ຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ລົງກວດກາ ແລະ ຕິດຕາມ ສະຖາບັນການເງິນ ທີ່ເປັນຄູ່ຮ່ວມງານ (PFIs) ທີ່ 3 ແຂວງພາກເໜືອ, ວັນທີ 19-23 ທັນວາ 2023

ຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ລົງກວດກາ ແລະ ຕິດຕາມ ສະຖາບັນການເງິນ ທີ່ເປັນຄູ່ຮ່ວມງານ (PFIs) ທີ່ 3 ແຂວງພາກເໜືອ, ວັນທີ 19-23 ທັນວາ 2023

ຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ລົງກວດກາ ແລະ ຕິດຕາມ ສະຖາບັນການເງິນ ທີ່ເປັນຄູ່ຮ່ວມງານ (PFIs) ທີ່ 3 ແຂວງພາກເໜືອ, ວັນທີ 19-23 ທັນວາ 2023

ໃນ​ວັນ​ທີ 19- 23 ​ທັນວາ 2022, ຄະ​ນະ​ຄຸ້ມ​ຄອງ ແລະ ​ບໍ​ລິ​ຫານກອງ​ທຶນ LAFF ​ໄດ້ປະ​ຕິ​ບັດ​ວຽກ​ງານ​ ລົງກວດກາ ແລະ ຕິດຕາມ ສະຖາ​ບັນ​ການ​ເງິນຈຸນລະພາກທີ່ຮັບຝາກ ​ທີ່​ເປັນ​ຄູ່​ຮ່ວມ​ງານຂອງກອງທຶນ LAFF ກໍ່ຄື: ສກຈຮ ສິນຊັບເມືອງເໜືອ ໜ່ວຍບໍລິການປະຈຳເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ, ສກຈຮ ຈຳປາລາວ ໜ່ວຍ ບໍລິການ​ໄຊຍະບູລີ ແຂວງໄຊຍະບູລີ, ສກຈຮ ເອກພັດທະນາ ​ໜ່ວຍ​ບໍ​ລິ​ການປະ​ຈຳ​ນະຄອນຫຼວງພະບາງ ​, ເຊິ່ງຄະ​ນະ​ລົງກວດກາ ແລະ ຕິດຕາມ​ພາກ​ສະ​ໜາມ​ໃນ​ເທື່ອນີ້ ປະກອບມີ  4 ທ່ານ ຊຶ່ງນຳ​ໂດຍ​ທ່ານ ຮອງ​ຫົວ​ໜ້າ​ພະ​ແນກ​ສິນ​ເຊື່ອ ທັງ​ເປັນ​ຫົວ​ໜ້າ​ກອງ​ເລ​ຂາ​ກອງ​ທຶນ LAFF, ພະນັກງານປະຈໍາ​ຂອງກອງ​ທຶນ LAFF 2 ທ່ານ ແລະ ທີມ​ງານ​ທີ່​ປຶກ​ສາຈາກ AFC 1 ທ່ານ.

            ຈຸດປະສົງ​ການລົງກວດກາ ແລະ ຕິດຕາມພາກ​ສະ​ໜາມ​ໃນ​ຄັ້ງນີ້ ແມ່ນ​ເພື່ອ​​ລົງ​ຕິດ​ຕາມ​ການ​ປະ​ຕິ​ບັດ​ວຽກ ​ງານ ຂອງ​ສະ​ຖາ​ບັນ​ການ​ເງິນຈຸນລະພາກທີ່ຮັບຝາກ ທີ່​ເປັນ​ຄູ່​ຮ່ວມ​ງານ ຂອງກອງທຶນ LAFF  ພາຍຫຼັງການປ່ອຍເງິນກູ້ໃຫ້ແກ່ລູກຄ້າລາຍຍ່ອຍ ເພື່ອຮັບຮູ້ບັນຫາຂອງສະຖາບັນການເງິນ ແລະ ລູກຄ້າລາຍຍ່ອຍ, ສະພາບລວມ ການ ປ່ອຍກູ້ຍ່ອຍ, ຜົນປະໂຫຍດທີ່ໄດ້ຮັບຈາກເງິນກູ້ກອງທຶນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ທີ່ໄດ້ພົບໃນໄລຍະຜ່ານມາ ແລະ ບັນຫາອື່ນໆ.

