 
						19 Aug ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ “Lao Access to Finance Fund_LAFF” ສໍາເລັດ ການຮ່ວມສະໜັບສະໜູນວຽກງານການສ້າງຄວາມເຂັ້ມແຂງ ໃຫ້ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ, ສກຈຮ ເອກພັດທະນາ ຢູ່ໜ່ວຍບໍລິການນະຄອນຫຼວງພະບາງ, ແຂວງນະຄອນຫຼວງພະບາງວັນທີ 19ກໍລະກົດ2025.

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເອກພັດທະນາ ໄດ້ຈັດຝຶກອົບຮົມ-ສໍາມະນາ ໃນວັນທີ 19 ສິງຫາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກັບຫົວໜ້າສູນ ຢູ່ໜ່ວຍບໍລິການຫຼວງພະບາງ, ແຂວງນະຄອນຫຼວງພະບາງ ພາຍໃຕ້ຫົວຂໍ້ ‘‘ຍຸດທະສາດການພັດທະນາການເງິນດີຈີຕອນ ເພື່ອເພີ່ມທະວີການເຂົ້າເຖິງການບໍລິການໃນຊຸມຊົນ”, ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເປັນປະທານ ໂດຍທ່ານ ລັດສະໝີ ຈັນທະລັງສີ ຜູ້ຈັດການເຂດ, ແລະ ທ່ານ ພິທັອບ ສີບຸນເຮືອງ ຫົວໜ້າພະແນກການຕະຫຼາດ ແລະ ປະຊາສຶກສາທາງດ້ານການເງິນເປັນຄູຝຶກ, ເປັນປະທານຮ່ວມໂດຍທ່ານນາງ ສຸກລາຕີ ບົວຄ່າສິດ ພ້ອມດ້ວຍຄະນະ ຈາກກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ, ທະນາຄານແຫ່ງ ສປປ ລາວ, ການຝຶກອົບຮົມຄັ້ງນີ້ໄດ້ມີຫົວໜ້າສູນເຂົ້າຮ່ວມ ຈຳນວນ 15 ທ່ານ.
ຈຸດປະສົງ ຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອສົ່ງເສີມໃຫ້ຫົວໜ້າສູນໄດ້ເຂົ້າໃຈ ແລະ ຮຽນຮູ້ລະບົບການເງິນດີຈີຕອນ ເພື່ອແນ່ໃສ່ຄວາມສະດວກສະບາຍ, ວ່ອງໄວ, ຄວາມໂປ່ງໃສ, ຄວາມປອດໄພ ແລະ ການຫຼຸດຜ່ອນຄວາມສ່ຽງ, ລວມທັງ ການເຂົ້າເຖິງການບໍລິການດ້ານການເງິນທີ່ດີກ່ວາ ສຳລັບລູກຄ້າຂອງ ສກຈຮ ເອກພັດທະນາ. ການຝຶກອົບຮົມດັ່ງກ່າວ ໄດ້ຮັບການສະໜັບສະໜູນຮ່ວມ ຈາກກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ ຫຼື ກອງທຶນ LAFF.

