16 Feb ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (LAFF)ຮ່ວມກັບຊ່ຽວຊານສາກົນ ຊຸກຍູ້ວຽກງານ ການເງິນດິຈິຕອນ (Digital Finance)ແລະ ການເງິນຜ່ານມືຖື (Mobile Money)ໃຫ້ແກ່ສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ (PFIs)
ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (LAFF), ໄດ້ສຳເລັດການເຄື່ອນໄຫວວຽກງານວິຊາການທີ່ສຳຄັນ ເພື່ອຍົກລະດັບການບໍລິການທາງການເງິນໃຫ້ທັນສະໄໝ ລະຫວ່າງວັນທີ 26 ມັງກອນ ຫາ 13 ກຸມພາ 2026 ທີ່ຜ່ານມາ.
ການເຄື່ອນໄຫວໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງ ໂຄງການລະບົບອາຫານກະສິກຳແບບຍືນຍົງ (SASSP) ພາຍໃຕ້ກອບການຊ່ວຍເຫຼືອດ້ານວິຊາການຂອງຈາກ ທະນາຄານພັດທະນາອາຊີ (ADB). ໃນຄັ້ງນີ້ ບໍລິສັດທີ່ປຶກສາປະຈຳໂຄງການ GOPA-AFC ແລະ ທີມງານ ຂອງກອງທຶນ LAFF ໄດ້ລົງເຮັດວຽກຢ່າງໃກ້ຊິດກັບ ສະຖາບັນການເງິນທີ່ເປັນຄູ່ຮ່ວມງານ (PFIs) ຂອງກອງທຶນ LAFF ແຕ່ລະແຫ່ງ.
ຈຸດປະສົງຂອງການເຄື່ອນໄຫວໃນຄັ້ງນີ້ແມ່ນ ເພືີ່ອຊ່ວຍສະຖາບັນການເງິນທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF ໃນການຂະຫຍາຍຮູບແບບການໃຫ້ບໍລິການດ້ານການເງິນຜ່ານຊ່ອງທາງອອນລາຍ ໂດຍຈະມີການປະເມີນສະພາບຕະຫຼາດ,ການນຳໃຊ້ ການເງິນຜ່ານມືຖື (Mobile Money) ແລະ ການເງິນດິຈິຕອນ(Digital Finance) ໃນ ສປປ ລາວ ຢ່າງຮອບດ້ານ, ພ້ອມທັງວິເຄາະອຸປະສັກ ແລະ ຄວາມທ້າທາຍດ້ານເຕັກໂນໂລຊີ ຂອງແຕ່ລະສະຖາບັນການເງິນ ເພື່ອເປັນພື້ນຖານໃນການສ້າງແຜນຍຸດທະສາດ ແລະ ແຜນການນຳໃຊ້ Mobile Money ໃຫ້ເໝາະສົມກັບບໍລິບົດຂອງສະຖາບັນການເງິນຂອງຕົນ, ພ້ອມທັງ ປຶກສາຫາລື ແລະ ວາງແນວທາງການນຳໃຊ້ລະບົບການເງິນຜ່ານໂທລະສັບມືຖື ເພື່ອເປັນຊ່ອງທາງໃນການຮັບ-ຈ່າຍເງິນກູ້ ທີ່ສະດວກສະບາຍໃຫ້ແກ່ລູກຄ້າ, ໂດຍສະເພາະແມ່ນຜູ້ທີ່ຢູ່ໃນເຂດຫ່າງໄກສອກຫຼີກ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນໄດ້ງ່າຍຂຶ້ນ.
ການເຄື່ອນໄຫວໃນຄັ້ງນີ້ ຖືເປັນບາດກ້າວອັນສຳຄັນຂອງກອງທຶນ LAFF ໃນການສ້າງຄວາມເຂັ້ມແຂງດ້ານການນຳໃຊ້ Digital Finance ແລະ Mobile Money, ພ້ອມທັງຊ່ວຍໃຫ້ PFIs ສາມາດຫຼຸດຜ່ອນຕົ້ນທຶນການດຳເນີນງານ ແລະ ສາມາດຂະຫຍາຍການບໍລິການໄປສູ່ກຸ່ມເປົ້າໝາຍໄດ້ຢ່າງກວ້າງຂວາງກວ່າເກົ່າ.




