Author: souklaty

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄໍາ ໄດ້ຈັດກິດຈະກໍາ ທັດສະນະສຶກສາ ເພື່ອ​ສ້າງ​ຄວາ​ມ​ເຂັ້ມ​​ແຂງ​ໃຫ້​ແກ່​ພະ​ນັກ​ງານວິຊາການ​ ແລະ ລູກຄ້າຕົວແບບ ທີ່ທຳການຜະລິດ ຂອງຕົນ ພາຍໃຕ້ຫົວຂໍ້  “ການລ້ຽງປາດຸກ ລະບົບນ້ຳໜູນວຽນ” ຢູ່ຟາມຊັບຈະເລີນ ບ້ານ ດົງຄວາຍ, ເມືອງໄຊທານີ, ແຂວງນະຄອນຫຼວງວຽງຈັນ, ໂດຍມີຜູ້ເຂົ້າຮ່ວມທັງໝົດ 50 ຄົນ.  ໃນນັ້ນ, ແບ່ງອອກເປັນ 2 ຄັ້ງ   ໃນວັນທີ 21 ມິຖຸນາ 2025 ແລະ ໃນວັນທີ 26 ກໍລະກົດ 2025,  ຊຶ່ງເປັນກຸ່ມລູກຄ້າ  ເມືອງໄຊທານີ, ເມືອງຫາດຊາຍຟອງ ແລະ ນາຊາຍທອງ  ແລະ ພາຍໃຕ້ການເປັນປະທ່ານ ຂອງທ່ານ ນາງ ຂັນມະນີ ສຸທໍາມະວົງ ຜູ້ອຳນວຍການ ສກຈຮ ປະຕູຄໍາ ແລະ ທ່ານ ອານຸສັກ ແກ້ວຈະເລີນ ປະທານບໍລິສັດ ຟາມຊັບຈະເລີນ ແລະ ຕົວແທນຈາກກອງທຶນ LAFF, ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍ ຜູ້ກ່ຽວຂ້ອງທັງໝົດ.

ຈຸດປະສົງ​ ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງໃຫ້​ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານກອງທຶນ LAFF ໂດຍສະເພາະແມ່ນພະນັກງານພາຍໃນອົງກອນ ແລະ ກຸ່ມລູກຄ້າ ຂອງ ສກຈຮ ປະຕູຄຳ ທີ່ທຳການຜະລິດ ໄດ້ຮຽນຮູ້ ການລ້ຽງປາດຸກແບບທັນສະໄຫມ ດ້ວຍຮູບແບບ​​ການລົງຮຽນຮູ້ ຈາກການລົງຢ້ຽມຢາມສະຖານທີ່ຕົວຈິງ ເພື່ອຮັບຟັງການບັນຍາຍ ເຖິງຂັ້ນຕອນ ແລະ ວິທີການລ້ຽງປາດຸກ ຈາກເຈົ້າຂອງຟາມລ້ຽງປາດຸກ  ໂດຍກົງ  ເພື່ອ​ສົ່ງ​ເສີມລູກຄ້າລາຍ​ຍ່ອຍໃຫ້ມີແນວຄວາມຄິດລິເລີ່ມໃນການດຳເນີນທຸລະກິດໃໝ່, ​ການຊອກຫາແນວທາງໃນການປະກອບອາຊີບ ເພື່່ອສ້າງລາຍຮັບ ແລະ ສ້າງເສດຖະກິດຄອບຄົວ ແລະ ອື່ນໆ.               

