ຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ລົງຢ້ຽມສະຖາບັນການເງິນທີ່ເປັນຄູ່ຮ່ວມງານ(PFIs) ທີ່ແຂວງ ຈຳປາສັກ, ວັນທີ 01-05 ສິງຫາ 2022

ຄະນະຄຸ້ມຄອງ ແລະ ບໍລິຫານກອງທຶນ LAFF ລົງຢ້ຽມສະຖາບັນການເງິນທີ່ເປັນຄູ່ຮ່ວມງານ(PFIs) ທີ່ແຂວງ ຈຳປາສັກ, ວັນທີ 01-05 ສິງຫາ 2022

ໃນ​ວັນ​ທີ 01- 05 ​ສິງ​ຫາ  2022, ຄະ​ນະ​ຄຸ້ມ​ຄອງ ແລະ ​ບໍ​ລິ​ຫານກອງ​ທຶນ LAFF ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ປະ​ທານ​ຄະ​ນະ​ຊີ້​ນຳ​ໂຄງ​ການກອງ​ທຶນ LAFF ເພື່ອ​ລົງຢ້ຽມຢາມ​ການ​ປະ​ຕິ​ບັດ​ວຽກ​ງານ​ການ​ປ່ອຍ​ເງິນ​ກູ້​ຍ່ອຍ​ຂອງ​ສະ​ຖ​າ​ບັນ​ການ​ເງິນ​ທີ່​ເປັນ​ຄູ່​ຮ່ວມງານ 02 ​ແຫ່ງກໍ່ຄື: ທະ​ນາ​ຄານ ເອ​ຊີ​ລີ​ດາ ລາວ​ຈຳ​ກັດ ແລະ ທະ​ນາ​ຄານ ບີ​ໄອ​ຊີ ລາວ​ຈຳ​ກັດ ທີ່​ແຂວງ​ ຈຳ​ປາ​ສັກ, ເຊິ່ງຄະ​ນະ​ລົງ​ຢ້ຽມ​ຢາມ​ພາກ​ສະ​ໜາມ​ໃນ​ເທື່ອນີ້ ແມ່ນນຳ​ໂດຍ​ທ່ານ ນາງ ຄຳ​ຫຼ້າ ເຮືອນ​ມະ​ນີ​ວົງ, ຮອງ​ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ທະ​ນາ​ຄານ​ທຸ​ລະ​ກິດ ທັງ​ເປັນ​ຄະ​ນະ​ຊີ້​ນຳ​ໂຄງ​ການກອງ​ທຶນ LAFF, ທ່ານ ບຸນ​ລ້ຳ ສິ​ຕະ​ພອນ ຮອງ​ຫົວ​ໜ້າ​ພະ​ແນກ​ສິນ​ເຊື່ອ ກົມ​ບໍ​ລິ​ການ​ທະ​ນາ​ຄານ ທັງ​ເປັນ​ຫົວ​ໜ້າ​ກອງ​ເລ​ຂາ​ຂອງ​ໂຄງ​ການ ກອງ​ທຶນ LAFF, ທ່ານ ກິ​ແກ້ວ ບົວ​ລະ​ເພັດ ພະ​ນັກ​ງານ​ວິ​ຊາ​ການ​ຈາກ​ພະ​ແນກ​ຄຸ້ມ​ຄອງ​ໂຄງ​ການ ກົມ​ຄຸ້ມ​ຄອງ​ສະ​ຖ​າ​ບັນ​ການ​ເງິນ, ທ່ານ ນາງ ສ້ອຍ​ສຸ​ວັນ ສີ​ບໍ​ລິ​ບູນ ພະ​ນັກ​ງານ​ວິ​ຊາ​ການ ພະ​ແນກ​ສິນ​ເຊື່ອ ກົມ​ບໍ​ລິ​ການ​ທະ​ນາ​ຄານ ທັງ​ເປັນ​ຜູ້​ຈັດ​ການກອງ​ທຶນ LAFF, ແລະ ທ່ານ ນາງ ສຸກ​ລາ​ຕີ ບົວ​ຄ່າ​ສິດ ພະ​ນັກ​ງານ​ວິ​ຊາ​ການ ພະ​ແນກ​ສິນ​ເຊື່ອ ກົມ​ບໍ​ລິ​ການ​ທະ​ນາ​ຄານ ທັງ​ເປັນ​ນັກ​ວິ​ເຄາະ​ດ້ານ​ການ​ເງິນ​ຂອງກອງ​ທຶນ LAFF. ນອກ​ຈາກນັ້ນ, ຍັງ​ມີ​ທ່ານ ແກ້ວ​ລັບ​ທະ​ວົງ ສົງ​ສະ​ໄໝ​ວົງ ຈາກ​ທີມ​ງານ​ທີ່​ປຶກ​ສາບໍລິສັດ AFC ເປັນ​ຜູ້​ຕິດ​ຕາມ​ຄະ​ນະໃນຄັ້ງນີ້.

