18 ມ.ກ. ປະກາດແຈ້ງການ
ປະກາດແຈ້ງການ
ເຖິງ: ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ
ເລື່ອງ: ການເປີດຮັບໜັງສືສະແດງເຈດຈຳນົງ ໃນການສະເໜີຂໍທຶນກູ້ຢືມຈາກ “ກອງທຶນສົ່ງເສີມການ
ເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ”
ກົມບໍລິການທະນາຄານ ທະນາຄານແຫ່ງ ສປປ ລາວ, ໃນນາມຜູ້ຄຸ້ມຄອງກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ (ກອງທຶນ LAFF) ມີຄວາມຍິນດີແຈ້ງມາຍັງທ່ານຊາບ ປັດຈຸບັນທາງກອງທຶນ LAFF ກໍາລັງກະກຽມເປີດຮັບໜັງສືສະແດງເຈດຈຳນົງ (EOI) ໃນການສະເໜີຂໍທຶນກູ້ຢືມຈາກ ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນໃນ
ສປປ ລາວ ໃນໄລຍະ II ຮອບທີ 3 ເປົ້າໝາຍການນໍາໃຊ້ເງິນກູ້ຂອງກອງທຶນດັ່ງກ່າວ ແນ່ໃສ່ການສົ່ງເສີມການເຂົ້າເຖິງແຫຼ່ງທຶນສຳລັບຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໃນເຂດຊົນນະບົດຂອງ ສປປ ລາວ ເພື່ອເຮັດການຜະລິດສິນຄ້າ-ບໍລິການ ເປັນການສ້າງລາຍຮັບ ແລະ ສ້າງວຽກເຮັດງານທໍາ.
ສໍາລັບລາຍລະອຽດ ກ່ຽວກັບແບບຟອມການສະເໜີເຈດຈຳນົງ; ເງື່ອນໄຂ ແລະ ເອກະສານຕ່າງໆທີ່ກ່ຽວຂ້ອງ ເພື່ອປະກອບໃນການສະເໜີຂໍເງິນກູ້ຈາກກອງທຶນ LAFF ສາມາດເຂົ້າເບິ່ງໃນເວັບໄຊທ໌ຂອງ ທຫລ (www.bol.gov.la) ແລະ ເວັບໄຊທ໌ ຂອງກອງທຶນ LAFF (www.laff.org.la).
ໃນກໍລະນີ ທະນາຄານທຸລະກິດ ແລະ ສາຖາບັນການເງິນຈຸລະພາກທີ່ຮັບເງິນຝາກໃດ ມີຄວາມສົນໃຈສາມາດ ນໍາສົ່ງໜັງສືສະແດງເຈດຈຳນົງ ແລະ ເອກະສານທີ່ກ່ຽວຂ້ອງຕ່າງໆ ມາຍັງກົມບໍລິການທະນາຄານ ຊ້າສຸດພາຍໃນວັນທີ 10 ກຸມພາ 2023. ພາຍຫຼັງໄດ້ຮັບໜັງສືສະເໜີ, ທາງກອງທຶນ ກສທ ຈະທົບທວນ ແລະ ລົງໄປປະເມີນຄວາມສາມາດໃນການກູ້ຢືມຂອງສະຖາບັນການເງິນທີ່ສະເໜີຂໍທຶນແຕ່ລະແຫ່ງ (due diligence) ຊຶ່ງຄາດວ່າຈະປະກາດຜົນການຕົກລົງອະນຸມັດ ແລະ ເບີກຖອນທຶນກູ້ ພາຍໃນ ທ້າຍເດືອນ ມີນາ 2023.
ໝາຍເຫດ: ລາຍລະອຽດເພີ່ມຕື່ມ ສາມາດປະສານ ທ່ານ ນ. ສ້ອຍສຸວັນ ສີບໍລິບູນ ແລະ ທ່ານ ນາງ ສຸກລາຕີ ບົວຄ່າສິດ, ກອງທຶນສົ່ງເສີມການເຂົ້າເຖິງແຫຼ່ງທຶນ ໃນ ສປປ ລາວ, ກົມບໍລິການທະນາຄານ ທະນາຄານແຫ່ງ ສປປ ລາວ,ໂທ: 021 262672, 020 22440559, 020 52892494 ຫຼື ສົ່ງຖາມໃນ ອີເມວ: laff.laos@gmail.com
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ.