ປະກາດແຈ້ງການ
(ແຈ້ງການລ່ວງໜ້າກ່ຽວກັບທຶນເງິນກູ້ຈາກກອງທຶນ LAFF)
ທະນາຄານ ແຫ່ງ ສປປ ລາວ (ທຫລ) ມີຄວາມຍິນດີແຈ້ງມາຍັງບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ກ່ຽວກັບ ການສົ່ງໜັງສືສະແດງເຈດຈຳນົງ (EOI) ໃນການສະເໜີຂໍກູ້ຢືມທຶນ ຈາກ “ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ” (LAFF) ເຊີ່ງເປັນກອງທຶນທີ່ໄດ້ຮັບທຶນສະໜັບສະໜູນຈາກລັດຖະບານຂອງປະເທດເຢຍລະມັນ ໂດຍຜ່ານທະນາຄານເພື່ອການພັດທະນາຂອງປະເທດເຢຍລະມັນ KfW, ເຊີ່ງຈະໄດ້ມີການອອກປະກາດແຈ້ງການຢ່າງເປັນທາງການ ໃນມື້ວັນທີ XX ເດືອນພະຈິກ ປີ 2021.
ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (ຫຼື LAFF) ແມ່ນສ້າງຕັ້ງຂື້ນໃນປີ 2014, ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກ ກະຊວງເພື່ອການຮ່ວມມື ແລະ ການພັດທະນາດ້ານເສດຖະກິດ (BMZ) ຂອງປະເທດເຢຍລະມັນ ໂດຍຜ່ານ ທະນາຄານພັດທະນາຂອງ ປະເທດເຢຍລະມັນ ຫຼື KfW. ເປົ້າໝາຍຂອງກອງທຶນດັ່ງກ່າວແມ່ນເພື່ອແນ່ໃສ່ການສົ່ງເສີມການເຂົ້າເຖິງແຫຼ່ງທຶນສຳລັບ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ໃນເຂດຊົນນະບົດ ຂອງ ສປປ ລາວ, ຊຶ່ງທຶນເບື້ອງຕົ້ນແມ່ນ 3 ລ້ານຢູໂຣ. ຜ່ານມາ ກອງທຶນ LAFF ໄດ້ໃຫ້ການປ່ອຍກູ້ໃຫ້ແກ່ ທະນາຄານທຸລະກິດ ແລະ ສກຈຮ ເພື່ອນຳໄປປ່ອຍກູ້ຕໍ່ໃຫ້ແກ່ MSME ຫຼາຍກ່ວາ 2,500 ຫົວໜ່ວຍໃນຂອບເຂດທົ່ວປະເທດ, ໃນນັ້ນ ມີຫຼາຍຫົວໜ່ວຍ MSME ແມ່ນຖືວ່າເປັນການເຂົ້າເຖິງແຫຼ່ງທຶນຄັ້ງທຳອິດ ຂອງເຂົາເຈົ້າຈາກກອງທຶນດັ່ງກ່າວ.
ຈາກຜົນສຳເລັດຂອງໂຄງການ LAFF ໄລຍະ I, ລັດຖະບານຂອງປະເທດເຢຍລະມັນ ຈຶ່ງສືບຕໍ່ໃຫ້ທຶນ ສະໜັບສະໜູນເພີ່ມຕື່ມອີກ 6 ລ້ານຢູໂຣ ແລະ ອີກ 0.8 ລ້ານຢູໂຣເປັນທຶນຊ່ວຍເຫຼືອດ້ານ ວິຊາການໃຫ້ແກ່ ໂຄງການ LAFF ໄລຍະ II, ຊຶ່ງໄດ້ເລີ່ມມາແຕ່ວັນທີ 02 ມີນາ 2020.
ລາຍລະອຽດເພີ່ມຕື່ມ ກ່ຽວກັບ ການສະເໜີເຈດຈຳນົງ (EOI) ແມ່ນປະກາດຢູ່ເວບໄຊຂອງ ທຫລ (www.bol.gov.la) ແລະ ເວບໄຊ ຂອງ ໂຄງການ LAFF (www.laff.org) ໃນມື້ວັນທີ XX ເດືອນພະຈິກ ປີ 2021, ຊຶ່ງເນື້ອໃນລາຍລະອຽດຈະມີ: ເງື່ອນໄຂໃນການກູ້ຢືມ, ເງື່ອນໄຂຂອງສະຖາບັນການເວິນທີ່ຈະສາມາດກູ້ຢືມໄດ້, ແບບຟອມໃບສະເໜີຂໍເງິນກູ້ ແລະ ເອກະສານຕ່າງໆທີ່ຈະໄດ້ປະກອບໃສ່ ເພື່ອສະໜັບສະໜູນໃຫ້ແກ່ໃບສະເໜີຂໍເງິນກູ້. ທາງໂຄງການຈະໄດ້ປະຊຸມແບບທາງໄກ ຫຼື ທາງອອນລາຍ ເພື່ອອະທິບາຍ ກ່ຽວກັບ ເງື່ອນໄຂການສະເໜີຂໍທຶນ ໃນວັນທີ XX ເດືອນພະຈິກ ປີ 2021 ໃນເວລາ 9 ໂມງ ຕອນເຊົ້າ.
