (0.5 ຕື້ກີບ ສຳລັບ ສກຈຮ) ໃຫ້ແກ່ MSMEs ພາຍໃນໄລຍະເວລາ ສອງ ປີ.
3. ສາມາດປະຕິບັດໄດ້ຕາມລະບຽບ​ການ ດ້ານ​ຄວາມ​ໝັ້ນ​ຄົງໄດ້ຮັບໃບອະນຸຍາດຈາກ ທຫລ.
​ຮັບ​ໄດ້​ກ່ຽວ​ກັບ​ການ​ລົງ​ຕິດ​ຕາມ​ຢ່າງ​ເປັນ​ປະ​ຈຳ​ຂອງ ທ​ຫລ.
ສາມາດປະຕິບັດຕາມລະບຽບການດ້ານ​ຄວາມ​ໝັ້ນ​ຄົງຂອງ ທຫລ.
ສາມາດ​ປະ​ຕິ​ບັດ​ພັນ​ທະ​ດ້ານ​ການກວດ​ສອບ​ພາຍນອກ​ໄດ້.
ສາມາດສະ​ໜອງ​ໄດ້​ພັນ​ທະ​ດ້ານ​ການ​ລາຍ​ງານ.
​ມີ​ມາດ​ຕະ​ຖານ​ການ​ບັນ​ຊີ ແລະ ຂະ​ບວນ​ການ​ຄອບ​ຄຸມ​ພາຍ​ໃນ ທີ່​ສາ​ມາດ​ເຮັດ​ໃຫ້​ມີ​ການ​ຕິດ​ຕາມ​ໄດ້​ທຶນ​ເງິນ​ກູ້​ຈາກກອງ​ທຶນ LAFF ແລະ ການ​ນຳ​ໃຊ້​ທຶນ​ດັ່ງ​ກ່າວ.
4. ມີນະໂຍບາຍສິນເຊື່ອ ແລະ ການ​ດຳ​ເນີນ​ງານ​ດ້ານ​ສິນ​ເຊື່ອ​ທີ່​ເປັນ​ມື​ອາ​ຊີບ ແລະ ໂປ່ງ​ໂສມີວິທີວິທະຍາ ການປ່ອຍເງິນກູ້ ທີ່ມີປະສິດທິຜົນ.
ມີຂະບວນການບໍລິຫານຄວາມສ່ຽງທີ່ເໝາະສົມ.
ບໍ່ມີການຖົມຂຸມ ແລະ ມີການນຳໃຊ້ອັດຕາດອກເບ້ຍຕາມກົນໄກຕະລາດ.
ອັດຕາສ່ວນໜີ້ຊັກຊ້າ ຫຼື NPL ຢູ່ໃນ​ລະ​ດັບ​ບໍ່​ເກີນ 5%.
ອັດ​ຕາ​ສ່ວນ​ຄວາມ​ພຽງ​ພໍ​ຂອງ​ທຶນ ຢ່າງ​ໜ້ອຍ 10.5% ສຳ​ລັບ​ທະ​ນາ​ຄານທຸລະກິດ ແລະ 12% ​ສຳ​ລັບ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ.
ລະ​ດັບ​ຜົນ​ການ​ປະ​ຕິ​ບັດ​ງານ​ສູງກວ່າ​ລະ​ດັບ​ສະ​ເລ່ຍ​ຂອງ​ຂະ​ແໜງ​ການ
5. ມີ​ການ​ປະ​ຕິ​ບັດ​ງານ​ການ​ບໍ​ລິ​ການ​ດ້ານ​ການ​ເງິນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບມີ​ນະ​ໂຍ​ບາຍ​ຂອງ​ສະ​ຖາ​ບັນ​ກ່ຽວ​ກັບ​ການ​ນຳ​ໃຊ້​ຫຼັກ​ການ ການ​ປົກ​ປ້ອງ​ລູກ​ຄ້າ ແລະ ສອດ​ຄ່ອງ​ກັບ​ຂໍ້​ກຳ​ນົດ ແລະ ກົດ​ລະ​ບຽບ ກ່ຽວ​ກັບ​ການ​ປົກ​ປ້ອງ​ຜູ້​ຊົມ​ໃຊ້​ການ​ບໍ​ລິ​ການ​ດ້ານ​ການ​ເງິນ.  

4. ວັນທີປິດຮັບ ແລະ ວິທີການສົ່ງໜັງສືສະແດງເຈດຈຳນົງ

ວັນ ແລະ ເວລາ ປິດຮັບໜັງ​ສືສະແດງເຈດຈຳນົງ (EoI) ແມ່ນ ວັນທີ 04 ກັນຍາ 2026, 16:00 ໂມງ ຕາມວັນ ເວລາຂອງ ທະນາຄານແຫ່ງ ສປປ ລາວ. ໜັງ​ສືສະແດງເຈດຈຳນົງ ທີ່ໄດ້ຮັບຊ້າກ່ວາວັນເວລາກຳນົດໝາຍ ດັ່ງກ່າວ ແມ່ນຈະບໍ່ຖືກພິຈາລະ. ໜັງ​ສືສະແດງເຈດຈຳນົງ ແລະ ເອກະສານທີ່ກ່ຽວຂ້ອງ ຈະຕ້ອງໄດ້ສົ່ງໃສ່ຊອງທີ່ປິດ ແລະ ຂຽນ ຫົວຂໍ້ໃສ່ວ່າ: “ໜັງສືສະແດງເຈດຈຳນົງ ເພື່ອຂໍທຶນຈາກກອງທຶນ LAFF ປີ 2026 ”, ສົ່ງໄປຕາມທີ່ຢູ່ຂ້າງລຸ່ມນີ້:

ກົມບໍລິການທະນາຄານ ທະນາຄານ ແຫ່ງ ສປປ ລາວ

ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (LAFF)

ຕູ້ ປນ 19, ຖະນົນ ຢອນເນັດ ນະຄອນຫຼວງວຽງຈັນ, ສປປ ລາວ

ທ່ານ ທ່ານ ນາງ ສ້ອຍສຸວັນ ສີບໍລິບູນ ແລະ ທ່ານ ນາງ ສຸກລາຕີ ບົວຄ່າສິດ

ໂທ: 020 22440559,  020 52892494.

ຫຼື ທ່ານສາມາດສົ່ງ ໝັງສືສະແດງເຈດຈຳນົງ ທາງ E-mail ໄດ້ຕາມທີ່ຢູ່: laff.laos@gmail.com (ຖ້າຟາຍເອກະສານໜັກເກີນຂະໜາດ, ທ່ານສາມາດແຍກສົ່ງໜັງສືສະແດງເຈດຈຳນົງ ແລະ ເອກະສານປະກອບ).

  • ຖານະດ້ານກົດໝາຍ

ການສະເໜີຂໍຈົດໝາຍສະແດງເຈດຈຳນົງໃນແມ່ນບໍ່ໄດ້ສ້າງເປັນພັນທະໃຫ້ແກ່ທະນາຄານແຫ່ງ ສປປ ລາວ, ລັດຖະບານ ສປປ ລາວ ຫຼື ທະນາຄານພັດທະນາອາຊີ (ADB), ລວມທັງດ້ານການເງິນ ແລະ ດ້ານອື່ນໆ ແລະ ຍັງບໍ່ໄດ້ຖືກພິຈາລະນາວ່າ ເປັນສັນຍາຜູກພັນທາງດ້ານກົດໝາຍ. ພາກສ່ວນຕ່າງໆທີ່ໄດ້ລະບຸໃນຂ້າງເທິງນັ້ນ ແມ່ນສະຫງວນສິດ ທີ່ຈະປະຕິເສດ ຈົດໝາຍສະແດງເຈດຈຳນົງໃດໜື່ງທີ່ສົ່ງມາ ໂດຍບໍ່ມີການຮ້ອງຟ້ອງຈາກຜູ້ສະເໜີຂໍທຶນ ສຳລັບການປະຕິເສດ. ແຕ່ເຖິງຢ່າງໃດກໍ່ຕາມ, ທີມງານບໍລິຫານຂອງກອງທຶນ LAFF ຈະພະຍາຍາມອະທິບາຍເຫດຜົນໃຫ້ແກ່ຜູ້ສະເໜີຂໍທຶນ ທີ່ບໍ່ໄດ້ຮັບການຄັດເລືອກຕາມຄວາມເໝາະສົມ ແລະ ເພື່ອຊ່ວຍໃຫ້ຜູ້ສະເໜີຂໍທຶນທີ່ບໍ່ໄດ້ຖືກຄັດເລືອກເອົາເປັນບົດຮຽນ ໃນການສະເໜີຂໍ ທຶນຈາກກອງທຶນ LAFF ໃນຊຸດຕໍ່ໄປ. ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ມີສ່ວນຮ່ວມໃນ (ດ້ານການ ຊ່ວຍດ້ານວິຊາການ) ແລະ ທີມງານບໍລິຫານກອງທຶນ LAFF ຈະເກັບຮັກສາແບບຟອມສະເໜີຂອງທຶນ ເປັນຄວາມລັບທີ່ສຸດ ແລະ ຈະນຳໃຊ້ຂໍ້ມູນທີ່ໄດ້ຮັບພຽງແຕ່ເຂົ້າໃນເປົ້າໝາຍ ເພື່ອການຄັດເລືອກຕາມເງື່ອນໄຂໄດ້ຮັບທຶນ ແລະ ການຊ່ວຍເຫຼືອດ້ານວິຊາການ ຈາກກອງທຶນ LAFF.