ສກຈຮ ປະຕູຄຳ ​ ​ ເປັນສະຖາບັນການເງິນໜຶ່ງທີ່ມີຄວາມໝັ້ນຄົງ ແລະ ມີລະບົບການບໍລິຫານງານທີ່ເປັນມືອາຊີບ, ມີ​ຄວາມຫ້າວຫັນໃນການດຳເນີນທຸລະກິດ, ລວມທັງ ການ​ບໍ​ລິການ ທີ່ສະດວກ​ວ່ອງ​ໄວທັນໃຈ ແລະ ມີ​ເງື່ອນ​ໄຂ​ທີ່  ​ເໝາະ​ສົມໃຫ້ກັບ ລູກຄ້າ, ​ເຮັດ​ໃຫ້​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດ ຫຼື ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງແຫຼ່ງທຶນໄດ້ງ່າຍ. ນອກຈາກນີ້, ຍັງສາມາດບໍລິຫານທຶນ ແລະ ປະຕິບັດຕາມເງື່ອນໄຂຂອງກອງທຶນ LAFF ໄດ້ເປັນຢ່າງດີ  ເປັນຕົ້ນແມ່ນການປ່ອຍກູ້ໃຫ້ແກ່ຂະແໜງກະສິກຳ ປະຕິບັດໄດ້ 72,76% ແລະ ການປ່ອນຍກູ້ໃຫ້ເພດຍິງ ປະຕິບັດໄດ້ 61,22%, ພ້ອມທັງ ການເອົາໃຈໃສ່ຕໍ່ລູກຄ້າຂອງຕົນເປັນຢ່າງດີ ເປັນຕົ້ນແມ່ນການລົງຖ່າຍທອດຄວາມຮູ້ດ້ານການເງິນ, ການຈັດຝຶກອົບຮົມ ແລະ ການທັດສະນະສຶກສາ ເພື່ອໃຫ້ຄວາມຮູ້ ແລະ ວິຊາຊີບ ​ທີ່ສາມາດ​ນຳໄປກະກອບເປັນ​ອາ​ຊີບໄດ້.

ຟາມຊັບຈະເລີນ ສ້າງຕັ້ງຂຶ້ນປີ 2022  ມີເນື້ອທີ່ 22 ເຮັກຕ້າ ເປັນຟາມຕົວແບບ ໃນການລ້ຽງປາດຸກ ແບບທັນສະໄຫມ   ເປັນການລ້ຽງປາດຸກ ແບບລະບົບນໍ້າໝູນວຽນ, ຊຶ່ງການໄປທັດສະນະສຶກສາໃນຄັ້ງນີ້  ເຈົ້າຂອງຟາມ ໄດ້ບັນຍາຍ  ກ່ຽວກັບ ປະຫວັດຫຍໍ້ ແລະ ຈຸດປະສົງຂອງການກໍ່ຕັ້ງຟາມ ເພື່ອສົ່ງເສີມຜູ້ລ້ຽງປາດຸກ ໃຫ້ກາຍເປັນສິນຄ້າ, ລ້ຽງປາດຸກໃຫ້ກາຍເປັນມືອາຊີບ ໂດຍມີຕະຫຼາດຮອງຮັບ ແລະ ພ້ອມທັງ ຮັບປະກັນໃຫ້ມີສະບຽງອາຫານຮອງຮັບໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ, ລວມທັງ ການຕໍ່່ຍອດຜະລິດຕະພັນແປຮູບສິນຄ້າເຊັ່ນ: ປາດຸກແດດດ່ຽວ, ປາດຸກແຊແຂງ, ປາແດກປາດຸກ, ລູກຊີ້ນປາດຸກ ແລະ ໂຮງງານນໍ້າປາ ແລະ ອື່ນໆ. ນອກຈາກນີ້, ຍັງໄດ້ຮັບຟັງການບັນຍາຍຈາກ ປະທານບໍລິສັດ ຜະລິດຫົວອາຫານສັດ ແລະ ປຸຍ ຈາກ ສສ ຫວຽດນາມ ທີ່ມາແນະນໍາກ່ຽວກັບ ຫົວອາຫານສັດ  ທີ່ລ້ຽງຢູ່ໃນນໍ້າ  ທີ່ເຮັດໃຫ້ໄດ້ສານອາຫານຄົບຖ້ວນ ແລະ ມີຄຸນນະພາບຕື່ມອີກ.