ການ​​ລົງ​ຢ້ຽມຢາມ​ ໜ່ວຍ​ບໍ​ລິ​ການ/ຫ້ອງການພົວພັນວຽກ ຂອງສາມສະຖາບັນການເງິນ ທີ່ເປັນຄູ່ຮ່ວມງານ ກອງທຶນ LAFF ເຫັນໄດ້ວ່າ:

  • ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກງານ​ການ​ປ່ອຍ​ກູ້​ບ້ວງ​ທຶນ​ຈາ​ກກອງ​ທຶນ LAFF ໂດຍລວມເຫັນວາທັງ 3 ສກຈຮ ສາມາດປ່ອຍ​ອອກ​ໄດ້​ໂດຍ​ໄວ ​ສະ​ເລ່ຍ​ແລ້ວ​ແມ່ນ​ສາ​ມາດ​ປ່ອຍ​ອອກ​ໄດ້​ໝົດ​ພາຍ​ໃນ​ໄລ​ຍະ​ເວ​ລາ​ສັ້ນ ພາຍ​ຫຼັງ​ທີ່​ໄດ້​ຮັບ​ທຶນ​ຈາກ​ສຳ​ນັກ​ງານ​ໃຫຍ່,  ມີ​ປະ​ສົບ​ການ​ຫຼາຍ​ໃນ​ການ​ປ່ອຍ​ເງິນ​ກູ້​ໃຫ້ແກ່ຈຸນລະວິສາຫະກິດ MSMEs  ແລະ ເຫັນໄດ້ຈາກລູກຄ້າເງິນກູ້ ຂອງສະຖາບັນ ຈະແມ່ນຈຸລະວິສາຫະກິດຂະໜາດ ທີ່ທໍາການຜະລີດຂະໜາດນ້ອຍ, ພ້ອມທັງມີການລົງໄປຕິດຕາມ ຢ່າງເປັນປະຈໍາທຸກອາທິດ. ແຕ່ເຖິງຢ່າງໃດກໍ່ຕາມ, ກຸ່ມເປົ້າໝາຍລູກຄ້າສ່ວນໃຫຍ່ແມ່ນ Salary Loan ຊຶ່ງແມ່ນພະນັກງານຄູ, ທະຫານ ແລະ ຕຳຫຼວດ ເຮັດໃຫ້ການກະຈ່າຍແຫຼ່ງທຶນ ອາດບໍ່ລົງ​ສູ່​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດຢ່າງທົ່ວເຖິງ;
  • ການຄຸ້ມຄອງບໍລິຫານສະຖາບັນການເງິນ, ການບໍລິຫານອົງກອນທີ່ດີຕາມພາລະບົດບາດສິດ ແລະ ໜ້າທີ່, ການສ້າງ ແລະ ພັດທະນາພະນັກງານສືບທອດ, ການສົ່ງເສີມ, ການຊຸກຍູ້ການຊ່ວຍເຫຼືອສັງຄົມ ແລະ ການພັດທະນາແນວຄວາມຄິດໃນກິດຈະກຳຂອງລູກຄ້າ, ການສົ່ງເສີມການບໍລິຫານບຸກຄະລາກອນ, ການຄຸ້ມຄອງສາຂາ ແລະ ໜ່ວຍບໍລິການ ແມ່ນຢູ່ໃນລະດັບທີ່ດີ;
  • ການສົ່ງເສີມການນຳໃຊ້ ແລະ ພັດທະນາເຕັກໂນໂລຢີເຂົ້າໃນການດຳເນີນງານຂອງສະຖາບັນ ແລະ ຜົນສຳ ເລັດໃນການປ່ອຍກູ້ແບບກຸ່ມ, ການປະກັນໄພເງິນກູ້, ການຮຽນຮູ້ປ່ອຍກູ້ແບບກຸ່ມ Center Meeting ການອອກຜະລິດຕະພັນແບບໃໝ່ທີ່ຫຼາກຫຼາຍ, ການປ່ອຍສິນເຊື່ອ ລົງສູ່ລູກຄ້າກຸ່ມອື່ນໆຕື່ມ ໂດຍສະເພາະ ແມ່ນຜູ້ຜະລິດຂະຫນາດນ້ອຍທີ່ຢູ່ເຂດນອກເມືອງ;
  • ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ຍັງມີຄວາມຕ້ອງການແຫຼ່ງທຶນເພີ່ມຕື່ມຈາກກອງທຶນ LAFFເພື່ອນໍາມາໃຊ້ເປັນແຫຼ່ງທຶນປ່ອຍກູ້ໃຫ້ແກ່ຈຸລະວິສາຫະກິດ.