ເອກະສານຊ້ອນທ້າຍ 1: ແບບຟອມໜັງສືສະເໜີເຈດຈຳນົງ

ເອກະສານຊ້ອນທ້າຍ 1 ທີ່ຕິດຄັດມາພ້ອມກັບການສະເໜີຂໍຈົດໝາຍສະແດງເຈດຈຳນົງ  2026 ຂອງກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (LAFF)   ໃບສະເໜີຂໍທຶນ
ກະລຸນາຮັບປະກັນວ່າ ຂໍ້ມູນຂ່າວສານທີ່ຕ້ອງການແມ່ນໄດ້ຖືກຕື່ມໃສ່ຢ່າງຄົບຖ້ວນ ແລະ ເອກະສານທີ່ຕ້ອງການ ແມ່ນໄດ້ຖືກສົ່ງມາ ພ້ອມ ໃນເວລາທີ່ທ່ານສົ່ງໜັງ​ສືສະແດງເຈດຈຳນົງ.  
ພາກທີ 1: ອົງການຈັດຕັ້ງ ແລະ ທີ່ຢູ່ຕິດຕໍ່
1.1 ຊື່ເຕັມ       
1.2. ທີ່ຢູ່ຕິດຕໍ່     
1.3 ລາຍລະອຽດ ກ່ຽວກັບການຂື້ນທະບຽນ ແລະ ໃບອະນຸຍາດປະເພດເລກທີ, ອອກໃຫ້ວັນທີ, ອົງກອນລັດທີ່ອອກໃຫ້
1.3.1 ການຈົດທະບຽນດຳເນີນທຸລະກິດ     
1.3.2 ໃບອະນຸ ຍາດ ຈາກ ທຫລ     
1.3.3 ທະບຽນອາກອນ     
ຕົວແທນຂອງບໍລິສັດທີ່ຖືກຕ້ອງຕາມກົດໝາຍ
1.4 ລາຍລະອຽດ ກ່ຽວກັບການຕິດຕໍ່ ຂອງຜູ້ທີ່ເປັນຕົວແທນຂອງສະຖາບັນການເງິນ (ເຊັ່ນວ່າ: ບຸກຄົນຜູ້ທີ່ຈົດທະ ບຽນໃນນາມສະຖາ ບັນການເງິນ ແລະ ອຳນາດໃນການເປັນຜູ້ຕາງໜ້າ ຫຼື ລົງລາຍເຊັນໃນນາມ ສະຖາບັນການເງິນ)    1.4.1 ຊື່ ແລະ ນາມສະກຸນ ແລະ ຕຳແໜ່ງ       
1.4.2 ເບີໂທລະສັບ ຫ້ອງການ   
1.4.3 ເບີໂທລະສັບ ມືຖື 
1.4.4 ທີ່ຢູ່ອີເມວ ຫ້ອງການ   
1.4.5 ທີ່ຢູ່ຫ້ອງການ     
1.4.6 ຕູ້ ປນ   
ການຕິດຕໍ່ບຸກຄົນຜູ້ທີ່ຮັບຜິດຊອບກ່ຽວກັບໜັງສືແດງເຈດຈຳນົງຂໍທຶນ
1.5. ລາຍລະອຽດ ກ່ຽວກັບການຕິດຕໍ່ ຂອງຕົວແທນສະຖາ ບັນການເງິນ ຫຼື ພະນັກງານ ຜູ້ບໍລິຫານໜັງສືສະແດງ ເຈດຈຳນົງ.  1.5.1 ຊື່ ແລະ ນາມສະກຸນ ແລະ ຕຳແໜ່ງ 
1.5.2 ເບີໂທລະສັບ ມືຖື 
1.5.3 ທີ່ຢູ່ອີເມວ 
1.6 ບັນຊີລາຍຊື່ ແຂວງ ແລະ ເມືອງ ທີ່ອົງກອນຂອງທ່ານ ອະນຸຍາດໃຫ້ເຮັດວຽກ ແລະ ມີສາຂາ ຫຼື ໜ່ວຍບໍລິການ ເພື່ອປ່ອຍກູ້ໃຫ້ແກ່  MSMEs1.6.1 ແຂວງ1.6.2 ເມືອງ
  