ຜົນສໍາເລັດວຽກງານສ້າງຄວາເຂັ້ມ​​ແຂງ ໃນເທື່ອນີ້​ ​ ເຫັນວ່າ ສກຈຮ ປະຕູຄຳ ນໍາໃຊ້ເປັນແຫຼ່ງທຶນປ່ອຍກູ້ໃຫ້ແກ່ຈຸນລະວິສາຫະກິດຂະນາດນ້ອຍ, ກາງ (MSMEs) ເປັນ​ຢ່າງ​ດີ ເຮັດໃຫ້ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ລະ​ດັບ​ຄາດ​ໝາຍ, ຊຶ່ງການສ້າງຄວາມເຂັ້້ມແຂງໃຫ້ອົງກອນໃນ​ຄັ້ງ​ນີ້ ເຫັນວ່າ​ເປັນ​ໂຄງ​ການ​ທີ່​ດີ ເປັນ​ການເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງ​ດ້ານ​ວິ​ຊາ​ການ, ພັດທະນາບຸກຄະລາກອນ ແລະ ພັດທະນາທັກ​ສະ​​ດ້ານເຕັກນິກການບໍລິຫານທຸ​ລະ​ກິດ ໃຫ້ອົງ​ກອນ ແລະ ລູກ​ຄ້າ,  ໂດຍສະເພາະແມ່ນລູກຄ້າລາຍຍ່ອຍ ຂອງສກຈຮ ປະຕູຄຳ ຍັງຄົງມີຄວາມຕ້ອງການແຫຼ່ງທຶນ ແລະ ດອກເບ້ຍຕໍ່າ ເພື່ອນໍາມາໃຊ້ເປັນທຶນໃນການເລີ່ມທຸລະກິດໃໝ່ ໃນຂະຫຍາຍທຸລະກິດຂອງເຂົາເຈົ້າ.

​                                                                          

   ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ

ໃນ​ວັນ​ທີ 11-14 ແລະ 16-20 ເດືອນ ມິຖຸນາ2025, ຄະ​ນະ​ຄຸ້ມ​ຄອງ ແລະ ​ບໍ​ລິ​ຫານກອງ​ທຶນ LAFF ​ໄດ້ປະ​ຕິ​ບັດ​ວຽກ​ງານ​ ລົງກວດກາ ແລະ ຕິດຕາມ ສະຖາ​ບັນ​ການ​ເງິນ​ທີ່​ເປັນ​ຄູ່​ຮ່ວມ​ງານ ກໍ່ຄື:  ທະນາຄານເອຊີລີດາ ລາວ ຈໍາກັດ; ສກຈຮ ປະຕູຄໍາ;  ສກຈຮ ເອກພັດທະນາ; ສກຈຮ ຈໍາປາລາວ ແລະ ສກຈຮ ສິນຊັບເມືອງເໜືອ,ນໍາພາໂດຍ ຮອງ​ຫົວ​ໜ້າ​ພະ​ແນກ​ສິນ​ເຊື່ອ ທັງ​ເປັນ​ຫົວ​ໜ້າ​ກອງ​ເລ​ຂາ​ກອງ​ທຶນ LAFF, ພະນັກງານປະຈໍາ​ກອງ​ທຶນ LAFF 03 ທ່ານ ແລະ ພະນັກງານກົມຄຸ້ມສະຖາບັນການເງິນທີບໍແມ່ນທະນາຄານ.             

