
20 ທ.ວ. ກອງທຶນສົ່ງເສີມການເຂົ້າຫາແຫຼ່ງທຶນ ສປປ ລາວ – ກອງທຶນ LAFF , ກອງປະຊຸມສຳມະນາກ່ຽວກັບ ການສະໜອງເງິນກູ້ຈາກກອງທຶນ LAFF ໃຫ້ແກ່ ທະນາຄານທຸລະກິດ ແລະ ສະຖາບັນກາເງິນຈຸລະພາກ
ໃນມື້ວັນທີ 9 ທັນວາ 2021, ທະນາຄານ ແຫ່ງ ສປປ ລາວ (ທຫລ) ຮ່ວມກັບ ບໍລິສັດທີ່ປຶກສາ AFC ໄດ້ຈັດກອງປະຊຸມສຳມະນາທາງອອນລາຍ ເພື່ອເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບ ການສະໜອງເງິນກູ້ຈາກກອງທືນ LAFF ແກ່ທະນາຄານທຸລະກິດ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ) ທີ່ສົນໃຈເຂົ້າຮ່ວມໂຄງການ. ກອງທຶນ LAFF ແມ່ນກອງທຶນໝູນ ວຽນຂອງ ທຫລ, ຊຶ່ງໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະ ບານປະເທດເຢຍລະມັນ ໂດຍຜ່ານ ທະນາຄານພັດທະນາຂອງປະເທດເຢຍລະມັນ ຫຼື KfW.
ທຫລ ໄດ້ອອກແຈ້ງການຢ່າງເປັນທາງການ ເພື່ອໃຫ້ມີການສະເໜີຂໍທຶນ ໃນມື້ວັນທີ 29 ທັນວາ 2021 ຢູ່ ເວັບໄຊທ໌ ຂອງກອງທຶນ LAFF ແລະ ເວັບໄຊທ໌ຂອງ ທຫລ ເອງ: ໂຄງການ ກອງທຶນ LAFF ມີທຶນທັງໝົດ 35 ຕື້ກີບ ສຳລັບປ່ອຍກູ້ໃຫ້ທະນາຄານທະລະກິດ ແລະ ສກຈຮ ເພື່ອນຳໄປປ່ອຍກູ້ຕໍ່ໃຫ້ແກ່ ຫົວໜ່ວຍຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໃນເຂດຊົນນະບົດ. ທະນາຄານທຸລະກິດ ແລະ ສກຈຮ ສາມາດສະເໜີກູ້ຢືມທຶນຈາກກອງທຶນດັ່ງກ່າວບົນຫຼັກການການແຂ່ງຂັນກັນ ດ້ວຍການຍົກຫຼັກຖານອ້າງອີງໃຫ້ເຫັນເຖິງຄວາມສາມາດໃນການບໍລິຫານເງິນກູ້ດັ່ງ ກ່າວໃຫ້ໄດ້ຢ່າງມີຄວາມຍືນຍົງ ເຊັ່ນວ່າ: ຈະເອົາເງິນກູ້ນີ້ໄປປ່ອຍກູ້ຕໍ່ໃຫ້ກຸ່ມລູກຄ້າ MSME ຢູ່ໃສ, ຈະໃຫ້ບໍລິການແນວໃດ, ຈະຄິດໄລ່ອັດຕາດອກເບ້ຍໃນລະດັບເທົ່າໃດ, ແລະ ໄລຍະກູ້ດົນປານໃດ. ເງີນກູ້ທີ່ທະນາຄານທຸລະກິດ ແລະ ສກຈຮ ຈະປ່ອຍກູ້ຕໍ່ໃຫ້ລູກຄ້າ MSME ຜູ້ໜຶ່ງແມ່ນສູງສຸດບໍ່ເກີນ 500 ລ້ານກີບ. ເງິນກູ້ຢືມຈາກກອງທຶນ LAFF ໃຫ້ແກ່ ທະນາຄານທຸລະກິດ ແລະ ສກຈຮ ແມ່ນເປັນເງິນກູ້ໄລຍະຍາວ, ໄລຍະກູ້ສູງສຸດ 6 ປີ, ອັດຕາດອກເບ້ຍ 5.8% ຕໍ່ປີ ສຳລັບ ທະນາຄານທຸລະກິດ, ແລະ 6.5%ຕໍ່ປີ ສຳລັບ ສກຈຮ ໂດຍບໍ່ມີຫຼັກຊັບຄໍ້າປະກັນ ແລະ ຄ່າທຳນຽມໃດໆ.