ຈຸດ​ປະ​ສົງ​ໃນ​ການ​ລົງ​ຢ້ຽມ​ຢາມ​ພາກ​ສະ​ໜາມແມ່ນ​ເປັນພາ​ລະ​ໜ້າ​ທີ່​ໜື່ງ​ຂອງ​ຄະ​ນະ​ຄຸ້ມ​ຄອງ ແລະ ​ບໍ​ລິ​ຫານກອງ​ທຶນ LAFF ​ພາຍຫຼັງການ​ປ່ອຍ​ເງິນ​ກູ້ໃຫ້ແກ່ສະ​ຖາ​ບັນ​ການ​ເງິນ​ທີ່​ເປັນ​ຄູ່​ຮ່ວມ​ງານ (PFIs) ໂດຍສະເພາະການ ລົງຢ້ຽມຢາມໃນຄັ້ງນີ້ແມ່ນລົງຕິດ​ຕາມ​ການ​ປະ​ຕິ​ບັດ​ວຽກ​ງານ​ການ​ປ່ອຍ​ເງິນ​ກູ້​ຍ່ອຍ​ຂອງ​ ທະ​ນາ​ຄານ ບີ​ໄອ​ຊີ ລາວ​ຈຳ​ກັດ ແລະ ທະ​ນາ​ຄານ ເອ​ຊີ​ລີ​ດາ ລາວ​ຈຳ​ກັດ ທີ່​ແຂວງ ​ຈຳ​ປາ​ສັກ ເພື່ອ​ຕິດ​ຕາມ​ເບີ່ງ​ປະ​ເດັນ​ຕ່າງໆ​​ດັ່ງ​ລຸ່ມນີ້:

  • ​​ເພື່ອ​ລົງ​ເບີ່ງ​ການ​ປະ​ຕິ​ບັດ​ວຽກ​ງານ​ຕົວ​ຈິງ​ຂອງ​ສາ​ຂາ ແລະ ໜ່ວຍ​ບໍ​ລິ​ການ​ທີ່​ໄດ້​ຖືກ​ຄັດ​ເລືອກ​ໂດຍ​ຄະ​ນະ​ລົງ​ຢ້ຽມ​ຢາມ​ພາກ​ສະ​ໜາມ ເພື່ອ​ຮັບ​ຮູ້​ການ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ສາ​ຂາ ແລະ ໜ່ວຍ​ບໍ​ລິ​ການ ລວມ​ເຖິງ​ສະ​ພາບ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ການ​ປ່ອຍ​ເງິນ​ກູ້​ຍ່ອຍ, ຂໍ້​ສະ​ດວກ ແລະ ຂໍ້​ຫຍຸ​້ງ​ຍາກ ແລະ ບັນ​ຫານ​ອື່ນໆ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ປ່ອຍ​ເງິນ​ກູ້​ຍ່ອຍ;
  •  ເພື່ອ​ຮັບ​ຮູ້​ຄຳ​ຄິດ​​ເຫັນ​ຂອງ​ລູກ​ຄ້າ​ຂອງ​ສະ​ຖາ​ບັນ​ການ​ເງິນ​ທີ່​ເປັນ​ຄູ່​ຮ່ວມ​ງານ ເຊີ່ງ​ເປັນ​ຜູ້​ກູ້​ຢືມ​ຍ່ອຍ ລວມ​ເຖ​ິງ​ການ​ໄດ້​ຮັບ​ທຶນ​ເງິນ​ກູ້​ຕົວ​ຈິງ, ການ​ນຳ​ໃຊ້​ເງິນ​ກູ້, ຜົນ​ປະ​ໂຫຍດ​ທີ່​ໄດ້​ຮັບ​ຈາກ​ເງິນ​ກູ້ ແລະ ຂໍ້​ສະ​ດວກ ແລະ ຂໍ້​ຫຍຸ​້ງ​ຍາກ​ທີ່​ລູກ​ຄ້າ​ໄດ້​ພົບ​ໃນ​ໄລ​ຍະ​ຜ່ານ​ມາ.