ຈຸດປະສົງ​ ການລົງກວດກາ ແລະຕິດຕາມ ​ໃນຄັ້ງນີ້ ແມ່ນ​ເພື່ອ​​ລົງ​ຕິດ​ຕາມ​ການ​ປະ​ຕິ​ບັດ​ວຽກ​ງານການປ່ອຍກູ້ໃຫ້ແກ່ລູກຄ້າລາຍຍ່ອຍ ຂອງ​ສະ​ຖາບັນການເງິນທີ່​ເປັນ​ຄູ່​ຮ່ວມ​ງານ. ພາຍຫຼັງ, ໄດ້ຮັບທຶນ ຈາກກອງທຶນ LAFF  ເພື່ອຮັບຮູ້ ສະພາບລວມການປ່ອຍກູ້, ຜົນປະໂຫຍດທີ່ໄດ້ຮັບຈາກເງິນກູ້ຂອງກອງທຶນ, ບັນຫາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາອື່ນໆ ທີ່ໄດ້ພົບເຫັນໃນໄລຍະຜ່ານມາ ຂອງ​ສະ​ຖາບັນການເງິນ ທີ່​ເປັນ​ຄູ່​ຮ່ວມ​ງານ ແລະ ລູກຄ້າລາຍຍ່ອຍ. ພ້ອມທັງເຜີຍແຜ່ແຫຼ່ງທຶນເງິນກູ້ໃໝ່ ທີ່ກໍາລັງຈະໄດ້ຮັບ ຈາກທະນາຄານພັດທະນາອາຊີ (ADB)  ​ໃຫ້ແກ່ສະ​ຖາບັນການເງິນຊາບ.

ການລົງຢ້ຽມຢາມ ສະ​ຖາບັນການເງິນທີ່​ເປັນ​ຄູ່​ຮ່ວມ​ງານຂອງກອງທຶນ LAFF ທັງຫ້າ ​ສະ​ຖາບັນການເງິນ ແມ່ນມີລະບົບການຄຸ້ມຄອງ ແລະ ບໍລິຫານງານທີ່ດີ, ມີການດຳເນີນງານ ແລະ ຄວາມຮັບຜິດຊອບທີ່ໜ້າເຊື່ອຖື, ມີຄວາມໝັ້ນຄົງ ແລະ ຄວາມຍືນຍົງ,  ມີການສົ່ງເສີມ ແລະ ການກຳນົດ  ການບໍລິການນະໂຍບາຍສິນເຊື່ອ ທີ່ຫຼາກຫຼາຍ ເພື່ອຮອງຮັບ ຄວາມຕ້ອງການຂອງປະຊາຊົນໃນຫຼາຍຮູບແບບ. ນອກຈາກນັ້ນ, ຍັງມີການຄຸ້ມຄອງສາຂາ ແລະ ໜ່ວຍບໍລິການ ຢູ່ໃນລະດັບທີ່ດີ.

ການຈັດຕັ້ງປະຕິບັດການປ່ອຍກູ້ ບ້ວງທຶນຈາກກອງທຶນ LAFF  ໂດຍລວມເຫັນວ່າ ທັງຫ້າ ສະ​ຖາບັນການເງິນ ແມ່ນເຮັດ​ໄດ້ດີ ​ມີ​ປະ​ສົບ​ການ​​ ໃນ​ການ​ປ່ອຍ​ເງິນ​ກູ້​ໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ສາ​ມາດ​ປ່ອຍກູ້​ອອກ​ໄດ້​ໝົດ​ພາຍ​ໃນ​ໄລ​ຍະ​ເວ​ລາ​ທີ່ກຳນົດ ຊຶ່ງເຫັນໄດ້ຈາກລູກຄ້າເງິນກູ້ລາຍຍ່ອຍ ແມ່ນຈຸນລະວິສາຫະກິດ ທີ່ທໍາການຜະລີດຂະໜາດນ້ອຍ, ພ້ອມທັງມີການລົງໄປຕິດຕາມ ຢ່າງເປັນປະຈໍາ. ແຕ່ເຖິງຢ່າງໃດກໍ່ຕາມ ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດຍັງຄົງມີຄວາມຕ້ອງການແຫຼ່ງທຶນຫຼາຍ ແລະ ດອກເບ້ຍຕໍ່າ.