ກອງທຶນ LAFF ສ້າງຕັ້ງໃນປີ 2014, ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກ ກະຊວງການຮ່ວມມື ແລະ ການພັດທະນາ ດ້ານເສດຖະກິດ (BMZ) ຂອງປະເທດເຢຍລະມັນ ໂດຍຜ່ານທະນາຄານພັດທະນາ ຂອງປະເທດເຢຍລະມັນ ຫຼື KfW, ເປົ້າໝາຍຂອງກອງທຶນດັ່ງກ່າວແມ່ນເພື່ອແນ່ໃສ່ການສົ່ງເສີມການ ເຂົ້າເຖິງແຫຼ່ງທຶນຂອງ ຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSMEs) ໃນເຂດຊົນນະບົດ ຂອງ ສປປ ລາວ, ຊຶ່ງທຶນເບື້ອງຕົ້ນແມ່ນ 3 ລ້ານຢູໂຣ. ຜ່ານມາ ກອງທຶນ LAFF ໄດ້ໃຫ້ການປ່ອຍກູ້ໃຫ້ແກ່ ທະນາຄານທຸລະກິດ ແລະ ສກຈຮ ເພື່ອນຳໄປປ່ອຍກູ້ຕໍ່ໃຫ້ແກ່ MSMEs ຫຼາຍກ່ວາ 2,900 ຫົວໜ່ວຍ, ໃນນັ້ນ ມີຫຼາຍຫົວໜ່ວຍ MSMEs ແມ່ນຖືວ່າເປັນການ ເຂົ້າເຖິງແຫຼ່ງທຶນຄັ້ງທຳອິດຂອງພວກເຂົາເຈົ້າ. ຈາກຜົນສຳເລັດຂອງໂຄງການ LAFF ໄລຍະ I, ລັດຖະບານປະເທດເຢຍລະມັນ ຈຶ່ງສືບຕໍ່ໃຫ້ທຶນສະໜັບສະໜູນເພີ່ມຕື່ມອີກ 6 ລ້ານຢູໂຣ ແລະ ອີກ 0.8 ລ້ານຢູໂຣ ເປັນທຶນຊ່ວຍເຫຼືອດ້ານວິຊາການໃຫ້ແກ່ ໂຄງການ LAFF ໄລຍະ II, ຊຶ່ງໄດ້ເລີ່ມ ມາແຕ່ປີ 2020.
ທ່ານ ພັນທະບູນ ໄຊຍະເພັດ, ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທັງເປັນຄະນະຊີ້ນຳໂຄງການກອງທຶນ LAFF, ປະທານກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ຮຽກຮ້ອງໃຫ້ບັນດາ ທະນາຄານທຸລະກິດ ແລະ ສກຈຮ ທີ່ມີຄວາມສົນໃຈ ຈົ່ງສະເໜີຂໍກູ້ຢືມທຶນດັ່ງກ່າວ ເພື່ອນຳໄປປ່ອຍກູ້ຕໍ່ໃຫ້ລູກຄ້າ MSMEs ທີ່ເຂົາເຈົ້າຍັງບໍ່ມີໂອກາດເຂົ້າເຖິງແຫຼ່ງທຶນຈາກສະຖາບັນການເງິນທີ່ເປັນທາງການ, ສຳລັບ MSMEs ໃນທີ່ນີ້ ແມ່ນລວມທັງ ຜູ້ທີ່ໄດ້ຈົດທະບຽນ ແລະ ຍັງບໍ່ທັນຈົດທະບຽນ. ນອກນີ້ ທ່ານຍັງໄດ້ເນັ້ນວ່າ, ທາງໂຄງການ ຍັງສາມາດໃຫ້ການຊ່ວຍເຫຼືອດ້ານວິຊາການໃຫ້ແກ່ ທະນາຄານ ແລະ ສກຈຮ ໃນການຍົກລະດັບ ລະບົບການປະເມີນ ແລະ ຕິດຕາມເງິນກູ້ MSMEs ໃຫ້ແກ່ເຂົາເຈົ້າ.
ທະນາຄານທຸລະກິດ ແລະ ສກຈຮ ທີ່ສົນໃຈ ສາມາດສົ່ງໃບສະເໜີເຈດຈຳນົງໃຫ້ໂຄງການ ກ່ອນວັນທີ 21 ມັງກອນ 2022. ຈາກນັ້ນ, ໂຄງການ ຈະທົບທວນແບບຟອມສະເໜີ ແລະ ລົງໄປປະເມີນກັບທີ່ເພີ່ມຕື່ມ, ຊຶ່ງຄາດວ່າການປ່ອຍກູ້ຈະໄດ້ເບີກຈ່າຍພາຍໃນເດືອນມີນາ 2022 ນີ້.
ສຳລັບລາຍລະອຽດຂອງເອກກະສານສະເໜີເຈດຈຳນົງສາມາດເຂົ້າເບີ່ງເພີ່ມຕື່ມໄດ້ທີ່: http://www.bol.gov.la/
ທະນາຄານທຸລະກິດ ແລະ ສກຈຮ ທີ່ສົນໃຈ ສາມາດຕິດຕໍ່ໄດ້ທີ່: laff.laos@gmail.com.