ການ​ລົງ​ຢ້ຽມ​ຢາມຫ້ອງ​ການ​ສາ​ຂາ​ປາກ​ເຊຂອງ​ທະ​ນາ​ຄານບີ​ໄອ​ຊີລາວ​ຈຳ​ກັດ ​ສ້າງ​ຕັ້ງ​ຂື້ນ​ໃນ​ວັນ​ທີ 27/07/2009, ໃນເມື່ອ​ກ່ອນ​ມີ​ຊື່​ວ່າ ທະ​ນາ​ຄານ ​ໄອຊີບີ ແລະ ຕໍ່​ມາ​ໄດ້​ປ່ຽນ​ຊື່​ມາ​ເປັນ​ທະ​ນາ​ຄານ ບີ​ໄອ​ຊີ ຈົນ​ເຖິງ​ປະ​ຈຸ​ບັນ,​ເຊິ່ງມີ​ພະ​ນັກ​ງານ​ທັງ​ໝົດຈຳ​ນວນ 13 ທ່ານ, ​ໃນ​ນັ້ນມີພະ​ນັກ​ງານ​ສິນ​ເຊື່ອ​ 2 ທ່ານ (ຫົວ​ໜ້າ​ສິນ​ເຊື່ອ ແລະ ຜູ້​ຊ່ວຍ), ຜະ​ລິດ​ຕະ​ພັນ​ເງິນ​ກູ້​ທີ່​ໃຫ້​ບໍ​ລິ​ການ​ແກ່​ລູກ​ຄ້າ​ປະ​ກອບ​ມີ 5 ຜະ​ລິດ​ຕະ​ພັນ ເຊັ່ນ​ວ່າ: ສິນ​ເຊື່ອ​ເພື່ອ​ການ​ປຸກ​ສ້າງ, ສິນ​ເຊື່ອ​ເພື່ອ​ການ​ຄ້າ, ສິນ​ເຊື່ອ​ເພື່ອ​ການ​ສຶກ​ສາ, ສິນ​ເຊື່ອ​ເພື່ອ​ການ​ຊື້​ດິນ​ເປົ່າ​ຫວ່າງ, ແລະ ສິນ​ເຊື່ອ​ການ​ສົ່ງ​ເສີມ MSMEs.

ການ​ລົງ​ຢ້ຽມ​ຢາມ​ລູ​ກ​ຄ້​າສາ​ຂາ​ປາກ​ເຊ​ ຂອງ​ທະ​ນາ​ຄານ ບີ​ໄອ​ຊີ ຄ​ະ​ນະ​ໄດ້​ລົງຢ້ຽມ​ຢາມ​ລູກ​ຄ້າ​ຈຳ​ນວນ 03 ລາຍທີ່ເປັນ​ຜູ້​ກູ້​ຢືມ​ຍ່ອຍ​ຈາກທຶນເງິນກູ້ຈາກກອງ​ທຶນ LAFF, ເຊີ່ງ​ເປັນ​ຜູ້​ປະ​ກອບ​ການ​ຄ້າ​ຂາຍ​ຍ່ອຍ​ຢູ່​ຕະ​ຫຼາດ​ດາວ​ເຮືອງ​ທີ່​ເມືອງ​ປາກ​ເຊ, ທັງ​ເປັນ​ລູ​ກ​ຄ້າ​ໃໝ່ ທີ່​ຫາກໍ່​ໄດ້​ຢືມ​ເງິນ​ຈ​າກ​ທະ​ນາ​ຄານ ບີ​ໄອ​ຊີ, ໂດຍພວກ​ເຂົາ​​ໄດ້ລາຍ​ງານ​ວ່າ ພວກເຂົາ​ມີ​ຄວາມ​ປະ​ທັບ​ໃຈ​ຫຼາຍກ່ຽວກັບ​ການ​ບໍ​ລິ​ການ​ຂອງ​ທະ​ນາ​ຄານ ບີ​ໄອ​ຊີ ແລະ ເງິນ​ກູ້​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຮັບສາມາດ​ຂະ​ຫຍາຍ​ທຸ​ລະ​ກິດ​ຂອງ​ພວກ​ເຂົາ​ເຈົ້າ.

