ກອງທຶນ LAFF ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ສຳເລັດການທັດສະນະສຶກສາແລກປ່ຽນບົດຮຽນກ່ຽວກັບວຽກງານການຄຸ້ມຄອງ ແລະບໍລິຫານກອງທຶນແລະພາກປະຕິບັດກ່ຽວກັບການປ່ອຍກູ້ໃຫ້ແກ່ MSMEsຢູ່ປະເທດ ກຳປູເຈຍ ວັນທີ 04-08 ເມສາ 2023.

ກອງທຶນ LAFF ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ ສຳເລັດການທັດສະນະສຶກສາແລກປ່ຽນບົດຮຽນກ່ຽວກັບວຽກງານການຄຸ້ມຄອງ ແລະບໍລິຫານກອງທຶນແລະພາກປະຕິບັດກ່ຽວກັບການປ່ອຍກູ້ໃຫ້ແກ່ MSMEsຢູ່ປະເທດ ກຳປູເຈຍ ວັນທີ 04-08 ເມສາ 2023.

ໃນ​ວັນ​ທີ 04-08 ເມສາ 2023 ຜ່ານມານີ້, ຄະ​ນະ​ຄຸ້ມ​ຄອງ ແລະ ​ບໍ​ລິ​ຫານກອງ​ທຶນ LAFF ​ໄດ້ໄປທັດສະນະສຶກສາແລກປ່ຽນບົດຮຽນຢູ່ປະເທດ ກຳປູເຈຍ (Cambodia),  ​ຊຶ່ງຄະນະທີ່ເດີນທາງໄປຄັ້ງນີ້ປະກອບມີ 16 ທ່ານ ນໍາພາໂດຍທ່ານ ບົວຈັນ ແກ້ວມະນີ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທັງເປັນຄະນະຊີ້ນໍາລວມກອງທຶນ LAFF,  ພ້ອມດ້ວຍກອງ​ເລ​ຂາ​ກອງ​ທຶນ LAFF 1 ທ່ານ (ຮອງ

ຫົວໜ້າພະແນກຄຸ້ມຄອງໜີ້ສິນ), ພະນັກງານກອງທຶນ LAFF 4 ທີມງານທີ່ປຶກສາຈາກ AFC 1 ທ່ານ

ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF 10 ທ່ານ.

ຈຸດປະສົງຂອງການໄປທັດສະນະສຶກສາໃນຄັ້ງນີ້ ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ແລະ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ (PFIs) ເພື່ອຮຽນຮູ້ກ່ຽວກັບການຄຸ້ມຄອງບໍລິຫານ, ການດຳເນີນງານ ແລະ ພາກປະຕິບັດກ່ຽວກັບການປ່ອຍກູ້ໃຫ້ແກ່ MSMEs ພ້ອມ​ທັງ​ຮຽນຮູ້ການ​ບໍ​ລິ​ຫານ​ຄວາມ​ສ່ຽງ​ຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ແລະ ທະ​ນາ​ຄານທຸລະກິດ, ການ​ປົກ​ປ້ອ​ງ​ລູກ​ຄ້າ, ການ​ບໍ​ລິ​ການ​ດ້ວຍ​ຄວາມ​ໂປ່ງ​ໃສ ແລະ ອື່ນໆ.

ການເຄື່ອນໄຫວທັດສະນະສຶກສາທີ່ທະນາຄານກາງ ກຳປູເຈຍ (National Bank of Cambo -dia_NBC) ລະບົບທະນາຄານ ແລະ ສະ​ຖາ​ບັນ​ການ​ເງິນ​ຈຸລະພາກທີ່​ຮັບ​ເງິນ​ຝ​າກ (ສກຈຮ)(Banks/ Financial Institutions _BFIs) ຂອງກຳປູເຈຍ ມີທະ​ນາ​ຄານ ທັງໝົດ  57 ແຫ່ງ ແລະ  ສກຈຮ 5 ແຫ່ງ, ສະ​ຖາ​ບັນ​ການ​ເງິນ​ທີ່​ບໍ່ຮັບ​ເງິນ​ຝ​າກ (ສກຈບ) 80 ແຫ່ງ, ສະຖາບັນສິນເຊື່ອຊົນນະບົດ 231ແຫ່ງ, ຮ້ານ​ແລກ​ປ່ຽນ​ເງິນ​ຕາ 2,360 ແຫ່ງ,  ທະ​ນາ​ຄານ​ສະ​ເພາະ​ກິດ 9 ແຫ່ງ,  ຫ້ອງການຜູ້ຕາງໜ້າ 6 ແຫ່ງ,  ບໍ​ລິ​ສັດ​ເຊົ່າ​ສິນ​ເຊື່ອ 17 ແຫ່ງ ແລະ  ສະຖາບັນບໍລິການການຊຳ​ລະເງິນ 31 ແຫ່ງ, ສ່ວນໂຮງຊວດຈຳ