ການລົງ​ຢ້ຽມຢາມ​ລູ​ກ​ຄ້​າ ຂອງ​ ສາມສະຖາບັນການເງິນຄ​ະ​ນະ​ໄດ້​ລົງຢ້ຽມ​ຢາມ​ລູກ​ຄ້າ​ ​ຜູ້​ກູ້​ຢືມລາຍ​ຍ່ອຍ ຊຶ່ງເປັນລູກຄ້າທັງໃໝ່ ແລະ ເກົ່າ ໂດຍເປັນ​ຜູ້​ປະ​ກອບ​ການທາງດ້ານປູກຝັງ, ລ້ຽງສັດ, ໂຮງສີເຂົ້າ, ຄ້າຂາຍ,  ການນຳ ໃຊ້ເງິນກູ້ ແມ່ນນຳໃຊ້ເປັນທຶນໝູນວຽນໃນການຊື້ແນວພັນປູກຝັງ, ຊື້ໜັງຄວາຍ, ຊື້ເຂົ້າເພື່ອສີເຂົ້າ ແລະ ຂາຍຕໍ່ ແລະ ອື່ນໆ. ພ້ອມດຽວກັນນັ້ນ, ຍັງເປັນ​ລູກຄ້າທີ່​ປະ​ຕິ​ບັດ​ກາ​ນ​ຊຳ​ລະ​ຄືນ​ໄດ້​ດີ, ການຈ່າຍຄືນເງິນ​ກູ້​​​ແມ່ນ​ຈ່າຍ​ເປັນ​ລາຍ​ເດືອນ​ (​ຕົ້ນ​ທຶນ ແລະ ດອກ​ເບ້ຍ) ຊຶ່ງ​ພວກ​ເຂົາ​ເຈົ້າ​ບໍ່​ມີບັນ​ຫາກ່ຽວ​ກັບ​ອັດ​ຕາ​ດອກ​ເບ້ຍ ແລະ ວິ​ທີການ ຊຳລະເງິນ ກູ້ຄືນ ພວກເຂົາເຈົ້າເຫັນວ່າ ເປັນວິທີການທີ່ເໝາະສົມ ແລະ ສະດວກສະບາຍ. ນອກຈາກນີ້, ພວກເຂົາ​ຍັງມີ​ຄວາມ​ປະ​ທັບ​ໃຈ​ຫຼາຍກ່ຽວກັບ​ການ​ບໍ​ລິ​ການ​ຂອງ ສກຈຮ ທີ່ໄດ້ນຳເອົາເງິນ​ກູ້ລົງສູ່​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດ ຫຼື ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ດ້ານ​ການ​ເງິນ​ທີ່​ວ່ອງ​ໄວ, ສະ​ດວກ​ສະ​ບາຍ ແລະ ມີ​ເງື່ອນ​ໄຂ​ທີ່  ​ເໝາະ​ສົມ, ເຮັດ​ໃຫ້​ພວກ​ເຂົາ​ເຈົ້າສາມາດ ນຳໃຊ້ເປັນທຶນເພື່ອຂະ​ຫຍາຍ​ທຸ​ລະ​ກິດ​ຂອງ​ພວກ​ເຂົາ​ເຈົ້າໄດ້ດີ.

