29 Jun ບົດຂ່າວ
“ການຮຽນຮູ້ແບບເພື່ອນຊ່ວຍເພື່ອນ”
ທັດສະນະສືກສາ ແລກປ່ຽນ ບົດຮຽນ ລະຫວ່າງລູກຄ້າ ສກຈຮ ປະຕູຄຳ
ສະໜັບສະໜູນໂດຍ ກອງທຶນ LAFF-BOL-KFW
ທີ່ນະຄອນຫລວງວຽງຈັນ, ວັນທີ 14 ພຶດສະພາ 2022
Exposure Visits and Exchange Experiences among the Clients DTMFI Patukham
Supported by LAFF-BOL-KFW
Vientiane Capital, 7 or 14 May 2022

ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ປະຕູຄໍາ (ສກຈຮ ປະຕູຄໍາ) ເປັນສະຖາບັນໜື່ງທີ່ໄດ້ຮັບທຶນກູ້ຢືມຈາກກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ ສປປ ລາວ (LAFF), ຜ່ານການປ່ອຍກູ້ມາໄດ້ໄລຍະໜື່ງ ສກຈຮ ປະຕູຄໍາ ໄດ້ສັງເກດເຫັນວ່າ ລູກຄ້າຈຳນວນໜຶ່ງ ຍັງມີບັນຫາກ່ຽວກັບແນວຄິດລິເລີ່ມໃນການເຮັດທຸລະກິດ ແລະ ການພັດທະນາທຸລະກິດເປັນຕົ້ນແມ່ນ ຄວາມຮູ້ດ້ານວິຊາການ-ວິຊາສະເພາະ, ປະສົບປະການ ໃນການດໍາເນີນທຸລະກິດ. ເພື່ອເປັນການສ້າງແຮງຈຸງໃຈ, ສ້າງໂອກາດໃຫ້ແກ່ກຸ່ມລູກຄ້າທີ່ມີທຸລະກິດຄ້າຍໆກັນ, ດັ່ງນັ້ນ, ສກຈຮ ປະຕູ ຈຶ່ງສະເໜີໂຄງການ “ການຮຽນຮູ້ແບບເພື່ອນຊ່ວຍເພື່ອນ” ພາຍໃຕ້ໂຄງການສົ່ງເສີມການເຂົ້າເຖິງແຫຼງທຶນໃນ ສປປ ລາວ (LAFF), ແລະ ໄດ້ນໍາໃຊ້ບ້ວງເງິນສະໜັບສະໜູນວິຊາການເພື່ອຈັດການທັດສະນະຮຽນຮູ້ໃຫ້ກັບບັນດາລູກຄ້າດ້ວຍກັນ ໃຫ້ໄດ້ມີໂອກາດ ແລະ ແລກປ່ຽນ ບົດຮຽນເຊີ່ງກັນ ແລະ ກັນ ໃນການ ບໍລິຫານຈັດການທຸລະກິດຂອງເຂົາເຈົ້າ ແລະ ອື່ນໆ ພ້ອມທັງ ການບໍລິຫານ ການນຳໃຊ້ເງິນກູ້ແບບໃດ ຂອງກຸ່ມລູກຄ້າ ທີ່ປະສົບຜົນສຳເລັດ. ການຈັດຕັ້ງປະຕິບັດໃນຄັ້ງນີ້ ເຫັນໄດ້ວ່າ ເປັນກິດຈະກໍາທີ່ເກີດຜົນປະໂຫຍດຫຼາຍທີ່ສຸດ ໃຫ້ແກ່ກຸ່ມລູກຄ້າ ແລະ ຍັງສາມາດເປັນຈຸດເລີ່ມຕົ້ນຂອງຫຼາຍໆ ຫົວຂໍ້ໃນການຈັດການແລກປ່ຽນໃນຫົວຂໍ້ຕໍ່ໆໄປ ແບບລົງເລິກສະເພາະ ເຊັ່ນວ່າ: ການເຮັດຝຸ່ນຄອກໃສ່ພືດຜັກ, ຕົ້ນໄມ້, ວິທີການຂະຫຍາຍພັນແບບຕອນກີ່ງງ່າໄມ້ໃຫ້ໝາກ, ການປະສົມພັນໝູ ແລະ ອື່ນໆ.