ພາກທີ 2: ການສະເໜີຂໍທຶນຈາກກອງທຶນ LAFF
2.1 ການ ສະເໜີຂໍ ທຶນ ຈາກກອງທຶນ LAFF ໃນເທື່ອນີ້ວົງເງິນລວມ ທີ່ສະເໜີຂໍໃນ​ງວດນີ້ (ລ້ານ ກີບ).   
2.2 ຄວາມສົນໃຈຂໍທຶນຈາກກອງທຶນ LAFF ສຳລັບງວດໜ້າຄາດ​ຄະ​ເນຄວາມສົນໃຈຂໍທຶນຈາກກອງທຶນ LAFF ເພື່ອ​ມາ​ເປັນ​ທຶນ​ເພີ່ມ​ເຕີມ ສຳ​ລັບ​ງວດ​ໜ້າ (ລ້ານກີບ).   
2.3 Project background ຫຼື ເຫດຜົນ About ການຂໍທຶນ ຈາກກອງ ທຶນ LAFFພວກເຮົາໄດ້ອະທິບາຍກ່ຽວກັບຄວາມເປັນມາ ຫຼື ເຫດຜົນຂອງການສະເໜີຂໍທຶນຈາກກອງທຶນ LAFF ພາຍໃຕ້ການສະແດງເຈດຈຳນົງເທື່ອນີ້ ໃນໜື່ງໜ້າເຈ້ຍ -A4, ລວມທັງແຜນການນຳໃຊ້ທຶນ (ເບີ່ງໃນ: ພາກ ຂ ຍໍ້​ໜ້າ​ທີ 1 ຂອງໜັງສືສະແດງເຈດຈຳນົງ). ຄວນຕອບຄຳຖາມດ້ວຍຄຳວ່າ ແມ່ນ ຫຼື ບໍ່ແມ່ນ; ຖ້າຫາກວ່າຄຳຕອບວ່າ “ບໍ່” ອາດກ້າວໄປສູ່ການບໍ່ມີເງື່ອນໄດ້ຮັບທຶນ. 
ພາກທີ 3: ການສະເໜີຂໍການຊ່ວຍເຫຼືອດ້ານວິຊາການ
3. ການ ສະເໜີຂໍການຊ່ວຍເຫຼືອດ້ານວິຊາການ3.1. ພວກເຮົາສະເໜີຂໍການຊ່ວຍເຫຼືອດ້ານວິຊາການ (ຄຳຕອບ:  ຂໍ/ບໍ່ຂໍ)   
3.2 ພວກເຮົາໄດ້ອະທິບາຍກ່ຽວກັບຄວາມເປັນມາ ຫຼື ເຫດຜົນ ການຂໍການຊ່ວຍເຫຼືອດ້ານວິຊາການ (ເບີ່ງໃນ: ພາກ ຂ. ຍໍ້​ໜ້າ​ທີ 1 ຂອງໜັງສືສະເໜີຂໍຈົດໝາຍສະແດງເຈດຈຳນົງ). ຄຳຕອບ ຂໍ/ບໍ່ຂໍ 
  ພວກເຮົາສະເໜີຂໍການປະເມີນຄວາມຕອງການ ກ່ຽວກັບການຊ່ວຍເຫຼືອດ້ານວິຊາການ ເພີ່ມເຕີມ ເພື່ອສ້າງເປັນແຜນການຊ່ວຍເຫຼືອດ້ານວິຊາການແບບຄົບຊຸດ (ຄຳຕອບ: ຂໍ/ບໍ່ຂໍ). 
ພາກທີ 4: ເງື່ອນໄຂໄດ້ຮັບທຶນ ກະລຸນາຊີ້ແຈງ ວ່າແມ່ນ ຫຼື ບໍ່ແມ່ນ ຫຼື ຕື່ມເປັນຕົວເລກ ທີ່ສອດຄ່ອງກັບສະຖາບັນການເງິນຂອງທ່ານ, ຖ້າທ່ານເຫັນວ່າຈຳເປັນ ກະລຸນາອະທິບາຍເພີ່ມເຕີມ ໂດຍເພີ່ມເປັນເອກະສານຕິດຄັດມາພ້ອມ.
ເງື່ອນໄຂໄດ້ຮັບທຶນຕົວຊີ້ວັດແມ່ນ/ບໍ່ແມ່ນ ຫຼື ໃສ່ເປັນຕົວ ເລກ
ຄວາມສົນໃຈຫຼາຍ ໃນການປ່ອຍເງິນກູ້ ເພື່ອສົ່ງເສີມ MSME ເຊີ່ງເປັນເປົ້າໝາຍ ຂອງໂຄງການ (ວົງ​ເງິນ​ກູ້​ຍ່ອຍ​ບໍ່​ເກີນ 1 ຕື້​ກີບ)ມີແຜນຍຸດທະສາດ ແລະ ແຜນທຸລະກິດ ຢ່າງຈະແຈ້ງ ທີ່ມີການສຸມໃສ່ ການປ່ອຍເງິນກູ້ໃຫ້ແກ່ MSME ເຊີ່ງເປັນເປົ້າໝາຍຂອງໂຄງການ (ວົງ​ເງິນ​ກູ້​ຍ່ອຍ​ບໍ່​​ເກີນ 1 ຕື້​ກີບ).   
ມີຄວາມພ້ອມໃນການຮັບເອົາການສະໜັບສະໜູນ ເພື່ອປັບປຸງວິທີວິທະຍາຂອງ ການ ປ່ອຍກູ້ໃຫ້ແກ່ MSME ແລະ ປັບປຸງລະບົບການບໍລິຫານສິນເຊື່ອ (ລວມທັງນະໂຍບາຍ, ຂະບວ​ນການ, ບົດແນະນຳ ແລະ ແບບຟອມຕ່າງໆ ທີ່ກ່ຽວຂ້ອງກັບການປ່ອຍກູ້), ຖ້າ​ເຫັນ​ວ່າ​ຈຳ​ເປັນ 
ຮັບໄດ້ກ່ຽວກັບການລົງຕິດຕາມ ແລະ ການລົງກວດກາຢູ່ພາກສະໜາມ ຢ່າງເປັນປະຈຳ ໃນລະດັບຂັ້ນສະຖາບັນການເງິນ ແລະ ຂັ້ນລູກຄ້າ MSME ທີ່ກ່ຽວຂ້ອງ ໂດຍ ຫຼື ໃນນາມ ຜູ້ໃຫ້ທຶນ. 

