29 ພ.ຈ. ບົດຂ່າວ
‘‘ການທັດສະນະສືກສາ ແລກປ່ຽນບົດຮຽນ ຂອງ ສກຈຮ ຈຳປາລາວ ທີ່ ສກຈຮ ເອກພັດທະນາ ແລະ ສກຈຮ ປະຕູຄຳ’’
ສະໜັບສະໜູນໂດຍ ກອງທຶນ LAFF-BOL-KFW
ທີ່ນະຄອນຫລວງວຽງຈັນ, ວັນທີ 4-5 ຕຸລາ 2022
Study Visits and Exchange Experiences of Champalao (CMFI) Deposit-Taking Microfinance Institution (DTMFI) at Ekhphatthana (DTMFI) and Patukham (DTMFI)
Supported by LAFF_BOL-KFW
Vientiane Capital, 4-5 October 2022

ໃນວັນທີ 04-05 ຕຸລາ 2022 ສະຖາບັນການເງິນຈຸນລະພາກທີ່ຮັບເງິນຝາກ ຈຳປາລາວ ຈາກແຂວງຫຼວງພະບາງ ນຳທີມໂດຍທ່ານ ນາງ ນິນທະສອນ ໄຊຍະສະຫວັນ ປະທານສະພາບໍລິຫານ ສກຈຮ ຈຳປາລາວ ພ້ອມດ້ວຍຄະນະ 2 ທ່ານ, ຄະນະອຳນວຍການ 3 ທ່ານ ແລະ ພະນັກງານ ວິຊາການ 10 ທ່ານ ລວມຜູ້ເຂົ້າຮ່ວມ 16 ທ່ານ, ຍິງ 6 ທ່ານ, ໄດ້ລົງທັດສະນະສຶກສາແລກ
ປ່ຽນບົດຮຽນນຳສອງສະຖາບັນການເງິນຈຸນລະພາກທີ່ຮັບເງິນຝາກເຊັ່ນ: ສກຈຮ ເອກພັດທະນາ ທີ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ສກຈຮ ປະຕູຄຳ ທີ່ບ້ານວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ທີ່ເປັນຄູ່ຮ່ວມງານຂອງກອງທຶນ LAFF,
ເຊິ່ງໃນວັນທີ 04 ຕຸລາ 2022 ໃຫ້ກຽດຕ້ອນຮັບໂດຍ ທ່ານ ສົມພອນ ສີແສງລັດ ອຳນວຍການ ສກຈຮ ເອກພັດທະນາ ພ້ອມດ້ວຍຄະນະບໍລິຫານ ແລະ ໃນວັນທີ່ 05 ຕຸລາ 2022 ໃຫ້ກຽດຕ້ອນຮັບໂດຍ ທ່ານ ນາງ ຂັນມະນີ ສຸທຳມະວົງ ອຳນວຍການ ສກຈຮ ປະຕູຄຳ ພ້ອມດ້ວຍຄະນະບໍລິຫານ, ໂດຍການສະໜັບສະໜູນຈາກ ກອງທຶນ LAFF_ທະນາຄານແຫ່ງ ສປປ ລາວ, ພ້ອມນີ້ກໍ່ມີ, ຄະນະຄຸ້ມຄອງ ແລະ ບໍລິຫານງານກອງທຶນ LAFF (LMU) 02 ທ່ານ ໃຫ້ກຽດເຂົ້າຮ່ວມ.
ຈຸດປະສົງຂອງການທັດສະນະສຶກສາໃນຄັ້ງນີ້ກໍ່ເພື່ອສ້າງຂີດຄວາມສາມາດໃຫ້ແກ່ຄະນະສະພາ
ບໍລິຫານ ສກຈຮ ຈຳປາລາວ ໃນການຄຸ້ມຄອງບໍລິຫານສະຖາບັນການເງິນຈຸນລະພາກທີ່ເປັນມື ອາຊີບ. ນອກຈາກນີ້, ຈຸດປະສົງສະເພາະແມ່ນເພື່ອແລກປ່ຽນບົດຮຽນກ່ຽວກັບການບໍລິຫານອົງກອນກັບສອງສະຖາບັນການເງິນດັ່ງກ່າວທີ່ມີຄວາມເຂັ້ມແຂງທາງດ້ານການຄຸ້ມຄອງບໍລິຫານ.
ບົດຮຽນທີ່ສາມາດຖອດຖອນໄດ້ໃນການທັດສະນະສຶກສາຄັ້ງນີ້ມີຫຼາຍຢ່າງເຊັ່ນ ການຄຸ້ມ ຄອງບໍລິຫານສະຖາບັນການເງິນ, ການບໍລິຫານອົງກອນທີ່ດີຕາມພາລະບົດບາດສິດ ແລະ ໜ້າທີ່, ການສ້າງ ແລະ ພັດທະນາພະນັກງານສືບທອດ, ກົນໄກການດັດປັບ ອັດຕາດອກເບ້ຍເງິນຝາກ ແລະ ເງິນກູ້, ການພັດທະນາໃນການຕະຫຼາດຍຸກໃໝ່, ການສົ່ງເສີມ ແລະ ພັດທະນາແນວຄວາມ ຄິດໃນກິດຈະກຳຂອງລູກຄ້າ, ການສົ່ງເສີມ ແລະ ຊຸກຍູ້ໃນການຊ່ວຍເຫຼືອສັງຄົມ, ການບໍລິຫານບຸກຄະລາກອນ ແລະ ແຮງຈູງໃຈ, ການຄຸ້ມຄອງສາຂາ ແລະ ໜ່ວຍບໍລິການ, ການນຳໃຊ້ ແລະ ພັດທະນາເຕັກໂນໂລຢີເຂົ້າໃນການດຳເນີນງານຂອງສະຖາບັນ ແລະ ຜົນສຳເລັດໃນການປ່ອຍກູ້ແບບກຸ່ມ ແລະ ການປະກັນໄພເງິນກູ້.
ການທັດສະນະສຶກສາແລກປ່ຽນບົດຮຽນຂອງ ສກຈຮ ຈຳປາລ່າວ ໃນຄັ້ງນີ້ ບໍ່ພຽງແຕ່ ໄດ້ຮັບໝາກຜົນທີ່ດີ ແຕ່ຍັງເປັນການສ້າງສາຍພົວພັນທີ່ດີລະຫວ່າງສະຖາບັນການເງິນດ້ວຍກັນ, ເຊິ່ງໃນອານາຄົດອາດຈະໄດ້ປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນແລະກັນ, ເພື່ອສືບຕໍ່ວາງແຜນ ຍຸດທະສາດໃນຕໍ່ໜ້າ ກ່ຽວກັບການສົ່ງເສີມວຽກງານ ການຄຸ້ມຄອງບໍລິຫານຂອງສະຖາບັນການ ເງິນໃຫ້ປະສົບຜົນສຳເລັດຍິ່ງຂຶ້ນ. ນອກຈາກນັ້ນ, ເພື່ອການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ ສະຖາບັນການເງິນໃນ ສປປ ລາວ ໃນການສົ່ງເສີມຈຸນລະວິສາຫະກິດ, ສຸກຍູ້ສົ່ງເສີມການຜະລິດ ໃຫ້ແກ່ປະຊາຊົນລາວທົ່ວປະເທດ.

ພາບ-ຂ່າວໂດຍ: ສຸກລາຕີ ບົວຄ່າສິດ