ແມ່ນຂຶ້ນກັບການຄຸ້ມຄອງຂອງກະຊວງການເງິນ. ສໍາລັບທຶນຈົດທະບຽນ ທະນາຄານທຸລະກິດແມ່ນ 75 ລ້ານໂດລາສະຫາລັດ, ສກຈຮ 30 ລ້ານໂດລາສະຫາລັດ,  ທະ​ນາ​ຄານ​ສະ​ເພາະ​ກິດ 15 ລ້ານໂດລາສະຫາ  

ລັດ, ສກຈບ 1,5 ລ້ານໂດລາສະຫາລັດ, ບໍລິສັດເຊົ່າສິນເຊື່ອ ແລະ ສະຖາບັນສິນເຊື່ອຊົນນະບົດ 50 ພັນ

​ໂດລາສະຫາລັດ, ສຳລັບລະບຽບການໃນການຮັກສາຄວາມໝັ້ນຄົງແມ່ນກໍານົດຄ່າຄວາມພຽງພໍຂອງທຶນ (CAR/ Solvency Ratio)> 15%. ນອກນັ້ນ, ທາງ NBC ແມ່ນບໍ່ໄດ້ກໍານົດ ຄ່າໜີ້ບໍ່ເກີດດອກອອກຜົນ (NPLs) ຊຶ່ງປ່ອຍໃຫ້ເປັນການບໍລິຫານຄວາມສ່ຽງຂອງສະຖາບັນການເງິນເອງ.

ການບໍລິການທາງດ້ານການເງິນຂອງ ສກ​ຈຮ ຂອງ​ກຳ​ປູ​ເຈຍ ກວ້າງຂວາງ  ແລະ ເຂົ້າເຖິງລູກຄ້າໄດ້ຫຼາຍກວ່າທະນາຄານ. ໃນນັ້ນ, ສາມາດໃຫ້ການບໍ​ລິ​ການໂອນເງິນ ແລະ ການປະກັນໄພຈຸລະພາກ, ການບໍລິການດ້ານການເງິນໃຫ້ແກ່ຄົວເຮືອນທີ່ທຸກຍາກ, ມີລາຍຮັບຕໍ່າ ແລະ ລວມທັງຜູ້ປະກອບການຈຸນ​ລະ​ວິ​ສາ​ຫະ​ກິດ ດ້ວຍການ​ສະ​ໜອງເງິນກູ້ຢືມຂະຫນາດນ້ອຍ (ສິນເຊື່ອຈຸລະພາກ) ເພື່ອຊ່ວຍໃຫ້ເຂົາ ເຈົ້າສາ​ມາດ​ທຳ​ການຜະລິດ ຫຼື ຂະຫຍາຍທຸລະກິດຂະໜາດນ້ອຍ ເນື່ອງ​ຈາກປະຊາຊົນມີລາຍໄດ້ຕໍ່າ ບໍ່​ສາ​ມາດເຂົ້າເຖິງການບໍລິການດ້ານການເງິນເຊັ່ນ ທະນາຄານ.

