ຄະນະຄຸ້ມຄອງ ແລະ ບໍລິຫານ ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສສປ ລາວ Lao Access to Finane Fund (LAFF)ສໍາເລັດການ ລົງກວດກາ ແລະ ຕິດຕາມສະຖາບັນການເງິນທີ່ເປັນຄູ່ຮ່ວມງານວັນທີ 11-14 ແລະ16-20ມິຖຸນາ2025

ຄະນະຄຸ້ມຄອງ ແລະ ບໍລິຫານ ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສສປ ລາວ Lao Access to Finane Fund (LAFF)ສໍາເລັດການ ລົງກວດກາ ແລະ ຕິດຕາມສະຖາບັນການເງິນທີ່ເປັນຄູ່ຮ່ວມງານວັນທີ 11-14 ແລະ16-20ມິຖຸນາ2025

ໃນ​ວັນ​ທີ 11-14 ແລະ 16-20 ເດືອນ ມິຖຸນາ2025, ຄະ​ນະ​ຄຸ້ມ​ຄອງ ແລະ ​ບໍ​ລິ​ຫານກອງ​ທຶນ LAFF ​ໄດ້ປະ​ຕິ​ບັດ​ວຽກ​ງານ​ ລົງກວດກາ ແລະ ຕິດຕາມ ສະຖາ​ບັນ​ການ​ເງິນ​ທີ່​ເປັນ​ຄູ່​ຮ່ວມ​ງານ ກໍ່ຄື:  ທະນາຄານເອຊີລີດາ ລາວ ຈໍາກັດ; ສກຈຮ ປະຕູຄໍາ;  ສກຈຮ ເອກພັດທະນາ; ສກຈຮ ຈໍາປາລາວ ແລະ ສກຈຮ ສິນຊັບເມືອງເໜືອ,ນໍາພາໂດຍ ຮອງ​ຫົວ​ໜ້າ​ພະ​ແນກ​ສິນ​ເຊື່ອ ທັງ​ເປັນ​ຫົວ​ໜ້າ​ກອງ​ເລ​ຂາ​ກອງ​ທຶນ LAFF, ພະນັກງານປະຈໍາ​ກອງ​ທຶນ LAFF 03 ທ່ານ ແລະ ພະນັກງານກົມຄຸ້ມສະຖາບັນການເງິນທີບໍແມ່ນທະນາຄານ.             

ຈຸດປະສົງ​ ການລົງກວດກາ ແລະຕິດຕາມ ​ໃນຄັ້ງນີ້ ແມ່ນ​ເພື່ອ​​ລົງ​ຕິດ​ຕາມ​ການ​ປະ​ຕິ​ບັດ​ວຽກ​ງານການປ່ອຍກູ້ໃຫ້ແກ່ລູກຄ້າລາຍຍ່ອຍ ຂອງ​ສະ​ຖາບັນການເງິນທີ່​ເປັນ​ຄູ່​ຮ່ວມ​ງານ. ພາຍຫຼັງ, ໄດ້ຮັບທຶນ ຈາກກອງທຶນ LAFF  ເພື່ອຮັບຮູ້ ສະພາບລວມການປ່ອຍກູ້, ຜົນປະໂຫຍດທີ່ໄດ້ຮັບຈາກເງິນກູ້ຂອງກອງທຶນ, ບັນຫາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາອື່ນໆ ທີ່ໄດ້ພົບເຫັນໃນໄລຍະຜ່ານມາ ຂອງ​ສະ​ຖາບັນການເງິນ ທີ່​ເປັນ​ຄູ່​ຮ່ວມ​ງານ ແລະ ລູກຄ້າລາຍຍ່ອຍ. ພ້ອມທັງເຜີຍແຜ່ແຫຼ່ງທຶນເງິນກູ້ໃໝ່ ທີ່ກໍາລັງຈະໄດ້ຮັບ ຈາກທະນາຄານພັດທະນາອາຊີ (ADB)  ​ໃຫ້ແກ່ສະ​ຖາບັນການເງິນຊາບ.

