Laff.org.la

ໃນວັນທີ 20-22 ສິງຫາ 2025 ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈໍາປາລາວ (ສກຈຮ ຈໍາປາລາວ) ໄດ້ຈັດຝຶກອົບຮົມ ເພື່ອສ້າງ​ຄວາ​ມ​ເຂັ້ມ​​ແຂງດ້ານວິຊາການ ​ໃຫ້​ແກ່ພະນັກງານສິນເຊື່ອ ຂອງຕົນ ພາຍໃຕ້ຫົວຂໍ້ ‘‘ການຕະຫຼາດ ທີ່ມີ ປະສິດທິພາບ ຊ່ວຍເພີ່ມຈໍານວນລູກຄ້າ ແລະ ການບໍລິຫານສິນເຊື່ອ ແບບມືອາຊີບ” ທີ່ ສໍານັກງານໃຫຍ່ ນະຄອນຫຼວງພະບາງ, ແຂວງນະຄອນຫຼວງພະບາງ, ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເປັນປະທານ ໂດຍທ່ານ ສຸພົນ ລາຊະພົນ ຜູ້ອຳນວຍການ ສກຈຮ ຈໍາປາລາວ ແລະ ເປັນປະທານຮ່ວມໂດຍທ່ານ ນາງ ສຸກລາຕີ ບົວຄ່າສິດ ນັກວິເຄາະການເງິນ ຈາກກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (ກອງທຶນ LAFF) ທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ແລະ ພະນັກນງານສິນເຊື່ອຈາກສໍານັກງານໃຫຍ່ ແລະ ໜ່ວຍບໍລິການທັງໝົດຂອງ ສກຈຮ ຈໍາປາລາວ ທີ່ຖືກເຊີນເຂົ້າຮ່ວມ ຈຳນວນ 29 ທ່ານ, ນັກວິທະຍາກອນຝຶກອົບຮົມຄັ້ງນີ້  ໄດ້ຮັບກຽດ ໂດຍທ່ານ ເພັດດາລາ ມະນີວົງ ອາຈານຈາກນະຄອນຫຼວງວຽງຈັນ, ເຊິ່ງການຝຶກອົບຮົມດັ່ງກ່າວ ໄດ້ຮັບການສະໜັບສະໜູນການສ້າງຄວາມເຂັ້ມແຂງດ້ານວິຊາການ ຮ່ວມຈາກກອງທຶນ LAFF.

ຈຸດປະສົງ ຂອງ​ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ ແລະ ຄວາມສາມາດ ໃຫ້ແກ່ ພະນັກງານ ສິນເຊື່ອ ຂອງ ສກຈຮ ຈໍາປາລາວ ລວມທັງໝົດ 04 ແຂວງຄື: ແຂວງ ຫົວພັນ, ແຂວງ ຊຽງຂວາງ, ແຂວງ ໄຊຍະບູລີ ແລະ ໜ່ວຍບໍລິການນໍ້າຖ້ວມໃຕ້ ແຂວງ ນະຄອນຫຼວງພະບາງ  ເພື່ອນໍາເອົາບົດຮຽນໃນຄັ້ງນີ້ ໄປພັນຂະຫຍາຍກ່ຽວກັບ ວິທີການສ້າງກົນໄກຍຸດທະສາດການຕະຫຼາດ, ການວາງລະບຽບແບບແຜນ ແລະ ແຜນການຂະຫຍາຍລູກຄ້າໃໝ່ ລວມທັງ ການບໍລິຫານສິນເຊື່ອ ຢ່າງເປັນມືອາຊີບ ຕະຫຼອດຮອດ ການນໍາເອົາຄວາມຮູ້ໄປພັດທະນາອົງກອນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ຕໍ່ກັບການປ່ຽນແປງຂອງເສດຖະກິດ-ສັງຄົມໂດຍລວມ ໃນປັດຈຸບັນ.

ສກຈຮ ຈໍາປາລາວ ສ້າງຕັ້ງຂຶ້ນໃນປີ 2009 ມີສໍານັກງານໃຫຍ່ຕັ້ງຢູ່ ບ້ານມ້າ, ນະຄອນຫຼວງພະບາງ, ແຂວງ ນະຄອນ ຫຼວງພະບາງ ​ເປັນສະຖາບັນການເງິນໜຶ່ງທີ່ມີຄວາມໝັ້ນຄົງ ແລະ ມີລະບົບການບໍລິຫານ ແລະ ຄຸ້ມຄອງ ທີ່ເປັນມືອາຊີບ, ໃຫ້ການບໍລິການທາງດ້ານການເງິນໃນຫຼາຍຮູບແບບ, ມີ​ປະ​ສົບ​ການ​​ໃນ​ການ​ປ່ອຍ​ເງິນ​ກູ້ໃຫ້ແກ່ຫົວໜ່ວຍຈຸນລະວິສາຫະກິດ​, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs), ສກຈຮ ຈໍາປາລາວ ມີ​ຄວາມຫ້າວຫັນໃນການ​ບໍ​ລິການລູກຄ້າດ້ວຍຄວາມເປັນກັນເອງ ແລະ ສະດວກ​ວ່ອງ​ໄວທັນໃຈ, ​ເຮັດ​ໃຫ້​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດ ຫຼື ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງແຫຼ່ງທຶນໄດ້ງ່າຍ. ນອກຈາກນັ້ນ, ຍັງມີຜະລິດຕະພັນເງິນຝາກທີ່ຫຼາກຫຼາຍ ໄວ້ໃຫ້ບໍລິການແກ່ລູກຄ້າ ທີ່ໃຫ້ຜົນຕອບແທນທີ່ເໝາະສົມ ແລະ ຄຸ້ມຄ່າ.

ກອງທຶນ LAFF  ຮູ້ສຶກເປັນກຽດ ແລະ ພູມໃຈ ທີ່່ໄດ້ເປັນສ່ວນໜຶ່ງ ໃນການຮ່ວມສະໜັບສະໜູນ ການສົ່ງເສີມການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ກໍ່ຄື ສກຈຮ ຈໍາປາລາວ ໃນຄັ້ງນີ້,  ໃນອານາຄົດ ຫວັງຢ່າງຍິ່ງວ່າ ກອງທຶນ LAFF  ຈະໄດ້ມີໂອກາດ ສະໜັບສະໜູນທຶນເງິນກູ້ໃຫ້ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ ເພື່ອນໍາເອົາທຶນເງິນກູ້ລົງສູ່ພໍ່ແມ່ປະຊາຊົນ  ທີ່ຢູ່ເຂດຫ່າງໄກຊອກຫຼີກ ​ ​ໄດ້ມີ​ໂອ​ກາ​ດ​ເຂົ້​ເຖິງ​ແຫຼ່ງທຶນ ແລະ ມີການ​ບໍ​ລິ​ການ​ທີ່ສະດວກ​ວ່ອງ​ໄວ ແລະ ມີ​ເງື່ອນ​ໄຂ​ທີ່​ເໝາະສົມ​.

ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ເອກພັດທະນາ ໄດ້ຈັດຝຶກອົບຮົມ-ສໍາມະນາ ໃນວັນທີ 19 ສິງຫາ 2025 ເພື່ອ​ສ້າງ​ຄວາ​ມ​ເຂັ້ມ​​ແຂງ​ໃຫ້​ແກ່ກັບຫົວໜ້າສູນ ຢູ່ໜ່ວຍບໍລິການຫຼວງພະບາງ, ແຂວງນະຄອນຫຼວງພະບາງ  ພາຍໃຕ້ຫົວຂໍ້ ‘‘ຍຸດທະສາດການພັດທະນາການເງິນດີຈີຕອນ ເພື່ອເພີ່ມທະວີການເຂົ້າເຖິງການບໍລິການໃນຊຸມຊົນ”, ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເປັນປະທານ ໂດຍທ່ານ ລັດສະໝີ ຈັນທະລັງສີ ຜູ້ຈັດການເຂດ, ແລະ ທ່ານ ພິທັອບ ສີບຸນເຮືອງ ຫົວໜ້າພະແນກການຕະຫຼາດ ແລະ ປະຊາສຶກສາທາງດ້ານການເງິນເປັນຄູຝຶກ, ເປັນປະທານຮ່ວມໂດຍທ່ານນາງ ສຸກລາຕີ ບົວຄ່າສິດ ພ້ອມດ້ວຍຄະນະ ຈາກກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ, ທະນາຄານແຫ່ງ ສປປ ລາວ, ການຝຶກອົບຮົມຄັ້ງນີ້ໄດ້ມີຫົວໜ້າສູນເຂົ້າຮ່ວມ ຈຳນວນ 15 ທ່ານ.

ຈຸດປະສົງ ຂອງ​ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອສົ່ງເສີມໃຫ້ຫົວໜ້າສູນໄດ້ເຂົ້າໃຈ ແລະ ຮຽນຮູ້ລະບົບການເງິນດີຈີຕອນ ເພື່ອແນ່ໃສ່ຄວາມສະດວກສະບາຍ, ວ່ອງໄວ, ຄວາມໂປ່ງໃສ, ຄວາມປອດໄພ ແລະ ການຫຼຸດຜ່ອນຄວາມສ່ຽງ, ລວມທັງ ການເຂົ້າເຖິງການບໍລິການດ້ານການເງິນທີ່ດີກ່ວາ ສຳລັບລູກຄ້າຂອງ ສກຈຮ ເອກພັດທະນາ. ການຝຶກອົບຮົມດັ່ງກ່າວ ໄດ້ຮັບການສະໜັບສະໜູນຮ່ວມ ຈາກກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ ຫຼື ກອງທຶນ LAFF.