  • ການ​ລົງ​ຢ້ຽມ​ຢາມ​ຫ້ອງ​ການ​ສາ​ຂາ​ປາກ​ຊ່ອງ​ ຂອງ​ທະ​ນາ​ຄານ ເອ​ຊີ​ລີ​ດາ ລາວ ຈຳ​ກັດ ​ສ້າງ​ຕັ້ງ​ຂື້ນ​ໃນ​ວັນ​ທີ 04/05/2009, ປະ​ຈຸ​ບັນ​ ​ມີ​ພະ​ນັກ​ງານ​ທັງ​ໝົດຈຳ​ນວນ 23 ທ່ານ, ເຊີ່ງ​ໃນ​ນັ້ນ ພະ​ນັກ​ງານ​ສິນ​ເຊື່ອ​ມີ​ 8 ທ່ານ (ລວມ​ທັງ​ຫົວ​ໜ້າ​ໜ່ວຍ​ງານ​ສິນ​ເຊື່ອ).
  • ການ​ລົງ​ຢ້ຽມ​ຢາມ​ລູ​ກ​ຄ້​າ​ ສາ​ຂາ​ປາກ​ຊ່ອງ ຂອງ​ທະ​ນາ​ຄານ ເອ​ຊີ​ລີ​ດາ ລາວ ຈຳ​ກັດ
  • ຄ​ະ​ນະ​ໄດ້​ລົງຢ້ຽມ​ຢາມ​ລູກ​ຄ້າ​ຈຳ​ນວນ 03 ລາຍ​ເຊີ່ງ​ເປັນ​ຜູ້​ກູ້​ຢືມ​ຍ່ອຍ ທຶນ​ເງິນ​ກູ້​ຈາກກອງ​ທຶນ LAFF ທັ​ງ​ໝົດ. ໃນ​ຈຳ​ນວນລູກ​ຄ້າ​ທັງ 03 ລາຍນັ້ນ ຜູ້​ທີ​ໜື່ງ​ (ທ​. ບຸນ​ລັບ) ແມ່ນ​ເປັນ​ຜູ້​ປະ​ກອບ​ການ​ປຸງ​ແຕ່ງ​ກາ​ເຟ, ສ່ວນຜູ້​ທີ​ສອງ ແລະ ຜູ້​ທີ​ສາມ  ​(ທ. ວົງ​ຄານ ແລະ ນາງ ໄພ​ວັນ) ແມ່ນ​ເປັນ​ຊາວ​ສວນ​ການ​ເຟ;
  • ​ລູກ​ຄ້າ​ທັງ​ສາມ​ລາຍ​ຍັງກ່າວ​ວ່າພວກເຂົາປະທັບໃຈໃນ ການບໍລິການຂອງທະນາຄານເອຊີລີດາຫຼາຍ. ນອກ ຈາກນີ້, ​ພວກ​ເຂົາ​ເຈົ້າ​ບໍ່​ມີບັນ​ຫາກ່ຽວ​ກັບ​ອັດ​ຕາ​ດອກ​ເບ້ຍ ແລະ ວິ​ທີ​ການ​ຊຳ​ລະເງິນກູ້ຄືນ ເຊີ່ງ​ພວກ​ເຂົາ​ເຈົ້າ​ເຫັນ​ວ່າ​ເປັນ​ວິ​ທີ​ການ​ທີ່​ເໝາະ​ສົມ ແລະ ສະ​ດວກ​ສະ​ບາຍ.
  • ການ​ລົງ​ຢ້ຽມ​ຢາມ​ຫ້ອງ​ການ​ໜ່ວຍ​ບໍ​ລິ​ການ ປະ​ຈຳ​ເມືອງ​ຈຳ​ປາ​ສັກຂອງ ​ທະ​ນາ​ຄານ ເອ​ຊີ​ລີ​ດາ ລາວ ຈຳ​ກັດສ້າງ​ຕັ້ງ​ຂື້ນ​ໃນ​ວັນ​ທີ 03/02/2012, ປະ​ຈຸ​ບັນ​ຫ້ອງ​ການ​ສາ​ຂາ​ປາກ​ຊ່ອງ​ປະ​ກອບ​ມີ​ພະ​ນັກ​ງານ​ທັງ​ໝົດຈຳ​ນວນ 15 ທ່ານ ຍິງ 01 ທ່ານ. ​ໃນ​ນັ້ນ, ພະ​ນັກ​ງານ​ສິນ​ເຊື່ອ​ມີ​ 06 ທ່ານ (ລວມ​ທັງ​ຫົວ​ໜ້າ​ໜ່ວຍ​ງານ​ສິນ​ເຊື່ອ);