ປະສົບການ ແລະ ມີ​ລະ​ດັບຄວາມ​ສາ​ມາດ​ໃນ​ການ​ປ່ອຍ​ກູ້​ຕໍ່1. ມີປະສົບການໃນການປ່ອຍກູ້ໃຫ້ MSMEs ໃນ ສປປ ລາວ ຢ່າງໜ້ອຍໜື່ງປີ. 
2. ມີຄວາມສາມາດໃນການປ່ອຍກູ້ອອກໄປໃນຈຳນວນ 15 ຕື້ກີບ ສຳລັບທະນາຄານ (0.5 ຕື້ກີບ ສຳລັບ ສກຈຮ) ໃຫ້ແກ່ MSMEs ພາຍໃນໄລຍະເວລາ ສອງ ປີ. 
ສາມາດປະຕິບັດໄດ້ຕາມລະບຽບ​ການ ດ້ານ​ຄວາມ​ໝັ້ນ​ຄົງໄດ້ຮັບໃບອະນຸຍາດຈາກ ທຫລ.   
ຮັບ​ໄດ້​ກ່ຽວ​ກັບ​ການ​ລົງ​ຕິດ​ຕາມ​ຢ່າງ​ເປັນ​ປະ​ຈຳ​ຂອງ ທ​ຫລ   
ສາມາດປະຕິບັດຕາມລະບຽບການດ້ານ​ຄວາມ​ໝັ້ນ​ຄົງຂອງ ທຫລ   

ມີ​ມາດ​ຕະ​ຖານ​ການ​ບັນ​ຊີ ແລະ ຂະ​ບວນ​ການ​ຄອບ​ຄຸມ​ພາຍ​ໃນ ທີ່​ສາ​ມາດ​ເຮັດ​ໃຫ້​ມີ​ການ​ຕິດ​ຕາມ​ໄດ້​ທຶນ​ເງິນ​ກູ້​ຈາກກອງ​ທຶນ LAFF ແລະ ການ​ນຳ​ໃຊ້​ທຶນ​ດັ່ງ​ກ່າວ. 
ມີນະໂຍບາຍສິນເຊື່ອ ແລະ ການ​ດຳ​ເນີນ​ງານ​ດ້ານ​ສິນ​ເຊື່ອ​ທີ່​ເປັນ​ມື​ອາ​ຊີບ ແລະ ໂປ່ງ​ໂສມີວິທີວິທະຍາ ການປ່ອຍເງິນກູ້ ທີ່ມີປະສິດ ທິຜົນ.   