ສກຈຮ ເອກພັດທະນາ ​ເປັນສະຖາບັນການເງິນໜຶ່ງທີ່ມີຄວາມໝັ້ນຄົງ ແລະ ມີລະບົບການຄຸ້ມຄອງ ແລະ ບໍລິຫານງານທີ່ທັນສະໄໝ ແລະ ເປັນມືອາຊີບ, ນໍາໃຊ້ລະບົບໄອທີ ເຂົ້າມາຊ່ວຍໃນການບໍລິຫານອົງກອນ, ມີ​ປະ​ສົບ​ການ​ຫຼາຍ​ໃນ​ການ​ປ່ອຍ​ເງິນ​ກູ້ໃຫ້ແກ່ຫົວໜ່ວຍຈຸນລະວິສາຫະກິດ​, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs), ເຊິ່່ງເຫັນໄດ້ຈາກລູກຄ້າເງິນກູ້ຂອງສະຖາບັນການເງິນດັ່ງກ່າວ ແມ່ນຈຸນລະວິສາຫະກິດທີ່ທໍາການຜະລີດຂະໜາດນ້ອຍ, ສກຈຮ ເອກພັດທະນາ ມີ​ຄວາມຫ້າວຫັນໃນການ​ບໍ​ລິການ, ບໍລິການລູກຄ້າດ້ວຍຄວາມເປັນກັນເອງ ແລະ ສະດວກ​ວ່ອງ​ໄວທັນໃຈ.  ມີຜະລິດຕະພັນທາງການເງິນທີ່ຫຼາກຫຼາຍໄວ້ໃຫ້ບໍລິການລູກຄ້າ ທັງເງິນຝາກ ແລະ ເງິນກູ້ ທີ່ເໝາະ​ສົມ, ​ເຮັດ​ໃຫ້​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດ ຫຼື ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງແຫຼ່ງທຶນໄດ້ງ່າຍ. ນອກຈາກນັ້ນ, ຍັງຕ້ອງການ​ຫັນເປັນສີຂຽວ ໂດຍການນໍາໃຊ້ລົດໄຟຟ້າໃນການເຄື່ອນໄຫວວຽກງານ, ຫຼຸດຜ່ອນການນໍາໃຊ້ເຈ້ຍພາຍໃນອົງກອນ ດ້ວຍການນໍາໃຊ້ແອັບພິເຄຊັ່ນທີ່ທັນສະໄໝເຂົ້າໃນການເປີດບັນຊີ, ການປ່ອຍກູ້ ແລະ ອື່ນໆ. ປັດຈຸບັນ ສກຈຮ ເອກພັດທະນາ ເປັນຜູ້ນໍາໃຊ້ລະບົບການເງິນດີຈີຕອນທີ່ທັນສະໄໝກວ່າໜູ່.

ຜົນສໍາເລັດ ຂອງ​ການຝຶກອົບຮົມຄັ້ງນີ້ ເຫັນວ່າ ສກຈຮ ເອກພັດທະນາ  ບັນລຸຜົນສຳເລັດຕາມເປົ້າໝາຍທີ່ຕັ້ງໄວ້ໃນການ​ສ້າງ​ຄວາມ​ເຂັ້ມ​ແຂງດ້ານລະບົບການເງິນດີຈີຕອນ ໃຫ້​ແກ່ ຫົວໜ້າສູນ ຂອງ ສກຈຮ ເອກພັດທະນາ  ເພື່ອແນ່ໃສ່ ການເຂົ້າເຖິງການບໍລິການດ້ານການເງິນທີ່ ມີຄວາມສະດວກສະບາຍ, ວ່ອງໄວ, ຄວາມໂປ່ງໃສ, ຄວາມປອດໄພ ແລະ ການຫຼຸດຜ່ອນຄວາມສ່ຽງ  ໃຫ້ແກ່ລູກຄ້າຂອງ ສກຈຮ ເອກພັດທະນາ. 

ກອງທຶນ LAFF  ຮູ້ສຶກເປັນກຽດ ແລະ ດີໃຈ ທີ່່ໄດ້ເປັນສ່ວນໜຶ່ງ ໃນການຮ່ວມສະໜັບສະໜູນ ການສົ່ງເສີມການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ກໍ່ຄື ສກຈຮ ເອກພັດທະນາ ໃນຄັ້ງນີ້,  ໃນອານາຄົດ ຫວັງຢ່າງຍິ່ງວ່າ ກອງທຶນ LAFF  ຈະໄດ້ມີໂອກາດ ສະໜັບສະໜູນທຶນເງິນກູ້ໃຫ້ແກ່ ສກຈຮ ເອກພັດທະນາ ເພື່ອນໍາເອົາທຶນເງິນກູ້ລົງສູ່ພໍ່ແມ່ປະຊາຊົນ  ທີ່ຢູ່ເຂດຫ່າງໄກຊອກຫຼີກ ​ ​ໄດ້ມີ​ໂອ​ກາ​ດ​ເຂົ້​ເຖິງ​ແຫຼ່ງທຶນ ແລະ ມີການ​ບໍ​ລິ​ການ​ທີ່ສະດວກ​ວ່ອງ​ໄວ ແລະ ມີ​ເງື່ອນ​ໄຂ​ທີ່​ເໝາະສົມ​.

ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ

ໃນວັນທີ 04-08 ສິງຫາ 2025 ຜ່ານມານີ້  ກອງທຶນ LAFF ໄດ້ໄປທັດສະນະສຶກສາແລກປ່ຽນບົດຮຽນ  ໃນຫົວຂໍ້  ““ຜະລິດຕະພັນ ແລະ ໂປໂມຊັ່ນສິນເຊື່ອທຸລະກິດ SMEs”, “ນະໂຍບາຍກ່ຽວກັບ Go Green ແລະ Green Credit”  ແລະ “ການວິເຄາະຄວາມສ່ຽງກ່ອນການປ່ອຍກູ້ (ດ້ານສິ່ງແວດລ້ອມ ແລະ ສັງຄົມ)” ທີ່ ທະນາຄານອອມສິນ (Government Savings Bank_GSB) ຢູ່ປະເທດໄທ, ນໍາພາໂດຍ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມບໍລິການທະນາຄານ, ທະນາຄານແຫ່ງ ສປປ ລາວ ທັງເປັນຜູ້ອຳນວຍການກອງທຶນ LAFF  ພ້ອມດ້ວຍຜູ້ເຂົ້າຮ່ວມຈາກ ທັງໝົດ  24 ທ່ານ. ໃນນັ້ນ, ຈາກທະນາຄານ ແຫ່ງ ສປປ ລາວ 13 ທ່ານ  ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF 11 ທ່ານ (ທະນາຄານ BIC, ທະນາຄານ SACOM, ສກຈຮ ເອກພັດທະນາ, ສກຈຮ ປະຕູຄຳ, ສກຈຮ ຈຳປາລາວ ແລະ ສກຈຮ ສິນຊັບເມືອງເໜືອ), ຊຶ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ພິລົມ ໂພຈະເລີນ ຜູ້ຊ່ວຍຜູ້ອຳນວຍການທະນາຄານອອມສິນ ພ້ອມດ້ວຍຄະນະບໍລິຫານງານຂອງທະນາຄານອອມສິນ.

ຈຸດປະສົງຂອງການໄປທັດສະນະສຶກສາໃນຄັ້ງນີ້ ແມ່ນກິດຈະກຳ​ສ້າງ​ຄວາມ​ເຂັ້ມ​ແຂງໃຫ້​ແກ່ ຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານກອງທຶນ LAFF ເພື່ອເພີ່ມທະວີຄວາມອາດສາມາດໃຫ້ແກ່ພະນັກງານ ແລະ ຄະນະຜູ້ທີ່ຮັບຜິດຊອບວຽກງານຄຸ້ມຄອງ ແລະ ບໍລິຫານກອງທຶນ ໄດ້ນໍາເອົາບົດຮຽນທີ່ສໍາຄັນ ມາປັບໃຊ້ເຂົ້າໃນວຽກງານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ  ໃຫ້ດີຂຶ້ນໃນຕໍ່ໜ້າ. ພິເສດແມ່ນ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານກອງທຶນ LAFF ໄດ້ຮຽນຮູ້ກ່ຽວກັບການຄຸ້ມຄອງບໍລິຫານ, ການດຳເນີນງານ, ຜະລິດຕະພັນ ແລະ ໂປໂມຊັ່ນສິນເຊື່ອທຸລະກິດ SMEs ພ້ອມ​ທັງ​ຮຽນຮູ້ ນະໂຍບາຍ Go Green ແລະ Green Credit”  ແລະ “ການວິເຄາະຄວາມສ່ຽງກ່ອນການປ່ອຍກູ້ (ດ້ານສິ່ງແວດລ້ອມ ແລະ ສັງຄົມ, ລວມທັງການ​ບໍ​ລິ​ຫານ​ຄວາມ​ສ່ຽງ​, ການ​ປົກ​ປ້ອ​ງ​ລູກ​ຄ້າ ແລະ ການ​ບໍ​ລິ​ການ​ດ້ວຍ​ຄວາມ​ໂປ່ງ​ໃສ ແລະ ອື່ນໆ.

ການຢ້ຽມຢາມທະນາຄານອອມສິນ ຫຼື GSB ໃນເທື່ອນີ້ ທາງຄະນະໄດ້ຮັບຟັງການບັນຍາຍກ່ຽວກັບພາບລວມ, ບົດ ບາດ ແລະ ພາລະໜ້າທີ່ຂອງທະນາຄານອອມສິນ ພ້ອມກັບບັນດາຜະລິດຕະພັນສິນເຊື່ອ ແລະ ການປະເມີນຄວາມສ່ຽງ. ນອກຈາກນັ້ນ, ຄະນະກອງທຶນ ຍັງໄດ້ມີການແລກປ່ຽນ ກ່ຽວກັບພາບລວມ ແລະ ການເຄື່ອນໄຫວຂອງກອງທຶນ LAFF ໂດຍຫຍໍ້ ພ້ອມທັງໄດ້ມີການແລກປ່ຽນຄຳຄິດເຫັນລະຫ່ວາງ ສອງຝ່າຍດ້ວຍບັນຍາກາດທີ່ຟົດຟື້ນ.