ການ​ລົງ​ຢ້ຽມ​ຢາມ​ລູກຄ້າ ​ທະ​ນາ​ຄານເອ​ຊີ​ລີ​ດາ​ໜ່ວຍ​ບໍ​ລິ​ການ​ ເມືອງ​ຈຳ​ປາ​ສັກ

  • ຄ​ະ​ນະ​ໄດ້​ລົງຢ້ຽມ​ຢາມ​ລູກ​ຄ້າ​ຈຳ​ນວນ 02 ລາຍ​ເຊີ່ງ​ເປັນ​ຜູ້​ກູ້​ຢືມ​ຍ່ອຍ ທຶນ​ເງິນ​ກູ້​ຈາກກອງ​ທຶນ LAFF ທັ​ງ​ໝົດ. ໃນ​ຈຳ​ນວນລູກ​ຄ້າ​ທັງ 02 ລາຍນັ້ນ ຜູ້​ທີ​ໜື່ງ​ (ທ. ຖາແສງ ແກ້ວ) ເປັນຜູ້ປະກອບການໂຮງສີເຂົ້າ ແລະ ລ້ຽງໝູ,  ສ່ວນຜູ້​ທີ​ສອງ  ​(ທ່ານ ນ.ຂຽວ ແລະ ທ. ສົມ ສັກ ບຸນຈະເລີນ) ແມ່ນຜູ້ປະ ກອບການລ້ຽງໄກ່ ແລະ ປູກມັນຕົ້ນ.
  • ລູກ​ຄ້າ​ມີ​ຄວາມ​ປະ​ທັບ​ໃຈ​ຫຼາຍ ກ່ຽວກັບ​ການ​ບໍ​ລິ​ການ​ຂອງ​ທະ​ນາ​ຄາ​ນ ເອ​ຊີ​ລີ​ດາ ລາວຈຳກັດ ແລະ ສາມາດ ຍອມຮັບ ການຊຳລະດອກເບ້ຍ ແລະ ຕົ້ນທຶນໄດ້.

ສຸດ​ທ້າຍ ພວກ​ເຂົາ​ເຈົ້າ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອງ​ໃຈ​ມາ​ຍັງ​ຄະ​ນະ​ກອງ​ທຶນ LAFF ແລະ ທະ​ນາ​ຄານ ເອ​ຊີ​ລີ​ດາ ລາວ ຈຳກັດ ທີ່​ໄດ້​ນຳ​ເອົາ​ທຶນ​ເງິນ​ກູ້​ຂະ​ໜາດ​ນ້ອຍ​ດັ່ງ​ກ່າວ​ມາ​ສູ່​ພວກ​ເຂົາ​ເຈົ້າ ແລະ ມີ​ເງື່ອນ​ໄຂ​ທີ່​ເໝາະ​ສົມ ​ເຊີ່ງ​ທຶນ​ເງິນ​ກູ້​ດັ່ງກ່າວ​ໄດ້​ຊ່ວຍເຮັດ​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້​ນຳ​ໃຊ້​ເຂົ້າ​ສູ່​ການ​ຂະ​ຫຍາຍ​ທຸ​ລະ​ກິດ ກໍ່​ຄື​ກິດ​ຈະ​ກຳ​ການ​ຜະ​ລິດ​ຂອງ​ພວກ​ເຂົາ​ເຈົ້າ​ ພ້ອມ​ທັງ​ເປັນ​ການ​ເພີ່ມ​ລາຍ​ຮັບ​ຂອງ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ​ນຳ​ອີກ​ດ້ວຍ.

