13 Mar ແຈ້ງເຊີນບັນດາບໍລິສັດກວດສອບເຂົ້າຮ່ວມການສະເໜີລາຄາເພື່ອສະໜອງການບໍລິການການກວດສອບກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນສປປລາວ (LAFF)

ກົມບໍລິການທະນາຄານ ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາບໍລິສັດ ຊາບວ່າ: ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ ຈະໄດ້ມີການເປີດຮັບ ໜັງສືສະແດງເຈດຈຳນົງໃນການສະໜອງການບໍລິການກວດສອບສໍາລັບ ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (Lao Access to Finance Fund- LAFF) ປະຈໍາປີ 2025, ເຊິ່ງຜູ້ທີ່ສົນໃຈເຂົ້າຮ່ວມ ຕ້ອງມີມາດຕະຖານ-ເງື່ອນໄຂ ດັ່ງນີ້:
1. ມີໃບທະບຽນວິສາຫະກິດ ທີ່ຖືກຕ້ອງ ແລະ ນໍາໃຊ້ໄດ້ໃນປັດຈຸບັນ;
2. ມີໃບອະນຸຍາດດໍາເນີນທຸລະກິດ ທີ່ອອກໂດຍຂະແໜງການກ່ຽວຂ້ອງ ຢ່າງຖືກຕ້ອງ;
3. ມີເອກະສານຢັ້ງຢືນການປະຕິບັດພັນທະອາກອນ ຂອງສົກປີ 2024-2025 ແລະ ພັນທະອື່ນໆ ຕໍ່ລັດຖະບານຕາມລະບຽບກົດໝາຍ;
4. ມີປະສົບການ ແລະ ຜົນງານໃນການເຄື່ອນໄຫວທຸລະກິດກວດສອບ ຢ່າງໜ້ອຍ 5 ປີ ຂື້ນໄປ;
5. ຕ້ອງຈັດສັນພະນັກງານຂອງຕົນລົງກວດກາຕົວຈິງ ຢ່າງເປັນປະຈໍາ ຕະຫຼອດໄລຍະເວລາຕາມທີ່ກໍານົດ ເພື່ອຮັບປະກັນ ໃຫ້ສາມາດຈັດຕັ້ງປະຕິບັດວຽກງານສໍາເລັດຕາມກອບເວລາ ທີ່ກໍານົດໄວ້;
6. ບໍລິສັດທີ່ມີຄວາມສົນໃຈໃນການສະໜອງການບໍລິການກວດສອບ ຕ້ອງເປັນບໍລິສັດທີ່ດໍາເນີນທຸລະກິດສອດ ຄ່ອງຕາມລະບຽບກົດໝາຍຂອງ ສປປ ລາວ.
ໝາຍເຫດ:
1. ບໍລິສັດທີ່ມີຄວາມສົນໃຈ ສາມາດສົ່ງ ໜັງສືສະແດງເຈດຈຳນົງ ປະກອບດ້ວຍ: ຂໍ້ສະເໜີດ້ານລາຄາ, ປະສົບການໃນການໃຫ້ບໍລິການ, ຂອບເຂດການກວດສອບ ແລະ ໄລຍະເວລາການກວດສອບ ມາຍັງກົມບໍລິການທະນາຄານ ທຫລ ຕັ້ງຢູ່ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໃນໂມງລັດຖະການກ່ອນວັນທີ 27 ມີນາ2026;
2. ການຊໍາລະຄ່າກວດສອບ ແລະ ອາກອນ ແມ່ນຈະຊໍາລະເປັນເງິນກີບເທົ່ານັ້ນ;
ສາມາດດາວໂຫຼດ TOR ໄດ້ທີ່ Link:” 3.-Terms-of-Reference.pdf ” ຫຼື ສອບຖາມຂໍ້ມູນເພີ່ມຕື່ມ ຕິດຕໍ່ ທ່ານນ. ສ້ອຍສຸວັນ ສີບໍລີບູນ 020 22440559.
ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານເພື່ອຊາບ ແລະ ເຂົ້າຮ່ວມປະກວດລາຄາດັ່ງກ່າວດ້ວຍ.