ທະນາຄານອອມສິນ ສ້າງຕັ້ງຂຶ້ນໃນປີ ຄສ. 1958 ເປັນທະນາຄານຂອງລັດ ທີ່ແນໃສ່ສະໜັບສະໜູນແຫຼ່ງທຶນໃຫ້ແກ່ຜູ້ປະກອບການຂະໜາດນ້ອຍ ແລະ ກາງ (SMEs) ແລະ ປະຊາຊົນທົ່ວໄປ ເຊິ່ງຈຸດປະສົງການດໍາເນີນງານແມ່ນບໍ່ເນັ້ນຫວັງຜົນກຳໄລສູງສຸດ ແຕ່ເນັ້ນສ້າງຜົນປະໂຫຍດ ແລະ ໂອກາດທາງເສດຖະກິດໃຫ້ແກ່ສັງຄົມຢ່າງທົ່ວເຖິງ ເພື່ອຊ່ວຍຂັບເຄື່ອນເສດຖະກິດພາຍໃນປະເທດ ໂດຍການນຳໃຊ້ກຳໄລຈາກການດໍາເນີນທຸລະກິດໃນແຕ່ລະປີໄປໝຸນໃຊ້ໃນການສະໜັບສະໜຸນທຸລະກິດທີ່ເປັນທ່າແຮງສຳຄັນໃນການຂະຫຍາຍເສດຖະກິດ ແລະ ຊ່ວຍແກ້ໄຂປັນຫາ ສັງ ຄົມໃນຫຼາຍໆດ້ານ.

ທະນາຄານອອມສິນ  ເປັນທະນາຄານຂອງລັດທີ່ມີໜ້າທີ່ໃນການສົ່ງເສີມການອອມ ແລະ ສະໜັບສະໜູນການເຂົ້າເຖິງແຫຼ່ງທຶນຂອງປະຊາຊົນ, ໄດ້ພັດທະນາຜະລິດຕະພັນການເງິນຫຼາຍຮູບແບບສຳລັບການສົ່ງເສີມອາຊີບ ແລະ ການພັດທະນາເສດຖະກິດ ໂດຍມີເປົ້າໝາຍເປັນສູນກາງການເງິນສຳລັບເຂດຊົນນະບົດ ແລະ ຊາວກະສິກຳ. ນະໂຍບາຍຂອງທະນາຄານອອມສິນແນໃສ່ການພັດທະນາຄວາມອາດສາມາດໃຫ້ແກ່ຊາວກະສິກຳ ຜ່ານສະຫະກອນ ແລະ ຜູ້ປະກອບການ ໂດຍການປັບປຸງຂະບວນການຜະລິດ, ເພີ່ມມູນຄ່າສິນຄ້າ, ແລະ ຍົກລະດັບກະສິກຳໃຫ້ເປັນ Smart Farming. ພ້ອມກັນນັ້ນ, ຍັງເປັນຜູ້ນຳໃນດ້ານການເງິນສີຂຽວ ໂດຍມີນະໂຍບາຍ “Go Green” ແລະ ສິນເຊື່ອສີຂຽວ (Green Credit) ເພື່ອສົ່ງເສີມການຮັກ​ສາສິ່ງແວດລ້ອມ ແລະ ການ​ເຮັດກະສິກຳແບບຢືນຢົງ ໂດຍມີການພິຈາລະນາເຖິງຜົນກະທົບຈາກ Climate Change ແລະ ສະພາບດິນຟ້າອາກາດຕ່າງໆ.

ບົດຮຽນທີ່ພາໃຫ້ທະນາຄານອອມສິນ ປະສົບຜົນສໍາເລັດ ແມ່ນມາຈາກການມີວິໃສທັດ ແລະ ຈຸດປະສົງ ທີ່ແນ່ນອນຊັດເຈນ ໂດຍສະເພາະແມ່ນການເປັນທະນາຄານເພື່ອສັງຄົມ ທີ່ນໍາເອົາກໍາໄລຈາການດໍາເນີນທຸລະກິດປົກກະຕິ ມາສະໜັບສະໜູນກິດຈະກໍາເພື່ອສັງຄົມ ພ້ອມທັງເນັ້ນໜັກໃສ່ 3 ດ້ານຄື: Planet: ເອົາໃຈໃສ່ບັນຫາສິ່ງແວດລ້ອມ; Profit: ບໍ່ເນັ້ນສ້າງກໍາໄລສູງສຸດ; People:  ເອົາໃຈໃສ່ສົ່ງເສີມກິດຈະກໍາທີ່ສົ່ງຜົນປະໂຫຍດແກ່ສັງຄົມ. ທະນາຄານອອມສິນ  ເນັ້ນການບໍລິຫານ ທີ່ໂປ່ງໃສ ກວດສອບໄດ້, ມີການສ້າງວັດທະນະທໍາໃຫ້ພະນັກງານຮັກອົງກອນ  ແລະ ມີການຕັ້ງຕົວຊີ້ວັດໃນການດໍາເນີນງານ ໃນແຕ່ລະປີ ເພື່ອໃຫ້ບັນດາສາຂາ ຫຼື ໜ່ວຍບໍລິການ ນໍາເອົາໄປຈັດຕັ້ງປະຕິບັດ ພ້ອມທັງຈັດປະເພດ ແລະ ໃຫ້ລາງວັນແກ່ ສາຂາດີເດັ່ນປະຈໍາປີ ຊຶ່ງເປັນອີກແຮງຈູງໃຈໜຶ່ງໃຫ້ພະນັກງານ ກະຕື້ລື້ລົ້ນ ແລະ ເອົາໃຈໃສ່ປະຕິບັດໜ້າທີ່.

ຜົນສໍາເລັດຂອງວຽກງານ​ສ້າງ​ຄວາ​ມ​ເຂັ້ມ​​ແຂງ ​ໃນ​ເທື່ອນີ້​ ​ ເຫັນວ່າ ຜູ້ເຂົ້າຮ່ວມໄດ້ຮັບຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງຮອບດ້ານ ກ່ຽວກັບແນວທາງການດໍາເນີນງານທີ່ປະສົບຄວາມສໍາເລັດຂອງທະນາຄານອອມສິນ ໃນຖານະເປັນທະນາຄານທຸລະກິດລັດ ເພື່ອຮັບໃຊ້ສັງຄົມ ພ້ອມທັງໄດ້ເຫັນຕົວຢ່າງຜະລິດຕະພັນສິນເຊື່ອທີ່ຫຼາກຫຼາຍ ແລະ ມາດຕະການຊ່ວຍເຫຼືອລູກຄ້າທີວອງໄວ ໃນເວລາພົບກັບສະພາບວິກິດການບໍ່ຄາດຝັນ,  ເຊິ່ງການໄດ້ມາຮຽນຮູ້ໃນຄັ້ງນີ້ ເປັນການຮຽນຮູ້ທີ່ລ້ຳຄ່າຫຼາຍ ໂດຍສະເພາະແມ່ນສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ສາມາດຮຽນຮູ້ ແລະ ຖອດຖອນເອົາບົດຮຽນສໍາຄັນ ໄປປັບໃຊ້ເຂົ້າໃນວຽກງານ ການພັດທະນາອົງກອນຂອງຕົນ ໃຫ້ດີຂຶ້ນໃນອານາຄົດ.

ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄໍາ ໄດ້ຈັດກິດຈະກໍາ ທັດສະນະສຶກສາ ເພື່ອ​ສ້າງ​ຄວາ​ມ​ເຂັ້ມ​​ແຂງ​ໃຫ້​ແກ່​ພະ​ນັກ​ງານວິຊາການ​ ແລະ ລູກຄ້າຕົວແບບ ທີ່ທຳການຜະລິດ ຂອງຕົນ ພາຍໃຕ້ຫົວຂໍ້  “ການລ້ຽງປາດຸກ ລະບົບນ້ຳໜູນວຽນ” ຢູ່ຟາມຊັບຈະເລີນ ບ້ານ ດົງຄວາຍ, ເມືອງໄຊທານີ, ແຂວງນະຄອນຫຼວງວຽງຈັນ, ໂດຍມີຜູ້ເຂົ້າຮ່ວມທັງໝົດ 50 ຄົນ.  ໃນນັ້ນ, ແບ່ງອອກເປັນ 2 ຄັ້ງ   ໃນວັນທີ 21 ມິຖຸນາ 2025 ແລະ ໃນວັນທີ 26 ກໍລະກົດ 2025,  ຊຶ່ງເປັນກຸ່ມລູກຄ້າ  ເມືອງໄຊທານີ, ເມືອງຫາດຊາຍຟອງ ແລະ ນາຊາຍທອງ  ແລະ ພາຍໃຕ້ການເປັນປະທ່ານ ຂອງທ່ານ ນາງ ຂັນມະນີ ສຸທໍາມະວົງ ຜູ້ອຳນວຍການ ສກຈຮ ປະຕູຄໍາ ແລະ ທ່ານ ອານຸສັກ ແກ້ວຈະເລີນ ປະທານບໍລິສັດ ຟາມຊັບຈະເລີນ ແລະ ຕົວແທນຈາກກອງທຶນ LAFF, ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍ ຜູ້ກ່ຽວຂ້ອງທັງໝົດ.