ລູ​ກ​ຄ້າ​​ຜູ້​ທີ່​ໄດ້​ຖືກ​ລົງ​ຢ້ຽມ​ຢາມ​ແຕ່ລະລາຍ ແມ່ນ​ໄດ້​ສະ​ແດງ​ຄວາມ​ເພີ່ງ​ພໍ​ໃຈ​ຕໍ່​ການ​ບໍ​ລິ​ການ ກໍ່​ຄື​ການ​ຮ່ວມ​ມື​ກັບ​ພະ​ນັກ​ງານ​ສິນ​ເຊື່ອ​ຂອງ​ທັງ​ສາມ ສກຈຮ,  ສີ່ງນີ້​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເງື່ອນ​ໄຂ​ຂອງ​ຜະ​ລິດ​ຕະ​ພັນ​ເງິນ​ກູ້ທີ່​ສະ​ໜອງ​ໃຫ້​ໂດຍ​ທັງສາມ ສກຈຮ ​ດັ່ງ​ກ່າວ​ແມ່ນ​ແທດ​ເໝາະ​ກັບຄວາມຕ້ອງ​ການ​ຂອງ​ລູກ​ຄ້າ ແລະ ​ມີ​ການ​ສະ​ໜອງ​ການ​ບໍ​ລິ​ການ​ແກ່​ລູກ​ຄ້າດ້ວຍ​ຄວາມ​ຮັບ​ຜິດ​ຊອບ;

ສຸດ​ທ້າຍ ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ຄະ​ນະ​ກອງ​ທຶນ LAFF ແລະ ໜ່ວຍ​ບໍ​ລິ​ການ ​ສກຈຮ ທີ່​ໄດ້​ນຳ​ເອົາ​ທຶນ​ເງິນ​ກູ້​ຂະ​ໜາດ​ນ້ອຍ​ດັ່ງ ກ່າວ​ມາ​ສູ່​ພວກ​ເຂົາ​ເຈົ້າ ແລະ ມີ​ເງື່ອນ​ໄຂ​ທີ່​ເໝາະ​ສົມ ​ເຊີ່ງ​ທຶນ​ເງິນ​ກູ້​ດັ່ງກ່າວ​ໄດ້​ຊ່ວຍເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້​ນຳ​ໃຊ້​ເຂົ້າ​ສູ່​ການ​ຂະ​ຫຍາຍ​ທຸ​ລະ​ກິດ ກໍ່​ຄື​ກິດ​ຈະ​ກຳ​ການ​ຜະ​ລິດ​ຂອງ​ພວກ​ເຂົາ​ເຈົ້າ​ ພ້ອມ​ທັງ​ເປັນ​ການ​ເພີ່ມ​ລາຍ​ຮັບ​ຂອງ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ​ນຳ​ອີກ​ດ້ວຍ.

ຜົນສຳເລັດໃນການລົງຢ້ຽມຢາມໃນຄັ້ງນີ້ເຫັນວ່າ ເງິນກູ້ຈາກກອງທຶນ LAFF ສາມາດເປັນທຶນຊ່ວຍຂະ

ຫຍາຍກິດຈະການໃຫ້ແກ່ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນເຊັ່ນການຂະຫຍາຍສາຂາ, ຫ້ອງການ ແລະ ໜ່ວຍບໍລິການຕ່າງໆ ໄປສູ່ເຂດຊົນນະບົດໃນທົ່ວປະເທດຂອງ ສປປ ລາວ ເພື່ອນຳເອົາທຶນຈາກກອງທຶນ LAFF  ​ລົງ​ສູ່​ລູກ​ຄ້າ​ລາຍ​ຍ່ອຍ ​ເຮັດ​ໃຫ້​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດ ຫຼື ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ​ໄດ້ມີ​ໂອ​ກາ​ດ​ເຂົ້າ​ເຖິງການ​ບໍ​ລິ​ການ​ດ້ານ​ການ​ເງິນ​ທີ່​ວ່ອງ​ໄວ, ສະ​ດວກ​ສະ​ບາຍ ແລະ ມີ​ເງື່ອນ​ໄຂ​ທີ່​ເໝາະ​ສົມ. ສະນັ້ນ, 3 ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກດັ່ງກ່າວຍັງຄົງມີຄວາມຕ້ອງການແຫຼ່ງທຶນເພີ່ມຕື່ມຈາກກອງທຶນ LAFFເພື່ອນໍາມາໃຊ້ເປັນ ແຫຼ່ງທຶນປ່ອຍກູ້ໃຫ້ແກ່ຈຸລະວິສາຫະກິດ.