ຄ​ະ​ນະ​ໄດ້​ລົງຢ້ຽມ​ຢາມ​ລູກ​ຄ້າ​ລາຍ​ຍ່ອຍ, ເຊິ່ງເປັນ​ຜູ້​ປະ​ກອບ​ການດ້ານ ການປູກຟັງ, ລ້ຽງສັດ ແລະ ຄ້າຂາຍ  ທັງເປັນລູກຄ້າເກົ່າ ແລະ ໃໝ່ ນໍາໃຊ້ເງິນກູ້ ເພື່ອເປັນທຶນໝູນວຽນ ແລະ ຂະຫຍາຍທຸລະກິດ ເຊັ່ນ: ຊື້ແນວພັນຜັກ, ແນວພັນສັດ, ຫົວອາຫານ ແລະ ອື່ນໆ. ການຊໍາລະແມ່ນ  ຊໍາລະ​ເປັນ​ລາຍ​ເດືອນ ຊໍາລະ​ ​ຕົ້ນ​ທຶນ ແລະ ດອກ​ເບ້ຍ (ດອກເບ້ຍຫຼຸດລົງຕາມຕົ້ນທຶນ) ​ພວກ​ເຂົາ​ເຈົ້າ​ບໍ່​ມີບັນ​ຫາກ່ຽວ​ກັບການຊໍາລະຄືນ ແລະ ​ອັດ​ຕາ​ດອກ​ເບ້ຍ. ພ້ອມນັ້ນ, ພວກເຂົາຍັງມີ​ຄວາມ​ປະ​ທັບ​ໃຈ​ຫຼາຍກ່ຽວກັບ​ການ​ບໍ​ລິ​ການ ແລະ ນະໂຍບາຍສິນເຊື່ອ ທີ່ຫຼາກຫຼາຍ ຂອງສະ​ຖາບັນການເງິນ ຊຶ່ງສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າລາຍຍ່ອຍໄດ້ຫຼາຍແບບ, ພ້ອມທັງ ຮູ້ສຶກຂອບໃຈ ທີ່ນໍາເອົາເງິນກູ້ລົງສູ່ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ ເຮັດໃຫ້ພວກເຂົາເຈົ້າ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ດ້ານ​ການ​ເງິນ ເຮັດໃຫ້ຊີວິດການເປັນຢູ່​ຂອງ​ພວກ​ເຂົາ​ເຈົ້າດີຂຶ້ນ.

ຜົນສໍາເລັດໃນການລົງຢ້ຽມຢາມໃນຄັ້ງນີ້ເຫັນວ່າ ທັງຫ້າ ສະ​ຖາບັນການເງິນໄດ້ນໍາເອົາທຶນເງິນກູ້ ຈາກກອງທຶນ LAFF  ລົງສູ່ທ້ອງຖິ່ນເຂດຫ່າງໄກ ​ເຮັດ​ໃຫ້​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດ ຫຼື ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງແຫຼ່ງທຶນ ແລະ ການ​ບໍ​ລິການທີ່ສະດວກ​ວ່ອງ​ໄວທັນໃຈ ແລະ ມີ​ເງື່ອນ​ໄຂ​ທີ່​ເໝາະ​ສົມ ຊຶ່ງລູກຄ້າ ກໍພໍໃຈກັບການບໍລິການ ແລະ ການໃຫ້ຄໍາປຶກສາຮອບດ້ານທາງດ້ານການເງິນເປັນຢ່າງດີ.

ສະຖາບັນການເງິນ ຍັງມີຄວາມຕ້ອງການແຫຼ່ງທຶນຈາກກອງທຶນ LAFF ເພື່ອນໍາມາໃຊ້ເປັນແຫຼ່ງທຶນປ່ອຍກູ້ໃຫ້ແກ່ຈຸນລະວິສາຫະກິດຂະນາດນ້ອຍ, ກາງ (MSMEs)  ໂດຍສະເພາະແມ່ນລູກຄ້າລາຍຍ່ອຍ ຂອງສະຖາບັນການເງິນ ຍັງຄົງມີຄວາມຕ້ອງການແຫຼ່ງທຶນດອກເບ້ຍຕໍ່າ ເພື່ອນໍາມາໃຊ້ເປັນທຶນ ເພື່ອຂະຫຍາຍທຸລະກິດຂອງເຂົາເຈົ້າ.

