Blade is a smooth and charming, visually stunning and very malleable and flexible

© 2019 – LAFF Powered by LAOITDEV

ປະກາດແຈ້ງການ

ປະກາດແຈ້ງການ

                                             

ປະກາດແຈ້ງການ

ເຖິງ: ບັນດາທະນາຄານທຸລະກິດ  ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ

ເລື່ອງ: ການເປີດຮັບໜັງສືສະແດງເຈດຈຳນົງ  ໃນການສະເໜີ​ຂໍ​ທຶນ​ກູ້​ຢືມຈາກ “ກອງ​ທຶນສົ່ງ​ເສີມ​ການ​

       ເຂົ້າ​ເຖິງ​ແຫຼ່ງ​ທຶນ ໃນ ສ​ປ​ປ ລາວ”

ກົມ​ບໍ​ລິການທະ​ນາ​ຄານ ທະນາຄານແຫ່ງ ສປປ ລາວ, ໃນນາມຜູ້ຄຸ້ມຄອງກອງທຶນສົ່ງ​ເສີມ​ການ​ເຂົ້າ​ເຖິງ​ແຫຼ່ງ​ທຶນ ໃນ ສ​ປ​ປ ລາວ (ກອງທຶນ LAFF) ມີຄວາມຍິນດີແຈ້ງມາຍັງທ່ານຊາບ ປັດຈຸບັນທາງກອງທຶນ LAFF ກໍາລັງກະກຽມເປີດຮັບໜັງສືສະແດງເຈດຈຳນົງ (EOI) ໃນການສະເໜີ​ຂໍ​ທຶນ​ກູ້​ຢືມຈາກ ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ
ລາວ  ໃນໄລຍະ II ຮອບທີ 3  ເປົ້າໝາຍການນໍາໃຊ້ເງິນກູ້ຂອງກອງທຶນດັ່ງກ່າວ ແນ່ໃສ່ການສົ່ງເສີມການເຂົ້າເຖິງແຫຼ່ງທຶນສຳ​ລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໃນເຂດຊົນນະບົດຂອງ ສປປ ລາວ ເພື່ອເຮັດການຜະລິດສິນຄ້າ-ບໍລິການ ເປັນການສ້າງລາຍຮັບ ແລະ ສ້າງວຽກເຮັດງານທໍາ.

ສໍາລັບລາຍລະອຽດ ກ່ຽວກັບແບບ​ຟອມການສະເໜີເຈດຈຳນົງ; ເງື່ອນ​ໄຂ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງ ເພື່ອປະກອບໃນການສະເໜີຂໍເງິນກູ້ຈາກກອງທຶນ LAFF ສາມາດເຂົ້າເບິ່ງໃນເວັບໄຊທ໌ຂອງ ທຫລ (www.bol.gov.la) ແລະ ເວັບໄຊທ໌ ຂອງກອງ​ທຶນ LAFF (www.laff.org.la).

ໃນກໍລະນີ  ທະນາຄານທຸລະກິດ ແລະ ສາຖາບັນການເງິນຈຸລະພາກທີ່ຮັບເງິນຝາກໃດ ມີຄວາມສົນໃຈສາມາດ ນໍາສົ່ງ​ໜັງ​ສືສະແດງເຈດຈຳນົງ ແລະ ເອກະສານທີ່ກ່ຽວຂ້ອງຕ່າງໆ ມາຍັງກົມບໍລິການທະນາຄານ ຊ້າສຸດພາຍໃນວັນທີ 10 ​ກຸມ​ພາ 2023. ພາຍຫຼັງໄດ້ຮັບໜັງສືສະເໜີ, ທາງກອງ​ທຶນ ກ​​ສທ ຈະທົບທວນ​ ແລະ ລົງໄປປະເມີນຄວາມສາມາດໃນການກູ້ຢືມຂອງສະ​ຖາ​ບັນ​ການ​ເງິນ​ທີ່​ສະ​ເໜີ​ຂໍ​ທຶນ​ແຕ່​ລະ​ແຫ່ງ (due diligence) ຊຶ່ງຄາດວ່າຈະປະກາດຜົນການຕົກລົງອະນຸມັດ ແລະ ເບີກຖອນທຶນກູ້ ພາຍໃນ ທ້າຍເດືອນ ມີ​ນາ 2023.

ໝາຍເຫດ: ລາຍລະອຽດເພີ່ມຕື່ມ ສາມາດປະສານ  ທ່ານ ນ. ສ້ອຍສຸວັນ ສີບໍລິບູນ ແລະ ທ່ານ ນາງ ສຸກລາຕີ ບົວຄ່າສິດ,  ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ, ກົມບໍລິການທະນາຄານ ທະນາຄານແຫ່ງ ສປປ ລາວ,ໂທ: 021 262672, 020 22440559, 020 52892494 ຫຼື ສົ່ງຖາມໃນ ອີ​ເມວ: laff.laos@gmail.com

ດັ່ງນັ້ນ, ຈຶ່ງແຈ້ງ​ມາ​ຍັງທ່ານ ເພື່ອຊາບ.

​​