ການເຄື່ອນໄຫວທັດສະນະສຶກສາທີ່ ສະມາຄົມການເງິນຈຸລະພາກຂອງກຳປູເຈຍ (Cambodia Microfinance Association_CMA) ສ້າງຕັ້ງໃນປີ 2004, ມີສະມາຊິກສະພາບໍລິຫານ 13 ທ່ານ, ມີຄະນະກໍາມະການ 6 ຄະນະ, ໜ່ວຍງານທີ່ປຶກສາ 10 ແຫ່ງ, ສາຂາ 15 ແຫ່ງ  ແລະ  ມີ​ສະ​ມາ​ຊິກ​ທັງ​ໝົດ 126 ສະ​ຖາ​ບັນ. ໃນນັ້ນ,  ທະນາຄານທຸລະກິດ 5 ແຫ່ງ,  ສກຈຮ 5 ແຫ່ງ,   ສກຈບ 76 ແຫ່ງ,  ບໍລິສັດເຊົ່າສິນເຊື່ອ 13 ແຫ່ງ ແລະ ສະຖາບັນສິນເຊື່ອຊົນນະບົດ 27 ແຫ່ງ, ໜ້າທີ່ຕົ້ນຕໍຂອງ CMA ແມ່ນເພື່ອອຳນວຍຄວາມສະດວກ ໃນ​ການ​ດໍາ​ເນີນ​ງານໃຫ້ແກ່ຜູ້ປະກອບການ ທາງດ້ານການເງິນຈຸລະພາກ ເປັນອົງການທີ່ບໍ່ຫວັງຜົນກຳໄລ, ມີຄວາມເປັນມືອາຊີບ ທີ່ຮັບປະກັນໃຫ້ປະຊາຊົນພາຍໃນປະເທດ ໄດ້ຮັບການບໍລິການທາງດ້ານການເງິນຢ່າງທົ່ວເຖິງ ແລະ ຖືກຕ້ອງຕາມກົດໝາຍ, CMA ອໍານວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນ​ດາຜູ້​ປະກອບ​ການຂະ​ໜາດ​ນ້ອຍ ​ໃນ​ການ​ດຳ​ເນີນທຸລະກິດ ​ແລະ ​ເພີ່ມ​ທະວີ​ການ​ສື່ສານ​ກັບ​ບັນດາອົງກອນ, ນັກລົງທຶນ, ຜູ້ໃຫ້ທຶນພາຍໃນ ແລະ ຕ່າງປະເທດ.

ການເຄື່ອນໄຫວທັດສະນະສຶກສາທີ່ ສະຖາ​ບັນ​ການເງິນຈຸລະພາກທີ່​ຮັບ​ເງິນ​ຝາກ LOLC ສ້າງ ຕັ້ງປີ 1994 ເປັນ ສກຈຮ ທີ່​ໃຫ່​ຍ​ອັນ​ດັບ 3 ໃນ​ກຳ​ປູ​ເຈຍ (ທຽບ​ຈາກຍອດເງິນກູ້ ແລະ ຍອດເງິນຝາກທັງໝົດ) LOLC ສຸມໃສ່ການສະໜອງການບໍລິການດ້ານການເງິນທີ່ດີທີ່ສຸດໃຫ້ຜູ້ປະກອບການ​ລາຍນ້ອຍ ແລະ ຫົວ​ໜ່ວຍ​ທຸ​ລະ​ກິດລະ​ດັບຄົວ​ເຮືອນທີ່ມີລາຍໄດ້ຕ່ຳ ແລະ ຍົກ​ລະ​ດັບຄຸນນະພາບຊີວິດ ແລະ ຊຸມຊົນຂອງພວກເຂົາ ແລະ ມີແຜນຈົດທະບຽນເປັນທະນາຄານທຸລະກິດໃນໄວໆນີ້.