ການລົງຢ້ຽມຢາມພາກສະໜາມໃນເທື່ອນີ້​ ​ໄດ້​ຮັບ​ການສະໜັບສະໜູນ​ຈາກການຈັດຕັ້ງຂອງທະນາຄານແຫ່ງ ສປປ ລາວ ແລະ ຄະນະຄຸ້ມຄອງ ແລະ ບໍລິຫານ ກອງທຶນ LAFF, ​ພິເສດແມ່ນໄດ້ຮັບການຮ່ວມ​ໄມ້​ຮ່ວມ​ມື ຈາກສະ​ຖາບັນການເງິນທີ່​ເປັນ​ຄູ່​ຮ່ວມ​ງານຂອງກອງທຶນ LAFF   ​ ແລະ ສາຂາ ຫຼືໜ່ວຍບໍລິການ ພ້ອມດ້ວຍ ລູກຄ້າລາຍຍ່ອຍ ທັງໝົດທີ່​ໄດ້​ຖືກ​ລົງ​ຢ້ຽມ​ຢາມ ເປັນ​ຢ່າງ​ດີ ເຮັດໃຫ້ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ລະ​ດັບ​ຄາດ​ໝາຍ.

ຄະນະຄຸ້ມຄອງ ແລະ ບໍລິຫານ ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສສປ ລາວ Lao Access to Finane Fund (LAFF) ສໍາເລັດການ ລົງກວດກາ ແລະ ຕິດ ຕາມ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ວັນທີ 11-14 ແລະ 16-20 ມິຖຸນາ 2025
ຄະນະຄຸ້ມຄອງ ແລະ ບໍລິຫານ ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສສປ ລາວ Lao Access to Finane Fund (LAFF) ສໍາເລັດການ ລົງກວດກາ ແລະ ຕິດ ຕາມ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ວັນທີ 11-14 ແລະ 16-20 ມິຖຸນາ 2025

ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ

ກອງທຶນ LAFF ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ສຳ​ເລັດການທັດສະນະສຶກສາແລກປ່ຽນບົດຮຽນ ປະຈໍາປີ 2024ລະຫວ່າງວັນທີ 13-17 ພຶດສະພາ 2024 ຢູ່ປະເທດໄທ.

ໃນ​ວັນ​ທີ 13-17 ພຶດສະພາ 2024 ຜ່ານມານີ້, ກອງ​ທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (Lao Access to Finance Fund- LAFF) ​ໄດ້ໄປທັດສະນະສຶກສາແລກປ່ຽນບົດຮຽນ ໃນຫົວຂໍ້: ການເງິນໃນຂະແໜງກະສິກໍາ ແລະ ເຂດຊົນນະບົດ” ຢູ່ທະນາຄານເພື່ອການກະສິກຳ ແລະ ສະຫະກອນກະສິກຳ_ທກສ (Bank for Agriculture and Agricultural Cooperatives _BAAC) ປະເທດໄທ  ​ຊຶ່່່ງນໍາພາໂດຍ ທ່ານ ຄຳແກ້ວ ວິສີສົມບັດ ຫົວໜ້າກົມບໍລິການທະນາຄານ, ທັງເປັນຜູ້ ອຳນວຍການ ກອງທຶນ LAFF  ຜູ້ເຂົ້າຮ່ວມປະກອບມີ: ຄະນະຊີ້ນໍາລວມກອງທຶນ;  ພະນັກ ງານຈາກກົມກອງກ່ຽວຂ້ອງ ຂອງທະນາຄານແຫ່ງ ສປປ ລາວ ແລະ ສະຖາບັນການເງິນ ທີ່ເປັນຄູ່ຮ່ວມ ງານຂອງກອງທຶນ LAFF  ລວມທັງໝົດ 24 ທ່ານ.