ການລົງຢ້ຽມຢາມ ສະ​ຖາບັນການເງິນທີ່​ເປັນ​ຄູ່​ຮ່ວມ​ງານຂອງກອງທຶນ LAFF ທັງຫ້າ ​ສະ​ຖາບັນການເງິນ ແມ່ນມີລະບົບການຄຸ້ມຄອງ ແລະ ບໍລິຫານງານທີ່ດີ, ມີການດຳເນີນງານ ແລະ ຄວາມຮັບຜິດຊອບທີ່ໜ້າເຊື່ອຖື, ມີຄວາມໝັ້ນຄົງ ແລະ ຄວາມຍືນຍົງ,  ມີການສົ່ງເສີມ ແລະ ການກຳນົດ  ການບໍລິການນະໂຍບາຍສິນເຊື່ອ ທີ່ຫຼາກຫຼາຍ ເພື່ອຮອງຮັບ ຄວາມຕ້ອງການຂອງປະຊາຊົນໃນຫຼາຍຮູບແບບ. ນອກຈາກນັ້ນ, ຍັງມີການຄຸ້ມຄອງສາຂາ ແລະ ໜ່ວຍບໍລິການ ຢູ່ໃນລະດັບທີ່ດີ.

ການຈັດຕັ້ງປະຕິບັດການປ່ອຍກູ້ ບ້ວງທຶນຈາກກອງທຶນ LAFF  ໂດຍລວມເຫັນວ່າ ທັງຫ້າ ສະ​ຖາບັນການເງິນ ແມ່ນເຮັດ​ໄດ້ດີ ​ມີ​ປະ​ສົບ​ການ​​ ໃນ​ການ​ປ່ອຍ​ເງິນ​ກູ້​ໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ສາ​ມາດ​ປ່ອຍກູ້​ອອກ​ໄດ້​ໝົດ​ພາຍ​ໃນ​ໄລ​ຍະ​ເວ​ລາ​ທີ່ກຳນົດ ຊຶ່ງເຫັນໄດ້ຈາກລູກຄ້າເງິນກູ້ລາຍຍ່ອຍ ແມ່ນຈຸນລະວິສາຫະກິດ ທີ່ທໍາການຜະລີດຂະໜາດນ້ອຍ, ພ້ອມທັງມີການລົງໄປຕິດຕາມ ຢ່າງເປັນປະຈໍາ. ແຕ່ເຖິງຢ່າງໃດກໍ່ຕາມ ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດຍັງຄົງມີຄວາມຕ້ອງການແຫຼ່ງທຶນຫຼາຍ ແລະ ດອກເບ້ຍຕໍ່າ.

ຄ​ະ​ນະ​ໄດ້​ລົງຢ້ຽມ​ຢາມ​ລູກ​ຄ້າ​ລາຍ​ຍ່ອຍ, ເຊິ່ງເປັນ​ຜູ້​ປະ​ກອບ​ການດ້ານ ການປູກຟັງ, ລ້ຽງສັດ ແລະ ຄ້າຂາຍ  ທັງເປັນລູກຄ້າເກົ່າ ແລະ ໃໝ່ ນໍາໃຊ້ເງິນກູ້ ເພື່ອເປັນທຶນໝູນວຽນ ແລະ ຂະຫຍາຍທຸລະກິດ ເຊັ່ນ: ຊື້ແນວພັນຜັກ, ແນວພັນສັດ, ຫົວອາຫານ ແລະ ອື່ນໆ. ການຊໍາລະແມ່ນ  ຊໍາລະ​ເປັນ​ລາຍ​ເດືອນ ຊໍາລະ​ ​ຕົ້ນ​ທຶນ ແລະ ດອກ​ເບ້ຍ (ດອກເບ້ຍຫຼຸດລົງຕາມຕົ້ນທຶນ) ​ພວກ​ເຂົາ​ເຈົ້າ​ບໍ່​ມີບັນ​ຫາກ່ຽວ​ກັບການຊໍາລະຄືນ ແລະ ​ອັດ​ຕາ​ດອກ​ເບ້ຍ. ພ້ອມນັ້ນ, ພວກເຂົາຍັງມີ​ຄວາມ​ປະ​ທັບ​ໃຈ​ຫຼາຍກ່ຽວກັບ​ການ​ບໍ​ລິ​ການ ແລະ ນະໂຍບາຍສິນເຊື່ອ ທີ່ຫຼາກຫຼາຍ ຂອງສະ​ຖາບັນການເງິນ ຊຶ່ງສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າລາຍຍ່ອຍໄດ້ຫຼາຍແບບ, ພ້ອມທັງ ຮູ້ສຶກຂອບໃຈ ທີ່ນໍາເອົາເງິນກູ້ລົງສູ່ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ ເຮັດໃຫ້ພວກເຂົາເຈົ້າ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ດ້ານ​ການ​ເງິນ ເຮັດໃຫ້ຊີວິດການເປັນຢູ່​ຂອງ​ພວກ​ເຂົາ​ເຈົ້າດີຂຶ້ນ.