ອັດ​ຕາ​ສ່ວນ​ຄວາມ​ພຽງ​ພໍ​ຂອງ​ທຶນ ຢ່າງ​ໜ້ອຍ 10.5% ສຳ​ລັບ​ທະ​ນາ​ຄານທຸລະກິດ ​ຫຼື 12% ​ສຳ​ລັບ ສກ​ຈ​ຮ. 
ລະ​ດັບ​ຜົນ​ການ​ປະ​ຕິ​ບັດ​ງານ​ສູງກວ່າ​ລະ​ດັບ​ສະ​ເລ່ຍ​ຂອງ​ຂະ​ແໜງ​ການ. 
ມີ​ການ​ປະ​ຕິ​ບັດ​ງານ​ການ​ບໍ​ລິ​ການ​ດ້ານ​ການ​ເງິນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ຂອງ​ສະ​ຖາ​ບັນ​ກ່ຽວ​ກັບ​ການ​ນຳ​ໃຊ້​ຫຼັກ​ການ ການ​ປົກ​ປ້ອງ​ລູກ​ຄ້າ ແລະ ສອດ​ຄ່ອງ​ກັບ​ຂໍ້​ກຳ​ນົດ ແລະ ກົດ​ລະ​ບຽບ ກ່ຽວ​ກັບ​ການ​ປົກ​ປ້ອງ​ຜູ້​ຊົມ​ໃຊ້​ການ​ບໍ​ລິ​ການ​ດ້ານ​ການ​ເງິນ.   
ພາກທີ 5: ພາບລວມກ່ຽວກັບການສະໜັບສະໜູນດ້ານວິຊາການ ແລະ/ ຫຼື ດ້ານການເງິນ ຈາກອົງການຈັດຕັ້ງ ສາກົນ ແລະ/ຫຼື ອົງກອນຜູ້ໃຫ້ທຶນ, ລັດຖະບານ ຫຼື ແຫຼ່ງທຶນຈາກພາຍນອກອື່ນໆ ລວມທັງ ສະຖາບັນການເງິນ ສາກົນ. ກະລຸນາໃຫ້ລາຍລະອຽດກ່ຽວກັບພາບລວມຂອງການສະໜັບສະໜູນທີ່ມີໃນປະຈຸບັນ ດັ່ງກ່າວ ຖ້າມີ:
ອົງກອນປະເພດຂອງການສະໜັບສະໜູນ ແລະ ຊັບພະຍາ ກອນມະນຸດ ແລະ ຊັບພະຍາກອນດ້ານການ ເງິນທີ່ກ່ຽວຂ້ອງວັນທີເລີ່ມຕົ້ນ ແລະ ວັນທີສີ້ນສຸດ ການສະໜັບສະໜູນ
     