ຈຸດປະສົງ​ ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງໃຫ້​ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານກອງທຶນ LAFF ໂດຍສະເພາະແມ່ນພະນັກງານພາຍໃນອົງກອນ ແລະ ກຸ່ມລູກຄ້າ ຂອງ ສກຈຮ ປະຕູຄຳ ທີ່ທຳການຜະລິດ ໄດ້ຮຽນຮູ້ ການລ້ຽງປາດຸກແບບທັນສະໄຫມ ດ້ວຍຮູບແບບ​​ການລົງຮຽນຮູ້ ຈາກການລົງຢ້ຽມຢາມສະຖານທີ່ຕົວຈິງ ເພື່ອຮັບຟັງການບັນຍາຍ ເຖິງຂັ້ນຕອນ ແລະ ວິທີການລ້ຽງປາດຸກ ຈາກເຈົ້າຂອງຟາມລ້ຽງປາດຸກ  ໂດຍກົງ  ເພື່ອ​ສົ່ງ​ເສີມລູກຄ້າລາຍ​ຍ່ອຍໃຫ້ມີແນວຄວາມຄິດລິເລີ່ມໃນການດຳເນີນທຸລະກິດໃໝ່, ​ການຊອກຫາແນວທາງໃນການປະກອບອາຊີບ ເພື່່ອສ້າງລາຍຮັບ ແລະ ສ້າງເສດຖະກິດຄອບຄົວ ແລະ ອື່ນໆ.               

ສກຈຮ ປະຕູຄຳ ​ ​ ເປັນສະຖາບັນການເງິນໜຶ່ງທີ່ມີຄວາມໝັ້ນຄົງ ແລະ ມີລະບົບການບໍລິຫານງານທີ່ເປັນມືອາຊີບ, ມີ​ຄວາມຫ້າວຫັນໃນການດຳເນີນທຸລະກິດ, ລວມທັງ ການ​ບໍ​ລິການ ທີ່ສະດວກ​ວ່ອງ​ໄວທັນໃຈ ແລະ ມີ​ເງື່ອນ​ໄຂ​ທີ່  ​ເໝາະ​ສົມໃຫ້ກັບ ລູກຄ້າ, ​ເຮັດ​ໃຫ້​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດ ຫຼື ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງແຫຼ່ງທຶນໄດ້ງ່າຍ. ນອກຈາກນີ້, ຍັງສາມາດບໍລິຫານທຶນ ແລະ ປະຕິບັດຕາມເງື່ອນໄຂຂອງກອງທຶນ LAFF ໄດ້ເປັນຢ່າງດີ  ເປັນຕົ້ນແມ່ນການປ່ອຍກູ້ໃຫ້ແກ່ຂະແໜງກະສິກຳ ປະຕິບັດໄດ້ 72,76% ແລະ ການປ່ອນຍກູ້ໃຫ້ເພດຍິງ ປະຕິບັດໄດ້ 61,22%, ພ້ອມທັງ ການເອົາໃຈໃສ່ຕໍ່ລູກຄ້າຂອງຕົນເປັນຢ່າງດີ ເປັນຕົ້ນແມ່ນການລົງຖ່າຍທອດຄວາມຮູ້ດ້ານການເງິນ, ການຈັດຝຶກອົບຮົມ ແລະ ການທັດສະນະສຶກສາ ເພື່ອໃຫ້ຄວາມຮູ້ ແລະ ວິຊາຊີບ ​ທີ່ສາມາດ​ນຳໄປກະກອບເປັນ​ອາ​ຊີບໄດ້.

ຟາມຊັບຈະເລີນ ສ້າງຕັ້ງຂຶ້ນປີ 2022  ມີເນື້ອທີ່ 22 ເຮັກຕ້າ ເປັນຟາມຕົວແບບ ໃນການລ້ຽງປາດຸກ ແບບທັນສະໄຫມ   ເປັນການລ້ຽງປາດຸກ ແບບລະບົບນໍ້າໝູນວຽນ, ຊຶ່ງການໄປທັດສະນະສຶກສາໃນຄັ້ງນີ້  ເຈົ້າຂອງຟາມ ໄດ້ບັນຍາຍ  ກ່ຽວກັບ ປະຫວັດຫຍໍ້ ແລະ ຈຸດປະສົງຂອງການກໍ່ຕັ້ງຟາມ ເພື່ອສົ່ງເສີມຜູ້ລ້ຽງປາດຸກ ໃຫ້ກາຍເປັນສິນຄ້າ, ລ້ຽງປາດຸກໃຫ້ກາຍເປັນມືອາຊີບ ໂດຍມີຕະຫຼາດຮອງຮັບ ແລະ ພ້ອມທັງ ຮັບປະກັນໃຫ້ມີສະບຽງອາຫານຮອງຮັບໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ, ລວມທັງ ການຕໍ່່ຍອດຜະລິດຕະພັນແປຮູບສິນຄ້າເຊັ່ນ: ປາດຸກແດດດ່ຽວ, ປາດຸກແຊແຂງ, ປາແດກປາດຸກ, ລູກຊີ້ນປາດຸກ ແລະ ໂຮງງານນໍ້າປາ ແລະ ອື່ນໆ. ນອກຈາກນີ້, ຍັງໄດ້ຮັບຟັງການບັນຍາຍຈາກ ປະທານບໍລິສັດ ຜະລິດຫົວອາຫານສັດ ແລະ ປຸຍ ຈາກ ສສ ຫວຽດນາມ ທີ່ມາແນະນໍາກ່ຽວກັບ ຫົວອາຫານສັດ  ທີ່ລ້ຽງຢູ່ໃນນໍ້າ  ທີ່ເຮັດໃຫ້ໄດ້ສານອາຫານຄົບຖ້ວນ ແລະ ມີຄຸນນະພາບຕື່ມອີກ.

ຜົນສໍາເລັດວຽກງານສ້າງຄວາເຂັ້ມ​​ແຂງ ໃນເທື່ອນີ້​ ​ ເຫັນວ່າ ສກຈຮ ປະຕູຄຳ ນໍາໃຊ້ເປັນແຫຼ່ງທຶນປ່ອຍກູ້ໃຫ້ແກ່ຈຸນລະວິສາຫະກິດຂະນາດນ້ອຍ, ກາງ (MSMEs) ເປັນ​ຢ່າງ​ດີ ເຮັດໃຫ້ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ລະ​ດັບ​ຄາດ​ໝາຍ, ຊຶ່ງການສ້າງຄວາມເຂັ້້ມແຂງໃຫ້ອົງກອນໃນ​ຄັ້ງ​ນີ້ ເຫັນວ່າ​ເປັນ​ໂຄງ​ການ​ທີ່​ດີ ເປັນ​ການເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ວິ​ຊາ​ການ, ພັດທະນາບຸກຄະລາກອນ ແລະ ພັດທະນາທັກ​ສະ​​ດ້ານເຕັກນິກການບໍລິຫານທຸ​ລະ​ກິດ ໃຫ້ອົງ​ກອນ ແລະ ລູກ​ຄ້າ,  ໂດຍສະເພາະແມ່ນລູກຄ້າລາຍຍ່ອຍ ຂອງສກຈຮ ປະຕູຄຳ ຍັງຄົງມີຄວາມຕ້ອງການແຫຼ່ງທຶນ ແລະ ດອກເບ້ຍຕໍ່າ ເພື່ອນໍາມາໃຊ້ເປັນທຶນໃນການເລີ່ມທຸລະກິດໃໝ່ ໃນຂະຫຍາຍທຸລະກິດຂອງເຂົາເຈົ້າ.

​                                                                          

   ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ

ໃນ​ວັນ​ທີ 11-14 ແລະ 16-20 ເດືອນ ມິຖຸນາ2025, ຄະ​ນະ​ຄຸ້ມ​ຄອງ ແລະ ​ບໍ​ລິ​ຫານກອງ​ທຶນ LAFF ​ໄດ້ປະ​ຕິ​ບັດ​ວຽກ​ງານ​ ລົງກວດກາ ແລະ ຕິດຕາມ ສະຖາ​ບັນ​ການ​ເງິນ​ທີ່​ເປັນ​ຄູ່​ຮ່ວມ​ງານ ກໍ່ຄື:  ທະນາຄານເອຊີລີດາ ລາວ ຈໍາກັດ; ສກຈຮ ປະຕູຄໍາ;  ສກຈຮ ເອກພັດທະນາ; ສກຈຮ ຈໍາປາລາວ ແລະ ສກຈຮ ສິນຊັບເມືອງເໜືອ,ນໍາພາໂດຍ ຮອງ​ຫົວ​ໜ້າ​ພະ​ແນກ​ສິນ​ເຊື່ອ ທັງ​ເປັນ​ຫົວ​ໜ້າ​ກອງ​ເລ​ຂາ​ກອງ​ທຶນ LAFF, ພະນັກງານປະຈໍາ​ກອງ​ທຶນ LAFF 03 ທ່ານ ແລະ ພະນັກງານກົມຄຸ້ມສະຖາບັນການເງິນທີບໍແມ່ນທະນາຄານ.             

ຈຸດປະສົງ​ ການລົງກວດກາ ແລະຕິດຕາມ ​ໃນຄັ້ງນີ້ ແມ່ນ​ເພື່ອ​​ລົງ​ຕິດ​ຕາມ​ການ​ປະ​ຕິ​ບັດ​ວຽກ​ງານການປ່ອຍກູ້ໃຫ້ແກ່ລູກຄ້າລາຍຍ່ອຍ ຂອງ​ສະ​ຖາບັນການເງິນທີ່​ເປັນ​ຄູ່​ຮ່ວມ​ງານ. ພາຍຫຼັງ, ໄດ້ຮັບທຶນ ຈາກກອງທຶນ LAFF  ເພື່ອຮັບຮູ້ ສະພາບລວມການປ່ອຍກູ້, ຜົນປະໂຫຍດທີ່ໄດ້ຮັບຈາກເງິນກູ້ຂອງກອງທຶນ, ບັນຫາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາອື່ນໆ ທີ່ໄດ້ພົບເຫັນໃນໄລຍະຜ່ານມາ ຂອງ​ສະ​ຖາບັນການເງິນ ທີ່​ເປັນ​ຄູ່​ຮ່ວມ​ງານ ແລະ ລູກຄ້າລາຍຍ່ອຍ. ພ້ອມທັງເຜີຍແຜ່ແຫຼ່ງທຶນເງິນກູ້ໃໝ່ ທີ່ກໍາລັງຈະໄດ້ຮັບ ຈາກທະນາຄານພັດທະນາອາຊີ (ADB)  ​ໃຫ້ແກ່ສະ​ຖາບັນການເງິນຊາບ.

