 
						22 Aug ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ “Lao Access to Finance Fund_LAFF” ສໍາເລັດ ການຮ່ວມສະໜັບສະໜູນວຽກງານການສ້າງຄວາມເຂັ້ມແຂງ ໃຫ້ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ, ສກຈຮ ຈໍາປາລາວ ສຳນັກງານໃຫຍ່, ແຂວງນະຄອນຫຼວງພະບາງໃນວັນທີ 20-22ສິງຫາ2025.

ໃນວັນທີ 20-22 ສິງຫາ 2025 ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຈໍາປາລາວ (ສກຈຮ ຈໍາປາລາວ) ໄດ້ຈັດຝຶກອົບຮົມ ເພື່ອສ້າງຄວາມເຂັ້ມແຂງດ້ານວິຊາການ ໃຫ້ແກ່ພະນັກງານສິນເຊື່ອ ຂອງຕົນ ພາຍໃຕ້ຫົວຂໍ້ ‘‘ການຕະຫຼາດ ທີ່ມີ ປະສິດທິພາບ ຊ່ວຍເພີ່ມຈໍານວນລູກຄ້າ ແລະ ການບໍລິຫານສິນເຊື່ອ ແບບມືອາຊີບ” ທີ່ ສໍານັກງານໃຫຍ່ ນະຄອນຫຼວງພະບາງ, ແຂວງນະຄອນຫຼວງພະບາງ, ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເປັນປະທານ ໂດຍທ່ານ ສຸພົນ ລາຊະພົນ ຜູ້ອຳນວຍການ ສກຈຮ ຈໍາປາລາວ ແລະ ເປັນປະທານຮ່ວມໂດຍທ່ານ ນາງ ສຸກລາຕີ ບົວຄ່າສິດ ນັກວິເຄາະການເງິນ ຈາກກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (ກອງທຶນ LAFF) ທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ແລະ ພະນັກນງານສິນເຊື່ອຈາກສໍານັກງານໃຫຍ່ ແລະ ໜ່ວຍບໍລິການທັງໝົດຂອງ ສກຈຮ ຈໍາປາລາວ ທີ່ຖືກເຊີນເຂົ້າຮ່ວມ ຈຳນວນ 29 ທ່ານ, ນັກວິທະຍາກອນຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດ ໂດຍທ່ານ ເພັດດາລາ ມະນີວົງ ອາຈານຈາກນະຄອນຫຼວງວຽງຈັນ, ເຊິ່ງການຝຶກອົບຮົມດັ່ງກ່າວ ໄດ້ຮັບການສະໜັບສະໜູນການສ້າງຄວາມເຂັ້ມແຂງດ້ານວິຊາການ ຮ່ວມຈາກກອງທຶນ LAFF.

ຈຸດປະສົງ ຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ ແລະ ຄວາມສາມາດ ໃຫ້ແກ່ ພະນັກງານ ສິນເຊື່ອ ຂອງ ສກຈຮ ຈໍາປາລາວ ລວມທັງໝົດ 04 ແຂວງຄື: ແຂວງ ຫົວພັນ, ແຂວງ ຊຽງຂວາງ, ແຂວງ ໄຊຍະບູລີ ແລະ ໜ່ວຍບໍລິການນໍ້າຖ້ວມໃຕ້ ແຂວງ ນະຄອນຫຼວງພະບາງ ເພື່ອນໍາເອົາບົດຮຽນໃນຄັ້ງນີ້ ໄປພັນຂະຫຍາຍກ່ຽວກັບ ວິທີການສ້າງກົນໄກຍຸດທະສາດການຕະຫຼາດ, ການວາງລະບຽບແບບແຜນ ແລະ ແຜນການຂະຫຍາຍລູກຄ້າໃໝ່ ລວມທັງ ການບໍລິຫານສິນເຊື່ອ ຢ່າງເປັນມືອາຊີບ ຕະຫຼອດຮອດ ການນໍາເອົາຄວາມຮູ້ໄປພັດທະນາອົງກອນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ຕໍ່ກັບການປ່ຽນແປງຂອງເສດຖະກິດ-ສັງຄົມໂດຍລວມ ໃນປັດຈຸບັນ.

ສກຈຮ ຈໍາປາລາວ ສ້າງຕັ້ງຂຶ້ນໃນປີ 2009 ມີສໍານັກງານໃຫຍ່ຕັ້ງຢູ່ ບ້ານມ້າ, ນະຄອນຫຼວງພະບາງ, ແຂວງ ນະຄອນ ຫຼວງພະບາງ ເປັນສະຖາບັນການເງິນໜຶ່ງທີ່ມີຄວາມໝັ້ນຄົງ ແລະ ມີລະບົບການບໍລິຫານ ແລະ ຄຸ້ມຄອງ ທີ່ເປັນມືອາຊີບ, ໃຫ້ການບໍລິການທາງດ້ານການເງິນໃນຫຼາຍຮູບແບບ, ມີປະສົບການໃນການປ່ອຍເງິນກູ້ໃຫ້ແກ່ຫົວໜ່ວຍຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs), ສກຈຮ ຈໍາປາລາວ ມີຄວາມຫ້າວຫັນໃນການບໍລິການລູກຄ້າດ້ວຍຄວາມເປັນກັນເອງ ແລະ ສະດວກວ່ອງໄວທັນໃຈ, ເຮັດໃຫ້ຜູ້ປະກອບການຈຸນລະວິສາຫະກິດ ຫຼື ຜູ້ຜະລິດຂະໜາດນ້ອຍໄດ້ມີໂອກາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍ. ນອກຈາກນັ້ນ, ຍັງມີຜະລິດຕະພັນເງິນຝາກທີ່ຫຼາກຫຼາຍ ໄວ້ໃຫ້ບໍລິການແກ່ລູກຄ້າ ທີ່ໃຫ້ຜົນຕອບແທນທີ່ເໝາະສົມ ແລະ ຄຸ້ມຄ່າ.
ກອງທຶນ LAFF ຮູ້ສຶກເປັນກຽດ ແລະ ພູມໃຈ ທີ່່ໄດ້ເປັນສ່ວນໜຶ່ງ ໃນການຮ່ວມສະໜັບສະໜູນ ການສົ່ງເສີມການສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໃຫ້ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ກໍ່ຄື ສກຈຮ ຈໍາປາລາວ ໃນຄັ້ງນີ້, ໃນອານາຄົດ ຫວັງຢ່າງຍິ່ງວ່າ ກອງທຶນ LAFF ຈະໄດ້ມີໂອກາດ ສະໜັບສະໜູນທຶນເງິນກູ້ໃຫ້ແກ່ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ ເພື່ອນໍາເອົາທຶນເງິນກູ້ລົງສູ່ພໍ່ແມ່ປະຊາຊົນ ທີ່ຢູ່ເຂດຫ່າງໄກຊອກຫຼີກ  ໄດ້ມີໂອກາດເຂົ້ເຖິງແຫຼ່ງທຶນ ແລະ ມີການບໍລິການທີ່ສະດວກວ່ອງໄວ ແລະ ມີເງື່ອນໄຂທີ່ເໝາະສົມ.

ພາບ-ຂ່າວ ໂດຍ: ສຸກລາຕີ ບົວຄ່າສິດ
 
 			 