ພາກທີ 6: ພາບລວມ ກ່ຽວກັບເອກະສານ ແລະ ຂໍ້ມູນຂ່າວສານ ທີ່ຕ້ອງສົ່ງໃຫ້ກອງທຶນ.
ຫົວຂໍ້ສະໜອງໃຫ້ໃນຮູບແບບ ທີເປັນບ່ອນອີງແມ່ນ/ບໍ່ແມ່ນ
Project background ຫຼື ເຫດຜົນ ທີ່ສະເໜີຂໍທຶນ ຈາກກອງທຶນ LAFF (ເບີ່ງໃນ: ພາກທີ 2 ຂອງແບບຟອມນີ້)  ຂຽນເພີ່ມເຕີມ (ໜື່ງໜ້າເຈ້ຍ A4) 
Project background ຫຼື ເຫດຜົນສະເໜີຂໍ ການຊ່ວຍເຫຼືອດ້ານວິຊາການຈາກກອງທຶນ LAFF (ເບີ່ງໃນ: ພາກທີ 3 ຂອງແບບຟອມນີ້)ຂຽນເພີ່ມເຕີມ (ໜື່ງໜ້າເຈ້ຍ A4) 
ເງື່ອນໄຂໄດ້ຮັບທຶນ (ເບີ່ງໃນ: ພາກທີ 4 ຂອງແບບຟອມນີ້)ການກວດກາ: ​​ໃຫ້ໃສ່ວ່າແມ່ນ”, ບໍ່ໃສ່ຕົວເລກ, ຖ້າເຫັນວ່າຈຳເປັນ ກະລຸນາອະທິບາຍເພີ່ມເຕີມ ໃສ່ໜ້າເຈ້ຍຕ່າງຫາກ 
ເອກະສານທີ່ຕ້ອງການ (ເບີ່ງໃນ: ໜັງສືສະແດງເຈດຈຳນົງ)  
ພາກທີ 7: ການຢັ້ງຢືນ
ຂ້າພະເຈົ້າ, ທີ່ລົງລາຍເຊັນຂ້າງລຸ່ມນີ້, ຢັ້ງຢືນວ່າ ຂໍ້ມູນຂ່າວສານ ທີ່ໄດ້ປະກອບໃຫ້ໃນແບບຟອມສະບັບນີ້ ແມ່ນຖືກຕ້ອງ ແລະ ຄົບ ຖ້ວນ. ຂ້າພະເຈົ້າຮັບຮູ້ວ່າ ການສະໜອງຂໍ້ມູນຂ່າວສານທີ່ບໍ່ຄົບຖ້ວນ ແລະ ບໍ່ຖືກຕ້ອງ ແມ່ນຈະເຮັດໃຫ້ ສະຖາບັນຂອງຂ້າພະເຈົ້າ ບໍ່ສາມາດໄດ້ຮັບທືນ ແລະ ການຊ່ວຍເຫຼືອດ້ານວິຊາການ ຈາກກອງທຶນ LAFF ທັງໃນປະຈຸບັນ ແລະ ໃນອະນາຄົດ.   ລົງລາຍເຊັນ    
ຊື່ ແລະ ນາມສະກຸນ ຜູ້ລົງລາຍເຊັນ                 ຈ້ຳກາຂອງສະຖາບັນການເງິນ
ຕຳແໜ່ງໃນ ສະຖາບັນ ການເງິນ       
ວັນທີ       
ວັນທີ ແລະ ເວລາ ປິດສົ່ງຈົດໝາຍສະແດງເຈດຈຳນົງ (EoI) ແມ່ນ ວັນທີ 04 ກັນຍາ 2026, ເວລາ 16:00 ຕາມວັນເວລາຂອງທະນາຄານແຫ່ງ ສປປ ລາວ. ຈົດໝາຍສະແດງເຈດຈຳນົງ ທີ່ໄດ້ຮັບຊ້າກວ່າວັນກຳນົດ ໝາຍດັ່ງກ່າວ ແມ່ນຈະບໍ່ໄດ້ຖືກພິຈາລະນາ. ​ໜັງ​ສື​ສະແດງເຈດຈຳນົງ ແລະ ເອກະສານທີ່ກ່ຽວຂ້ອງ ຈະຕ້ອງໄດ້ສົ່ງໃສ່ຊອງທີ່ປິດ ແລະ ຂຽນຫົວຂໍ້ໃສ່ວ່າ “ຈົດໝາຍສະແດງເຈດຈຳນົງ ເພື່ອຂໍທຶນຈາກກອງທຶນ LAFF ປີ 2026”, ສົ່ງໄປຕາມທີ່ຢູ່ ຂ້າງລຸ່ມນີ້: ກົມບໍລິການທະນາຄານ, ທະນາຄານ ແຫ່ງ ສປປ ລາວ ກອງທຶນສົ່ງເສີມການເຂົ້າຫາແຫຼ່ງທຶນ ໃນ ສປປ ລາວ (LAFF) ຕູ້ ປນ 19, ຖະນົນ ຢອນເນ ນະຄອນຫຼວງວຽງຈັນ, ສປປ ລາວ ສົ່ງ: ທ່ານ ນ ສ້ອຍ​ສຸ​ວັນ ສີ​ບໍ​ລິ​ບູນ; ທ່ານ ນ ສຸກ​ລາ​ຕີ ບົວ​ຄ່າ​ສິດ ໂທ: 02022440559; 02052892494

[1] ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງ  LAFF No. 108/BoL, 11/02/2020.

[2] ງວດ​ຊຳ​ລະ​ເທົ່າ​ກັນ​ສອງງວດ ໃນ​ຕອນ​ທ້າຍ​ຂອງ​ປີ​ທີ​ສາມ ແລະ ທີ​ສີ່ ໃນ​ກໍ​ລະ​ນ​ກຳ​ນົດ​ເວ​ລາ​ເງິນ​ກູ້​ສີ່​ປີ ສຳ​ລັບ ສກ​ຈ​ຮ ແລະ ຄ້າຍໆ​ຄື​ກັນ​ຄື​ວ່າ ງວດ​ຊຳ​ລະ​ເທົ່າ​ກັນ​ສາມງວດ​ໃນ​ຕອນ​ທ້າຍ​ຂອງ​ປີ​ທີ​ສາມ ຫາ​ປີ​ທີ​ຫ້າ ໃນ​ກໍ​ລະ​ນີ​ກຳ​ນົດ​ເວ​ລາ​ເງິ​ນ​ກູ້​ຫ້າ​ປີ ສຳ​ລັບ ສກ​ຈ​ຮ.