ການລົງຢ້ຽມຢາມ ສະ​ຖາບັນການເງິນທີ່​ເປັນ​ຄູ່​ຮ່ວມ​ງານຂອງກອງທຶນ LAFF ທັງຫ້າ ​ສະ​ຖາບັນການເງິນ ແມ່ນມີລະບົບການຄຸ້ມຄອງ ແລະ ບໍລິຫານງານທີ່ດີ, ມີການດຳເນີນງານ ແລະ ຄວາມຮັບຜິດຊອບທີ່ໜ້າເຊື່ອຖື, ມີຄວາມໝັ້ນຄົງ ແລະ ຄວາມຍືນຍົງ,  ມີການສົ່ງເສີມ ແລະ ການກຳນົດ  ການບໍລິການນະໂຍບາຍສິນເຊື່ອ ທີ່ຫຼາກຫຼາຍ ເພື່ອຮອງຮັບ ຄວາມຕ້ອງການຂອງປະຊາຊົນໃນຫຼາຍຮູບແບບ. ນອກຈາກນັ້ນ, ຍັງມີການຄຸ້ມຄອງສາຂາ ແລະ ໜ່ວຍບໍລິການ ຢູ່ໃນລະດັບທີ່ດີ.

ການຈັດຕັ້ງປະຕິບັດການປ່ອຍກູ້ ບ້ວງທຶນຈາກກອງທຶນ LAFF  ໂດຍລວມເຫັນວ່າ ທັງຫ້າ ສະ​ຖາບັນການເງິນ ແມ່ນເຮັດ​ໄດ້ດີ ​ມີ​ປະ​ສົບ​ການ​​ ໃນ​ການ​ປ່ອຍ​ເງິນ​ກູ້​ໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ສາ​ມາດ​ປ່ອຍກູ້​ອອກ​ໄດ້​ໝົດ​ພາຍ​ໃນ​ໄລ​ຍະ​ເວ​ລາ​ທີ່ກຳນົດ ຊຶ່ງເຫັນໄດ້ຈາກລູກຄ້າເງິນກູ້ລາຍຍ່ອຍ ແມ່ນຈຸນລະວິສາຫະກິດ ທີ່ທໍາການຜະລີດຂະໜາດນ້ອຍ, ພ້ອມທັງມີການລົງໄປຕິດຕາມ ຢ່າງເປັນປະຈໍາ. ແຕ່ເຖິງຢ່າງໃດກໍ່ຕາມ ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດຍັງຄົງມີຄວາມຕ້ອງການແຫຼ່ງທຶນຫຼາຍ ແລະ ດອກເບ້ຍຕໍ່າ.

ຄ​ະ​ນະ​ໄດ້​ລົງຢ້ຽມ​ຢາມ​ລູກ​ຄ້າ​ລາຍ​ຍ່ອຍ, ເຊິ່ງເປັນ​ຜູ້​ປະ​ກອບ​ການດ້ານ ການປູກຟັງ, ລ້ຽງສັດ ແລະ ຄ້າຂາຍ  ທັງເປັນລູກຄ້າເກົ່າ ແລະ ໃໝ່ ນໍາໃຊ້ເງິນກູ້ ເພື່ອເປັນທຶນໝູນວຽນ ແລະ ຂະຫຍາຍທຸລະກິດ ເຊັ່ນ: ຊື້ແນວພັນຜັກ, ແນວພັນສັດ, ຫົວອາຫານ ແລະ ອື່ນໆ. ການຊໍາລະແມ່ນ  ຊໍາລະ​ເປັນ​ລາຍ​ເດືອນ ຊໍາລະ​ ​ຕົ້ນ​ທຶນ ແລະ ດອກ​ເບ້ຍ (ດອກເບ້ຍຫຼຸດລົງຕາມຕົ້ນທຶນ) ​ພວກ​ເຂົາ​ເຈົ້າ​ບໍ່​ມີບັນ​ຫາກ່ຽວ​ກັບການຊໍາລະຄືນ ແລະ ​ອັດ​ຕາ​ດອກ​ເບ້ຍ. ພ້ອມນັ້ນ, ພວກເຂົາຍັງມີ​ຄວາມ​ປະ​ທັບ​ໃຈ​ຫຼາຍກ່ຽວກັບ​ການ​ບໍ​ລິ​ການ ແລະ ນະໂຍບາຍສິນເຊື່ອ ທີ່ຫຼາກຫຼາຍ ຂອງສະ​ຖາບັນການເງິນ ຊຶ່ງສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າລາຍຍ່ອຍໄດ້ຫຼາຍແບບ, ພ້ອມທັງ ຮູ້ສຶກຂອບໃຈ ທີ່ນໍາເອົາເງິນກູ້ລົງສູ່ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ ເຮັດໃຫ້ພວກເຂົາເຈົ້າ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ດ້ານ​ການ​ເງິນ ເຮັດໃຫ້ຊີວິດການເປັນຢູ່​ຂອງ​ພວກ​ເຂົາ​ເຈົ້າດີຂຶ້ນ.

ຜົນສໍາເລັດໃນການລົງຢ້ຽມຢາມໃນຄັ້ງນີ້ເຫັນວ່າ ທັງຫ້າ ສະ​ຖາບັນການເງິນໄດ້ນໍາເອົາທຶນເງິນກູ້ ຈາກກອງທຶນ LAFF  ລົງສູ່ທ້ອງຖິ່ນເຂດຫ່າງໄກ ​ເຮັດ​ໃຫ້​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດ ຫຼື ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງແຫຼ່ງທຶນ ແລະ ການ​ບໍ​ລິການທີ່ສະດວກ​ວ່ອງ​ໄວທັນໃຈ ແລະ ມີ​ເງື່ອນ​ໄຂ​ທີ່​ເໝາະ​ສົມ ຊຶ່ງລູກຄ້າ ກໍພໍໃຈກັບການບໍລິການ ແລະ ການໃຫ້ຄໍາປຶກສາຮອບດ້ານທາງດ້ານການເງິນເປັນຢ່າງດີ.

ສະຖາບັນການເງິນ ຍັງມີຄວາມຕ້ອງການແຫຼ່ງທຶນຈາກກອງທຶນ LAFF ເພື່ອນໍາມາໃຊ້ເປັນແຫຼ່ງທຶນປ່ອຍກູ້ໃຫ້ແກ່ຈຸນລະວິສາຫະກິດຂະນາດນ້ອຍ, ກາງ (MSMEs)  ໂດຍສະເພາະແມ່ນລູກຄ້າລາຍຍ່ອຍ ຂອງສະຖາບັນການເງິນ ຍັງຄົງມີຄວາມຕ້ອງການແຫຼ່ງທຶນດອກເບ້ຍຕໍ່າ ເພື່ອນໍາມາໃຊ້ເປັນທຶນ ເພື່ອຂະຫຍາຍທຸລະກິດຂອງເຂົາເຈົ້າ.

ການລົງຢ້ຽມຢາມພາກສະໜາມໃນເທື່ອນີ້​ ​ໄດ້​ຮັບ​ການສະໜັບສະໜູນ​ຈາກການຈັດຕັ້ງຂອງທະນາຄານແຫ່ງ ສປປ ລາວ ແລະ ຄະນະຄຸ້ມຄອງ ແລະ ບໍລິຫານ ກອງທຶນ LAFF, ​ພິເສດແມ່ນໄດ້ຮັບການຮ່ວມ​ໄມ້​ຮ່ວມ​ມື ຈາກສະ​ຖາບັນການເງິນທີ່​ເປັນ​ຄູ່​ຮ່ວມ​ງານຂອງກອງທຶນ LAFF   ​ ແລະ ສາຂາ ຫຼືໜ່ວຍບໍລິການ ພ້ອມດ້ວຍ ລູກຄ້າລາຍຍ່ອຍ ທັງໝົດທີ່​ໄດ້​ຖືກ​ລົງ​ຢ້ຽມ​ຢາມ ເປັນ​ຢ່າງ​ດີ ເຮັດໃຫ້ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ລະ​ດັບ​ຄາດ​ໝາຍ.

ຄະນະຄຸ້ມຄອງ ແລະ ບໍລິຫານ ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສສປ ລາວ Lao Access to Finane Fund (LAFF) ສໍາເລັດການ ລົງກວດກາ ແລະ ຕິດ ຕາມ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ວັນທີ 11-14 ແລະ 16-20 ມິຖຸນາ 2025
ຄະນະຄຸ້ມຄອງ ແລະ ບໍລິຫານ ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສສປ ລາວ Lao Access to Finane Fund (LAFF) ສໍາເລັດການ ລົງກວດກາ ແລະ ຕິດ ຕາມ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ວັນທີ 11-14 ແລະ 16-20 ມິຖຸນາ 2025

ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ

ໃນລະຫວ່າງວັນທີ 03 – 07 ທັນວາ 2024 ທີ່ຜ່ານມານີ້, ຄະ​ນະ​ຄຸ້ມ​ຄອງ ແລະ ​ບໍ​ລິ​ຫານ ກອງ​ທຶນ LAFF_BoL ໄດ້ສຳເລັດການໄປທັດສະນະສຶກສາຖອດຖອນບົດຮຽນ ທີ່ທະນາຄານນະໂຍບາຍສັງຄົມ ຫວຽດນາມ (Vietnam Bank for Social Policies _VBSP) ຢູ່ປະເທດ ສສ.ຫວຽດນາມ ເພື່ອແລກປ່ຽນຄວາມຮູ້ ດ້ານການບໍລິຫານຈັດການກອງທຶນ, ການບໍລິການທາງດ້ານການເງິນ ແລະ ການພັດທະນາເຕັກໂນໂລຊີທາງດ້ານການເງິນແບບຍືນຍົງ.