ຈຸດປະສົງຂອງການໄປທັດສະນະສຶກສາໃນຄັ້ງນີ້ແມ່ນເພື່ອເປັນການສ້າງຂີດຄວມສາມາດ ແລະ ຄວາມເຂັ້ມແຂງໃຫ້ແກ່ວຽກງານການຄຸ້ມຄອງ-ບໍລິຫານກອງທຶນ LAFF ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ປະຈຳປີ 2024 ຊຶ່ງໄດ້ມີການຮຽນຮູ້ ແລະ ຖອດຖອນບົດຮຽນກ່ຽວກັບການປ່ອຍກູ້ໃນຂະແໜງກະສິກໍາ, ການເງິນສີຂຽວ, ສິນເຊື່ອແບບຕ່ອງໂສ້ ໃຫ້ແກ່ MSMEs ພ້ອມ​ທັງ​ໄດ້ໄປຢ້ຽມ ຢາມລູກຄ້າກະສິກໍາຕົວແບບຈໍານວນໜຶ່່ງ.

ທກສ ເປັນທະນາຄານທຸລະກິດລັດ ເຮັດໜ້າທີ່ເປັນຕົວແທນໃຫ້ລັດຖະບານໃນການສະໜອງສິນເຊື່ອໃຫ້ຊາວກະສິກອນ ຊຶ່ງຖືກສ້າງຕັ້ງຂຶ້້້ນໃນປີ 1966. ທກສ ມີວິໄສທັດ ແລະ ເປົ້າໝາຍທີ່ແນ່ນອນທີ່​ມີ​ຄວາມ​ມຸ່ງ​ໝັ້ນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ ໂດຍ​ຖືເອົາຊາວກະສິກອນ ທັງໃນຮູບແບບ​ສະ​ຫະ​ກອນ ແລະ ບຸກຄົນ ​ເປັນ​ຈຸດ​ສຳ​ຄັນ ເພື່ອສົ່ງເສີມ ແລະ ​ເພີ່ມ​ຂີດ​ຄວາມ​ສາ​ມາດ​ໃຫ້​ຊາວ​ກະ​ສິ​ກອນ​ຂອງ​ໄທ ເຮັດການປູກຟັງ ແລະ ຜະລິດສິນຄ້າກະສິກໍາ ພ້ອມທັງແປຮູບເພີ່ມມູນຄ່າຜະລິດຕະພັນ. ນອກຈາກນັ້ນ, ໄດ້ເອົາໃຈໃສ່ຍົກລະດັບການເຮັດກະສິກໍາໃຫ້ເປັນກະສິກໍາແບບທັນສະໄໝ (Smart Farmimg) ໂດຍນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍກະ​ຈາຍ​ລາຍ​ໄດ້​ສູ່​ຊຸມ​ຊົນ ແລະ ແນ​ໃສ່​ການ​ແກ້​ບັນ​ຫາ​ໜີ້ນອກ​ລະ​ບົບ​ຂອງ​ຊາວ​ກະ​ສິ​ກອນ​. ພ້ອມດຽວກັນນັ້ນ, ຍັງ​ໃຫ້​ຄວາມ​ສຳ​ຄັນ​ກັບກະ​ສິ​ກຳ​ແບບ​ຢືນ​ຢົງ ແລະ ຮັກ​ສາ​ສະ​ພາບ​ແວດ​ລ້ອມ ໂດຍ​ມີ​ການ​ກຳ​ນົດ​ນະ​ໂຍ​ບາຍ​ສີ​ຂຽວ (Go Green) ເພື່ອສະ​ໜັບ​ສະ​ໜູນສິ​ນ​ເຊື່ອ​ສີ​ຂຽວ (Green Credit) ເອົາ​ໃຈ​ໃສ່ຕໍ່ບັນຫາ​ການ​ປ່ຽນ​ແປງ​​ດິນ​ຟ້າ​ອາ​ກາດ (Climate Change) ທີ່່​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊາວ​ກະ​ສິ​ກອນ. ຊຶ່ງປັດໃຈທີ່ພາໃຫ້ ທກສ ເຂັ້ມແຂງ ແລະ ຂະຫຍາຍຕົວໄດ້ ມາຮອດປັດຈຸບັນ ແມ່ນມາຈາກການໃຫ້ ການສະໜັບສະໜູນຂອງລັດຖະບານ