[3] ກິດຈະກຳທີ່ເປັນເສດຖະກິດ ແມ່ນເປັນກິດຈະກຳທີ່ສ້າງລາຍຮັບໃຫ້ແກ່ຄົວເຮືອນ ນອກຈາກການບໍລິໂພກພາຍໃນຄົວເຮືອນ.

[4] ຊັບ​ສິນ​ຄົງ​ທີ່ ໝາຍ​ເຖິງ​ຊັບ​ສິນ​ທີ່​ສືບ​ຕໍ່​ສ້າງ​ມູນ​ຄ່າ​ໃຫ້​ແກ່​ຂະ​ບວນ​ການ​ຜະ​ລິດ ຫຼາຍກວ່າ​ຮອບ​ວຽນ​ການ​ຜະ​ລິດ​ໜື່ງ; ໃນ​ກໍ​ລະ​ນີ​ຂອງ MSMEs ຄຳ​ວ່າ “ຊັບສິນຄົງທີ່” ສ່ວນ​ຫຼາຍ​ຈະ​ບໍ່​ແມ່ນ​ຊັບ​ສິນ​ທີ່​ມີ​ມູນ​ຄ່າ​ດ້ານ​ການ​ເງິນ​ຕ່ຳ ແລະ ອາ​ຍຸ​ການ​ດ້ານ​ເສດ​ຖະ​ກິດ​ທີ່​ສັ້ນ; ຍ້ອນ​ແນວນັ້ນ, ການ​ລົງ​ທຶນ​ຂອງ MSMEs ​ບາງ​ຄັ້ງ​ກໍ່​ມີ​ຄວາມ​ຫ​ຍຸ້ງ​ຍາກໃນ​ການ​ຈຳ​ແນກ ລະ​ຫວ່າງ “ທຶນໝູນວຽນ” ແລະ ບໍ່​ໄດ້​ແຍກ​ອອກ​ຈາກ​ໃບ​ສະ​ເໜີ​ຂໍ​ເງິນ​ກູ້ ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ.

[5] ສາມ​ເມືອງ: ເມືອງ​ຈັນ​ທະ​ບຸ​ລີ (ລະ​ຫັດ​ເມືອງ 0101); ເມືອງ​ໄຊ​ເສດ​ຖາ (ລະ​ຫັດ​ເມືອງ 0103); ເມືອງ​ສີ​ສັດ​ຕະ​ນາກ (ລະ​ຫັດ​ເມືອງ 0104).

[6] ບັນ​ຊີ​ລາຍ​ການ​ກິດ​ຈະ​ຍົກ​ເວັ້ນ​ ເຊີ່ງ​ບໍ​ລວມ​ເອົາ​ກິດ​ຈະ​ກຳ​ທີ່​ເປັນ​ເສດ​ຖະ​ກິດ ແຕ່​ມີ​ຄວາມ​ເປັນ​ອັນ​ຕະ​ລາຍ​ສູງ. ລາຍ​ລະ​ອຽດ​ເບີ່ງ​ໃນ​ເອ​ກະ​ສານ​ຊ້ອ​ນ​ທ້າຍ 2.

[7] ຫຼັກ​ການ​ປົກ​ປ້ອງ​ລູກ​ຄ້າ​ຂອງ SMART-campaign: https://www.smartcampaign.org/about/smart-microfinance-and-the-client-protection-principles. ​ສະ​ຖາ​ບັນ​ທີ່​ສະ​ເໜີ​ຂໍ​ທຶນ​ແມ່ນ​ລະ​ດົມ​ໃຫ້​ລະ​ບຸ​ໃສ່​ໃນ​ໜັງ​ສື​ສະ​ແດງ​ເຈດ​ຈຳ​ນົງ ເຖິງ​ແມ່ນ​ວ່າ​ຈະ​ຄິດ​ວ່າ​ຕົນ​ເອງບໍ່​ໄດ້​ປະ​ຕິ​ບັດ​ໄດ້​ຢ່າງ​ເຕັມ​ສ່ວນກໍ່​ຕາມກ່ຽວ​ກັບ​ຫຼັກ​ການ​ປົກ​ປ້ອງ​ລູກ​ຄ້າ.

[8] GoL/225, 06/04/2020.ໜັງສືສະເໜີຂໍຈົດໝາຍສະແດງເຈດຈຳນົງ (EoI)

[8] GoL/225, 06/04/2020.

[social_share show_share_icon="yes"]