ຜູ້ເຂົ້າຮ່ວມທັດສະນະສຶກສາໃນຄັ້ງນີ້ປະກອບມີທັງໝົດ 11 ທ່ານ ລວມມີ: ຄະນະຊີ້ນຳລວມກອງທຶນ, ໜ່ວຍງານຄຸ້ມຄອງ ແລະ ບໍລິຫານກອງທຶນ  ແລະ ພະນັກງານ ທະນາຄານແຫ່ງ ສປປ ລາວ, ເຊິ່ງໄດ້ມີການລົງຢ້ຽມຢາມສໍານັກງານໃຫຍ່ ແລະ ສາຂາຂອງ VBSP ຢູ່ແຂວງ ຮ່າໂນ້ຍ ແລະ ແຂວງໄຮຟອງ, ຈຸດປະສົງຂອງການໄປທັດສະນະສຶກສາໃນເທື່ອນີ້ ເພື່ອໃຫ້ຄະນະໄດ້ຮຽນຮູ້ກ່ຽວກັບການ ຄຸ້ມຄອງ ແລະ ບໍລິຫານຂອງ VBSP,ການສະໜອງສິນເຊື່ອໃຫ້ແກ່ຫົວໜ່ວຍຈຸນລະວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs), ການເງິນສີຂຽວ (Green Financing) ແລະ ການເງິນດິຈິຕອນ (Digitat Finance).

ນອກຈາກນັ້ນ, ທາງຄະນະຍັງໄດ້ຮຽນຮູ້ກ່ຽວກັບ ການຄວບຄຸມຄວາມສ່ຽງ, ການນຳໃຊ້ Smart banking ເຂົ້າໃນການຕິດຕາມເງິນກູ້ ແລະ ຂະບວນການ ການປ່ອຍເງິນກູ້ທີ່ມີປະສິດທິພາບ, ຊຶ່ງການຢ້ຽມຢາມເທື່ອນີ້ໄດ້ເຮັດໃຫ້ຄະນະມີຄວາມເຂົ້າໃຈເລິກເຊິ່ງໃນການຄຸ້ມຄອງບໍລິຫານກອງທຶນ ໃຫ້ມີປະສິດທິພາບ,ລວມທັງການຂະຫຍາຍການໃຫ້ບໍລິການທາງການເງິນທີ່ທັນສະໄໝ  ການນຳໃຊ້ເຕັກໂນໂລຊີເພື່ອສະໜອງການບໍລິການດ້ານການເງິນທີ່ສາມາດເຂົ້າເຖິງຊຸມຊົນຫ່າງໄກສອກຫຼີກ ແລະ ການປະຕິບັດການຄຸ້ມຄອງຄວາມສ່ຽງຢ່າງຮອບດ້ານ,ເຊິ່ງບົດຮຽນເຫຼົ່ານີ້ຈະເປັນປະໂຫຍດຢ່າງຫຼວງຫຼາຍຕໍ່ການພັດທະນາກອງທຶນ LAFF ໃນອະນາຄົດ.

ພ້ອມນັ້ນ, ຄະ​ນະ​ກອງ​ທຶນ LAFF ກໍ່ໄດ້ພົບປະຜູ້ບໍລິຫານລະດັບສູງ ຂອງສາຂາ VBSP, ພະນັກງານ ແລະ ພະນັກງານລະດັບທ້ອງຖິ່ນ ເພື່ອແລກປ່ຽນປະສົບການໃນການຄຸ້ມຄອງການເງິນຈຸລະພາກ ໂດຍການເຂົ້າຢ້ຽມ  ຢາມສະຖານທີ່ຕົວຈິງຂອງໂຄງການທີ່ປະສົບຜົນສຳເລັດ ທີ່ໄດ້ຮັບການສະໜັບສະໜູນຈາກ VBSP ເຊັ່ນ: ການປູກພືດເສດຖະກິດແບບປະສົມປະສານ, ການປູກດອກໄມ້ເພື່ອການຄ້າ, ການປູກຝັງ ແລະ ລ້ຽງສັດ.

ຜົນໄດ້ຮັບໃນການໄປທັດສະນະສຶກສາ:ຜ່ານການທັດສະນະສຶກສາໃນຄັ້ງນີ້ ທາງຄະນະໄດ້ຮຽນຮູ້ບົດຮຽນທີ່ສຳຄັນໃນການຄຸ້ມຄອງບໍລິຫານ ແລະ ການດຳເນີນງານຂອງ VBSPໂດຍສະເພາະແມ່ນ ຜົນສຳເລັດຂອງຄວາມຢືນຍົງ ແລະຄວາມໂປ່ງໃສ. ນອກຈາກນັ້ນ,ຍັງຮຽນຮູ້ຂະບວນການສະໜອງສິນເຊື່ອໃຫ້ແກ່MSMEs,ການເງິນສີຂຽວ ແລະ ການເງີນດິຈິຕອນ,ພ້ອມທັງການເອົາໃຈໃສ່ກໍ່ສ້າງ ບຸກຄະລາກອນໃຫ້ມີຄວາມຊຳນານ, ມີຄວາມເຂົ້າໃຈແລະ ເປັນມືອາຊີບກ່ຽວກັບພື້ນຖານກະສິກຳເປັນຢ່າງດີ, ລວມທັງການ ຊ່ວຍເຫຼືອດ້ານເຕັກນິກວິຊາການ, ການໃຫ້ຂໍ້ມູນຂ່າວສານ,ການບໍລິການແບບຄອບຄົວ,ການອຳນວຍຄວາມສະດວກໃນການບໍລິການໃຫ້ແກ່ລູກຄ້າ ແລະ ອື່ນໆ.ສະນັ້ນ, ການໄດ້ມາຮຽນຮູ້ໃນຄັ້ງນີ້ ເປັນການຮຽນຮູ້ທີ່ລ້ຳຄ່າ ສາມາດຖອດຖອນບົດຮຽນດັ່ງກ່າວ ເພື່ອນຳໄປປັບໃຊ້ເຂົ້າໃນວຽກງານຂອງການບໍລິຫານກອງທຶນ LAFF ໃຫ້ມີປະສິດຜົນດີຍິ່ງຂຶ້ນ.

ພາບ-ຂ່າວໂດຍ: ສຸກລາຕີບົວຄ່າສິດ

ກອງທຶນ LAFF ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ສຳ​ເລັດການທັດສະນະສຶກສາແລກປ່ຽນບົດຮຽນ ປະຈໍາປີ 2024ລະຫວ່າງວັນທີ 13-17 ພຶດສະພາ 2024 ຢູ່ປະເທດໄທ.

ໃນ​ວັນ​ທີ 13-17 ພຶດສະພາ 2024 ຜ່ານມານີ້, ກອງ​ທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (Lao Access to Finance Fund- LAFF) ​ໄດ້ໄປທັດສະນະສຶກສາແລກປ່ຽນບົດຮຽນ ໃນຫົວຂໍ້: ການເງິນໃນຂະແໜງກະສິກໍາ ແລະ ເຂດຊົນນະບົດ” ຢູ່ທະນາຄານເພື່ອການກະສິກຳ ແລະ ສະຫະກອນກະສິກຳ_ທກສ (Bank for Agriculture and Agricultural Cooperatives _BAAC) ປະເທດໄທ  ​ຊຶ່່່ງນໍາພາໂດຍ ທ່ານ ຄຳແກ້ວ ວິສີສົມບັດ ຫົວໜ້າກົມບໍລິການທະນາຄານ, ທັງເປັນຜູ້ ອຳນວຍການ ກອງທຶນ LAFF  ຜູ້ເຂົ້າຮ່ວມປະກອບມີ: ຄະນະຊີ້ນໍາລວມກອງທຶນ;  ພະນັກ ງານຈາກກົມກອງກ່ຽວຂ້ອງ ຂອງທະນາຄານແຫ່ງ ສປປ ລາວ ແລະ ສະຖາບັນການເງິນ ທີ່ເປັນຄູ່ຮ່ວມ ງານຂອງກອງທຶນ LAFF  ລວມທັງໝົດ 24 ທ່ານ.

ຈຸດປະສົງຂອງການໄປທັດສະນະສຶກສາໃນຄັ້ງນີ້ແມ່ນເພື່ອເປັນການສ້າງຂີດຄວມສາມາດ ແລະ ຄວາມເຂັ້ມແຂງໃຫ້ແກ່ວຽກງານການຄຸ້ມຄອງ-ບໍລິຫານກອງທຶນ LAFF ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ປະຈຳປີ 2024 ຊຶ່ງໄດ້ມີການຮຽນຮູ້ ແລະ ຖອດຖອນບົດຮຽນກ່ຽວກັບການປ່ອຍກູ້ໃນຂະແໜງກະສິກໍາ, ການເງິນສີຂຽວ, ສິນເຊື່ອແບບຕ່ອງໂສ້ ໃຫ້ແກ່ MSMEs ພ້ອມ​ທັງ​ໄດ້ໄປຢ້ຽມ ຢາມລູກຄ້າກະສິກໍາຕົວແບບຈໍານວນໜຶ່່ງ.