ຜົນສຳເລັດໃນການລົງຢ້ຽມຢາມໃນຄັ້ງນີ້ເຫັນວ່າ ທຶນ​ເງິນ​ກູ້​ຈາກກອງ​ທຶນ LAFF ສາ​ມາດ​ຊ່ວຍ​ສ້າງ​ໃບ​ໜ້າ​    ໃໝ່​ໃຫ້​ແກ່​ທະ​ນາ​ຄານ ບີ​ໄອ​ຊີ ລາວ​ຈຳ​ກັດ ໃນ​ການ​​ນຳ​ເອົາ​ການ​ບໍ​ລິ​ການ​ຂອງ​ຕົນ​ລົງ​ສູ່​ລູກ​ຄ້າ​ລາຍ​ຍ່ອຍ ພ້ອມ​ທັງ​​ຊ່ວ​ຍ​ເຮັດ​ໃຫ້​ຜູ້​ປະ​ກອບ​ການ​ຈຸນ​ລະ​ວິ​ສາ​ຫະ​ກິດ ຫຼື ຜູ້​ຜະ​ລິດ​ຂະ​ໜາດ​ນ້ອຍ​ໄດ້ມີ​ໂອ​ກາ​ດ​ເຂົ້​ເຖິງ​ການ​ບໍ​ລິ​ການ​ດ້ານ​ການ​ເງິນ​ທີ່​ວ່ອງ​ໄວ, ສະ​ດວກ​ສະ​ບາຍ ແລະ ມີ​ເງື່ອນ​ໄຂ​ທີ່​ເໝາະ​ສົມ.

ລູ​ກ​ຄ້າ​​ຜູ້​ທີ່​ໄດ້​ຖືກ​ລົງ​ຢ້ຽມ​ຢາມ​ທັງ​ໝົດ ຂອງ​ທັງ​ສອງ​ທະ​ນາ​ຄານ ແມ່ນ​ໄດ້​ສະ​ແດງ​ຄວາມ​ເພີ່ງ​ພໍ​ໃຈ​ຕໍ່​ການ​ບໍ​ລິ​ການ ກໍ່​ຄື​ການ​ຮ່ວມ​ມື​ກັບ​ພະ​ນັກ​ງານ​ສິນ​ເຊື່ອ​ຂອງ​ທັງ​ສອງ​ທະ​ນາ​ຄານ. ສີ່ງນີ້​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເງື່ອນ​ໄຂ​ຂອງ​ຜະ​ລິດ​ຕະ​ພັນ​ເງິນ​ກູ້ ທີ່​ສະ​ໜອງ​ໃຫ້​ໂດຍ​ທັງສອງ​ທະ​ນາ​ຄານ​ດັ່ງ​ກ່າວ​ແມ່ນ​ແທດ​ເໝາະ​ກັບ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ ແລະ ທັງ​ສອງ​ທະ​ນາ​ຄານ​ດັ່ງ​ກ່າວກໍ່​ມີ​ການ​ສະ​ໜອງ​ການ​ບໍ​ລິ​ການ​ແກ່​ລູກ​ຄ້າ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ. ຈາກການ​ລົງ​ຢ້ຽມ​ຢາມ​ພາກ​ສະ​ໜາມ​ໃນ​ເທື່ອນີ້ ​​ແມ່ນ​ໄດ້​ຮັບການ​ຊີ້​ນຳ​ພາ​ຢ່າງ​ໄກ້​ສິດ​ຈາກ​ຄະ​ນະ​ຊີ້​ນຳ​ກອງ​ທຶນ LAFF ​ ແລະ ໄດ້ຮັບການ​ຮ່ວມ​ໄມ້​ຮ່ວມ​ມື​ຈາກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເປັນ​ຢ່າງ​ດີ, ໂດຍ​ສະ​ເພາະ​​ ຈາກ​ຄະ​ນະ​ຜູ້​ບໍ​ລິ​ຫານ​ຂອງ​ທະ​ນາ​ຄານ​ທັງ​ສອງທະນາຄານ​ທີ່​ໄດ້​ຖືກ​ລົງ​ຢ້ຽມ​ຢາມ ລວມ​ທັງ​ສາ​ຂາ ແລະ ໜ່ວຍ​ບໍ​ລິ​ການ​ທີ່​ກ່ຽວ​ຂ້ອງ, ຈື່ງ​ເຮັດ​ໃຫ້​ການ​ລົງ​ຢ້ຽມ​ຢາມ​ພາກ​ສະ​ໜາມ​ຂອງ​ຄະ​ນະ​ຄຸ້ມ​ຄອງ​ບໍ​ລິ​ຫານກອງ​ທຶນ LAFF ໃນ​ເທື່ອນີ້​ປະ​ສົບ​ຜົນ​ສຳ​ເລັດ​ຕາມ​ລະ​ດັບ​ຄາດ​ໝາຍ.

ພາບ-ຂ່າວໂດຍ: ສຸກລາຕີ ບົວຄ່າສິດ