ໃນວັນທີ 14 ພຶດສະພາ 2022 ຜ່ານມານີ້, ທີ່ນະຄອນຫຼວງວຽງຈັນ, ໄດ້ມີການ ທັດສະນະສືກສາ ແລກປ່ຽນບົດຮຽນ ລະຫວ່າງລູກຄ້າ ສກຈຮ ປະຕູຄຳ ພາຍໃຕ້ຫົວຂໍ້ “ການຮຽນຮູ້ແບບເພື່ອນຊ່ວຍເພື່ອນ”, ສະຖານທີ່ຢ້ຽມຢາມ: 1). ສວນ ຕົ້ນໃຜ່ໃບທອງ ທີ່ ບ້ານອຸດົມຜົນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ໂດຍທ່ານ ນາງ ທິບສົມບູນ ຊາມົນຕີ ໃນຕອນເຊົ້າ ແລະ 2). ສວນ ໄຊທານີ ປັນສຸກ ບໍລິການຕຶກເບັດ ທີ່ບ້ານ ຫ້ວຍແດນເມືອງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນໂດຍທ່ານ ວິໄຊ ໄຊທານີ ໃນຕອນບ່າຍ. ໂດຍການສະໜັບສະໜູນຈາກ ກອງທຶນ LAFF-BOL-KFW, ພ້ອມນີ້ກໍ່ມີ ທີມງານທີ່ປຶກສາ AFC ທີ່ປຶກສາປະຈຳກອງທຶນ LAFF, ຄະນະຄຸ້ມຄອງ ແລະ ບໍລິຫານງານກອງທຶນ LAFF (LMU), ສະມາຄົມການເງິນຈຸລະພາກ (ສມກຈ), ສກຈຮ ປະຕູຄຳ ແລະ ລູກຄ້າ ສກຈຮ ປະຕູຄຳ ຈຳນວນໜຶ່ງ ເຂົ້າຮ່ວມ, ເຊິ່ງຮູບແບບການດໍາເນີນກິດຈະກໍາໄດ້ນໍາໃຊ້ວິທີການແບບມີສ່ວນຮ່ວມໃຫ້ໂອກາດກັບລູກຄ້າ ສກຈຮ ປະຕູຄຳ ທັງເກົ່າ ແລະ ໃໝ່ທີ່ໄດ້ຮັບເງິນກູ້ຢືມໄປແລ້ວອາດຈະເປັນລູກຄ້າ ແບບກຸ່ມ ຫຼື ບຸກຄົນ. ສກຈຮ ປະຕູຄໍາ ໄດ້ມີແຜນຈັດ ທັດສະນະສືກສາ 1 ຄັ້ງຕໍ່ປີ ສົມທົບ ກັບພາກທຸລະກິດລະດັບຄົວເຮືອນ ຫຼື ກຸ່ມ ທີ່ປະກອບອາຊິບ ທີ່ຖືກຕ້ອງ ຕາມກົດໝາຍ ໂດຍການເລີ່ມຈາກ ການຈັດທັດສະນະສືກສາ ໃຫ້ລູກຄ້າ ຈຳນວນທັງໝົດ 15 ຄົນ/ຄັ້ງ.