ທັງດ້ານແຫຼ່ງທຶນ, ນະໂຍບາຍທີ່ເອື້້້ອອໍານວຍ ແລະ ການໃຫ້ຄວາມຮ່ວມມືຈາກກະຊວງກ່ຽວຂ້ອງ. ພ້ອມນັ້ນ, ຍັງມີການບໍລິຫານ ແລະ ຄຸ້ມຄອງພາຍໃນທີ່ດີ, ມີພະນັກງານທີ່ມີຄວາມຮູ້ດ້ານວິຊາການທີ່ຫຼາກຫຼາຍ, ນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍໃນການບໍລິຫານ ບວກກັບການລົງໃກ້ສິດຕິດແທດກັບຊາວກະສິກອນຕົວຈິງ ຈຶ່ງເຂົ້າໃຈບັນຫາ ສາມາດຊອກຫາວິທີແກ້ໄຂຊ່ວຍລູກຄ້າ ແລະ ສາມາດອອກຜະລິດຕະພັນໃຫ້ສອດຄ່ອງກັບທຸລະກິດຂອງລູກຄ້າໄດ້.

ນອກຈາກນັ້ນ, ຍັງໄດ້ໄປຢ້ຽມຢາມສາຂາ ແລະ ລູກຄ້າຂອງ ທກສ ຢູ່ແຂວງລະຢອງ ທີ່ເຮັດກະສິກໍາສະເພາະດ້ານ ໂດຍສະເພາະແມ່ນການປູກຖຸລຽນ, ໝາກນັດ ແລະ ຢາງພາລາ ທີ່ໄດ້ຮັບຜົນດີ ຊຶ່ງໄດ້ຮຽນຮູ້ ແລະ ເຂົ້າໃຈຂັ້ນຕອນວິທີການປູກ, ການແປຮູບສິນຄ້າ, ການວາງແຜນທຸລະກິດ ແລະ ບັນຫາ-ຂໍ້ຍຸ້ງຍາກ ໃນການດໍາເນີນທຸລະກິດຂອງຊາວກະສິກຳ. 

ຜົນໄດ້ຮັບໃນການທັດສະນະສຶກສາ ແລະ ຮຽນຮູ້ໃນຄັ້ງນີ້ ຖືໄດ້ວ່າເປັນການຮຽນຮູ້ທີ່ລ້ຳຄ່າ ແລະ ມີປະໂຫຍດຫຼາຍ ເຊິ່ງຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ລວມທັງພະນັກງານ ທຫລ ແລະ ຄະນະຕົວແທນຂອງແຕ່ລະບັນດາສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນສາມາດນຳ  ເອົາບົດຮຽນດັ່ງກ່າວນຳ​​ໄປພັດທະນາໃນວຽກງານການຄຸ້ມຄອງບໍລິຫານ ແລະ ການດຳເນີນງານ ຂອງ ແຕ່ລະສະຖາບັນການເງິນໃຫ້ມີຄວາມເຂັ້ມແຂງໃນອານາຄົດ ໂດຍສະເພາະການສົ່ງເສີມ ການເຂົ້າເຖິງ​​ການ​ບໍ​ລິ​ການ​ດ້ານ​ການ​ເງິນໃຫ້ແກ່ຂະແໜງການຈຸນລະວິສາຫະກິດຂະໜາດນ້ອຍ, ກາງ (MSMEs) ເພື່ອໃຫ້ສາມາດສ້າງຊາວກະຊິກຳໃຫ້ເປັນຕົວແບບ ຄ່ຽງຄູ່ກັບການພັດທະນາການສະໜອງຜະລິດຕະ

ພັນສິນເຊື່ອແບບໃໝ່ ໃຫ້ແທດເໝາະກັບທຸລະກິດຂອງລູກຄ້າ ພ້ອມທັງເອົາໃຈໃສ່ຕິດ ຕາມໃກ້ສິດລູກຄ້າແບບເປັນຄອບຄົວ ແລະ ເປັນກັນເອງ.