ແລະ ຈະເປີດໃຫ້ສອບຖາມຜ່ານທາງ ອອນໄລ (online), ຜູ້ທີ່ສົນໃຈສະເໜີຂໍທຶນສາມາດສົ່ງຄຳຖາມ ຫຼື ຂໍ້ຂ້ອງໃຈເພື່ອໃຫ້ໂຄງການ ອະທິບາຍເພີ່ມຕື່ມ ໄປໃຫ້ໂຄງການ ກ່ອນວັນທີ XX ທັນວາ ປີ 2021, ທາງໂຄງການຈະໃຫ້ການອະທິບາຍ ແລະ ຕອບຂໍ້ຂ້ອງໃຈຕ່າງໆ ພາຍໃນ 1 ອາທິດພາຍຫຼັງໄດ້ຮັບຄຳຖາມ ຫຼື ຂໍ້ຂ້ອງໃຈຕ່າງໆ.
ວັນກຳນົດສົ່ງໜັງສືສະແດງເຈດຈຳນົງ ສຳລັບ ທະນາຄານທຸລະກິດ ແລະ ສກຈຮ ແມ່ນ ວັນທີ XX ເດືອນມັງກອນ ປິ 2022. ຫຼັງຈາກນັ້ນ ໂຄງການ LAFF ຈະທົບທວນໃບສະເໜີຂໍທຶນ ແລະ ລົງໄປປະເມີນຄວາມພ້ອມ (Due diligence) ເພື່ອທຳການປະເມີນຄວາມສາມາດໃນການກູ້ຢືມຂອງແຕ່ລະສະຖາບັນການເງິນທີ່ສະເໜີຂໍທຶນ. ຈາກນັ້ນ ທາງໂຄງການ ຈະຕົກລົງອະນຸມັດການປ່ອຍທຶນເງິນກູ້ພາຍໃນ ທ້າຍເດືອນ ເມສາ 2022 ແລະ ຈະເລີ່ມເບີກຈ່າຍທຶນເງິນກູ້ໃນ ເດືອນ ພຶດສະພາ 2022.
ການສະໜັບສະໜູນຜູ້ປະກອບການ MSME ແມ່ນນະໂຍບາຍບູລິມະສິດຂອງລັດຖະບານ ແຫ່ງ ສປປ ລາວ, ເນື່ອງຈາກ MSME ໄດ້ປະກອບສ່ວນອັນສຳຄັນໃນການສ້າງວຽກເຮັດງານທຳ ແລະ ສ້າງ ລາຍຮັບໃຫ້ແກ່ປະຊາຊົນລາວ. ການຍົກລະດັບການບໍລິການໃນການເຂົ້າເຖິງແຫຼ່ງທຶນໄລຍະຍາວ ທີ່ເປັນສະກຸນເງີນກີບ ໃຫ້ແກ່ MSME ຈະເຮັດໃຫ້ເຂົາເຈົ້າສາມາດນຳໄປລົງທຶນເພື່ອຂະຫຍາຍກິດຈະການຂອງຕົນ ແລະ ປະກອບສ່ວນໃຫ້ແກ່ການຂະຫຍາຍຕົວທາງເສດຖະກິດຢ່າງມີຄວາມສະເໝີພາບໃນ ສປປ ລາວ.
ລາຍລະອຽດເພີ່ມຕື່ມ ກະລຸນາຕິດຕໍ່:
ທ່ານ ນ. ສ້ອຍສຸວັນ ສີບໍລິບູນ, ຜູ້ຈັດການກອງທຶນ LAFF, ພະແນກສິນເຊື່ອ, ກົມບໍລິການທະນາຄານ, ທະນາຄານແຫ່ງ ສປປ ລາວ, ໂທ: 021 262672, 020 22440559
ຫຼື
ທ່ານ ແກ້ວລັບທະວົງ ສົງສະໄໝວົງ, ທີ່ປຶກສາກອງທຶນ LAFF, ໂທ: 020 99389966