ລູ​ກ​ຄ້າ​​ຜູ້​ທີ່​ໄດ້​ຖືກ​ລົງ​ຢ້ຽມ​ຢາມ​ແຕ່ລະລາຍ ແມ່ນ​ໄດ້​ສະ​ແດງ​ຄວາມ​ເພີ່ງ​ພໍ​ໃຈ ​ຕໍ່​ການ​ບໍ​ລິ​ການຂອງສະຖາບັນ ການເງິນທີ່ຮັບຝາກ  ກໍ່​ຄື​ການ​ຮ່ວມ​ມື​ກັບ​ພະ​ນັກ​ງານ​ສິນ​ເຊື່ອ​ຂອງ​ທັງ​ສາມ ສກຈຮ, ສີ່ງນີ້​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າເງື່ອນ​ໄຂ​ຂອງ​ຜະ​ລິດ​ຕະ​ພັນ​ເງິນ​ກູ້ທີ່​ສະ​ໜອງ​ໃຫ້​ ​ແມ່ນ​ແທດ​ເໝາະ​ກັບຄວາມຕ້ອງ​ການ​ຂອງ​ລູກ​ຄ້າ ແລະ ​ມີ​ການ​ສະ​ໜອງ​ການ​ບໍ​ລິ​ການ​ແກ່​ລູກ​ຄ້າດ້ວຍ​ຄວາມ​ຮັບ​ຜິດ​ຊອບ. ການ​ລົງ​ຢ້ຽມ​ຢາມ​ພາກ​ສະ​ໜາມ​ໃນ​ເທື່ອນີ້​ແມ່ນ​ໄດ້​ຮັບ​ການ​ຮ່ວມ​ໄມ້​ຮ່ວມ​ມື​ຈາກ​ 03 ສະຖາບັນການເງິນ ຈຸນລະພາກທີ່ເປັນຄູ່ຮ່ວມງານຂອງກອງທຶນ​ເປັນ​ຢ່າງ​ດີ, ໂດຍ​ສະ​ເພາະ​ ​ຈາກ​ຄະ​ນະ​ຜູ້​ບໍ​ລິ​ຫານ​ຂອງ 03 ສກຈຮ ​ທີ່​ໄດ້​ຖືກ​ລົງ​ຢ້ຽມ​ຢາມ, ໜ່ວຍ​ບໍ​ລິ​ການ​ທີ່​ກ່ຽວ​ຂ້ອງ ລວມ​ທັງ​ລູກຄ້າລາຍຍ່ອຍ​ທັງຫຼາຍ. ນອກຈາກນັ້ນ, ໄດ້​ຮັບ​ການ​ຊີ້​ນຳ​ນຳ​ພາ​ຢ່າງ​ໃກ້​ສິດ​ຈາກ​ຄະ​ນະ​ຊີ້​ນຳ​ກອງ​ທຶນ LAFF ຈື່ງ​ເຮັດ​ໃຫ້​ການ​ລົງ​ຢ້ຽມ​ຢາມ​ພາກ​ສະ​ໜາມ​ຂອງ​ຄະ​ນະ​ຄຸ້ມ​ຄອງ ແລະ ​ບໍ​ລິ​ຫານກອງ​ທຶນ ໃນ​ເທື່ອນີ້​ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ລະ​ດັບ​ຄາດ​ໝາຍ.

ພາບ-ຂ່າວໂດຍ: ສຸກລາຕີ ບົວຄ່າສິດ