ທກສ ເປັນທະນາຄານທຸລະກິດລັດ ເຮັດໜ້າທີ່ເປັນຕົວແທນໃຫ້ລັດຖະບານໃນການສະໜອງສິນເຊື່ອໃຫ້ຊາວກະສິກອນ ຊຶ່ງຖືກສ້າງຕັ້ງຂຶ້້້ນໃນປີ 1966. ທກສ ມີວິໄສທັດ ແລະ ເປົ້າໝາຍທີ່ແນ່ນອນທີ່​ມີ​ຄວາມ​ມຸ່ງ​ໝັ້ນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ ໂດຍ​ຖືເອົາຊາວກະສິກອນ ທັງໃນຮູບແບບ​ສະ​ຫະ​ກອນ ແລະ ບຸກຄົນ ​ເປັນ​ຈຸດ​ສຳ​ຄັນ ເພື່ອສົ່ງເສີມ ແລະ ​ເພີ່ມ​ຂີດ​ຄວາມ​ສາ​ມາດ​ໃຫ້​ຊາວ​ກະ​ສິ​ກອນ​ຂອງ​ໄທ ເຮັດການປູກຟັງ ແລະ ຜະລິດສິນຄ້າກະສິກໍາ ພ້ອມທັງແປຮູບເພີ່ມມູນຄ່າຜະລິດຕະພັນ. ນອກຈາກນັ້ນ, ໄດ້ເອົາໃຈໃສ່ຍົກລະດັບການເຮັດກະສິກໍາໃຫ້ເປັນກະສິກໍາແບບທັນສະໄໝ (Smart Farmimg) ໂດຍນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍກະ​ຈາຍ​ລາຍ​ໄດ້​ສູ່​ຊຸມ​ຊົນ ແລະ ແນ​ໃສ່​ການ​ແກ້​ບັນ​ຫາ​ໜີ້ນອກ​ລະ​ບົບ​ຂອງ​ຊາວ​ກະ​ສິ​ກອນ​. ພ້ອມດຽວກັນນັ້ນ, ຍັງ​ໃຫ້​ຄວາມ​ສຳ​ຄັນ​ກັບກະ​ສິ​ກຳ​ແບບ​ຢືນ​ຢົງ ແລະ ຮັກ​ສາ​ສະ​ພາບ​ແວດ​ລ້ອມ ໂດຍ​ມີ​ການ​ກຳ​ນົດ​ນະ​ໂຍ​ບາຍ​ສີ​ຂຽວ (Go Green) ເພື່ອສະ​ໜັບ​ສະ​ໜູນສິ​ນ​ເຊື່ອ​ສີ​ຂຽວ (Green Credit) ເອົາ​ໃຈ​ໃສ່ຕໍ່ບັນຫາ​ການ​ປ່ຽນ​ແປງ​​ດິນ​ຟ້າ​ອາ​ກາດ (Climate Change) ທີ່່​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊາວ​ກະ​ສິ​ກອນ. ຊຶ່ງປັດໃຈທີ່ພາໃຫ້ ທກສ ເຂັ້ມແຂງ ແລະ ຂະຫຍາຍຕົວໄດ້ ມາຮອດປັດຈຸບັນ ແມ່ນມາຈາກການໃຫ້ ການສະໜັບສະໜູນຂອງລັດຖະບານ

ທັງດ້ານແຫຼ່ງທຶນ, ນະໂຍບາຍທີ່ເອື້້້ອອໍານວຍ ແລະ ການໃຫ້ຄວາມຮ່ວມມືຈາກກະຊວງກ່ຽວຂ້ອງ. ພ້ອມນັ້ນ, ຍັງມີການບໍລິຫານ ແລະ ຄຸ້ມຄອງພາຍໃນທີ່ດີ, ມີພະນັກງານທີ່ມີຄວາມຮູ້ດ້ານວິຊາການທີ່ຫຼາກຫຼາຍ, ນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍໃນການບໍລິຫານ ບວກກັບການລົງໃກ້ສິດຕິດແທດກັບຊາວກະສິກອນຕົວຈິງ ຈຶ່ງເຂົ້າໃຈບັນຫາ ສາມາດຊອກຫາວິທີແກ້ໄຂຊ່ວຍລູກຄ້າ ແລະ ສາມາດອອກຜະລິດຕະພັນໃຫ້ສອດຄ່ອງກັບທຸລະກິດຂອງລູກຄ້າໄດ້.

ນອກຈາກນັ້ນ, ຍັງໄດ້ໄປຢ້ຽມຢາມສາຂາ ແລະ ລູກຄ້າຂອງ ທກສ ຢູ່ແຂວງລະຢອງ ທີ່ເຮັດກະສິກໍາສະເພາະດ້ານ ໂດຍສະເພາະແມ່ນການປູກຖຸລຽນ, ໝາກນັດ ແລະ ຢາງພາລາ ທີ່ໄດ້ຮັບຜົນດີ ຊຶ່ງໄດ້ຮຽນຮູ້ ແລະ ເຂົ້າໃຈຂັ້ນຕອນວິທີການປູກ, ການແປຮູບສິນຄ້າ, ການວາງແຜນທຸລະກິດ ແລະ ບັນຫາ-ຂໍ້ຍຸ້ງຍາກ ໃນການດໍາເນີນທຸລະກິດຂອງຊາວກະສິກຳ. 

ຜົນໄດ້ຮັບໃນການທັດສະນະສຶກສາ ແລະ ຮຽນຮູ້ໃນຄັ້ງນີ້ ຖືໄດ້ວ່າເປັນການຮຽນຮູ້ທີ່ລ້ຳຄ່າ ແລະ ມີປະໂຫຍດຫຼາຍ ເຊິ່ງຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ລວມທັງພະນັກງານ ທຫລ ແລະ ຄະນະຕົວແທນຂອງແຕ່ລະບັນດາສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນສາມາດນຳ  ເອົາບົດຮຽນດັ່ງກ່າວນຳ​​ໄປພັດທະນາໃນວຽກງານການຄຸ້ມຄອງບໍລິຫານ ແລະ ການດຳເນີນງານ ຂອງ ແຕ່ລະສະຖາບັນການເງິນໃຫ້ມີຄວາມເຂັ້ມແຂງໃນອານາຄົດ ໂດຍສະເພາະການສົ່ງເສີມ ການເຂົ້າເຖິງ​​ການ​ບໍ​ລິ​ການ​ດ້ານ​ການ​ເງິນໃຫ້ແກ່ຂະແໜງການຈຸນລະວິສາຫະກິດຂະໜາດນ້ອຍ, ກາງ (MSMEs) ເພື່ອໃຫ້ສາມາດສ້າງຊາວກະຊິກຳໃຫ້ເປັນຕົວແບບ ຄ່ຽງຄູ່ກັບການພັດທະນາການສະໜອງຜະລິດຕະ

ພັນສິນເຊື່ອແບບໃໝ່ ໃຫ້ແທດເໝາະກັບທຸລະກິດຂອງລູກຄ້າ ພ້ອມທັງເອົາໃຈໃສ່ຕິດ ຕາມໃກ້ສິດລູກຄ້າແບບເປັນຄອບຄົວ ແລະ ເປັນກັນເອງ.

On April 26, 2024, the Lao Access to Finance Fund (LAFF) participated in a seminar on "Green Finance" supported by the Climate-Friendly Agribusiness Value Chains Sector Project (CFAVC), which was organized by the Ministry of Agriculture and Forestry at Don Chan Palace Hotel, Vientiane.

On April 23-24, 2024, the Lao Access to Finance Fund (LAFF) participated in the training on "Green Finance" supported by the Climate-Friendly Agribusiness Value Chains Sector Project (CFAVC), which was organized by the Ministry of Agriculture and Forestry at Settha Palace Hotel, Vientiane.

ໃນ​ວັນ​ທີ 18- 22 ​ທັນວາ 2023, ຄະ​ນະ​ຄຸ້ມ​ຄອງ ແລະ ​ບໍ​ລິ​ຫານກອງ​ທຶນ LAFF ​ໄດ້ປະ​ຕິ​ບັດ​ວຽກ​ງານ​ ລົງກວດກາ ແລະ ຕິດຕາມ ສອງສະຖາ​ບັນ​ການ​ເງິນຈຸນລະພາກທີ່ຮັບຝາກ ​ທີ່​ເປັນ​ຄູ່​ຮ່ວມ​ງານຂອງກອງທຶນ LAFF ກໍ່ຄື: ສກຈຮ ສິນຊັບເມືອງເໜືອ ໜ່ວຍບໍລິການປະຈຳເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ສກຈຮ ຈຳປາລາວ ໜ່ວຍບໍລິການນ້ຳຖ້ວມ​ ເມືອງນ້ຳບາກ ແຂວງ​ນະຄອນຫຼວງພະບາງ​, ເຊິ່ງຄະ​ນະ​ລົງກວດກາ ແລະ ຕິດຕາມ​ພາກ​ສະ​ໜາມ​ໃນ​ຄັ້ງນີ້ ປະກອບມີ  04 ທ່ານ ຊຶ່ງນຳພາ​ໂດຍ​ທ່ານ ຮອງ​ຫົວ​ໜ້າ​ພະ​ແນກ​ສິນ​ເຊື່ອ ທັງ​ເປັນ​ຫົວ​ໜ້າ​ກອງ​ເລ​ຂາ​ກອງ​ທຶນ LAFF, ພະນັກງານປະຈໍາ​ຂອງກອງ​ທຶນ LAFF 02 ທ່ານ ແລະ ພະນັກງານພະແນກຄຸ້ມຄອງໜີ້ສິນ ຊຶ່ງເປັນໜຶງ ໃນທີມງານ LMU ກອງທຶນ LAFF.             