ການເຄື່ອນໄຫວທັດສະນະສຶກສາທີ່ ສຳນັກງານໃຫຍ່ທະນາຄານ ວິສາຫະກິດຂະນາດກາງ ແລະ

ນ້ອຍ  SME Bank on MSMEs ເປັນທະນາຄານທຸລະກິດລັດ ສ້າງຕັ້ງໃນວັນທີ 27 ກຸມພາ 2020

ຈຸດປະສົງເພື່ອໃຫ້ຜູ້ປະກອບການ ທີ່ເປັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ສາມາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍ ແລະ ມີຕົ້ນທຶນຕໍ່າ, ພ້ອມທັງໃຫ້ການສະໜັບສະໜູນດ້ານວິຊາການແກ່ລູກຄ້າ ໂດຍສ່ວນໃຫຍ່ແລ້ວຈະເປັນການປ່ອຍກູ້ແບບມອບເໝົາໃຫ້ສະຖາບັນການເງິນຈຸລະພາກ ເພື່ອນໍາໄປປ່ອຍຕໍ່ໃຫ້ແກ່ ຫົວໜ່ວຍທຸລະກິດ ຊຶ່ງຈະໄດ້ສ່ວນຕ່າງອັດຕາດອກເບ້ຍ ປະມານ 2-3%.  ຂະແໜງການບູລິມະສິດທີ່ໄດ້ຮັບການສະໜັບສະໜູນປະກອບມີ: ການຜະລິດສິນຄ້າ, ການພັດ ທະນາດ້ານເຕັກໂນໂລຊີ ແລະ ການຜະລິດຢາ, ສ່ວນຜະລິດຕະພັນເງິນກູ້ຫຼັກໆ ຂອງທະນາຄານ ກໍຄື: ສິນເຊື່ອເງິນກູ້ເພື່ອ: ໂຄງການ SME, ແມ່ຍິງ, ເອເລກໂທນິກ ແລະ ຈຸນລະວິສາຫະກິດ, ຊຶ່ງສາມາດກູ້ຢືມໄດ້ສູງສຸດ 50.000 ຫາ 1.000.000 ໂດລາສະຫາລັດ ແລະ ດອກເບ້ຍເງິນກູ້ 5,50% ຫາ 7,50%.

ການເຄື່ອນໄຫວທັດສະນະສຶກສາທີ່ ສະຖາບັນການເງິນ ຈຸລະພາກທີ່ຮັບເງິນຝາກ AMRET  ສາຂາສີຫານຸ ວິນ  ເປັນສະຖາບັນການເງິນ ທີ່ເນັ້ນການປ່ອຍສິນເຊື່ອໃຫ້ຂະແໜງກະສິກຳ, ຈຸລະວິສາ

ຫະກິດ ວິສາຫະກິດຂະໜາດນ້ອຍ-ກາງ ແລະ ສິນເຊື່ອສໍາລັບເພດຍິງ, ສ້າງຕັ້ງໃນປີ 1991, 156 ສາຂາທົ່ວປະເທດ, ຊຶ່ງປະກອບສ່ວນສະໜອງສິນເຊື່ອເພື່ອປັບປຸງມາດຖານຊີວິດການເປັນຢູ່ຂອງປະຊາ ຊົນໃນກຳປູເຈຍ ເປັນ​ຢ່າງ​ດີ, ດ້ວຍ​ການໃຫ້​ການ​ບໍ​ລິ​ການເງິນ​ກູ້​ທີ່​ຫຼາກ​ຫຼາຍ ​ພ້ອມ​ທັງ​ການໃຫ້​ບໍ​ລິ​ການ ແບບ​ຄອບ​ຄົວ ແລະ ເຂົ້າ​ເຖິງ​ປະ​ຊາ​ຊົນຢ່າງ​ແທ້​ຈິງ, ມີຜະລິຕະພັນຫຼາກຫຼາຍເຊັ່ນ: Œ ຜະລິດຕະພັນເງິນ ກູ້ໃນການດໍາເນີນທຸລະກິດ, ແບບກຸ່ມ, ການຜະລິດກະສິກໍາ, ການບໍລິໂພກ, ສິນເຊື່ອເພື່ອ SME ແລະ ສໍາລັບເພດຍິງ,  ຜະລິດຕະພັນເງິນຝາກ: COA; Kmeng Chhlat; Gold account; Ž ທຸລະກຳ ທາງການເງິນ: ການໂອນເງິນ, ການຈ່າຍຄ່າປະກັນໄພ, ປະກັນໄພການເງິນຈຸນລະພາກ, ການຊໍາລະຄ່ານໍ້າ, ໄຟຟ້າ, ໂທລະສັບ, ຈ່າຍເງິນ ເດືອນ;  ຄູ່ຮ່ວມງານ (Partner): ປະກັນຊີວິດ Life Insurance ແລະ ປະກັນເງິນກູ້ Loan Insurance.