ຜົນສໍາເລັດໃນການລົງຢ້ຽມຢາມໃນຄັ້ງນີ້ເຫັນວ່າ ທັງຫ້າ ສະ​ຖາບັນການເງິນໄດ້ນໍາເອົາທຶນເງິນກູ້ ຈາກກອງທຶນ LAFF  ລົງສູ່ທ້ອງຖິ່ນເຂດຫ່າງໄກ ​ເຮັດ​ໃຫ້​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດ ຫຼື ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງແຫຼ່ງທຶນ ແລະ ການ​ບໍ​ລິການທີ່ສະດວກ​ວ່ອງ​ໄວທັນໃຈ ແລະ ມີ​ເງື່ອນ​ໄຂ​ທີ່​ເໝາະ​ສົມ ຊຶ່ງລູກຄ້າ ກໍພໍໃຈກັບການບໍລິການ ແລະ ການໃຫ້ຄໍາປຶກສາຮອບດ້ານທາງດ້ານການເງິນເປັນຢ່າງດີ.

ສະຖາບັນການເງິນ ຍັງມີຄວາມຕ້ອງການແຫຼ່ງທຶນຈາກກອງທຶນ LAFF ເພື່ອນໍາມາໃຊ້ເປັນແຫຼ່ງທຶນປ່ອຍກູ້ໃຫ້ແກ່ຈຸນລະວິສາຫະກິດຂະນາດນ້ອຍ, ກາງ (MSMEs)  ໂດຍສະເພາະແມ່ນລູກຄ້າລາຍຍ່ອຍ ຂອງສະຖາບັນການເງິນ ຍັງຄົງມີຄວາມຕ້ອງການແຫຼ່ງທຶນດອກເບ້ຍຕໍ່າ ເພື່ອນໍາມາໃຊ້ເປັນທຶນ ເພື່ອຂະຫຍາຍທຸລະກິດຂອງເຂົາເຈົ້າ.

ການລົງຢ້ຽມຢາມພາກສະໜາມໃນເທື່ອນີ້​ ​ໄດ້​ຮັບ​ການສະໜັບສະໜູນ​ຈາກການຈັດຕັ້ງຂອງທະນາຄານແຫ່ງ ສປປ ລາວ ແລະ ຄະນະຄຸ້ມຄອງ ແລະ ບໍລິຫານ ກອງທຶນ LAFF, ​ພິເສດແມ່ນໄດ້ຮັບການຮ່ວມ​ໄມ້​ຮ່ວມ​ມື ຈາກສະ​ຖາບັນການເງິນທີ່​ເປັນ​ຄູ່​ຮ່ວມ​ງານຂອງກອງທຶນ LAFF   ​ ແລະ ສາຂາ ຫຼືໜ່ວຍບໍລິການ ພ້ອມດ້ວຍ ລູກຄ້າລາຍຍ່ອຍ ທັງໝົດທີ່​ໄດ້​ຖືກ​ລົງ​ຢ້ຽມ​ຢາມ ເປັນ​ຢ່າງ​ດີ ເຮັດໃຫ້ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ລະ​ດັບ​ຄາດ​ໝາຍ.

ຄະນະຄຸ້ມຄອງ ແລະ ບໍລິຫານ ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສສປ ລາວ Lao Access to Finane Fund (LAFF) ສໍາເລັດການ ລົງກວດກາ ແລະ ຕິດ ຕາມ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ວັນທີ 11-14 ແລະ 16-20 ມິຖຸນາ 2025
ຄະນະຄຸ້ມຄອງ ແລະ ບໍລິຫານ ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສສປ ລາວ Lao Access to Finane Fund (LAFF) ສໍາເລັດການ ລົງກວດກາ ແລະ ຕິດ ຕາມ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ວັນທີ 11-14 ແລະ 16-20 ມິຖຸນາ 2025

ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