This image has an empty alt attribute; its file name is a2.jpg

​            ຈຸດປະສົງ​ການລົງກວດກາ ແລະ ຕິດຕາມພາກ​ສະ​ໜາມ​ໃນ​ຄັ້ງນີ້ ແມ່ນ​ເພື່ອ​​ລົງ​ຕິດ​ຕາມ​ການ​ປະ​ຕິ​ບັດ​ວຽກ ​ງານ ຂອງ​ສະ​ຖາ​ບັນ​ການ​ເງິນຈຸນລະພາກທີ່ຮັບຝາກ ທີ່​ເປັນ​ຄູ່​ຮ່ວມ​ງານຂອງກອງທຶນ LAFF  ພາຍຫຼັງການປ່ອຍເງິນກູ້ໃຫ້ແກ່ລູກຄ້າລາຍຍ່ອຍ ເພື່ອຮັບຮູ້ບັນຫາຂອງສະຖາບັນການເງິນ ແລະ ລູກຄ້າລາຍຍ່ອຍ, ສະພາບລວມການປ່ອຍ ກູ້ຍ່ອຍ, ຜົນປະໂຫຍດທີ່ໄດ້ຮັບຈາກເງິນກູ້ກອງທຶນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ທີ່ໄດ້ພົບເຫັນໃນໄລຍະຜ່ານມາ ແລະ ບັນຫາອື່ນໆ.

ການລົງຢ້ຽມຢາມ ສອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ທັງສອງ ສະຖາບັນ​ມີ​ຄວາມ​ໝັ້ນ​ຄົງ ແລະ ມີ​ລະ​ບົບການຄຸ້ມຄອງ​ບໍ​ລິ​ຫານ​ງານ​ທີ່​ດີ, ຊຶ່ງການບໍລິຫານອົງກອນຕາມພາລະບົດບາດສິດ ແລະ ໜ້າທີ່, ການສ້າງສາ ແລະ ພັດທະນາ, ການສົ່ງເສີມ, ການຊຸກຍູ້ການຊ່ວຍເຫຼືອສັງຄົມ ແລະ ການສົ່ງເສີມການບໍລິຫານບຸກຄະລາກອນ, ການຄຸ້ມຄອງສາຂາ ແລະ ໜ່ວຍບໍລິການ ແມ່ນຢູ່ໃນລະດັບທີ່ດີ.

ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານ​ການ​ປ່ອຍ​ກູ້ ​ບ້ວງ​ທຶນ​ຈາ​ກກອງ​ທຶນ LAFF ໂດຍລວມເຫັນວາທັງສອງ ສກຈຮ ສາມາດປ່ອຍ​ອອກ​ໄດ້ດີ ໂດຍ​ສະ​ເລ່ຍ​ແລ້ວ​ແມ່ນ​ສາ​ມາດ​ປ່ອຍ​ອອກ​ໄດ້​ໝົດ​ພາຍ​ໃນ​ໄລ​ຍະ​ເວ​ລາ​ທີ່ກຳນົດ ແລະ ມີ​ປະ​ສົບ​ການ​ຫຼາຍ​ໃນ​ການ​ປ່ອຍ​ເງິນ​ກູ້​ໃຫ້ແກ່ຈຸນລະວິສາຫະກິດ MSMEs ເຫັນໄດ້ຈາກລູກຄ້າເງິນກູ້ຂອງ ສກຈຮ ແມ່ນຈຸລະວິສາຫະກິດ ທີ່ທໍາການຜະລີດຂະໜາດນ້ອຍ, ພ້ອມທັງມີການລົງໄປຕິດຕາມ ຢ່າງເປັນປະຈໍາ. ແຕ່ເຖິງຢ່າງໃດກໍ່ຕາມ, ກຸ່ມເປົ້າໝາຍລູກຄ້າ ສ່ວນໃຫຍ່ຍັງຄົງແມ່ນ salary loan ຊຶ່ງແມ່ນພະນັກງານຄູ, ທະຫານ ແລະ ຕຳຫຼວດ ເຮັດໃຫ້ການ ກະຈ່າຍແຫຼ່ງທຶນ ອາດບໍ່ລົງ​ສູ່​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດຢ່າງທົ່ວເຖິງ. ນອກຈາກນັ້ນ, ຄ​ະ​ນະ​ໄດ້​ລົງຢ້ຽມ​ຢາມ​ລູກ​ຄ້າ​ ຊຶ່ງແມ່ນ​ຜູ້​ກູ້​ຢືມລາຍ​ຍ່ອຍ ທັງເປັນລູກຄ້າໃໝ່ ແລະ ເກົ່າ ໂດຍເປັນ​ຜູ້​ປະ​ກອບ​ການທາງດ້ານປູກຝັງ, ລ້ຽງສັດ ແລະ ເຟີນິເຈີ, ຊຶ່ງການນຳໃຊ້ເງິນກູ້ ແມ່ນນຳໃຊ້ເປັນທຶນໝູນ ວຽນໃນການຊື້ແນວພັນປູກຝັງ, ຫົວອາຫານສັດ, ຂະຫຍາຍທຸລະກິດ ແລະ ອື່ນໆ. ພ້ອມນັ້ນ, ຍັງເປັນ​ລູກຄ້າ ທີ່​ປະ​ຕິ​ບັດ​ກາ​ນ​ຊຳ​ລະ​ຄືນ​ໄດ້​ດີ, ການຈ່າຍຄືນເງິນ​ກູ້​​​ແມ່ນ​ຈ່າຍ​ເປັນ​ລາຍ​ເດືອນ​ (​ຕົ້ນ​ທຶນ ແລະ ດອກ​ເບ້ຍ) ຊຶ່ງ​ພວກ​ເຂົາ​ເຈົ້າ​ບໍ່​ມີບັນ​ຫາກ່ຽວ​ກັບ​ອັດ​ຕາ​ດອກ​ເບ້ຍ ແລະ ວິ​ທີການຊຳລະເງິນກູ້ຄືນ ພວກເຂົາເຈົ້າເຫັນວ່າ ເປັນວິທີການທີ່ ເໝາະສົມ ແລະ ຮັບໄດ້. ນອກຈາກນີ້, ພວກເຂົາ​ຍັງມີ​ຄວາມ​ປະ​ທັບ​ໃຈ​ຫຼາຍກ່ຽວກັບ​ການ​ບໍ​ລິ​ການ​ຂອງພະນັກງານສິນເຊື່ອ ທີ່ໄດ້ນຳເອົາເງິນ​ກູ້ລົງສູ່ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ດ້ານ​ການ​ເງິນ, ເຮັດ​ໃຫ້​ພວກ​ເຂົາ​ເຈົ້າສາມາດນຳໃຊ້ເປັນທຶນເພື່ອຂະ​ຫຍາຍ​ທຸ​ລະ​ກິດ​ຂອງ​ພວກ​ເຂົາ​ເຈົ້າໄດ້ດີ.

ຜົນສຳເລັດໃນການລົງຢ້ຽມຢາມໃນຄັ້ງນີ້ເຫັນວ່າ ເງິນກູ້ຈາກກອງທຶນ LAFF ສາມາດເປັນທຶນ ຊ່ວຍຂະ

ຫຍາຍກິດຈະການໃຫ້ແກ່ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນເຊັ່ນການຂະຫຍາຍສາຂາ, ຫ້ອງການ ແລະ ໜ່ວຍບໍລິການຕ່າງໆ ໄປສູ່ເຂດຊົນນະບົດໃນທົ່ວປະເທດຂອງ ສປປ ລາວ ເພື່ອນຳເອົາທຶນດັ່ງກ່າວ  ​ລົງ​ສູ່​ລູກ​ຄ້າ

​ລາຍ​ຍ່ອຍ ​ເຮັດ​ໃຫ້​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດ ຫຼື ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງການ​ບໍ​ລິ​ການ​ດ້ານ​ການ​ເງິນ​ທີ່​ວ່ອງ​ໄວ, ສະ​ດວກ​ສະ​ບາຍ ແລະ ມີ​ເງື່ອນ​ໄຂ​ທີ່​ເໝາະ​ສົມ.

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຍັງມີຄວາມຕ້ອງການແຫຼ່ງທຶນເພີ່ມຕື່ມຈາກກອງທຶນ LAFFເພື່ອນໍາມາໃຊ້ເປັນແຫຼ່ງທຶນປ່ອຍກູ້ໃຫ້ແກ່ຈຸລະວິສາຫະກິດ ໂດຍສະເພາະແມ່ນລູກຄ້າລາຍຍ່ອຍຂອງສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ ຍັງຄົງມີຄວາມຕ້ອງການແຫຼ່ງທຶນເພີ່ມຕື່ມ ແລະ ດອກເບ້ຍຕ່ຳ ເພື່ອນໍາມາໃຊ້ເປັນທຶນເພື່ອຂະຫຍາຍທຸລະກິດຂອງເຂົາເຈົ້າ.

         ການ​ລົງ​ຢ້ຽມ​ຢາມ​ພາກ​ສະ​ໜາມ​ໃນ​ເທື່ອນີ້​ແມ່ນ​ໄດ້​ຮັບ​ການ​ຮ່ວມ​ໄມ້​ຮ່ວມ​ມື​ຈາກການຈັດຕັ້ງ ທຫລ ແລະ​ ການຮ່ວມມືຂອງສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ເປັນ​ຢ່າງ​ດີ, ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ຈາກ​ຄະ​ນະ​ຜູ້​ບໍ​ລິ​ຫານ​ຂອງ​ທັງ​ສອງສະຖາບັນການເງິນ ແລະ ໜ່ວຍບໍລິການ​ທີ່​ກ່ຽວ​ຂ້ອງ ພ້ອມດ້ວຍ​ລູກຄ້າ​ລາຍຍ່ອຍທັງໝົດ​ທີ່​ໄດ້​ຖືກ​ລົງ​ຢ້ຽມ​ຢາມ ເຮັດໃຫ້​ການລົງພາກສະໜາມໃນ​ເທື່ອນີ້ ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ລະ​ດັບ​ຄາດ​ໝາຍ.

ພາບ-ຂ່າວໂດຍ: ສຸກລາຕີບົວຄ່າສິດ