ຈຸດປະສົງຂອງການຈັດທັດສະນະສຶກສາໃນຄັ້ງນີ້:
- ເພື່ອສ້າງໃຫ້ລູກຄ້າທີ່ຍັງບໍ່ທັນມີທຸລະກິດ ໃຫ້ມີເນວຄວາມຄິດໃນການສ້າງທຸລະກິດ ແລະ ພັດທະນາຄວາມຄິດຂອງຕົນເອງ;
- ເພື່ອໃຫ້ລູກຄ້າທີ່ມີ ຫລື ບໍ່ມີທຸລະກິດ ໄດ້ແລກປ່ຽນປະສົບການໃນການບໍລິຫານ ເຊັ່ນ: ແຮງບັນດານໃຈ, ແຮງຈູງໃຈ, ການຕະຫຼາດ ແລະ ຜະລິດຕະພັນ, ການບໍລິການລູກຄ້າ ຂອງທຸລະກິດທີ່ປະສົບຜົນສໍາເລັດ;
- ເປີດໂອກາດໃຫ້ກັບລູກຄ້າ ຂອງ ສກຈຮ ປະຕູຄຳໄດ້ສ້າງພັນທະມິດເຄືອຂ່າຍໃນການເຮັດທຸລະກິດ, ໄດ້ຮຽນຮູ້ເຊີ່ງກັນ ແລະກັນ ເຊິ່ງເຮັດໃຫ້ເກີດຜົນດີ ໃຫ້ແກ່ ລູກຄ້າ ກໍ່ຄື ປະຊາຊົນທີ່ເຂົ້າຫາແຫຼ່ງທຶນໃນຂະແໜງການເງິນຈຸລະພາກ.
ຜົນໄດ້ຮັບຈາກການຈັດ ທັດສະນະສຶກສາຄັ້ງນີ້ ເຫັນວ່າ:
- ລູກຄ້າ ສກຈຮ ປະຕູຄຳ ໃນກຸ່ມ ທີ່ເຮັດທຸລະກິດທາງດ້ານກະສິກຳ ບາງທ່ານທີຍັງບໍ່ທັນໄດ້ເຂັ້ມແຂງ ແລະ ກຳລັງມີແນວຄວາມຄິດລົງທືນເຮັດທຸລະກິດ ໄດ້ມີໂອກາດລົງຍ້ຽມຍາມ ສຶກສາເບີ່ງກິດຈະກຳ ເພື່ອເພີ່ມແຮງຈູງໃຈໃນການລິເລີ່ມ ທີ່ຕົນເອງກຳລັງຈະດຳເນີນທຸລະກິດ ແລະ ໄດ້ບົດຮຽນໃນການຈັດຕັ້ງປະຕິບັດ ເພື່ອນຳມາພັດທະນາຕໍ່ຍອດຄວາມຄິດຂອງຕົນເອງ.
- ລູກຄ້າທີ່ມີ ຫລື ບໍ່ມີທຸລະກິດ ທາງດ້ານກະສິກຳນີ້ ໄດ້ແລກປ່ຽນບົດຮຽນປະສົບການຕົວຈີງໃນການບໍລິຫານທຸລະກິດ ເປັ້ນຕົ້ນແມ່ນ ປະຫວັດການລີ່ເລີ່ມການສ້າງທຸລະກິດ, ການວາງແຜນໃນການລົງທືນ, ຂະບວນການຜະລິດສີນຄ້າ, ດ້ານເຕັກນິກວິຊາການການດູແລຮັກສາ, ການບໍລິຫານດ້ານການຕະຫຼາດ ແລະ ຜະລິດຕະພັນ, ການບໍລິການລູກຄ້າ ຂອງທຸລະກິດທີ່ປະສົບຜົນສໍາເລັດ.
- ເປັນການເປີດໂອກາດດີ ໃຫ້ກັບລູກຄ້າ ຂອງ ສກຈຮ ປະຕູຄຳ ໄດ້ສ້າງພັນທະມິດເຄືອຂ່າຍໃນການເຮັດທຸລະກິດ, ການສ້າງກຸ່ມຜະລິດຕະພັນຂະເເໜງການດຽວກັນ ເພື່ອສະໜອງຄວາມຕ້ອງການຕະຫຼາດທີ່ໃຫຍ່ຂື້ນ, ການກຳນົດດ້ານລາຄາ ທີ່ໄດ້ຮຽນຮູ້ເຊີ່ງກັນ ແລະ ກັນ, ເຊິ່ງເຮັດໃຫ້ເກີດຜົນດີ ໃຫ້ແກ່ ລູກຄ້າ ກໍ່ຄື ປະຊາຊົນທີ່ເຂົ້າຫາແຫຼ່ງທຶນ ແລະ ໃຊ້ບໍລິການໃນຂະແໜງການເງິນຈຸລະພາກ.