ສກຈຮ ເອກພັດທະນາ ເປັນສະຖາບັນການເງິນໜຶ່ງທີ່ມີຄວາມໝັ້ນຄົງ ແລະ ມີລະບົບການຄຸ້ມຄອງ ແລະ ບໍລິຫານງານທີ່ທັນສະໄໝ ແລະ ເປັນມືອາຊີບ, ນໍາໃຊ້ລະບົບໄອທີ ເຂົ້າມາຊ່ວຍໃນການບໍລິຫານອົງກອນ, ມີປະສົບການຫຼາຍໃນການປ່ອຍເງິນກູ້ໃຫ້ແກ່ຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs), ເຊິ່່ງເຫັນໄດ້ຈາກລູກຄ້າເງິນກູ້ຂອງສະຖາບັນການເງິນດັ່ງກ່າວ ແມ່ນຈຸນລະວິສາຫະກິດທີ່ທໍາການຜະລີດຂະໜາດນ້ອຍ, ສກຈຮ ເອກພັດທະນາ ມີຄວາມຫ້າວຫັນໃນການບໍລິການ, ບໍລິການລູກຄ້າດ້ວຍຄວາມເປັນກັນເອງ ແລະ ສະດວກວ່ອງໄວທັນໃຈ. ມີຜະລິດຕະພັນທາງການເງິນທີ່ຫຼາກຫຼາຍໄວ້ໃຫ້ບໍລິການລູກຄ້າ ທັງເງິນຝາກ ແລະ ເງິນກູ້ ທີ່ເໝາະສົມ, ເຮັດໃຫ້ຜູ້ປະກອບການຈຸນລະວິສາຫະກິດ ຫຼື ຜູ້ຜະລິດຂະໜາດນ້ອຍໄດ້ມີໂອກາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍ. ນອກຈາກນັ້ນ, ຍັງຕ້ອງການຫັນເປັນສີຂຽວ ໂດຍການນໍາໃຊ້ລົດໄຟຟ້າໃນການເຄື່ອນໄຫວວຽກງານ, ຫຼຸດຜ່ອນການນໍາໃຊ້ເຈ້ຍພາຍໃນອົງກອນ ດ້ວຍການນໍາໃຊ້ແອັບພິເຄຊັ່ນທີ່ທັນສະໄໝເຂົ້າໃນການເປີດບັນຊີ, ການປ່ອຍກູ້ ແລະ ອື່ນໆ. ປັດຈຸບັນ ສກຈຮ ເອກພັດທະນາ ເປັນຜູ້ນໍາໃຊ້ລະບົບການເງິນດີຈີຕອນທີ່ທັນສະໄໝກວ່າໜູ່.

ຜົນສໍາເລັດ ຂອງການຝຶກອົບຮົມຄັ້ງນີ້ ເຫັນວ່າ ສກຈຮ ເອກພັດທະນາ ບັນລຸຜົນສຳເລັດຕາມເປົ້າໝາຍທີ່ຕັ້ງໄວ້ໃນການສ້າງຄວາມເຂັ້ມແຂງດ້ານລະບົບການເງິນດີຈີຕອນ ໃຫ້ແກ່ ຫົວໜ້າສູນ ຂອງ ສກຈຮ ເອກພັດທະນາ ເພື່ອແນ່ໃສ່ ການເຂົ້າເຖິງການບໍລິການດ້ານການເງິນທີ່ ມີຄວາມສະດວກສະບາຍ, ວ່ອງໄວ, ຄວາມໂປ່ງໃສ, ຄວາມປອດໄພ ແລະ ການຫຼຸດຜ່ອນຄວາມສ່ຽງ ໃຫ້ແກ່ລູກຄ້າຂອງ ສກຈຮ ເອກພັດທະນາ.
ກອງທຶນ LAFF ຮູ້ສຶກເປັນກຽດ ແລະ ດີໃຈ ທີ່່ໄດ້ເປັນສ່ວນໜຶ່ງ ໃນການຮ່ວມສະໜັບສະໜູນ ການສົ່ງເສີມການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ກໍ່ຄື ສກຈຮ ເອກພັດທະນາ ໃນຄັ້ງນີ້, ໃນອານາຄົດ ຫວັງຢ່າງຍິ່ງວ່າ ກອງທຶນ LAFF ຈະໄດ້ມີໂອກາດ ສະໜັບສະໜູນທຶນເງິນກູ້ໃຫ້ແກ່ ສກຈຮ ເອກພັດທະນາ ເພື່ອນໍາເອົາທຶນເງິນກູ້ລົງສູ່ພໍ່ແມ່ປະຊາຊົນ ທີ່ຢູ່ເຂດຫ່າງໄກຊອກຫຼີກ  ໄດ້ມີໂອກາດເຂົ້ເຖິງແຫຼ່ງທຶນ ແລະ ມີການບໍລິການທີ່ສະດວກວ່ອງໄວ ແລະ ມີເງື່ອນໄຂທີ່ເໝາະສົມ.
ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ
 
 			 