ການເຄື່ອນໄຫວທັດສະນະສຶກສາທີ່ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ AMK  ສາຂາ ສີຫານຸ  MSME, Digital Banking ສ້າງຕັ້ງປີ 1990  ມີສາຂາຫຼາຍກ່ວາ 150 ແຫ່ງ  ເປັນສະຖາບັນການເງິນ ທີ່ເນັ້ນການປ່ອນສິນເຊື່ອ ໃຫ້ຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ-ກາງ ແລະ ມີຜະລິດຕະພັນ ການບໍລິການທາງດ້ານການເງິນທີ່ຫຼາກຫຼາຍ ແລະ ເຂົ້າ​ເຖິງ​ຊຸມ​ຊົນໄດ້ເປັນຢ່າງດີ,ການການປ່ອຍເງິນກູ້ມີຫຼາຍຮູບແບບເລີ່ມຈາກລາຍບຸກຄົນຈົນເຖິງລາຍກຸ່ມ, ເງິນ​ຝາກ, ​ເຊົ່າ​ສິນ​ເຊື່ອ, ປະ​ກັນ

ໄພ, ໂອນ​ເງິນ ແລະ ການຊຳ​ລະ​ສະສາງຜ່ານແອບພິເຄຊັນ​ຕ່າງໆ. ນອກຈາກນີ້, ຍັງມີຄວາມໂດດເດັນ ​ໃນຂະແໜງການເງິນດິຈິຕອນ (Digital finace) ມີຜົນການດຳເນີນງານທີ່ໂດດເດັ່ນໃນ ກຳປູເຈຍ.

ຜົນໄດ້ຮັບໃນການທັດສະນະສຶກສາ ແລະ ຮຽນຮູ້ໃນຄັ້ງນີ້ ຖືໄດ້ວ່າເປັນການຮຽນຮູ້ທີ່ມີປະ ໂຫຍດຫຼາຍ, ຊຶ່ງ ຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ແລະ ຄະນະຕົວແທນຂອງແຕ່ ລະບັນ ດາສະຖາບັນການເງິນທີ່ເປັນຄູ່ຮ່ວມງານສາມາດ ຖອດຖອນ ແລະ ນຳເອົາບົດຮຽນທີ່ໄດ້ຮຽນມາດັ່ງກ່າວ​​ໄປພັດທະນາໃນວຽກງານການຄຸ້ມຄອງບໍລິຫານ ແລະ ການດຳເນີນງານຂອງ ສະຖາບັນການເງິນ ຂອງຕົນ ໃນ ສປປ ລາວ ໃຫ້ມີຄວາມເຂັ້ມແຂງໃນອານາຄົດ. ໂດຍສະເພາະ, ການສົ່ງເສີມການເຂົ້າເຖິງ​​ການ​ບໍ​ລິ​ການ​ດ້ານ​ການ​ເງິນໃຫ້ແກ່ຂະແໜງການຈຸນລະວິສາຫະກິດຂະໜາດນ້ອຍ, ກາງ (MSMEs) ຊຶ່ງສາມາດ ຂະຫຍາຍການດຳເນີນທຸລະກິດແບບຄົບວົງຈອນທຽບເທົ່າການດຳເນີນງານຂອງທະນາຄານ ແຕ່ເປັນການເຄື່ອນໄຫວໃນຮູບແບບສະຖາບັນການເງິນຈຸນລະພາກ ໂດຍອີງຕາມລະບຽບກົດໝາຍ. ຄ່ຽງຄູ່ກັບ ການພັດທະນາບຸກຄະລາກອນໃຫ້ມີຄວາມເຂົ້າໃຈໃນວຽກງານເປັນຢ່າງດີ, ສະໜອງຜະລິດ ຕະພັນໃໝ່ໆໃຫ້ແທດເໝາະກັບລູກຄ້າ, ມີການບໍລິການທີ່ຫຼາກຫຼາຍ, ການປົກປ້ອງລູກຄ້າມາເປັນອັນ ດັບຕົ້ນ,  ເອົາໃຈໃສ່ລູກຄ້າແບບເປັນຄອບຄົວ ແລະ ເປັນກັນເອງ ແລະ ອື່ນໆ.

ພາບ-ຂ່າວໂດຍ: ສຸກລາຕີບົວຄ່າສິດ